ເລັ່ງເພີ້ມມາຕການ ເຝົ້າຣະວັງ ໄຂ້ຫວັດໃຫຍ່

ກະຊວງ ສາທາຣະນະສຸກ ຂອງລາວ ເລັ່ງເພີ່ມມາຕການ ເຝົ້າຣະວັງການ ຣະບາດຂອງພະຍາດ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ໃນໂຮງຮຽນ ທົ່ວປະເທດ.
ຈຳປາທອງ
2009.07.15
F-Nurse ນາງພຍາບານກຳລັງກວດອາການຂອງເດັກຍິງຢູ່ໂຮງໝໍ Narthiwatປະເທດໄທເມື່ອວັນທີ14ເດືອນກໍຣະກະດາ2009 ມາຮອດວັນທີ13ເດືອນກໍຣະກະດາ2009ໃນປະເທດໄທມີຜູ້ເສັຽ ຊີວິດ21ຄົນແລ້ວຍ້ອນເຊື້ອໂຣກໄຂ້ຫວັດໃຫຍ່ໃນທົ່ວປະເທດໄທ ເວລານີ້ມີ3883ກໍຣະນີທີ່ຕິດເຊື້ອໂຣກໄຂ້ຫວັດໃຫຍ່ສາຍພັນໃໝ່
Photo:AFP

ກະຊວງ ສາທາຣະນະສຸກ ຂອງລາວ ເລັ່ງເພີ້ມມາຕການ ເຝົ້າຣະວັງການ ຣະບາດຂອງພະຍາດ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ສາຍພັນ A/H1N1 ໃນໂຮງຮຽນ ຊື່ງເປັນບ່ອນທີ່ມີ ຄວາມສ່ຽງ ຕໍ່ການຣະບາດ ຂອງໂຣກນັ້ນໄດ້ງ່າຍ. ພ້ອມກັນນັ້ນ ກໍເພີ້ມການໃຫ້ ຂໍ້ມູນ ຂ່າວສານກ່ຽວກັບ ພຍາດດັ່ງກ່າວ ແກ່ປະຊາຊົນ ເພື່ອ   ຮັບຮູ້ ແລະດູແລຕົວເອງ ໄດ້ຫລາຍຂື້ນ.

ທາງການລາວ ກະກຽມຢາປິ່ນປົວ ແລະ ຄນະແພດສຸກເສີນ ໃນກໍຣະນີ ຈຳເປັນ ແລະ ກະຊວງ ສາທາຣະນະສຸກ ກໍເພີ່ມມາຕການ ໃຫ້ຮັດກຸມຫລາຍຂື້ນ ໃນສະຖານທີ່ ທີ່ມີຄົນຢູ່ຫລາຍ ໂດຍສະເພາະແມ່ນ ໂຮງຮຽນ ຊຶ່ງເດັກນ້ອຍ ເຍົາວະຊົນ ມີຄວາມສ່ຽງສູງ ໃນການຕິດ ເຊື້ອໂຣກນັ້ນ. ກ່ຽວກັບ ບັນຫານີ້ ດຣ. ບຸນຫລາຍ ພົມມະຈັກ ກ່າວວ່າ:

"ບາດນີ້ກໍຢູ່ໃນ ຂັ້ນໂຮງຮຽນ ຫຍັງຕ່າງໆມີຄົນ ຢູ່ນຳກັນຫລາຍ ພວກເຮົາກໍມີ ການເຝົ້າຣະວັງ ຄືກັນ ໂດຍສົມທົບກັບ ຄຣູ ອາຈານ."

ຫລັງຈາກທີ່ໄດ້ ພົບວ່າຢູ່ລາວ  ມີຜູ້ຕິດເຊື້ອ ພະຍາດດັ່ງກ່າວ ເພີ່ມຂື້ນເປັນ 24 ຄົນແລ້ວ. ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຂອງລາວ ຈຶ່ງໄດ້ປະຊຸມ ສະຫລຸບວ່າ ຈະຕ້ອງຕິດຕາມ ສະພາບການຢ່າງ ໄກ້ຊິດໂດຍສະເພາະ ໃນເຂດໂຮງຮຽນ ຢູ່ທົ່ວປະເທດ. ເຖິງແມ່ນວ່າຍັງ ບໍ່ທັນມີເຫດການ ການແພ່ຣະບາດ ມາກ່ອນກໍດີ ແຕ່ກະຊວງ ສາທຣະນະສຸກ ກໍໄດ້ແນະນຳ ຄຣູ ອາຈານ ແລະພະນັກງານ ຣັດຖະກອນ ຢູ່ໃນໂຮງຮຽນນັ້ນ ໃຫ້ພຍາຍາມ ເອົາໃຈໃສ່ ສຸຂພາບ ຂອງນັກຮຽນ ສະພາບແວດລ້ອມ ແລະ ໃຫ້ຄວາມຮູ້ແກ່ ເດັກນ້ອຍນັກຮຽນ. ທ່ານວ່າ:

"ລ້າງມື ເປັນປະຈຳ ຖືວ່າເປັນຫລັກ ໃຫ້ປະຊາຊົນ ມີຈິດສຳນຶກ ກ່ອນຈະຈັບປາກ ດັງ ຫຍັງຕ່າງໆ ມືຕ້ອງສະອາດ ພໍ່ແມ່ ປະຊາຊົນ ໃຫ້ຖືຕົວນີ້ ເປັນຂໍກຸນແຈ ໃນການ ເຊີນຊວນປະຊາຊົນ ມີສ່ວນຮ່ວມໃນ ການປ້ອງກັນພຍາດ ແນວນີ້."

ທ່ານເວົ້າຕື່ມວ່າ ສະພາບການ ແຜ່ຣະບາດຂອງ ພຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ຢູ່ລາວ ຕ້ອງໄດ້ຕິດຕາມ ຢ່າງໃກ້ຊິດ ເພາະປະເທດ ເພື່ອນບ້ານ ມີການຣະບາດ ຂ້ອນຂ້າງຮຸນແຮງ ດັ່ງນັ້ນ ຈຶ່ງປາສຈາກ ບໍ່ໄດ້ທີ່ລາວ ຈະໄດ້ຮັບຄວາມສ່ຽງ ຕໍ່ໂຣກທີ່ວ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.