ສັນຍາລົງນາມ ຣະຫວ່າງ ລາວ ມະເລເຊັຽ
ໂພໄຊສວັດ
2009.07.15
2009.07.15
ບໍລິສັດ DKLS ບອກກັບຜູ້ສື່ຂ່າວ ມາເລເຊັຍ ໃນມື້ວັນທີ 13 ກໍຣະກະດາ ນີ້ວ່າ ການສຶກສາຄົ້ນຄວ້າ ຈະຮວມທັງດ້ານ ງົບປະມານ ດ້ານເສຖກິດສັງຄົມ ແລະ ສິ່ງແວດລ້ອມ ທີ່ຈະ ກະທົບກະເທືອນ.
ບໍລິສັດ ນ້ຳປະປາລາວ ຕາງໜ້າໃຫ້ ຣັຖບານລາວ ໃນການເຊັນສັນຍາ ເທື່ອນີ້ຈະໃຫ້ ການຮ່ວມມືໃນດ້ານ ການໃຫ້ຄວາມສະດວກ ກ່ຽວກັບ ໂຄງການທັງໝົດ ບໍ່ວ່າຈະເປັນ ຂໍ້ມູນ ແລະສະຖານທີ່ ທີ່ຕ້ອງການຈະ ສຶກສາ ຫາກບໍຣິສັດ DKLS ຕ້ອງການ.
ແຫລ່ງຂ່າວ ເບີຊາ ມາເລເຊັຍ ກ່າວອີກວ່າ ບັນທຶກຄວາມເຂົ້າໃຈ MoU ໄດ້ຣະບຸວ່າ ບໍຣິສັດ DKLS ຈະຮັບຜິດຊອບ ໃນການໃຊ້ຈ່າຍ ເພື່ອພັທນາ ໂຄງການ ນ້ຳປະປາທັງໝົດ ໃນຂັ້ນແລກ ຮວມທັງລາຍຈ່າຍ ຊື້ຫລືເຊົ່າຣົດຍົນ ອຸປະກອນ ເຄື່ອງມື ແລະ ແມ້ນແຕ່ເຄື່ອງຈັກ ສຳລັບໃຊ້ໃນການ ສຶກສາຄົ້ນຄວ້າ.
ນອກຈາກນີ້ ບໍຣິສັດ DKLS ຍັງກ່າວວ່າ ເວລາໃນຂໍ້ສັນຍາ ຣະບຸອີກວ່າ ໃຫ້ກຳໜົດ 3ເດືອນ ແລະຕໍ່ໄດ້ອີກ ນຶ່ງເດືອນຕາມທີ່ ທັງສອງຝ່າຍຈະ ຕົກລົງກັນໃໝ່.