ເຣື້ອງທີ່ເກັບບັນທຶກໄວ້
2024-07-15
ການແກ້ໄຂ ບັນຫາເງິນເຟິ້ ທີ່ເພີ່ມສູງຂຶ້ນເລື້ອຍໆ ພາຍໃນປະເທດລາວ ແຕ່ຍັງບໍ່ສາມາດ ຈັດຕັ້ງ ປະຕິບັດໄດ້ ຢ່າງເປັນຮູບປະທຳ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ສະໜັບສະໜູນ ໃຫ້ປະຊາຊົນ ຫັນມານໍາໃຊ້ສິນຄ້າ ພາຍໃນປະເທດ ເພື່ອຫລຸດຜ່ອນການນໍາເຂົ້າສິນຄ້າ ທີ່ຕ້ອງຊໍາລະ ເປັນເງິນຕາຕ່າງປະເທດ.
2024-07-15
ພັກປະຊາຊົນປະຕິບັດລາວ ຈັດແບ່ງຄວາມຮັບຜິດຊອບ ຂອງຄະນະປະຈໍາພັກ ແຕ່ລະຂັ້ນ ໃນທົ່ວປະເທດ ເຊິ່ງອະດີດເຈົ້າໜ້າທີ່ ປົກຄອງເມືອງທ່ານໜຶ່ງ ໃຫ້ຄວາມເຫັນວ່າ ບາງເທື່ອເພິ່ນຊິເຮັດແບບຈີນ ຄືຈະມີການແບ່ງຄວາມຮັບຜິດຊອບ ເຊັ່ນກັບລະບົບການແບ່ງໜ້າທີ່ ການປົກຄອງ ຂອງພັກຄອມມູນິສຕ໌ຈີນ.
2024-07-15
ປະທານປະເທດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 11-12 ກໍລະກົດ 2024 ຜ່ານມາ ນັບຕັ້ງແຕ່ຂຶ້ນດຳລົງຕຳແໜ່ງ ປະທານປະເທດຄົນໃໝ່.
2024-07-15
ປະຊາຊົນ 11 ຄອບຄົວ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະຖານີ ເພຽລາດ ເມືອງສັງທອງ ຫາສະຖານີ ນາຊາຍທອງ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
2024-07-15
ແມ່ຍິງ 17 ຄົນທີ່ຖືກຕົວະຊັກຊວນໄປຂາຍບໍລິການ ໄດ້ຮັບການຊ່ວຍເຫຼືອ ພາຍຫຼັງທີ່ເຈົ້າໜ້າທີ່ ປກສ ນະຄອນຫຼວງພຣະບາງ ໄດ້ຕິດຕາມກວດກາການຄ້າ-ຂາຍປະເວນີ ແລະຫົວໜ້າແກ້ງທີ່ເປັນໂຕການຄົນລາວທັງ 4 ຄົນ ໃນນັ້ນເປັນຍິງ 3 ຄົນເຊິ່ງໃນນີ້ລວມມີເມັຍ ຂອງຊາວຈີນນໍາດ້ວຍ.
2024-07-14
ປີຜ່ານມາລວມຍອດຕິດໜີ້ຕ່າງປະເທດລາວເພີ່ມສູງຂື້ນເກືອບສອງເທົ່າໃນຈຳນວນ 950 ລ້ານໂດລ້າ. ລັດຖະບານ ຈຳເປັນຕ້ອງຂໍເລື່ອນການສຳລະໜີ້ ອີກເທື່ອໜຶ່ງ ເພື່ອບໍ່ໃຫ້ປະເທດເຂົ້າສູ່ພາວະຈ່າຍໜີ້ບໍ່ໄດ້.
2024-07-14
ອົງການສາກົນວ່າ ເສຣີພາບສື່ມວນຊົນ ໃນລາວ ໜ້າເປັນຫ່ວງໜັກ, ລາວ-ຫວຽດນາມ ເພີ່ມທະວີ ຄວາມຮ່ວມມື ທາງດ້ານການຄ້າ ລະຫວ່າງ ສອງປະເທດ ໃນຫລາຍໆດ້ານ, ອັດຕາເງິນເຟີ້ ຍັງສູງ ຢູ່ ສປປລາວ ນັ້ນ ໂດຍລວມ ແມ່ນຍ້ອນ ເງີນກີບອ່ອນຄ່າ ເມື່ອ ທຽບກັບເງິນຕາຕ່າງປະເທດ ແລະ ຂ່າວອື່ນໆ.
2024-07-13
ທ້າວ Loris ຄົນຕ່າງປະເທດ ທີ່ໃຊ້ຊື່ວ່າ ຝຣັ່ງປອມ ໃນສື່ສັງຄົມອອນລາຍ ເວົ້າພາສາລາວເກັ່ງ ຮ້ອງເພງພາສາຊົນເຜົ່າກຶມມຸອໍາ ໄດ້ຢ່າງອອນຊອນ.
2024-07-12
ຊີວິດຂອງຊາວໜຸ່ມລາວ ພາຍຫຼັງທີ່ໄດ້ກັບມາບ້ານ ຈາກການຖືກຄ້າມະນຸດ ໄປປະເທດມຽນມາ ຍັງປະສົບກັບບັນຫາຊີວິດຢ່າງໜັກ ຍ້ອນສະພາບຈິດໃຈ ແລະ ສຸຂະພາບຮ່າງກາຍ ຍັງບໍ່ກັບມາເປັນປົກກະຕິໄດ້ ຊຶ່ງຈະເຫັນໄດ້ຈາກ ບາງຄົນ ທີ່ອາດເສຍສະຕິໄປແລ້ວກໍ່ມີ.
2024-07-12
ເມື່ອບໍ່ດົນມານີ້ ພໍ່ຄ້າ-ແມ່ຄ້າ ຈໍານວນໜຶ່ງ ຢູ່ຫຼາຍແຂວງຂອງລາວ ລະດົມ ຊຸກຍູ້ໃຫ້ໃຊ້ເງິນກີບ ບໍ່ໃຊ້ເງິນຕາຕ່າງປະເທດ ຮວມທັງເງິນບາດ ແລະເງິນໂດລ້າ ຜ່ານສື່ສັງຄົມອອນລາຍ, ແຕ່ຖ້າຫາກລູກຄ້າຈໍາເປັນ ກໍຮັບເອົາເງິນຕາຕ່າງປະເທດນັ້ນຢູ່ ແຕ່ຈະຄິດໄລ່ອັດຕາແລກປ່ຽນຕໍ່າ.
2024-07-12
ການປີດຫົວໜ່ວຍທຸລະກິດ ທີ່ຝ່າຝືນກົດລະບຽບ ຢ່າງເຂັ້ມງວດນີ້ ສາເຫດໜຶ່ງກໍ່ຍ້ອນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຈັດກອງປະຊຸມຕ່າງໆ ແລະ ໃນວາລະທີ່ປະເທດລາວ ເປັນເຈົ້າພາບກອງປະຊຸມອາຊ້ຽນໃນປີນີ້.
2024-07-12
ປະຊາຊົນ 6 ບ້ານ ໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຈາກກິ່ນເໝັນ ກິ່ນຂິວ ຂອງໂຮງງານຫົວອາຫານສັດ ຂອງນາງ ຈັນເພັງ ທີ່ຕັ້ງຢູ່ບ້ານດົງຫຼວງ ເມືອງນາຊາຍທອງ ຍ້ອນໂຮງງານດັ່ງກ່າວ ໄດ້ນໍາເອົາຂີ້ເບຍໝັກ ມາຕາກຢູ່ກາງແຈ້ງ.
2024-07-12
ດ້ວຍສະພາບກົດດັນ ບັນຫາເສດຖະກິດ ໃນປະຈຸບັນ ເຊັ່ນອັດຕາເງິນເຟີ້ສູງຂຶ້ນ, ເງິນກີບອ່ອນຄ່າ ສົ່ງຜົນໃຫ້ລາຄາສິນຄ້າແພງຂຶ້ນຫຼາຍ, ເພື່ອແກ້ໄຂບັນຫາສະເພາະໜ້າ ແລະລົດຄວາມກົດດັນລົງ ລັດຖະບານໄດ້ໂຍກຍ້າຍຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ແຕ່ຫຼາຍພາກສ່ວນ ໃຫ້ຄວາມເຫັນວ່າ ຈະບໍ່ສາມາດແກ້ໄຂ ບັນຫາຄວາມຫຍຸ້ງ ທາງດ້ານເສດຖະກິດໄດ້.
2024-07-11
ພາກທຸລະກິດ ໃນປະເທດລາວ ຂາດເຂີນຄົນງານ ຕ້ອງການຄົນງານ ຢ່າງຫຼວງຫຼາຍ ແຕ່ດ້ວຍເຫດຜົນຄ່າຕອບແທນສູງ ຈຶ່ງເຮັດໃຫ້ຄົນລາວຈຳນວນຫຼາຍ ຕ້ອງການໄປເຮັດວຽກ ຢູ່ໄທ ຫຼາຍກວ່າ.
2024-07-11
ທາງການລາວ ແລະບໍລິສັດທາງລົດໄຟ ລາວ-ຈີນ ຮ່ວມມືກັບ ກິ່ງແຂວງສິບສອງປັນນາ ຂອງຈີນ ສົ່ງເສີມໃຫ້ນັກທ່ອງທ່ຽວຈີນ ທ່ຽວລາວເພີ່ມຂຶ້ນ ຂະນະທີ່ນັກທ່ອງທ່ຽວຈີນ ທີ່ເດີນທາງມາທ່ຽວຫລວງພຣະບາງ ໃນປັດຈຸບັນສ່ວນໃຫຍ່ ໃຊ້ບໍລິການການທ່ອງທ່ຽວ ຂອງຜູ້ປະກອບການຄົນຈີນ ໃນລາວ ແລະ ໃນປະເທດຈີນ, ສ່ວນຜູ້ປະກອບການ ດ້ານການທ່ອງທ່ຽວ ຂອງລາວ ບໍ່ໄດ້ຮັບຜົນປະໂຫຍດຫຼາຍເທົ່າທີ່ຄວນຈະໄດ້ ເມື່ອທຽບໃສ່ຜູ້ປະກອບການຂອງຄົນຈີນ ທັງໃນ ສປປ ລາວ ແລະທີ່ປະເທດຈີນ.