ໂຮງພຍາບາລ ມະໂຫສົດ
2010.01.08
ແຫລ່ງຂ່າວທ້ອງຖິ່ນ ແຈ້ງຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ່ 7 ມົກກະຣາ ນີ້ວ່າ ເຖິງແມ່ນໂຮງພຍາບາລ ຫລາຍແຫ່ງ ໃນນະຄອນຫລວງວຽງຈັນ ແລະ ໃນເຂຕແຂວງ ນອກໄດ້ຮັບກາຣປັບປຸງ ຢ່າງຫລວງຫລາຍ ບໍ່ວ່າແຕ່ກາຣຂຍາຍ ຕຶກອາຄາຣ ສະຖານທີ່ຫ້ອງນອນ ຂອງຄົນປ່ວຍ ຕລອດຮອດດ້ານຄວາມ ສາມາດຂອງຄະນະ ທ່ານໝໍ ແລະກາຣບໍຣິຫາຣຕ່າງໆ ກໍມີກາຣຍົກຣະດັບ ໃນຣະຍະຜ່ານມາກໍຕາມ ແຕ່ກໍມີບາງບ່ອນ ທີ່ຖືວ່າຍັງບົກຜ່ອງ ແລະຄວນທີ່ຈະໃຫ້ມີ ກາຣແກ້ໄຂໃໝ່.
ຜູ້ສັງເກດກາຣໄດ້ຍົກ ເອົາຕົວຢ່າງຂອງ ຄວາມບົກຜ່ອງຂອງ ໂຮງໝໍມະໂຫສົດ ທີ່ມີປະຊາຊົນ ຊາວລາວ ໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງພ້ອມກັບຊາວ ຕ່າງຊາຕນິຍົມ ໄປຮັບກາຣປິ່ນປົວ ຍ້ອນຄະນະນາຍແພທ ມີຄວາມຊຳນານ ແລະອຸປກອນຕ່າງໆ ກໍທັນສມັຍ ແຕ່ແລ້ວຊ້ຳມີບັນຫາ ທີ່ມີກາຣນຳເອົາ ເຈົ້າໜ້າທີ່ຜູ້ຂາດ ປະສົບກາຣໄປສັບຊ້ອນ ຈຶ່ງເຮັດໃຫ້ ກາຣປິ່ນປົວຄົນປ່ວຍ ບໍ່ໄດ້ຜົລເທົ່າທີ່ຄວນ.
ພ້ອມດຽວກັນນີ້ ຜູ້ສັງເກດກາຣກໍວ່າ ຄ່າຢາແຕ່ລະຊນິດ ເພື່ອປິ່ນປົວຢູ່ ໂຮງພຍາບາລ ມະໂຫສົດແຫ່ງນີ້ ກໍແພງກວ່າບັນດາ ເອກກະຊົນ ຂາຍຢູ່ຂ້າງນອກ ດັ່ງຕົວ ຢ່າງຢາລຸດຄວາມດັນ ໂລຫິຕສູງຍີ່ຫໍ້ Renetec 20 gm ຈະຕົກເປັນຣາຄາ 55,000 ກີບ ຕໍ່ແຜ່ງຫລື 10 ເມັດ ທຽບໃສ່ 40,000 ກີບ ຕໍ່ໜຶ່ງແຜ່ງ ຢູ່ຂ້າງນອກ.