ເດັກຍິງລາວຖືກຊ່ວຍ ຈາກພວກຄ້າມະນຸສ
2010.01.11
ສຳນັກງານສວັດດີການ ແລະ ຄຸ້ມຄອງແຮງງານ ແຂວງ ອຸທັຍທານີ ໃຫ້ການຊ່ວຍເຫລືອ ເດັກນ້ອຍຍີງລາວ ຜູ້ທີ່ຕົກເປັນເຫຍື່ອຂອງ ກຸ່ມຄ້າມະນຸດ ໃຫ້ໄດ້ຮັບຄ່າຈ້າງ ຈາກນາຍຈ້າງ ໃນຮ້ານຖ່າຍຮູບ ຊື່ດັ່ງແຫ່ງນື່ງ ທີ່ແຂວງອຸທັຍທານີ ບ່ອນນາງເຮັດວຽກ ທີ່ບໍ່ເຄີຍໄດ້ຮັບ ຄ່າຈ້າງມາກ່ອນ ຊື່ງໃນເວລານີ້ ນາຍຈ້າງຍັງປະຕິເສດ ໃນການໃຫ້ຄ່າຈ້າງ ແກ່ນາງໃຫ້ເຫດຜົລວ່າ ບໍ່ເຄີຍຈ້າງເດັກນ້ອຍ ຄົນນີ້ມາກອ່ນ. ດັ່ງທ່ານກຽງໄກ ອາພານຸພັນ ເຈົ້າຫນ້າທີ່ສວັດດີການ ແລະຄຸ້ມຄອງ ແຮງງານ ແຂວງອຸທັຍທານີ ກ່າວກ່ຽວກັບເຮື້ອງນີ້ວ່າ:
"ຈີ່ງໆແລ້ວປະເດັ່ນ ທີ່ສຳຄັນ ຈະເປັນເຣື້ອງການ ຄ້າມະນຸດ ທີ່ນີ້ ບັງເອີນວ່າ ເດັກຢາກໄດ້ຄ່າຈ້າງ ກໍ່ເລີຍກ່ຽວຂ້ອງ ໃນເຣື້ອງການທວງຄ່າຈ້າງ ທີ່ນີ້ ນາຍຈ້າງເອງ ກໍ່ບໍ່ຮັບ ບໍ່ຮັບຮູ້ວ່າເດັກ ຄົນນີ້ຕົນເອງເຄີຍໃຊ້ງານ."
ທ່ານກ່າວຕໍ່ໄປວ່າ ເງີນຄ່າຈ້າງທີ່ ເດັກຍີງລາວນາງແກ້ວ ຮຽກຮ້ອງນັ້ນ ມີຢູ່ປະມານ 8 ພັນບາດ ນາຍຈ້າງຍັງປະຕິເສດ ທີ່ຈະຈ່າຍໃຫ້ ເພາະຖ້າຍອມຮັບວ່າ ໄດ້ຈ້າງນາງ ຈະຕົກເປັນປະເດັນ ການຄ້າມະນຸດ ແລະຄວາມຜິດກໍ່ຈະ ເປັນຄະດີອາຍາ ທີ່ຈະຕ້ອງມີການ ດຳເນີນຄະດີໃນສານ ແລະ ກໍ່ຈະຖືກຄຸກຢ່າງຫນັກ. ທ່ານກ່າວເພີ້ມອີກວ່າ:
"ເມື່ອວັນສຸກ ກໍ່ຈະນຳເດັກຄົນນີ້ ໄປບອກສີ່ງຕ່າງໆ ໃນຫ້ອງພັກໃນບ່ອນ ທຳງານຂອງນາງ ກ່ອນຈະໄປຈະຖາມ ນາງກ່ອນ ຖ້າປາກົດວ່າ ເດັກບອກທຸກສີ່ງຢ່າງ ຖືກຕ້ອງຫມົດ ເຖີງແມ່ນນາຍຈ້າງ ຈະປະຕິເສດຢ່າງໃດ ຖ້າໄປສູ້ທີ່ສານແລ້ວ ສານຈະເຊື່ອເດັກນ້ອຍ ຫລາຍກວ່າ."
ຈາກການສອບສວນ ເດັກຍີງແກ້ວ ນາງໃຫ້ການວ່າ ນາງມີບ້ານເດີມ ຢູ່ແຂວງສວັນນະເຂດ ໂດຍຖືກນາຍຫນ້າຊັກຊວນ ວ່າຈະພາໄປເຮັດວຽກ ຢູ່ແຂວງ ສວັນນະເຂດ ເມື່ອມາຮູ້ຕົວກໍ່ແມ່ນ ທີ່ຮ້ານຖ່າຍຮູບທີ່ ແຂວງອຸທັຍທານີ ປະເທດໄທ ໄດ້ບັງຄັບໃຫ້ ທຳງານບ້ານມາ ເປັນເວລາ 4 ເດືອນ ໂດຍບໍໄດ້ຄ່າຈ້າງ ໃຫ້ພຽງອາຫານກິນ ວັນລະນື່ງຄາບເທົ່ານັ້ນ ແລະ ຮ່າງກາຍຂອງນາງ ກໍ່ຖືກທຳລາຍ.
ປັດຈຸບັນນີ້ ນາງແກ້ວ ຢູ່ໃນການດູແລ ຂອງບ້ານພັກເດັກນ້ອຍ ແລະ ຄອບຄົວຂອງ ແຂວງອຸທັຍທານີ ຈະຢູ່ທີ່ນີ້ 3 ເດືອນ ຫາກການດຳເນີນຄະດີ ບໍ່ສີ້ນສຸດ ກໍ່ຈະສົ່ງໄປຍັງ ບ້ານເກດຕະການ ຫລັງຈາກນັ້ນ ກໍ່ຈະຖືກພັກດັນ ສົ່ງກັບລາວ.