ສຣຸບຄະດີແພ່ງ ໃນສປປລາວ

ອົງກາຣອັຍກາຣສູງສຸດ ສປປລາວ ສຣຸບຄະດີແພ່ງ ປະຈຳປີ 2008-2009 ຈຳນວນ 767 ເຣື່ອງ.

0:00 / 0:00

ອົງກາຣອັຍກາຣ ສູງສຸດແຫ່ງຊາຕ ສປປລາວ ຣາຍງານສຣຸບກາຣແກ້ໄຂ ຂໍ້ຂັດແຍ່ງ ໃນຄະດີແພ່ງ ທົ່ວປະເທສ ປະຈຳປີ 2008-2009 ຈາກທັງໝົດ 444 ເຣື່ອງ ແລະຍັງເຫລືອອີກ ກວ່າ 80 ເຣື່ອງ ທີ່ຈະຕ້ອງໄດ້ແກ້ໄຂ ຕໍ່ໄປໃນສົກປີ 2009-2010.

ສ່ວນກາຣແຈ້ງຄວາມ ຄະດີແພ່ງ ແລະກາຣຍື່ນຄຳຮ້ອງ ໃນທົ່ວປະເທສນັ້ນ ມີທັງໝົດ 767 ເຣື່ອງ ດັ່ງທ່ານສອນສວັນ ແສງອະພັຍ ຫົວໜ້າກົມກວດກາ ຄະດີແພ່ງໄດ້ກ່າວວ່າ:

“ອັຍກາຣສູງສຸດ ຜ່ານມາໃນວິຊາສະເພາະ ໃນນຶ່ງປີຜ່ານມາ ພວກເຮົາສາມາດແກ້ໄຂໄດ້ ສົມມະຕິຄະດີແພ່ງ ພວກເຮົາໄດ້ຮັບທັ້ງໝົດ 444 ເຣື່ອງ ແກ້ໄຂແລ້ວ 357 ເຣື່ອງ ກຳລັງຄົ້ນຄວ້ານີ້ 87 ເຣື່ອງ”.

ທ່ານສອນສວັນ ໄດ້ກ່າວເພີ່ມວ່າ ຄະດີທີ່ໄດ້ຮັບ ກາຣແຈ້ງຄວາມ ສ່ວນໃຫຍ່ຈະເປັນ ພວກຄະດີສໍ້ໂກງ ຄະດີຍັກຍອກຊັພ ແລະກໍມີກາຣໄກ່ເກັ່ຽ ແກ້ໄຂເປັນທີ່ ຮຽບຮ້ອຍ ໄປເປັນສ່ວນໃຫຍ່ ແລະສ່ວນທີ່ເຫລືອນັ້ນ ກໍຈະຕ້ອງໄດ້ແກ້ໄຂ ໃຫ້ສຳເຣັຈພາຍ ໃນເດືອນຕຸລາ 2010 ນີ້.

ນອກຈາກນັ້ນ ຍັງຈະຕ້ອງໄດ້ ມີກາຣແກ້ໄຂບັນຫາ ຄຳຮ້ອງຂອງປະຊາຊົນ ແລະໜ່ວຍງານຕ່າງໆ ໃນທົ່ວປະເທສ:

“ບັຕນີ້ຄຳຮ້ອງ ພວກເຮົາໄດ້ຮັບຄຳຮ້ອງ ຂໍຮື້ຟື້ນ ຂໍກວດກາ ທັ້ງໝົດ 220 ເຣື່ອງ ແກ້ໄຂແລ້ວ 183 ເຣື່ອງ ແລະສຣຸບຄະດີ ແລະ ຄຳຮ້ອງທີ່ເຂົ້າມາ ໃນກົມກວດກາ ຄະດີແພ່ງໃນ 2008-2009 ທັ້ງໝົດແລ້ວ 767 ເຣື່ອງ”.

ໃນຂະນະດຽວກັນນີ້ ທ່ານກໍໄດ້ເນັ້ນວ່າ ແຂວງທີ່ມີກາຣຟ້ອງຮ້ອງ ຄະດີແພ່ງ ຫລາຍທີ່ສຸດນັ້ນກໍແມ່ນ ນະຄອນຫລວງວຽງຈັນ ສວັນນະເຂຕ ຈຳປາສັກ ຫລວງພຣະບາງ ຊຽງຂວາງ ແລະຫລວງນ້ຳທາ.