ເຣື້ອງທີ່ເກັບບັນທຶກໄວ້
2024-05-15
ຄົບຮອບ 1 ປີ ທີ່ ທ້າວ ບຸນສວນ ກິດຕິຍາໂນ ອາຍຸ 56 ປີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ຖືກຄາດຕະກຳ ແຕ່ການສືບສວນບໍ່ຄືບໜ້າ ຂະນະທີ່ອົງການສາກົນທັກທ້ວງ ໃຫ້ສອງປະເທດ ຮ່ວມມືໃນການສືບສວນຄະດີ ຢ່າງຈິງຈັງ.
2024-05-14
ປະເທດລາວ ຍັງມີການໃຊ້ແຮງງານເດັກນ້ອຍຫຼາຍ ໂດຍສະເພາະການໃຊ້ເດັກນ້ອຍອາຍຸ ຕ່ຳກວ່າ 18 ປີ ເຮັດວຽກ ໃນສວນກ້ວຍຈີນ ຊຶ່ງຖືວ່າຜິດກົດໝາຍ ເພາະເປັນວຽກທີ່ໜັກ ແລະອັນຕະລາຍເກີນໄປ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ແລະຄົນງານສວນກ້ວຍ ຫຼາຍໆຄົນ.
2024-05-14
ເສັ້ນທາງ 13 ເໜືອ ຈາກເມືອງກາສີ ແຂວງວຽງຈັນ ໄປຫາເມືອງຄູນ ແຂວງ ຫລວງພຣະບາງ, ເຊິ່ງເສັ້ນທາງດັ່ງກ່າວນີ້ ເປັນເສັ້ນທາງທີ່ປະຊາຊົນ ນິຍົມໃຊ້ສັນຈອນເປັນປະຈໍາ ໃນເວລາເດີນທາງຂຶ້ນ ພາກເໜືອ ໂດຍສະເພາະ ລົດຂົນສົ່ງເຄື່ອງ ແລະ ລົດບັນທຸກ ພົບບັນຫາ ຄວາມຫຍຸ້ງຍາກ.
2024-05-14
ປະຊາຊົນຢູ່ເຂດບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ຮັບຜົນກະທົບຈາກຂີ້ຝຸ່ນໄງ່ ທີ່ເກີດຈາກບໍລິສັດ ເອໄອດີຊີ ການຄ້າ (AIDC Trading) ຈຳກັດຜູ້ດຽວເຊິ່ງເປັນບໍລິສັດ ເກັບຊື້ມັນຕົ້ນທີ່ມາເຮັດລານເກັບຊື້ມັນ ໃນໝູ່ບ້ານເຮັດໃຫ້ເຮືອນຊາວບ້ານ ທີ່ຢູ່ໃກ້ລານເກັບມັນເປິະເປື້ອນ ດ້ວຍຂີ້ຝຸ່ນ ແລະ ສົ່ງຜົນກະທົບຕໍ່ສຸຂະພາບ ປັດຈຸບັນຍັງບໍ່ສາມາດແກ້ໄຂໄດ້.
2024-05-14
ທາງການລາວ ສະເໜີ ໃຫ້ອຸທິຍານແຫ່ງຊາດຫີນໜາມໜໍ່ ຂຶ້ນເປັນມໍລະດົກໂລກ ແຫ່ງທີ່ 4 ຂອງປະເທດ ຂະນະທີ່ ປະຊາຊົນໃນພື້ນທີ່ ອ້ອມຂ້າງອາດຈະບໍ່ສາມາດຫາຢູ່ຫາກິນ ໄດ້ຄືເກົ່າ.
2024-05-14
ຄະນະຮັບຜິດຊອບແກ້ໄຂ ການລັກຂຸດຄົ້ນແຮ່ທາດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ເຮັດພິທີສຶກສາອົບຮົມ, ກ່າວເຕືອນ ແລະປ່ອຍຊາວບ້ານຈຳນວນ 40 ຄົນ ທີ່ຖືກຈັບ ກ່ອນໜ້ານີ້ ໃນຂໍ້ຫາລັກຂຸດຄົ້ນແຮ່ທາດ ຢູ່ເຂດຍອດນໍ້າແວ້ ບ້ານນໍ້າຍອນ ເມືອງອະນຸວົງ.
2024-05-13
ບັນຫາສານເຄມີຮົ່ວໄຫຼລົງແມ່ນໍ້າ ຢູ່ ແຂວງ ຫົວພັນ ຈົນມາເຖິງປັດຈຸບັນ ກໍຍັງບໍ່ທັນມີການແກ້ໄຂ ຢ່າງຂາດໂຕ ສ່ວນວ່າ ເຈົ້າໜ້າທີ່ ທາງການກໍໃຫ້ຄໍາເຫັນວ່າ ກໍາລັງແກ້ໄຂ.
2024-05-13
ອອກມາດຕະການ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກຳກັບການບໍລິການທຸລະກິດ ທ່ອງທ່ຽວ ຕ້ອງຕິດປ້າຍ ການຊໍາລະຄ່າບໍລິການ ເປັນເງິນກີບ ເປັນຕົ້ນຄ່າບ່ອນພັກ, ຄ່າອາຫານ ແລະຄ່າເຄື່ອງດື່ມ ແລະການຊໍາລະເຫຼົ່ານັ້ນ ຕ້ອງຜ່ານລະບົບທະນາຄານຫຼາຍຂຶ້ນ ຕາມລະບຽບກົດໝາຍ.
2024-05-13
ມີຜູ້ພົບສົບແມ່ຍິງ ຖືກຄາດຕະກໍາ ຢ່າງໂຫດຫ້ຽມ, ຖືກມັດຕິດກ້ອນຫີນຖິ້ມນໍ້າຂອງ ໃນວັນທີ 10 ພຶດສະພາ 2024 ທີ່ຜ່ານມາ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ ຍັງບໍ່ເປີດເຜີຍ ລາຍລະອຽດ ກ່ຽວກັບຜູ້ເສຍຊີວິດນັ້ນເທື່ອ.
2024-05-13
ເຈົ້າໜ້າທີ່ ຂອງແຂວງຊຽງຂວາງ ກໍາລັງກວດສອບ ກໍລະນີພະນັກງານລັດ 2 ຄົນ ຢູ່ເມືອງໜອງແຮດ ທີ່ເຮັດພຶດຕິກໍາ ບໍ່ເໝາະສົມ ຕໍ່ເດັກນັກຮຽນຍິງ ທີ່ມີອາຍຸ ຕໍ່າກວ່າ 18 ປີ ໂດຍດື່ມເບຽ ກັບເດັກນ້ອຍນັກຮຽນຍິງ ພ້ອມທັງກອດຈູບ ແລ້ວມີຜູ້ຖ່າຍຄລິບວິດີໂອ ເຜີຍແຜ່ທາງສື່ສັງຄົມອອນລາຍ.
2024-05-13
ເຂື່ອນໄຟຟ້າຕ່າງໆ ໃນທົ່ວປະເທດ ມີປະລິມານນໍ້າໃນອ່າງຕໍ່າກ່ວາ 30% ຍ້ອນປະລິມານນໍ້າ ໄຫຼເຂົ້າອ່າງໂຕຈິງມີໜ້ອຍ ສົ່ງຜົນໃຫ້ ການຜະລິດໄຟຟ້າຫຼຸດລົງ 10%.
2024-05-12
ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ຈັບຊາຍມຽນມາ 17 ຄົນ ເພື່ອສົ່ງຄືນໃຫ້ລັດຖະບານ ທະຫານພະມ້າ ຢູ່ດ່ານຊາຍແດນ ເຂດສາມຫຼ່ຽມຄໍາ ຊາວມຽນມາ ຫຼາຍຄົນ ຜູ້ທີ່ຢູ່ປະເທດລາວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ຜະແນກພາສາມຽນມາ ວ່າ ທໍາອິດ ຕໍາຫຼວດລາວ ໄດ້ຈັບນັກເຄື່ອນໄຫວ ຕ້ານທະຫານມຽນມາ ກ່ອນທີ່ຈະສົ່ງໃຫ້ຝ່າຍທະຫານມຽນມາ.
2024-05-11
ທາງການລາວ ສັ່ງປິດສັງວຽນໄກ່ຕີ ຢູ່ເຂດຊາຍແດນ ລາວ-ຫວຽດນາມ ຍ້ອນວ່າມີເຫດການຍິງກັນ ແລະ ຕີກັນ ຈົນມີຜູ້ເສຍຊີວິດ 1 ຄົນ ແລະ ບາດສາຫັດຫຼາຍຄົນ ແລະເລື່ອງ ໂຮງງານເຜົາຖ່ານຂາວ ຂອງນັກລົງທຶນຈີນ ຢູ່ເມືອງລະມາມ ແຂວງເຊກອງ ປ່ອຍຄວັນ ສົ່ງກິ່ນຂິວ ແສບດັງ ແສບຄໍ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຂອງຊາວບ້ານ ທີ່ຢູ່ໃກ້ຄຽງ.
2024-05-10
ການຍຶດລູກໝີຄັ້ງໃຫຍ່ ມີຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອວັນທີ່ 17 ເດືອນເມສາ ປີ 2024 ຊຶ່ງໃນມື້ນັ້ນ ເຈົ້າໜ້າທີ່ ຕໍາຫຼວດສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະເຈົ້າໜ້າທີ່ ຫ້ອງການ ປກສ ເມືອງສີໂຄດຕະບອງ ໄດ້ກວດກາສະຖາບັນການເງິນ ຈຸລະພາກແຫ່ງໜຶ່ງ ຢູ່ເມືອງສີໂຄດຕະບອງ.
2024-05-10
ຄົນລາວ 6 ຄົນ ຖືກຈັບຢູ່ປະເທດຫວຽດນາມ ຍ້ອນລັກລອບຂົນຍ້າຍ ຢາເສບຕິດ ປັດຈຸບັນ ຍັງຢູ່ລະຫວ່າງ ການສືບສວນ-ສອບຂອງເຈົ້າໜ້າທີ່ຫວຽດນາມ ເຊິ່ງການລັກລອບຂົນຍ້າຍຢາເສບຕິດ ໃນເທື່ອນີ້ ອາດເກີດຈາກຄວາມຜິດພາດ ຂອງເຈົ້າໜ້າທີ່ປະຈໍາດ່ານສາກົນ.