ວຽດນາມ ຈະຊື້ໄຟຟ້າ ໃນຣາຄາຖືກ
2009.07.14
ການສົ່ງໄຟຟ້າ ຈາກລາວໄປວຽດນາມ ມີຂໍ້ຈໍາກັດ ເນື່ອງຈາກຝ່າຍ ວຽດນາມ ຊຶ່ງເປັນຜູ້ຊື້ນັ້ນ ກໍານົດຣາຄາ ຊື້ຂາຍໄຟຟ້າ ພາຍໃນປະເທດ ຂອງຕົນຕໍ່າ. ດັ່ງນັ້ນຈຶ່ງບໍ່ ເປັນທີ່ດຶງດູດ ໃຫ້ນັກລົງທຶນ ທົ່ວໄປເຂົ້າມາລົງທຶນ ຜລິດໄຟຟ້າ ສົ່ງຂາຍໃຫ້ວຽດນາມ. ຂໍ້ຈໍາກັດດັ່ງກ່າວ ສ້າງເງື່ອນໄຂໃຫ້ ນັກລົງທຶນຈາກ ວຽດນາມເທົ່ານັ້ນ ເຂົ້າມາລົງທຶນ ຜລິດໄຟຟ້າ ໄປຂາຍໃຫ້ ວຽດນາມ.
ນະໂຍບາຍເກື້ອກູລ ແກ່ເອກກະຊົນ ວຽດນາມ ເຮັດໃຫ້ຜູ້ແຂ່ງຂັນ ທົ່ວໄປ ບໍ່ສາມາດແຂ່ງຂັນ ກັບບໍຣິສັດ ເອກກະຊົນ ວຽດນາມໄດ້. ທ່ານ ສຸລິວົງ ດາຣາວົງ ຣັຖມົນຕຣີ ພລັງງານແລະບໍ່ແຮ່ ກ່າວຕໍ່ກອງ ປະຊຸມສະພາ ເມື່ອມໍ່ໆມານີ້ວ່າ:
"ຢູ່ໃນກົນໄກ ກໍ່ສ້າງກົລໄກ ຊື້ຂາຍ ກົນໄກສນອງ ທຶນຮອນນັ້ນ ມີປັດໃຈເກື້ອກູລ ຂອງພາກຣັຖເຂົ້າໃນ ຫລາຍສົມຄວນ ສ່ວນຜູ້ທີ່ບໍ່ໄດ້ຮັບ ປັດໃຈເກື້ອກູລ ຈາກພາກຣັຖຫັ້ນ ເຂົ້າສູ່ຕລາດ ນີ້ຍາກ."
ຈາກສາເຫດດັ່ງກ່າວ ເຮັດໃຫ້ ສປປລາວ ຊຶ່ງມີໂຄງການ ພັທນາເຂື່ອນໄຟຟ້າ ກວ່າ19ໂຄງການ ທີ່ໄດ້ຮັບການ ອະນຸມັດ ຈາກທາງການນັ້ນ ມີພຽງເຂື່ອນ ເຊກະໝານ1 ເຊກະໝານ3 ແລະເຂື່ອນນໍ້າໂມ ທີ່ມີແຜນ ຈະສົ່ງໄຟຟ້າ ຂາຍໄປວຽດນາມ. ແຕ່ເຖິງຢ່າງໃດ ກໍດີ ຣັຖບານລາວ ກໍຍັງມີຄວາມຫວັງ ເພາະໃນອະນາຄົດ ວຽດນາມ ຈະມີການຜ່ອນຜັນ ບັນຫານີ້. ທ່ານ ສຸລິວົງ ກ່າວຕໍ່ໄປວ່າ:
"ແຕ່ໃນຕົ້ນປີນີ້ ຣັຖບານ ເພິ່ນໄດ້ມີການ ອອກມະຕິຕົກລົງ ຂອງຣັຖບານ ວ່າໃນຈັກ4-5ປີ ຂ້າງໜ້າເພິ່ນຈະໄດ້ ມີການດັດແປງ ຣາຄາ ອັນນີ້ຊຶ່ງເມື່ອ ກົລໄກຣາຄາ ພາຍໃນປະເທດ ເພິ່ນບໍ່ມີການ ເກື້ອກູລຂອງຣັຖ ນີ້ແລ້ວຕລາດນີ້ ກໍຈະມີທ່າແຮງຂຶ້ນ ເປັນທີ່ສາມາດ ພັທນາໄດ້."
ສປປລາວ ມີແຜນການ ພັທນາປະເທດ ໃຫ້ເປັນໝໍ້ໄຟເອເຊັຽ ໂດຍມີເປົ້າໝາຍ ທີ່ຈະສົ່ງໄຟຟ້າ ຂາຍໃຫ້ໄທ 7ພັນແມັກກາວັດ ແລະວຽດນາມ 5ພັນແມັກກາວັດ ໃນປີ 2020.