ເຣື້ອງທີ່ເກັບບັນທຶກໄວ້
2009-07-15
ທາງການລາວ ໄດ້ລົງນາມ ໃນສັນຍາ ບັນທຶກຄວາມເຂົ້າໃຈ MoU ກັບບໍຣິສັດ DKLS ຂອງ ມາເລເຊັຍ ເພື່ອສຶກສາ ການເປັນໄປໄດ້ ໃນໂຄງການ ນ້ຳປະປາ.
2009-07-15
ກະຊວງ ສາທາຣະນະສຸກ ຂອງລາວ ເລັ່ງເພີ່ມມາຕການ ເຝົ້າຣະວັງການ ຣະບາດຂອງພະຍາດ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ໃນໂຮງຮຽນ ທົ່ວປະເທດ.
2009-07-14
ໃນຣາຍການ ໝໍລຳ ປະຈຳສັປດານີ້ ເຊີນທ່ານຟັງສຽງແຄນ ໃນທຳນອງເພງ “ສຽງແຄນແທນໃຈ” ຊື່ງເປັນຜົນງານຂອງ Jonny Olsen ນັກຮ້ອງ ຊາວອາເມຣິກັນ ທີ່ມີຄວາມສາມາດ ຮ້ອງເພງລາວ ແລະ ເປົ່າແຄນລາວໄດ້ ຢ່າງໜ້າຍ້ອງຍໍ ສັລເສີນ ຕິດຕາມດ້ວຍ ລຳ ມະຫາໄຊ “ອີ່ຕົນນ້ອງແດ່” ຈາກສາວໝໍລຳສຽງໃສ “ລັດສະໝີ ພູດີນດົງ” ແລະການກອນຂອງ ໄມຊູລີ ເຊີນທ່ານ ຫາຄວາມສຳຣານ ໄດ້ເລີຍ.
2009-07-14
ກ່ຽວກັບການ ປູກຢາງພາຣາ ໃນລາວ ໂດຍສະເພາະ ໃນແຂວງຫລວງນໍ້າທາ ໃນມື້ນີ້ ມະນີຈັນ ຈະຂໍນໍາພາທ່ານ ໄປຮູ້ຈັກ ກ່ຽວກັບການ ສັມປະທານ ເນື້ອທີ່ດິນຈາກ ຣັຖບານລາວ ຂອງບໍຣິສັດ ເອກກະຊົນ ຜູ້ລົງທຶນ ຊຶ່ງຂ້ອນຂ້າງ ຜິດແປກໄປຈາກ ທີ່ໄດ້ຣະບຸ ໄວ້ໃນກົດໝາຍ ຂອງລາວ ແຕ່ຫາກໄດ້ ຜົລປະໂຫຍດ ດີກວ່າ ຮວມໄປເຖິງ ບັນຫາດ້ານ ສະພາບ ແວດລ້ອມດ້ວຍ. ຄວາມຈິງ ເປັນແນວໃດນັ້ນ ເຊີນທ່ານ ຮັບຟັງໄດ້ເລີຍ.
2009-07-14
ອົງການ ອະນາມັຍໂລກ WHO ກ່າວວ່າ ເຊື້ອໂຣກໄຂ້ຫວັດໃຫຍ່ ສາຍພັນ A/H1N1 ຮອດປັດຈຸບັນນີ້ ບໍ່ສາມາດ ຈະຍັບຍັ້ງໄດ້.
2009-07-14
ເລຂາທິການໃຫຍ່ ສະຫະປະຊາຊາດ ບານກິມູນ ກົດດັນຣັຖບານ ທະຫານພະມ້າ ໃຫ້ປະກາດ ໂດຍຮັບປະກັນ ຄວາມມີອິສຣະພາບ ແລະ ຍຸຕິທັມທຸກຢ່າງ ໃນການເລືອກຕັ້ງ ທົ່ວໄປ ໃນປີ2010 ຕາມທີ່ຣັຖບານພະມ້າ ໄດ້ໃຫ້ສັນຍາໄວ້ ກ່ອນໜ້ານີ້.
2009-07-14
ສະພາແຫ່ງຊາດ ສປປລາວ ທີ່ໄດ້ດຳເນີນ ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງຕົນເປັນເວລາ 2 ອາທິດກວ່ານັ້ນ ບໍ່ໄດ້ ພິຈາຣະນາ ບັນຫາຫຍັງໄໝ່ ຫລາຍພໍເທົ່າໃດ ພຽງແຕ່ໄດ້ ຮັບຮອງ ເອົາແຜນພັທນາ ເສຖກິດ-ສັງຄົມ ແລະແຜນງົບປະມານ ແຫ່ງຊາດ ສົກປີ 2008-2009 ແລະທິດທາງ ວຽກງານສົກປີ 2009-2010 ແລະຮ່າງກົດໝາຍ 4ສະບັບ. ກ່ຽວກັບເລື້ອງນີ້ ຈຳປາທອງ ມີບົດລາຍງານ ມາສເນີທ່ານ...
2009-07-14
ການຂຍາຍ ໄຟຟ້າຂອງລາວ ໄປສູ່ປະເທດ ວຽດນາມ ຍັງມີຂໍ້ຈໍາກັດ ເລື້ອງກົນໄກຣາຄາ ທີ່ບໍ່ຍຸຕິທັມ
2009-07-14
ທາງກາຣ ສປປລາວ ຢືນຢັນວ່າ ຄົນງານລາວ 11 ຄົນທີ່ກັບບ້ານ ຕິດເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ຈາກປະເທສໄທຽ.
2009-07-13
ເກືອບເປັນເວລາ ຫ້າປີແລ້ວທີ່ ສີ່ແຂວງພາກໃຕ້ ຂອງໄທ ໄດ້ພົບກັບ ຄວາມຮຸ່ນແຮງ ແລະເຣັດໃຫ້ມີ ຄົນເສັຽຊິວິດ ຢ່າງນ້ອຍ 3700 ຄົນ. ຣັຖບານໄທ ຕັ້ງແຕ່ສມັຍ ທ່ານ ທັກສີນ ສີນວັດ ຈົນຮອດທຸກມື້ນີ້ ຍັງບໍ່ສາມາດ ແກ້ໄຂບັນຫາ ນີ້ໄດ້. ປະຊາຊົນ ຊຶ່ງສ່ວນຫລາຍ ແມ່ນຊາວພຸດ ຫລາຍກ່ວາ 70 ພັນຄົນໄດ້ ພາກັນໜີອອກຈາກ ເຂດດັ່ງກ່າວ ເພື່ອໄປຕັ້ງຖີ່ນຖານ ຢູ່ບ່ອນປອດພັຍ.... ຂໍເຊີນທ່ານຮັບຟັງ ບົດຄວາມປະຈຳ ສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ : ພົງສວັນ
2009-07-13
ສປປລາວ ມີແຜນຈະຈັດ ກອງປະຊຸມ ກ່ຽວກັບການຫ້າມ ໃຊ້ຣະເບີດບ່ອມບີ້.
2009-07-13
ຖານະເມືອງ ມໍຣະດົກ ຫລວງພຣະບາງ ຖືກນາບຂູ່ຈາກ ການພັທນາ ການທ່ອງທ່ຽວ ພາຍໃນແຂວງ.
2009-07-13
ສະຖານະກາຣ ຄວາມບໍ່ສງົບ ຢູ່ເມືອງ Urumqi ເປັນເມືອງເອກ ຂອງແຂວງ Xinjiang ກັບເຂົ້າສູ່ສະພາບ ທີ່ຂ້ອນຂ້າງຄືນດີ ແດ່ເລັກນ້ອຍ.
2009-07-13
ຊາວ Turk ປະມານ 5ພັນຄົນ ທໍາການປະທ້ວງ ຢູ່ຈະຕຸຣັດ Istanbul ເພື່ອປະນາມ ເຫດການ ຮຸນແຮງ ທາງດ້ານຊົນເຜົ່າ ທີ່ແຂວງຊີນຈຽງ ຂອງຈີນ ທີ່ເຮັດໃຫ້ມີຜູ້ ເສັຽຊີວິດຍ້ອນ 184 ຄົນນັ້ນ.
2009-07-13
ທາງກາຣ ສປປລາວ ຕັ້ງໜ່ວຍ ປະສານງານ ປາບປາມ ຢາເສພຕິດ ຮ່ວມກັບ ປະເທສເພື່ອນບ້ານ 17 ແຫ່ງ.