ໄຂ້ຫວັດໃຫຍ່ ຢູ່ລາວ ເພີ້ມຂື້ນ

ທາງກາຣ ສປປລາວ ຢືນຢັນວ່າ ຄົນງານລາວ 11 ຄົນທີ່ກັບບ້ານ ຕິດເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ຈາກປະເທສໄທຽ.
ຫວາດ ສີມູນ
2009.07.14

ທາງກາຣ ສປປລາວ ໃຫ້ກາຣຢືນຢັນ ໃນມື້ວັນ ອັງຄານນີ້ວ່າ: ພົບເຫັນມີຄົນ ງານຊາວລາວ 11ຄົນ ຕິດເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຊນິດ A/H1N1 ໃນຣະຫວ່າງທີ່ ເຂົາເຈົ້າເດີນທາງ ກັບບ້ານ ຈາກປະເທສໄທຽ ແລະວ່າພວກຄົນປ່ວຽ ທັ້ງໝົດດັ່ງກ່າວ ໄດ້ຮັບກາຣປີ່ນປົວ ຢູ່ໂຮງພຍາບາລ ແຂວງ ຈຳປາສັກ ແລະປັຈຈຸບັນ ມີອາກາຣດີຂື້ນ ຕາມລຳດັບ ແຕ່ກໍເຮັດໃຫ້ ຈໍານວນ ຜູ້ຕິດເຊື້ອໂຣຄ ສາຍພັນໃໝ່ດັ່ງກ່າວ ໃນລາວ ເພີ່ມຂື້ນເປັນ ທັງໝົດ 20ກວ່າຄົນເທົ່າ ປັຈຈຸບັນນີ້ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຫ້ອງກາຣ ປະສານງານຕ້ານ ແລະຄວບຄຸມພຍາທ ຕິດຕໍ່ ແຫ່ງຊາຕກ່າວ ວ່າ:

“ແມ່ນລະ ແມ່ນລະ ແມ່ນຄົນແຮງງານ ເຖື່ອນທີ່ໄປທຳງານ ຢູ່ໄທຽ ແລ້ວກໍໄປມາ ພວກເຮົາກໍ Screen ຢູ່ຊ່ອງເມັກ ແລ້ວມີອາກາຣ ໄຂ້ແລ້ວ ພວກເຮົາເກັບຕົວ ຢ່າງມາກວດເລີຽ ຜູ້ໃດມີ ອາກາຣໄຂ້ ພວກເຮົານຳມາ ເກັບຕົວຢ່າງເລີຽ ແລ້ວນຳສົ່ງ ໂຮງໝໍກ່ອນ”

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ບັນດາແຮງງານ ຊາວລາວທັງ 11ຄົນດັ່ງກ່າວ ໃຊ້ຣົຖໂດຽສາຣ ສາທາຣະນະ ຈາກປະເທສໄທຽ ຜ່ານດ່ານຊາຍແດນ ທີ່ຊ່ອງເມັຕ-ວັງເຕົ່າໃນສັປດາ ທີ່ຜ່ານມາ ຮ່ວມກັບຜູ້ໂດຽ ສາຣຄົນອື່ນໆ 200ຄົນ ແລະ ຫລັງຈາກທີມີ ກາຣປະກອບ ແບບຟອຣ໌ມເພື່ອກວດ ຫາອາກາຣພຍາທ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ທາງເຈົ້າໜ້າທີ່ ຈື່ງມີກາຣສົງສັຍ ເປັນກຸ່ມທີ່ມີ ຄວາມສ່ຽງຕໍ່ກາຣ ຕິດເຊື້ອໂຣຄ ຈື່ງຈັດສົ່ງໄປ ກວດທີ່ໂຮງໝໍ ແຂວງຈຳປາສັກ ແລະມີກາຣ ຢືນຢັນຈາກທາງກາຣແພທ ວ່າຕິດເຊື້ອໂຣຄ ສາຍພັນໃໝ່ 2009 A/H1N1ແທ້ ແລະໃນຂນະນີ້ ສ່ວນໜື່ງກໍອອກ ຈາກໂຮງໝໍແລະ ເດີນທາງກັບ ບ້ານໄປແລ້ວ ດັ່ງເຈົ້າໜ້າທີ່ ໄດ້ອະທິບາຍ ອີກວ່າ:

“ພຍາບາລ ສ່ວນໜື່ງ ຜູ້ໃດດີແລ້ວ ກໍກັບຄືນບ້ານ ມີ3-4ຄົນ ທີ່ຫາຍແລ້ວ ກໍກິນຢາຕາມ ກຳໜົດ ຄົນອີກສ່ວນໜື່ງ ຍັງຢູ່ໂຮງໝໍ”

ໃນຂນະດຽວກັນນີ້ ທາງກາຣ ສປປລາວ ກໍຣາຍງານວ່າ ກາຣຣະບາດຂອງ ເຊື້ອພຍາທ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ທີ່ພົບເຫັນ ໃນລາວ ມີທັງໝົດ 24ຄົນ ດ້ວຍກັນ ແຕ່ກໍບໍ່ມີກາຣ ຣາຍງານວ່າ ມີຜູ້ເສັຽຊີວີຕ ຍ້ອນແຕ່ຢ່າງໃດ ຈົນເທົ່າ ປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.