ເມືອງ ມໍຣະດົກໂລກ ຫລວງພຣະບາງ ມີບັນຫາ

ຖານະເມືອງ ມໍຣະດົກ ຫລວງພຣະບາງ ຖືກນາບຂູ່ຈາກ ການພັທນາ ການທ່ອງທ່ຽວ ພາຍໃນແຂວງ.
ສິດນີ
2009.07.13
F-Watt ວັດວາອາຣາມທີ່ສວຍງາມໃນແຂວງພຣະບາງເມືອງມໍຣະດົກໂລກ
Photo: RFA

ການທີ່ນະຄອນຫລວງ ພຣະບາງ ໄດ້ຮັບຖານະ ເປັນເມືອງ ມໍຣະດົກໂລກ ຈາກອົງການ ສະຫະປະຊາຊາດ ນັ້ນກໍ່ເນື່ອງມາຈາກ ສາເຫດ 3ປະການຄືນື່ງ- ວັທນະທັມ ທີ່ເຕັມໄປດ້ວຍ ບຸນສີນກີນທານ ມີວັດວາອາຣາມ ມີການຕັກບາດ ເປັນຂະບວນໃຫຍ່ ແລະມີການນຸ່ງ ຖືທີ່ເປັນ ເອກລັກ ຂອງຕົນເອງ.

ສອງ- ສະຖາປັຕຍາກັມ ທີ່ປະກອບດ້ວຍ ເຮືອນຊານບ້ານຊ່ອງ ທີ່ເກົ່າແກ່ແລະ ເປັນເອກລັກ ແລະສາມ- ທັມມະຊາດ ທີ່ສວຍງາມຊື່ງ ປະກອບດ້ວຍ ທີວທັດລຽບ ນ້ຳຂອງນ້ຳຄານ ມີສາຍພູອ້ອມ ຕົວເມືອງ ແລະມີຫນອງສະ ທີ່ໃສສະອາດ ຢູ່ໃຈກາງເມືອງ ໃນບາງຈຸດ ມີຖ້ຳແລະ ນ້ຳຕົກຕາດ ຢູ່ໃກ້ເທສບານ. ສີ່ງເຫລົ່ານີ້ ຖືກນາບ ຂູ່ຈາກການ ພັທນາການ ການທ່ອງທ່ຽວ ແລະການເຕີບໂຕ ຂອງເສຖກິດນັ້ນເອງ.

ທ່ານ ບຸນຍັງ ພົງພິຈິດ ຫົວຫນ້າ ມໍຣະດົກ ເວົ້າວ່າ ຄວາມເສັຽຫາຍກໍ່ ແມ່ນວ່າທາງດ້ານ ວັທນະທັມ ກໍ່ມີຜູ້ຄົນ ດັ້ງເດີມ ໄດ້ຍ້າຍອອກຈາກ ຕົວເມືອງໄປ ເພາະມີຄົນ ຕ່າງຖີ່ນມາຂໍເຊົ່າ ເຮືອນຂອງຂະເຈົ້າ ດ້ວຍຣາຄາສູງ ເພື່ອປ່ຽນເປັນບອ່ນ ດຳເນີນ ທຸຣະກິດ ແລະ ກໍ່ບໍ່ສາມາດ ປະຕິບັດຕາມ ປະເພນີດັ້ງເດີມ ໄດ້ຄືຊາວຫລວງ ພຣະບາງ ຄົນທ້ອງຖີ່ນ.

ທາງດ້ານສະຖາປັຕຍາກັມ ກໍ່ມີການ ເຕີບຕໍ່ອາຄານ ເພື່ອຂຍາຍ ທຸຣະກິດ ແຕກຕ່າງຈາກທີ່ ເຄີຍເປັນມາໃນ ການອະນຸລັກ ມີການຂຽນປ້າຍ ໂຄສະນາ ຊະຊາຍ ເກີດຂື້ນຢ່າງ ຫລວງຫລາຍຊື່ງ ເປັນການທຳລາຍ ສະຖາປັຕຍາກັມ ພາຍໃນແຂວງ ແລະທາງດ້ານ ທັມມະຊາດ ນອກຈາກການ ຖົມຫນອງສະແລ້ວ ກໍ່ຍັງມີການ ຖີ້ມຂີ້ເຫຍື້ອ ຊະຊາຍ ຖນົນຫົນທາງ ກໍ່ອັ່ງອໍດ້ວຍ ຍວດຍານພາຫານະ ແຫລ່ງທັມມະຊາດ ກໍ່ຖືກທຳລາຍ ໃນບາງເຂດ ເພື່ອສ້າງເປັນບ້ານພັກ ແລະໂຮງແຮມ.

ເຫດການທັງຫມົດ ນີ້ເປັນພັຍນາບຂູ່ ຕໍ່ຖານະເມືອງ ມໍຣະດົກໂລກ ຫລວງພຣະບາງ ໃນເວລານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.