ຊາວ ເຖິກ ປະທ້ວງຢູ່ ອິສຕັນບູ້ນ
2009.07.13
ພ້ອມດຽວກັນ ຊາວເຖິກ ກໍຮຽກຮ້ອງໃຫ້ ຣັຖບານ ເຂົ້າກ່ຽວຂ້ອງ ເພື່ອປົກປ້ອງຊາວ ວີເກີ ທີ່ນັບຖື ສາສນາມຸສລິມ ໃນທີ່ນັ້ນ. ຊາວTurks ເປັນຊົນເຜົ່າແລະ ມີວັທນະທັມ ທີ່ຄືກັນກັບ ຊາວວີເກີທີ່ ເວົ້າພາສາTurk ແລະຣັຖບານເຖິກ ກໍມີຄວາມ ວິຕົກກັງວົນ ກ່ຽວກັບການ ປະຕິບັດ ຕໍ່ຊາວວີເກີ ຂອງທາງການຈີນ ພາຍຫລັງເກີດ ເຫດການ ຈະລາຈົນ ຂຶ້ນນັ້ນ.
ນາຍົກຣັຖມົນຕຣີ Recep Tayyip Erdogan ໄດ້ປຽບທຽບ ສະພາບການ ຢູ່ເຂດຊີນຈຽງ ໃສ່ກັບການ ຂ້າລ້າງເຜົ່າພັນ. ທາງການຈີນ ໄດ້ເຜີຍເຖິງ ຜູ້ເສັຽຊີວິດ ຈາກເຫດການນັ້ນວ່າ ເກືອບທັງໝົດ 184ຄົນນັ້ນ ເປັນຊາວຈີນຮັ້ນ ຊຶ່ງເປັນຊົນເຜົ່າ ສ່ວນຫລາຍຂອງຈີນ. ຄໍາປະກາດ ດັ່ງກ່າວເຮັດໃຫ້ ຊາວວີເກີ ມຸສລິມ ສົງໃສວ່າ ໃນນັ້ນມີຄົນ ຂອງພວກຕົນ ເສັຽຊີວິດ ໄປອີກຈໍານວນ ຫລວງຫລາຍ. ຊາວເຖິກ ຊຶ່ງສ່ວນໃຫຍ່ເປັນ ສະມາຊິກພັກ ອິສລາມ ທີ່ປະທ້ວງນັ້ນ ຮ້ອງຄໍາຂັວນ ປະນາມການ ໄຊ້ຄວາມຮຸນແຮງ ຕໍ່ຊາວວີເກີ ພ້ອມທັງຮຽກຮ້ອງ ໃຫ້ເຊົາຊື້ສີນ ຄ້າຈາກຈີນນໍາດ້ວຍ.
ຄວາມຮຸນແຮງ ທີ່ເລີ່ມຂຶ້ນເມື່ອ ວັນທີ5 ກໍຣະກະດາ ຢູ່ເມືອງເອກຂອງ ຊີນຈຽງ ເຮັດໃຫ້ມີການ ປະທ້ວງເກືອບທຸກມື້ ໃນປະເທດ Turkey ຖ້າມກາງການ ຮັກສາ ຄວາມປອດໄພ ຢ່າງໜາແໜ້ນ ຢູ່ນອກສະຖານທູດຈີນ ໃນກຸງ Istanbul ແລະ Ankara ບ່ອນທີ່ ພວກປະທ້ວງ ຈໍານວນນຶ່ງໄດ້ ຈູດເຜົາ ທຸງຊາດຈີນ ແລະສີນຄ້າ ທີ່ຜລິດຈາກຈີນ.
ຣັຖມົນຕຣີ ອຸດສາຫະກັມ ຂອງ Turkey ໄດ້ຮຽກຮ້ອງ ຊາວເຖິກ ເຊົາຊື້ສີນຄ້າຈີນ ເຖິງແມ່ນວ່າ ຣັຖບານເຖິກ ບໍ່ມີແຜນການ ທີ່ຈະອອກຂໍ້ຫ້າມ ຢ່າງເປັນທາງການ ກໍຕາມ.
ຊາວຈີນ-ຮັ້ນ ຊົນເຜົ່າສ່ວນໃຫຍ່ ຂອງຈີນ ໄດ້ພາກັນເຂົ້າໄປ ຢູ່ເຂດຊີນຈຽງ ຊຶ່ງປະຊາຊົນ ສ່ວນໃຫຍ່ ເປັນຊົນເຜົ່າວີເກີ ມຸສລີມ ນັ້ນຫລາຍຂຶ້ນເມື່ອ ໄວໆມານີ້ ຂນະທີ່ເຂດ ຊີນຈຽງ ພັທນາຫລາຍຂຶ້ນ.