ສອບພະນັກງານລັດ 2 ຄົນ ລວນລາມເດັກນ້ອຍ ນັກຮຽນຍິງ

ຈຳປາທອງ
2024.05.13
ສອບພະນັກງານລັດ 2 ຄົນ ລວນລາມເດັກນ້ອຍ ນັກຮຽນຍິງ ຮູບຜູ້ຊາຍ ກຳລັງສະແດງພຶດກຳ ການລວນລາມ ເດັກນ້ອຍແມ່ຍິງນັກຮຽນ. ແຂວງຊຽງຂວາງ ວັນທີ 13 ພຶດສະພາ 2024.
Photo Credit: Joseph Akaravong

ທາງການແຂວງຊຽງຂວາງ ກໍາລັງກວດສອບ ກໍລະນີພະນັກງານລັດ 2 ຄົນ ຢູ່ເມືອງໜອງແຮດ ທີ່ເຮັດພຶດຕິກໍາບໍ່ເໝາະສົມ ຕໍ່ເດັກນັກຮຽນຍິງ ທີ່ມີອາຍຸ ຕໍ່າກວ່າ 18 ປີ ໂດຍດື່ມເບຽ ກັບເດັກນ້ອຍນັກຮຽນຍິງ ພ້ອມທັງກອດຈູບ ແລ້ວມີຜູ້ຖ່າຍຄລິບວິດີໂອ ນໍາໄປເຜີຍແຜ່ທາງສື່ສັງຄົມອອນລາຍ ເມື່ອວັນທີ 10 ພຶດສະພານີ້, ເຮັດໃຫ້ມີຜູ້ຄົນວິພາກວິຈານກັນ ຢ່າງກວ້າງຂວາງ. ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງກວດສອບວ່າ ຜູ້ກ່ຽວແມ່ນພະນັກງານ ສັງກັດຢູ່ພາກສ່ວນໃດ ແລະມີພຶດຕິກໍາແນວໃດກັນແທ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ພະແນກສຶກສາທິການ ແລະກິລາແຂວງຊຽງຂວາງ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ພຶດສະພານີ້.

ຍັງບໍ່ມີຫຍັງເພິ່ນກໍາລັງດໍາເນີນເນາະ ເຈົ້າໜ້າທີ່ເພິ່ນ. ໂອ໋! ກະຍັງບໍ່ທັນເຮັດຈັ່ງໃດເນາະ ເພາະວ່າກະບໍ່ທັນຮູ້ເລື້ອງພໍປານໃດນ່າ ມີແທ້ບໍ່ຫລືບໍ່ ສິແມ່ນເຈົ້າໜ້າທີ່ເພິ່ນກໍາລັງເບິ່ງຂໍ້ມູນບໍ່ ຫລືແນວໃດບໍ່ແນ່ໃຈເນາະ.

ກ່ຽວກັບເຫດການດັ່ງກ່າວນີ້ ເຈົ້າໜ້າທີ່ສະຫະພັນແມ່ຍິງແຂວງ ຊຽງຂວາງ ນາງນຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ເວົ້າວ່າ ທາງສະຫະພັນແມ່ຍິງແຂວງ ກໍບໍ່ໄດ້ ນິ້ງນອນໃຈ ຍ້ອນເປັນເຫດການ ທີ່ລ່ວງລະເມີດທາງເພດ ແລະໄດ້ແຕ່ງຕັ້ງຄະ ນະເຈົ້າໜ້າທີ່ ລົງຕິດຕາມເອົາຂໍ້ມູນໂຕຈິງ ແລະວ່າ ເມື່ອມີຄວາມຄືບໜ້າ ຫລືໄດ້ຂໍ້ສະຫລຸບແນວໃດ ກໍອາດຈະມີການຖະແຫລງການ ແລະລາຍງານໄປຍັງພາກສ່ວນທີ່ກ່ຽວຂ້ອງຕາມຂັ້ນຕອນ.

ແລະເຈົ້າໜ້າທີ່ ພະແນກການເງິນ ແຂວງຊຽງຂວາງ ນາງນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງພະນັກງານລັດ 2 ຄົນ ຢູ່ທີ່ຂ່າວໃນສື່ສັງຄົມອອນລາຍ ທີ່ວ່າ ເປັນພະນັກງານ ຫ້ອງການການເງິນ ເມືອງໜອງແຮດ ນັ້ນ, ຜ່ານການຕິດຕາມ ແລະກວດກາຂໍ້ມູນໂຕຈິງ ແລ້ວພົບວ່າ ພະນັກງານທັງ 2 ຄົນນັ້ນ ບໍ່ແມ່ນພະນັກ ງານ ຫ້ອງການການເງິນ ເມືອງໜອງແຮດ ແຕ່ຢ່າງໃດ ແລະບໍ່ຮູ້ວ່າ ແມ່ນພະ ນັກງານຫ້ອງການໃດກັນແທ້.

ພາກັນຖາມຢູ່ ບໍ່ແມ່ນ ບໍ່ ແມ່ນພະ ນັກງານການເງິນເມືອງໜອງແຮດ ເຮົາຫັ້ນນ່າ ຕ້ອງແມ່ນພະນັກງານຫ້ອງການອື່ນຫັ້ນນ່າ ບໍ່. ແມ່ນພະນັກ ງານການເງິນໜອງແຮດ ເປັນພະນັກງານບ່ອນອື່ນເດ້. ບໍ່ແມ່ນພະນັກງານການເງິນ.

ເພື່ອຂໍຮູ້ຂໍ້ມູນເພີ້ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການກວດກາພັກ-ລັດ ແຂວງຊຽງຂວາງ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເວົ້າໃຫ້ຮູ້ພຽງແຕ່ວ່າ ຍັງບໍ່ທັນຮູ້ເຫດການນັ້ນເທື່ອ ແລະກໍຍັງບໍ່ທັນໄດ້ຮັບລາຍງານແນວໃດ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການປົກປ້ອງ ແລະຄຸ້ມຄອງແມ່ຍິງ-ເດັກນ້ອຍ ນາງນຶ່ງ ກໍກ່າວເຖິງເຫດການ ທີ່ເກີດຂຶ້ນນັ້ນວ່າ ທາງໜ່ວຍງານຂອງນາງ ກໍໄດ້ແຕ່ງຕັ້ງທີມງານ ໄປເກັບກໍາຂໍ້ມູນ, ກວດກາຫາຄວາມຈິງວ່າ ແມ່ນເປັນແນວໃດກັນແທ້ ຍ້ອນເຫດການຮຸນແຮງ ຕໍ່ເດັກນັກຮຽນຍິງ ນັ້ນ ເປັນສິ່ງທີ່ຫລາຍຄົນຍອມຮັບບໍ່ໄດ້.

ເອີ ທາງເຮົາກໍາລັງເກັບກໍາຂໍ້ມູນເພີ້ມຕື່ມຢູ່ນ່າ ເຈົ້າ. ເພາະວ່າຕອນນີ້ກະເຫັນແຕ່ຄລິບຫັ້ນ ແລ້ວກະເຫັນການໃຫ້ຂໍ້ມູນທາງອອນລາຍ ບາງສ່ວນວ່າຜູ້ກ່ຽວ ຢູ່ນັ້ນຢູ່ນີ້ເປັນຈັ່ງຊັ້ນຈັ່ງຊີ້ເນາະ ເຮົາກໍາລັງເກັບກໍາຂໍ້ມູນໂຕຈິງຢູ່ວ່າ ແມ່ນຂໍ້ມູນທີ່ເຂົາຈົ້າແຊກັນທາງອອນລາຍ. ກ່ຽວກັບຂໍ້ມູນສ່ວນຕົວຂອງຜູ້ຊາຍຫັ້ນ ເພື່ອເຮົາຊິໄດ້ດໍາເນີນຂັ້ນຕໍ່ໄປໄດ້.

ຊາວລາວຜູ້ນຶ່ງ ທີ່ເຫັນຄລິບວິດີໂອ ກ່ຽວກັບເຫດການດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ຕົນຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຕິດຕາມກວດກາຢ່າງຮີບດ່ວນ ແລະຕ້ອງປະຕິບັດວິໄນ ຢ່າງເດັດຂາດ ຕໍ່ພະນັກງານ ທີ່ໄດ້ກະທໍາສິ່ງທີ່ບໍ່ດີຄືແນວນັ້ນ ຫລືໄລ່ອອກຈາກການ ເປັນພະນັກງານລັດ.

ເປັນສິ່ງທີ່ຮ້າຍແຮງ ຄັນສິເວົ້າເນາະ ມັນບໍ່ຄວນມີຫັ້ນນ່າ ຖ້າຢາກໃຫ້ມັນມີຜົນສັກສິດແທ້ໆ ກະເຮັດແບບເດັດຂາດຫັ້ນແຫລະ. ຕ້ອງເອົາພະນັກງານຜູ້ນັ້ນ ໃສ່ລະບຽບແນວໃດແນວນຶ່ງນ່າ ບໍ່ແມ່ນຊິປ່ອຍແບບລອຍນວນ ຄືຈັ່ງຊີ້ ກະຍັງບໍ່ເຫັນເຮັດອິຫຍັງຫັ້ນນ່າ ມັນຄືວ່າເຮັດງ່າຍເຮັດດາຍແທ້ຫວາ.

ແລະຊາວບ້ານນາງນຶ່ງ ຢູ່ແຂວງຊຽງຂວາງ ກໍເວົ້າເຖິງເຫດການ ທີ່ເກີດຂຶ້ນນັ້ນວ່າ ມັນໄດ້ກະທົບໃສ່ຈິດໃຈ ຊາວບ້ານຈໍານວນຫລາຍ ໂດຍສະເພາະຜູ້ເປັນພໍ່ແມ່ຜູ້ປົກຄອງ ທີ່ມີລູກຫລານ ຢູ່ໃນໄວຮຽນ, ຢາກໃຫ້ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ເຂັ້ມງວດໃນເລື່ອງນີ້.

ບໍ່ຮູ້ວ່າ ຂ່າວມັນຢູ່ໃສຫັ້ນນະ ມັນອິຫຍັງ ແບບແຕະຕ້ອງຈິດໃຈນໍ ຍັງເປັນນັກຮຽນ ສອນລູກຫລາຍຫັ້ນແຫລະ ເຈົ້າໜ້າທີ່ກະຕ້ອງມີຄວາມເຂັ້ມງວດ ອິຫຍັງອີກຫັ້ນນະ.

ອີງຕາມເຟສບຸກຂອງທ່ານ ໂຈເຊັບ ອັກຄະຣະວົງ, ພະນັກງານ 2 ຄົນທີ່ວ່ານັ້ນ ແມ່ນພະນັກງານລັດ ຢູ່ເມືອງໜອງແຮດ. ໃນນັ້ນ ຜູ້ນຶ່ງແມ່ນມີເມຍ ແລະລູກ ແລ້ວ, ເຫດການນັ້ນ ໄດ້ເກີດຂຶ້ນຢູ່ໃນງານລ້ຽງ ຂອງໂຮງຮຽນແຫ່ງນຶ່ງ ຢູ່ເມືອງໜອງແຮດ. ແຕ່ທາງຜູ້ບໍລິຫານໂຮງຮຽນ ບໍ່ໄດ້ຊີ້ແຈງຫຍັງ.

ເມື່ອກ່ອນໜ້ານີ້ ຢູ່ແຂວງຊຽງຂວາງ ກໍເຄີຍມີເຫດການ ລ່ວງລະເມີດທາງເພດ ເດັກນັກນ້ອຍຮຽນຍິງ ມາແລ້ວ ເຊັ່ນເຫດການເມື່ອວັນທີ 25 ກຸມພາ ທີ່ຜ່ານມາ ຊຶ່ງສື່ສັງຄົມອອນລາຍ ໄດ້ເຜີຍແພ່ຄລິບວິດີໂອ ກ່ຽວກັບເຫດການ ເດັກນັກຮຽນຍິງຜູ້ນຶ່ງ ຖືກນັກຮຽນຊາຍ 3 ຄົນ ພາກັນລຸມຂົ່ມຂືນ ຢູ່ໃນຫ້ອງນໍ້າ ຂອງຮ້ານອາຫານແຫ່ງນຶ່ງ ຢູ່ເມືອງຄູນ ແຂວງຊຽງຂວາງ ພ້ອມທັງລະບຸວ່າ ເດັກນັກຮຽນຍິງຄົນດັ່ງກ່າວ ແລະນັກຮຽນຜູ້ກໍ່ເຫດ ບາງຄົນແມ່ນນັກຮຽນ ຢູ່ໂຮງຮຽນມັດທະຍົມສົມບູນຈອມເພັດ ຢູ່ເມືອງຄູນ, ແຕ່ຕໍ່ມາ ເຈົ້າໜ້າທີ່ຕໍາຫຼວດ ກໍສາມາດຈັບນັກຮຽນຜູ້ກໍ່ເຫດທັງ 3 ຄົນນັ້ນໄດ້ ແລະນໍາຕົວໄປດໍາເນີນຄະດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.