ສະຖານະກາຣ ຢູ່ ຊິນຈຽງ ດີຂື້ນ
2009.07.13
ໃນມື້ວັນອາທິດ ທີ່ຜ່ານມາ ຫລັງຈາກທີ່ເກີດ ມີກາຣຈະລາຈົນ ຣະຫວ່າງ ຊົນຊາຕຊົນເຜົ່າ ຢ່າງຮ້າຍໃນ ສັປດາຜ່ານມາ ທີ່ເຮັດໃຫ້ມີ ຜູ້ເສັຽຊີວີຕ ທັງໝົດ 184ຄົນ ແລະ ໄດ້ຮັບບາດເຈັບ 1,000 ກວ່າຄົນນັ້ນ ອີງຕາມກາຣ ຣາຍງານຂອງທາງ ອົງກາຣຂ່າວ Reuters ໃນມື້ວັນຈັນນີ້.
ເຈົ້າໜ້າທີ່ທ້ອງຖີ່ນ ແຈ້ງວ່າ ຫ້າງຮ້ານເຣີ່ມເປີດ ມີກາຣຄ້າຂາຍ ແລະ ພາຫະນະ ສັນຈອນໄປມາ ກໍຄ່ອຍໆກັບຄືນ ເຂົ້າສູ່ສະພາບ ປົກຕິແດ່ແລ້ວ ແລະ ພ້ອມດຽວກັນນັ້ນ ທາງກາຣຈີນ ກໍໄດ້ສົ່ງໜ່ວຍ ຮັກສາຄວາມ ສງົບຮຽບຮ້ອຍ ຕາມຈຸດຕ່າງໆ ໃນເມືອງ Urumqi ທີ່ມີຊາວ ມູສລີມວີເກີ໊ຣ໌ ອາສັຍຢູ່ເປັນ ສ່ວນໃຫຍ່ ແລະຫວ່າງມໍ່ໆ ມານີ້ມີ ຊາວຈີນຮັ້ນ ທີ່ເປັນຊົນເຜົ່າ ທີ່ໃຫ່ຍທີ່ສຸດ ຂອງປະຊາກອນ ຊາວຈີນທັ້ງໝົດ 1.3 ພັນລ້ານຄົນນັ້ນ.
ເຈົ້າໜ້າທີ່ ທາງກາຣຈີນ ທ້ອງຖີ່ນແຈ້ງວ່າ ໃນຈຳນວນ ຜູ້ເສັຽຊີວີຕ ທັງໝົດນັ້ນເປັນ ຊາວຮັ້ນຈີນ 137ຄົນ ແລະຊາວວີເກີ໊ 46ຄົນ ແຕ່ອາຈຈະມີ ຈຳນວນຫລາຍ ເພີ່ມຂື້ນ ຍ້ອນຍັງມີຜູ້ປ່ວຍ ທີ່ມີອາກາຣ ເຈັບສາຫັຕເຖີງ 37ຄົນ.
ເຖີງແມ່ນ ປະຊາກອນ ຢູ່ແຂວງຊີນຈ໊ຽງ ສ່ວນໃຫ່ຍຈະເປັນ ຊາວວີເກີ໊ຣ໌ ເຖີງ 46%ຂອງ ຈຳນວນທັງໝົດ ກໍຕາມແຕ່ທາງ ພາຄສ່ວນພນັກງານ ຢູ່ຕາມຫ້ອງກາຣ ຕ່າງໆນັ້ນ ຊໍ້າແມ່ນ ຊົນເຜົ່າຊາວຮັ້ນຈີນ ຈື່ງເກີດມີກາຣ ຂັດແຍ່ງແລະປະທະ ກັນດັ່ງກ່າວນີ້.
ຢ່າງໃດກໍຕາມ ເຈົ້າໜ້າທີ່ທ້ອງຖີ່ນ ທ່ານໜື່ງໄດ້ກ່າວ ດ້ວຍຄວາມເປັນຫ່ວງ ເພາະຢ້ານຈະເກີດ ມີກາຣປະທ້ວງ ແລະປະທະກັນ ຄັ້ງໃໝ່ ພາຍຫລັງທາງກາຣ ສາລຕັດສີນ ຄະດີໃຫ້ໂທສ ແກ່ພວກທີ່ຍັງ ຖືກຈັບຢູ່ນັ້ນ.