ສປປລ ວ່າ ຫ້າມໃຊ້ ຣະເບີດບ່ອມບີ້

ສປປລາວ ມີແຜນຈະຈັດ ກອງປະຊຸມ ກ່ຽວກັບການຫ້າມ ໃຊ້ຣະເບີດບ່ອມບີ້.
ອາວະຣີ
2009.07.13
F-bom ທີ່ປະເທດເຍັຽຣະມັນຣະເບີດບ່ອມບີ້ກຳລັງຖືກນຳເອົາໄປທຳລາຍ ຕາມສົນທິສັນຍາທີ່ໄດ້ລົງນາມກັນໃນກຸ່ມປະເທດຢູໂຣບ
Photo: AFP

ທ່ານ ບຸນເກີດ ສັງສົມສັກ ຮອງຣັຖມົນຕຣີ ກະຊວງການຕ່າງ ປະເທດ ສປປລາວ ກ່າວຕໍ່ກອງປະຊຸມ ຢູ່ປະເທດ ເຍັຍຣະມັນ ເມື່ອບໍ່ດົນ ຜ່ານມາວ່າ ສປປລາວ ໃນນາມເປັນ ປະເທດທີ່ຖືກ ຖິ້ມຣະເບີດໃສ່ ຫລາຍທີ່ສຸດໃນໂລກ ມີແຜນຈະຈັດ ກອງປະຊຸມ ກ່ຽວກັບການ ຫ້າມໃຊ້ ຣະເບີດບ່ອມບີ້ ຂື້ນໃນເດືອນ ພຶສຈິກາ ທ້າຍປີ 2009 ນີ້.

ໃນຂນະດຽວກັນ ທ່ານ Desra Percaya ຫົວໜ້າຫ້ອງການ ຮັກສາຄວາມປອດໄພ ປະຈຳກະຊວງ ການຕ່າງປະເທດ ອິນໂດນີເຊັຍ ກໍຖແລງວ່າ ອິນໂດນີເຊັຍ ພ້ອມດ້ວຍ ນໍເວ ແລະເຍັຍຣະມັນ ຢາກຮ່ວມກັນ ຈັດກອງປະຊຸມ ນຶ່ງຂື້ນຢູ່ ອິນໂດນີເຊັຍ ເພື່ອຮຽກຮ້ອງໃຫ້ ປະເທດອື່ນໆ ໃນຂົງເຂດ ໃຫ້ການສນັບສນູນ ແລະ ລົງນາມ ໃນສົນທິສັນຍາ ກ່ຽວກັບການ ຫ້າມໃຊ້ ຫ້າມຜລິດ ແລະ ຫ້າມສະສົມ ຣະເບີດບ່ອມບີ້.

ທ່ານ Percaya ອະທິບາຍວ່າ ກອງປະຊຸມ ກ່ຽວກັບການ ຫ້າມໃຊ້ຣະເບີດ ບ່ອມບີ້ສ່ວນຫລາຍ ຖືກຈັດຂື້ນຢູ່ ຢູໂຣບ ສະນັ້ນ ອິນໂດນີເຊັຍ ຈຶ່ງຢາກເປັນ ເຈົ້າພາບ ຈັດກອງປະຊຸມ ນຶ່ງຂື້ນ ເພື່ອໃຫ້ກ້ຳເກິ່ງກັນ ກັບຢູໂຣບ.

ຈົນເຖິງ ປັດຈຸບັນ ຮ້ອຍກວ່າປະເທດ ແລ້ວ ໄດ້ລົງນາມໃນ ສົນທິສັນຍາ ດັ່ງກ່າວ ແຕ່ປະເທດທີ່ ສນັບສນູນ ສັນຍາ ຢາກໃຫ້ຫລາຍໆ ປະເທດໃນໂລກ ເຫັນດີ ເຫັນພ້ອມ ເພື່ອກົດດັນໃຫ້ ປະເທດ ມະຫາອຳນາດ ລົງນາມ ຫລືຢ່າງນ້ອຍ ກໍຢຸດຕິການໃຊ້ ແລະການຜລິດ ຣະເບີດບ່ອມບີ້ ດັ່ງກ່າວ.

ຫລາຍປະເທດ ໃນໂລກ ຮ່າງສົນທິສັນຍາ ຫ້າມໃຊ້ ຣະເບີດບ່ອມບີ້ ມາເປັນເວລາ ຫລາຍປີແລ້ວ ຈົນເຖິງປັດຈຸບັນ ຫລາຍປະເທດໄດ້ ລົງນາມ ແຕ່ປະເທດ ມະຫາອຳນາດ ເຊັ່ນ ສະຫະຣັຖ ຣັດເຊັຍ ແລະຈີນ ຍັງບໍ່ຍອມ ລົງນາມເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.