ແຂວງອັຕປື ເຝົ້າຣະວັງ ໄຂ້ຫວັດນົກ
2010.01.08
ຜແນກ ສາທາຣະນະສຸຂ ແຂວງອັຕປື ສົ່ງເຈົ້າໜ້າທີ່ໄປປະຈໍາ ດ່ານຊາຍແດນ ລາວ-ວຽດນາມ ເພື່ອເຝົ້າຣະວັງ ເຊື້ອໂຣກໄຂ້ຫວັດນົກ ທີ່ອາຈແຜ່ຣະບາດ ເຂົ້າມາລາວໂດຍການ ຂົນຍ້າຍສັດປີກ ຈາກປະເທດເພື່ອນບ້ານ ເມື່ອອາກາດເລີ້ມໜາວ ເຢັນຂຶ້ນຢ່າງຕໍ່ເນື່ອງ ໃນລະຍະນີ້ ຊຶ່ງກໍຖືເປັນຊ່ວງເວລາ ທີ່ເຊື້ອໄຂ້ຫວັດນົກ ຣະບາດຂຶ້ນໄດ້ງ່າຍ. ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັຕປື ກ່າວກ່ຽວກັບເລື້ອງນີ້ວ່າ:
"ດຽວນີ້ນີ່ ພວກເຮົາມີຊາຍແດນ ສາກົລເນາະ ພວກເຮົາກໍາລັງເອົາແພດ ໄປຢູ່ຫັ້ນ ເພື່ອເຮັດການ ກວດກາ ເຝົ້າຣະວັງ ນອກຈາກນັ້ນ ໃນຊາຍແດນທ້ອງຖີ່ນ ພວກເຮົາກໍອາສັຍແພດ ແລະສຸຂສາລາ ເປັນຕົວຊ່ວຍສືບສວນ ແລະເຝົ້າຣະວັງ."
ທ່ານວ່າ ໄຂ້ຫວັດນົກ ເປັນເຊື້ອໂຣກທີ່ເກີດຈາກ virus ໄຂ້ຫວັດໃຫຍ່ H5N1 ຊຶ່ງພົບໃນສັດປີກ ແຕ່ກໍສາມາດແຜ່ຣະບາດ ໄປສູ່ຄົນ ມີອັນຕຣາຍ ເຖິງແກ່ຊີວິດໄດ້ ແລະເຖິງແມ່ນວ່າ ໃນລະຍະຜ່ານມາ ຍັງບໍ່ມີຣາຍງານ ເກີດຂຶ້ນຢູ່ໃນເຂດ ແຂວງອັຕປື ແຕ່ກໍຕ້ອງມີການ ເຝົ້າຣະວັງຢ່າງເຂັ້ມງວດ ໂດຍສະເພາະໃນ ຊ່ວງຣະດູໜາວ.
ວຽດນາມ ກໍເປັນປະເທດ ເພື່ອນບ້ານຂອງລາວ ທີ່ມີການຣະບາດ ຂອງເຊື້ອໄຂ້ຫວັດນົກ ຢ່າງຕໍ່ເນື່ອງ ດັ່ງນັ້ນຈຶ່ງມີການ ສົ່ງເຈົ້າໜ້າທີ່ ຣະບາດວິທຍາ ໄປປະຈໍາຢູ່ຊາຍແດນ ເພື່ອຕິດຕາມປ້ອງກັນ ບໍ່ໃຫ້ເຊື້ອ ໄຂ້ຫວັດນົກ ແຜ່ຣະບາດເຂົ້າສູ່ ປະເທດລາວໄດ້.
ພ້ອມດຽວກັນ ກໍມີການສົ່ງເຈົ້າໜ້າທີ່ ໄປໃຫ້ຄວາມຮູ້ ກ່ຽວກັບເຊື້ອໂຣກ ດັ່ງກ່າວ ໃຫ້ແກ່ປະຊາຊົນ ໃນທົ່ວເຂດແຂວງ ອັຕປື ນໍາດ້ວຍ -ທ່ານກ່າວ.