ຊາວຄ້າຂາຍຈຳນວນໜຶ່ງ ສົ່ງເສີມການໃຊ້ເງິນກີບ ຊຶ່ງປັດຈຸບັນ ອ່ອນຄ່າລົງນໍາເລື້ອຍໆ

ຈຳປາທອງ
2024.07.12
ຊາວຄ້າຂາຍຈຳນວນໜຶ່ງ ສົ່ງເສີມການໃຊ້ເງິນກີບ ຊຶ່ງປັດຈຸບັນ ອ່ອນຄ່າລົງນໍາເລື້ອຍໆ ຮູບປະກອບ ພໍ່ຄ້າຂາຍໝາກໄມ້ ກຳລັງນັບເງິນ ທີ່ໄດ້ຈາກຄ້າຂາຍ ຢູ່ຕລາດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 14 ທັນວາ ປິ 2022.
RFA

ເມື່ອບໍ່ດົນມານີ້ ພໍ່ຄ້າ-ແມ່ຄ້າ ຈໍານວນໜຶ່ງ ຢູ່ຫຼາຍແຂວງຂອງລາວ ລະດົມ ຊຸກຍູ້ໃຫ້ໃຊ້ເງິນກີບ ບໍ່ໃຊ້ເງິນຕາຕ່າງປະເທດ ຮວມທັງເງິນບາດ ແລະເງິນໂດລ້າ ຜ່ານສື່ສັງຄົມອອນລາຍ. ແຕ່ຖ້າຫາກລູກຄ້າຈໍາເປັນ ກໍຮັບເອົາເງິນຕາຕ່າງປະເທດນັ້ນຢູ່ ແຕ່ຈະຄິດໄລ່ອັດຕາແລກປ່ຽນຕໍ່າ, ອີງຕາມຄໍາເວົ້າຂອງພໍ່ຄ້າແມ່ຄ້າ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຄໍາມ່ວນ ແລະແຂວງສະຫວັນນະເຂດ ທີ່ວິທະຍຸເອເຊັຽ ໄດ້ສໍາພາດ.

ເຈົ້າຂອງເຮືອນພັກ ຢູ່ແຂວງວຽງຈັນ ຜູ້ໜຶ່ງເວົ້າຕໍ່ວິທະຍຸເອເຊັຽ ໃນມື້ວັນທີ 12 ກໍລະກົດນີ້ວ່າ ຕົນຢາກລະດົມໃຫ້ຄົນລາວ ແລະນັກທ່ອງທ່ຽວຕ່າງປະເທດ ໃຊ້ແຕ່ເງິນກີບ ເພື່ອຊ່ອຍໃຫ້ຫຼຸດຜ່ອນພາວະເງິນເຟີ້.

ກໍຢາກໃຫ້ຊ່ວຍອັດຕາເງິນເຟີ້ ຫລຸດລົງເດ້ ຖ້າເຮົາບໍ່ຊ່ວຍກັນມັນກໍຄື ເງິນ 1,000 ບາດຕອນນີ້ກໍ ຂອງທະນາຄານກໍ 700,000 ກວ່າກີບແລ້ວເນາະ ສິນຄ້າສ່ວນຫລາຍເຮົາກໍນໍາເຂົ້າຢູ່ເດ້ ຍົກຕົວຢ່າງເຮົາໄປຊື້ເຄື່ອງໃນຊີວິດປະຈໍາວັນ ມາບໍລິການແຂກບ້ານພັກເນາະ ຈະເປັນກາເຟເປັນນໍ້າດື່ມຫລືວ່າ ເປັນເຄື່ອງໃຊ້ເປັນຜ້າແພ ເຮົາໄດ້ປ່ຽນອາທິດໜຶ່ງ ເຮົາໝູນໃຊ້ສັບປ່ຽນສິນຄ້າເຫລົ່ານັ້ນ ຈະເໜັງຕີງຕະຫລອດເດ້ ມາເບິ່ງໂດຍລວມຄື ອັດຕາເງິນບາດພຸ້ງຂຶ້ນປັບ ເງິນໂດລ້າເລດເງິນຂຶ້ນປັບສິນຄ້າໂຕນີ້ ກໍຂະຍັບຂຶ້ນຕະຫລອດແລ້ວບາດນີ້ ຫ້ອງພັກເຮົາຊິປັບຂຶ້ນໄປຕາມສິນຄ້າ ມັນກໍບໍ່ໄດ້ ລູກຄ້າມາເຮົາກໍຕ້ອງໄດ້ເຫັນໃຈລູກຄ້າອີກ ຄັນເຮົາຊິປັບເດືອນໜຶ່ງ 3-4 ຄັ້ງ ເຫັນແກ່ຕົວຫລາຍມັນກໍຕ້ອງໄດ້ຍອມຮັບ ໃນສະພາບໂດຍລວມໄປ.

ແລະເຈົ້າຂອງຮ້ານອາຫານ ທີ່ມີການເສບດົນຕີນໍາ ຢູ່ແຂວງວະຫວັນນະເຂດ ກໍເວົ້າວ່າ ທີ່ຜ່ານມາ ເຄີຍມີກໍລະນີ ລູກຄ້າຈ່າຍຄ່າອາຫານເປັນເງິນບາດ ແຕ່ໄດ້ຄິດໄລ່ອັດຕາແລກປ່ຽນເປັນເງິນກີບຕໍ່າໃຫ້ ແລະລູກຄ້າບໍ່ພໍໃຈ. ຕໍ່ມາກໍໄດ້ຕິດປະກາດ ຮັບແຕ່ເງິນກີບ.

ມັນແລກຍາກຫັ້ນນ່າ ເງິນບາດ ມາໄລ່ເລດຕະຫລາດກັບເລດຮ້ານເຮົາ ມັນບໍ່ຄືກັນ ມັນຜິດກັນກັບລູກຄ້າ ເຮົາກໍຕັດ ເລີຍຕັດບັນຫາບໍ່ຮັບ ລູກຄ້າມາຈ່າຍ ຢາກໄດ້ຄືເລດຮ້ານແລກປ່ຽນຫັ້ນນ່າ ແຕ່ເຮົາໄລ່ໃຫ້ບໍ່ໄດ້ ບາດນີ້ເພາະເຮົາບໍ່ແມ່ນຮ້ານແລກປ່ຽນ ເຮົາຕ້ອງໄລ່ຕໍ່າກວ່າຮ້ານແລກປ່ຽນຢູ່ແລ້ວ ລູກຄ້າບໍ່ຢາກເອົາ ແລ້ວເຮົາກໍເລີຍຕັດບັນຫາ ເຮົາກໍເລີຍບໍ່ຮັບເລີຍ ແລ້ວກໍແນະນໍາໃຫ້ເຂົາຈ່າຍເງິນກີບ ສະດວກກວ່າສົມມຸດວ່າ ນັ່ງກິນຮ້ານອາຫານໝົດສາ 2-3 ແສນກີບ ຈະເອົາເງິນບາດໃຫ້ເປັນພັນມັນກໍຍາກການແລກປ່ຽນອີກ ຖ້າວ່າເຮົາສິໄປໄລ່ໃຫ້ 30-40 ພັນກີບຕໍ່ 100 ບາດ ຢາກບໍ່ຢາກ ລູກຄ້າເຂົາກະບໍ່ພໍໃຈຢູ່ແລ້ວນ່າ ໜຶ່ງມາ ເຮົາກໍຢາກໃຫ້ຄ່າອັດຕາແລກປ່ຽນຫັ້ນນ່າ ມັນຫລຸດລົງນ່າ ເນື້ອແທ້ຫລັກໆ ມັນສູງເກີນອະຫລີອະຫລໍ ເອີ ເຮົາຢາກໃຫ້ເງິນມັນລົງຢູ່ໃນ 20-30-40 ພັນກີບຕໍ່ 100 ບາດ ທຸກຄົນມາຮ່ວມໃຈກັນໝົດຫັ້ນນ່າ  ອາດຈະເປັນໄປໄດ້ ອາດຈະລົງ.

ແລະຢູ່ນະຄອນຫຼວງວຽງຈັນ ເຈົ້າຂອງຮ້ານອາຫານ ຜູ້ໜຶ່ງກໍເວົ້າວ່າ ອັດຕາແລກປ່ຽນເງິນກີບເປັນເງິນບາດ ຫຼືເງິນບາດເປັນເງິນກີບ ບໍ່ເທົ່າກັນ ຈະມີການຂື້ນ-ລົງຢູ່ຕະຫຼອດ ເຮັດໃຫ້ພວກພໍ່ຄ້າແມ່ຄ້າເສຍປຽບ ເວລາໄປຊື້ເຄື່ອງ ທີ່ນໍາມາຈາກໄທ ດັ່ງນັ້ນຈຶ່ງໄດ້ຕິດປະກາດຢູ່ໜ້າຮ້ານວ່າ ຢູ່ເມືອງລາວໃຊ້ເງິນກີບ ແລະທາງຮ້ານບໍ່ຮັບເງິນຕາຕ່າງປະເທດ ຖ້າຮັບກໍຄິດໄລ່ອັດຕາແລກປ່ຽນໃຫ້ຕໍ່າ ແລະຄິດວ່າ ມັນຈະຊ່ອຍແກ່ໄຂບັນຫາເງິນເຟີ້ໄດ້ ຖ້າທຸກຄົນຮ່ວມໃຈກັນ ດັ່ງທີ່ນາງເວົ້າວ່າ:

ຫລັກໆເລດມັນນ່າ ມັນບໍ່ເທົ່າເກົ່າແລ້ວມັນກໍກິນປຽບ ພວກແມ່ຄ້ານີ້ຫັ້ນນ່າ ເລດມັນບໍ່ຄືກັນ ໄປຊື້ເຄື່ອງແຕ່ລະມື້ນ່າ ຕັດບັນຫາບໍ່ຮັບເລີຍ ເຂົາມາຊື້ນໍາເຮົາ ເຂົາຕົກ 750 ແມ່ນບໍ່ 100 ບາດເຂົາກໍຢາກໄລ່ໃຫ້ 70 ພຸ້ນແຫລະ ສໍ່າປີ້ງ ເອື້ອຍຂາຍຊຸດໜຶ່ງກໍ 65-70 ພັນກີບ ຢາກໃຫ້ຮ້ານອາຫານໄລ່ສູງຄືແບບເລດນອກເຂົ້າໃຈບໍ່ ມັນບໍ່ໄດ້ຈັ່ງຊັ້ນ ຂ້ອຍກໍຕັດບັນຫາເລີຍບໍ່ເອົາ ບໍ່ເອົາເງິນບາດເລີຍ ຮັບແຕ່ເງິນກີບຢ່າງດຽວ ເອົາແຕ່ເລດຕໍ່າ 100 ບາດກໍ 30 ພັນກີບ ເລດພໍຟັງ ຖ້າອື້ອຍໂພສມານີ້ ກໍບໍ່ມີຜູ້ໃດກ້າຈ່າຍເງິນໂດລ້າ ຫລືເງິນອີ່ຫຍັງ ມັນກໍແລ້ວແຕ່ເຮົາຮ່ວມໃຈກັນ ມັນກໍສິເຮັດໄດ້ຢູ່ ແກ້ບັນຫາເງິນກີບເຟີ້ ຄັນວ່າມັນຫລາຍຫ້າງຮ້ານ ມັນກໍບໍ່ຄືກັນເນາະ ແນວຄິດ ແມ່ນບໍ່.

ຢູ່ແຂວງຄໍາມ່ວນ ກໍມີຮ້ານອາຫານທີ່ປະກາດວ່າ ຢູ່ເມືອງລາວໃຊ້ເງິນກີບ, ທາງ ຮ້ານບໍ່ຮັບເງິນບາດ ແລະເງິນໂດລ້າ, ຖ້າຮັບກໍຄິດໄລ່ອັດຕາແລກປ່ຽນໃຫ້ຕໍ່າ ແລະແນະນໍາໃຫ້ລູກຄ້າ ໄປແລກເງິນຢູ່ທະນາຄານ ດັ່ງເຈົ້າຂອງຮ້ານຄ້າຜູ້ໜຶ່ງເວົ້າວ່າ:

ມີແຕ່ຖ້າຜູ້ໃດຢາກຈ່າຍເງິນ ກໍມີແຕ່ໃຫ້ເພິ່ນໄປແລກຢູ່ຕາມທະນາຄານມາຈ່າຍເຮົາ ເພາະເຮົາ ເພິ່ນກໍໃຫ້ໃຊ້ເງິນກີບມາແຕ່ດົນແລ້ວຫັ້ນນ່າ ມີແຕ່ຢາກແລກເງິນ ມີແຕ່ແນະນາໃຫ້ເພິ່ນໄປແລກທະນາຄານ ຕາມເລດທະນາຄານທົ່ວໄປ.

ແຕ່ເຖິງຢ່າງໃດກໍຕາມ ໃນສະພາບໂຕຈິງແລ້ວ ການແລກປ່ຽນເງິນຕາ ຂອງພວກພໍ່ຄ້າແມ່ຄ້າໃນລາວຈໍານວນໜຶ່ງ ຈະບໍ່ໄປແລກປ່ຽນເງິນຕາຢູ່ທະນາຄານ ຍ້ອນໃຫ້ແລກໜ້ອຍ ແຕ່ຕ້ອງການຫຼາຍ ດັ່ງນັ້ນຈຶ່ງໄປແລກນໍາຮ້ານແລກປ່ຽນເງິນຕານອກລະບົບ, ອີງຕາມຄໍາເວົ້າຂອງເຈົ້າຂອງເຮືອນພັກຢູ່ແຂວງວຽງຈັນຜູ້ດຽວກັນນັ້ນ.

ທະນາຄານນີ້ ຖ້າອັນນີ້ ເຮົາເວົ້າຄວາມຈິງເນາະ ເຮົາຊິໄປຂໍແລກນໍາເຂົາເຈົ້ານີ້ ເຂົາເຈົ້າຈະໃຫ້ຄວາມວ່າຍົກຕົວຢ່າງວ່າຄົນໜຶ່ງ ກໍມີສິດແລກໄດ້ຢູ່ປະມານ ບໍ່ເກີນ 100 ໂດລ້າຫລືວ່າເງິນບາດບໍ່ເກີນ 500 ບາດ 1,000 ບາດປະມານນີ້ນ່າ ເອີ ບາງເທື່ອເຂົາເຈົ້າກໍຕອບມາວ່າ ບໍ່ສະດວກຫັ້ນນ່າ ລະບົບການໝູນວຽນຂະເຈົ້າກະບໍ່ພ້ອມ ຈັ່ງຊີ້ນ່າ ມັນກໍເປັນລັກສະນະນີ້ແຫລະ ຄັນດີແທ້ ກະຢາກໃຫ້ທຸກຄົນບໍ່ໃຊ້ເງິນ ບໍ່ໃຊ້ເງິນຕາຫັ້ນແຫລະ ເຮົາໄປຊື້ສິນຄ້າຢູ່ປະເທດໃດກໍຕາມເນາະ ເຂົາເຈົ້າຈະບໍ່ນໍາໃຊ້ເງິນກີບເປັນຫລັກ ຍົກໂຕຢ່າງວ່າ ໄປຊື້ເຄື່ອງຢູ່ ໄປໄທຈັ່ງຊີ້ ເຂົາຊິເວົ້າເລື້ອງອັດຕາເງິນເຂົາເນາະ ຄືເຮົາຊິໄປຊື້ເຄື່ອງໃຊ້ຊີວິດປະຈໍາວັນ ໄປທ່ຽວໄປຫຍັງ ຢາກໄດ້ປາແຊັມມອນໂລໜຶ່ງ ຫລືວ່າຢາກໄດ້ເຮືອນຄົວ ນໍ້າປາອິຫຍັງຕ່ສງໆ ເຂົາບໍ່ໄດ້ເວົ້າເງິນກີບ ເຂົາເວົ້າກັບເງິນບາດເນາະ.

ກ່ຽວກັບເລື່ອງທີ່ວ່ານີ້ ນັກວິຊາການ ກະຊວງການເງິນ ເວົ້າວ່າ ເປັນຫຼັກການທີ່ຖືກຕ້ອງ ທີ່ແຕ່ລະປະເທດ ຕ້ອງມີສະກຸນເງິນຂອງໃຜຂອງລາວ ແລະໃຊ້ສະກຸນເງິນຂອງປະເທດຕົນເອງ ແລະວ່າ ກໍລະນີ ທີ່ປະຊາຊົນພາກັນລະດົມ ໃຊ້ເງິນກີບ ບໍ່ໃຊ້ເງິນຕາຕ່າງປະເທດນັ້ນ ກໍເປັນປັດໃຈໜຶ່ງ ໄປຄຽງຄູ່ກັບການຄວບຄຸມໃຫ້ນໍາໃຊ້ເງິນກີບນໍາດ້ວຍ.

ຖ້າວ່າທຸກຄົນມາໃຊ້ເງິນກີບ ບໍ່ໃຂ້ເງິນຕາມັນກໍເປັນຈັ່ງຊັ້ນຫັ້ນແຫລະ ເງິນປະເທດໃດກໍໃຊ້ຂອງປະເທດນັ້ນຫັ້ນແຫລະ ອັນໂຕຄວບຄຸມການໃຊ້ເງິນກີບ ມັນແມ່ນປັດໃຈໜຶ່ງຊື່ໆ ກໍຕ້ອງມີອີກປັດໃຈອື່ນອີກຫັ້ນນ່າ ຄັນສິນຄ້າເຮົາຜະລິດໄດ້ ເຮົາເຮັດເອງໄດ້ເຮໄາບໍ່ໄດ້ໄປຊື້ຕ່າງປະເທດບໍ່ຈັ່ງຊີ້ ເຈົ້ານໍາໃຊ້ຂອງຕ່າງປະເທດຫລາຍບໍ່ ເບິ່ງສັ້ນໆ ເບິ່ງຄືນໍ້າມັນນີ້ເນາະ ເຮົາຜະລິດບໍ່ໄດ້ເດ້ ເວລາເຮົາໄປຊື້ ໄປຊື້ເຂົາບໍ່ໄດ້ເອົາເງິນກີບໄປຊື້ ເຮົາຕ້ອງເອົາເງິນຕາໄປຊື້ ບາດນີ້ມັນກໍຂຶ້ນກັບເສດຖະກິດຂອງໂລກອີກ ສົງຄາມອີ່ຫຍັງ ຊັ້ນມັນຊິຂຶ້ນອີ່ຫຍັງ ຄໍາ ຊັ້ນມັນບໍ່ຢູ່ສໍ່າເກົ່າ ຄໍາມັນຢູ່ເທົ່າເກົ່າ ສິນຄ້າອື່ນມັນກໍຢູ່ເທົ່າເກົ່າ ແຕ່ວ່າເງິນຕາເຮົາມັນກວມມາແລ້ວ ບາດນີ້ເຮົາຄຸມບໍ່ໄດ້ແລ້ວຫັ້ນນ່າ ມັນຄຸມກັນບໍ່ໄດ້ແລ້ວເນາະ ໃຜກໍຄໍາຫລາຍແລ້ວເດ້ ຂ້ອຍວ່າຫລາຍຄົນ ຄົງຊິມີເງິນຕາຫລາຍແລ້ວຫັ້ນນ່າ ເວລາເຈົ້າໄປຊື້ເຄື່ອງສາເນາະ ເທົ່າໃດ 3 ແສນກີບ ໂອ້ຍ ຂ້ອຍມີແຕ່ເງິນບາດ ເອົາບໍ່ 500 ເອົາກໍເອົາ ເພື່ອຂ້ອຍໄປໄທ.

ເວົ້າເຖິງເງິນກີບເຟີ້ ໃນເດືອນ ມິຖຸນາ 2024 ນີ້ ຍັງສືບຕໍ່ເຟີ້ເພີ່ມຂຶ້ນ ຈາກເດືອນພຶດສະພາ ທີ່ເຟີ້ໃນລະດັບ 25,8% ເປັນ 26,2%, ອີງຕາມລາຍງານກ່ຽວກັບສະພາບອັດຕາເງິນເຟີ້ ປະຈໍາເດືອນ ມິຖຸນາ ທີ່ຜ່ານມາ ຂອງສູນສະ  ຖິຕິແຫ່ງຊາດ ກະຊວງແຜນການ ແລະການລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.