ສປປລາວ ຕັ້ງໜ່ວຍປາບປາມ ຢາເສພຕິດ

ທາງກາຣ ສປປລາວ ຕັ້ງໜ່ວຍ ປະສານງານ ປາບປາມ ຢາເສພຕິດ ຮ່ວມກັບ ປະເທສເພື່ອນບ້ານ 17 ແຫ່ງ.
ຫວາດ ສີມູນ
2009.07.13

ປັຈຈຸບັນນີ້ ສປປລາວ ກາຍມາເປັນ ປະເທສທາງຜ່ານ ຢາເສພຕິດ ທີ່ສຳຄັນ ໃນພູມີພາຄ ອາຊ໊ຽນ ຍ້ອນມີຊາຍແດນ ຕິດກັບຫລາຍ ປະເທສໃກ້ຄຽງ ຫລາຍກວ່າ ປະເທສອື່ນໆ ອັນເປັນສາເຫຕ ໃຫ້ຣັຖບາລ ຕ້ອງໄດ້ຈັດຕັ້ງ ໜ່ວຍປະສານງານ ກວດກາ ແລະຄວບຄຸມ ຢາເສພຕິດ ກັບບັນດາ ປະເທສເພື່ອນບ້ານ ດັ່ງກ່າວ ທີ່ມີທັ້ງໝົດ 17ແຫ່ງ ແລະອາຈມີເພີ່ມ ຂື້ນຕື່ມ ໃນອະນາຄົຕ. ກ່ຽວກັບເຣື່ອງນີ້ ທ່ານສຸບັນ ສະຣີດທີລາດ ປະທານຄນະ ກັມມະກາຣແຫ່ງຊາຕ ຂອງລາວກ່າວວ່າ:

“ພວກເຮົາ ໄດ້ສ້າງຕັ້ງໜ່ວຍ ປະສານງານ ຮ່ວມກັບ ປະເທສໃກ້ຄຽງ ຮ່ວມກັບວຽຕນາມ 4ແຫ່ງ ສາທາຣະນະຣັຖ ປະຊາຊົນຈີນ 1ແຫ່ງ ສະຫະພາບ ມ໋ຽນມ໊າ          2ແຫ່ງ ຣາຊອານາຈັກໄທຽ 9ແຫ່ງ ແລະ ຣາຊອານາຈັກ ກັມພູເຈັຽ 1ແຫ່ງ ໃນອະນາຄົຕ ອັນໃກ້ໆນີ້ ຈະສ້າງຕັ້ງອີກ ໜື່ງແຫ່ງຢູ່ ແຂວງພາກໃຕ້"

ທ່ານ ສຸບັນ ໄດ້ແຈ້ງເພີ່ມວ່າ ໜ່ວຍປະສານງານ ແຫ່ງໃໝ່ທີ່ວ່າ ຈະຕັ້ງຂື້ນຕື່ມ ນັ້ນແມ່ນຢູ່ ເມືອງແສນ ແຂວງຈຳປາສັກ ກັບບ້ານທ່າເປື່ອຍ ແຂວງພຣະວິຫາຣ ຂອງກັມພູຊາ ຊື່ງກາຣ ຕັ້ງໜ່ວຍງານ ທັ້ງໝົດນີ້ເປັນ ໄປຕາມແຜນ ປະຕິບັຕກາຣ ຣະຫວ່າງອາຊ໊ຽນ ແລະສປຈີນ ເພື່ອຕໍ່ຕ້ານ ຢາເສພຕິດທີ່ ປະເທສສະມາຊິກ ອາຊ໊ຽນ ໄດ້ຮ່ວມກັບ ສໍານັກງານ ຄວບຄຸມ ຢາເສພຕິດ ສະຫະປະຊາຊາຕ ໄດ້ຈັດຂື້ນ ໂດຽມີເປົ້າໝາຍ ເຮັດໃຫ້ ອາຊ໊ຽນ ເປັນເຂຕປອດ ຢາເສພຕິດ ພາຍໃນປີ 2015.

ສະພາບບັນຫາ ຢາເສພຕິດ ຂ້າມຊາຕ ໃນພູມີພາຄ ປັຈຈຸບັນນີ້ ນັບມື້ມີຄວາມ ຮຸນແຮງ ຫລາຍຂື້ນ ຈື່ງຈະຕ້ອງ ໄດ້ມີກາຣ ປະສານງານກັບ ບັນດາປະເທສ ເພື່ອນບ້ານ ເພື່ອຊ່ວຍກັນລຸດ ຄວາມຮຸນແຮງ ຂອງບັນຫາ ເພື່ອໃຫ້ສາມາດ ເຮັດໃຫ້ເຂຕ ອາຊ໊ຽນ ເປັນເຂຕປອດ ຢາເສພຕີດ ໃຫ້ໄດ້ໃນ ຂັ້ນຕໍ່ໄປ.

ຢ່າງໃດກໍຕາມ ເຖີງແມ່ນວ່າ ທາງກາຣ ສປປລາວ ຈະມີຄວາມຕັ້ງໃຈ ໃນກາຣແກ້ ໄຂບັນຫາ ຢາເສພຕິດ ດ້ວຍກາຣອອກ ແບບແຜນແມ່ບົທ ເພື່ອຄວບຄຸມ ຢາເສພຕິດ ປີ2009-2013 ກໍຕາມ ແຕ່ທາງຣັຖບາລ ກໍຍອມຮັບວ່າ ຍັງຂາດແຄນ ງົບປະມານ ທີ່ຈະນຳມາໃຊ້ ຕາມແຜນທີ່ວ່າ ຍັງຕ້ອງກາຣ ທັງໝົດບໍ່ຕໍ່າກວ່າ  72ລ້ານດອລລາຣ໌ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.