ພົບແມ່ຍິງ ຖືກຄາດຕະກໍາ ຖິ້ມລົງແມ່ນໍ້າຂອງ

ສຸພັດຕາ
2024.05.13
ພົບແມ່ຍິງ ຖືກຄາດຕະກໍາ ຖິ້ມລົງແມ່ນໍ້າຂອງ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນແຄມນ້ຳຂອງ ທີ່ຊາວບ້ານທີ່ຫາປາ, ບໍລິເວນບ້ານພັນໝັ້ນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຂດທີ່ມີການພົບຄົນຕາຍຖືກຖິ້ມລົງນ້ຳຂອງ. ພຶດສະພາ 2024.
Courtesy Photo

ມີຜູ້ພົບເຫັນສົບແມ່ຍິງ ຖືກຄາດຕະກໍາຢ່າງໂຫດຫ້ຽມ ພ້ອມກັບຖືກມັດໃສ່ກ້ອນຫີນ ໂຍນລົງແມ່ນໍ້າຂອງ ໃນເວລາ 2 ໂມງກາງຄືນ ຂອງວັນທີ 10 ເດືອນພຶດສະພາ 2024 ທີ່ຜ່ານມາ ແລະຫຼັງຈາກນີ້ ອີກມື້ໜຶ່ງ ໃນເວລາ 12.20 ກາງເວັນ ກໍ່ມີຊາວບ້ານ ພົບຫົວຂອງແມ່ຍິງຜູ້ນີ້ ລອຍຂຶ້ນມານໍ້າຂອງ ຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ດັ່ງຜູ້ພົບເຫັນ ຫົວ ຂອງແມ່ຍິງຜູ້ຖືກຄາດຕະກໍາ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ພຶດສະພາ 2024 ນີ້ວ່າ:

ມັດກ້ອນຫີນນ່າ ມັດແຂນມັດມືນ່າ ອາທິດແລ້ວ ອາທິດຜ່ານມາ ຫວ່າງອາທິດນີ້ນ່າ. ເຈິະໂຕກ່ອນແລ້ວ ມື້ຕໍ່ມາ ຈຶ່ງມາເຫັນສ່ວນຫົວ ຕັດຄໍາ. ຂະເຈົ້າ ກໍາລັງສືບສວນຢູ່. ຂະເຈົ້າຍັງຄົ້ນຢູ່ ຊອມເບິ່ງຢູ່ຫັ້ນນ່າ ວ່າຊິແມ່ນຄົນຜູ້ນັ້ນ ມາແຕ່ໃສ. ຕອນນີ້ເຈົ້າໜ້າທີ່ເພິ່ນ ກໍາລັງສອບຢູ່, ນໍາຢູ່. ຊິ້ນສ່ວນຫັ້ນນ່າ ລໍາໂຕລົງມາກ່ອນ ແຕ່່ວ່າຫົວຍັງບໍ່ເຫັນ ອີກມື້ຕໍ່ມາ ແລ້ວຈຶ່ງມາເຫັນຫົວ."

ສໍາລັບຮ່າງຂອງແມ່ຍິງ ຜູ້ເສຍຊີວິດ ຖືກພົບເຫັນຢູ່ເຂດບ້ານ ທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສ່ວນຫົວ ຂອງຜູ້ກ່ຽວ ຖືກພົບຢູ່ບໍລິເວນ ເຂດບ້ານພັນໝັ້ນ ເຊິ່ງທັງສອງບ້ານ ແມ່ນເປັນບ້ານຕິດຈອດກັນ ແລະຖ້າຫາກເປັນໄປໄດ້ ກໍ່ຢາກໃຫ້ເຈົ້າພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການສືບສວນ-ສອບສວນ ຄະດີດັ່ງກ່າວນີ້ ຢ່າງເຕັມທີ່.

ດັ່ງຊາວບ້ານ ຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຜູ້ຮັບຮູ້ກ່ຽວກັບຂ່າວນີ້ ອີກທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ອໍ! ບໍ່ໄກ ຕິດກັນເຈົ້າ ແມ່ນ ແມ່ນໍ້າຂອງເຈົ້າ ເອີ່ ກໍ່ປະມານ 2 ຫາ 3 ກິໂລນີ້ແຫຼະ ຜູ້ຍິງຊີ້ຫວາ ເຂົາຕັດຄໍາຊີ້ຫວາ ໂອ່ທີ່ວ່າ ມັດກ້້ອນຫີນອອກຂ່າວຫັ້ນເບາະ ໄດ້ຍິນຂ່າວອອກເຟສຢູ່ ແຕ່ວ່າອ້າຍບໍ່ໄດ້ຢູ່ບ້ານນີ້ ອ້າຍບໍ່ໄດ້ຕິດຕາມເບິ່ງນ້ອງ."

ເຖິງແມ່ນວ່າ ເຫດການດັ່ງກ່າວນີ້ ຈະຜ່ານມາແລ້ວ ປະມານ 2-3 ມື້ ແຕ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ພັດຍັງບໍ່ທັນເປີດເຜີຍລາຍລະອຽດ ບໍ່ວ່າຈະເປັນ ຊື່, ອາຍຸ, ສັນຊາດ ແລະບ່ອນບ້ານເກີດຂອງຜູ້ກ່ຽວ ອີກທັງ ຍັງບໍ່ໄດ້ສະຫຼຸບສາເຫດການຕາຍ ໃຫ້ປະຊາຊົນໄດ້ຮັບຮູ້ເທື່ອ.

ດັ່ງຊາວນະຄອນຫຼວງວຽງຈັນ ທີ່ຕິດຕາມຂ່າວນີ້ ຢ່າງຕໍ່ເນື່ອງ ນາງໜຶ່ງ ກ່າວວ່າ:

ອໍ! ທີ່ເຫັນສົບຫັ້ນບໍ່ເຈ້າ ຕອນກາງຄືນ ແມ່ນເຫັນອັນ ເຫັນຮ່າງເພິ່ນກ່ອນ. ແລ້ວຕື່ມເຊົ້າມາຈຶ່ງເຫັນຫົວຫັ້ນນ່າ. ແມ່ນແລ້ວແຍກກັນ ບໍ່ແນ່ໃຈວ່າຫົວຫັ້ນ ຖືກຕັດໄປບໍ່ຫັ້ນນ່າ ໂຕສົບຫັ້ນຂຶ້ນອືດແລ້ວ. ບໍ່ແນ່ໃຈວ່າ ຫຼາຍມື້ແລ້ວບໍ່ ແຕ່ວ່າ ຂະເຈົ້າໄປຫາປາ ແລ້ວຂະເຈົ້າໄປເຫັນຫັ້ນນ່າ. ອັນທ່າຫັ້ນ ແມ່ນຖືກມັດມື ແລ້ວກໍ່ມັດໃສ່ກ່ອນຫີນໄວ້ ຜູ້ເຮັດຫັ້ນເບາະ ໜ້າຈະຍັງເທື່ອນ່າເຈົ້າ ອັນເປັນຄົນບ້ານໃດ ອາຍຸຈັກປີ ອິຫຍັງຈັ່ງໃດ ຫັ້ນນ່າ."

ເຖິງແມ່ນວ່າ ຂ່າວແມ່ຍິງ ຖືກຄາດຕະກໍາ ຖິ້ມລົງແມ່ນໍ້າດັ່ງກ່າວນີ້ ຈະເກີດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຕ່ພັດເປັນເລື່ອງລາວ ທີ່ປະຊາຊົນໃນຫຼາຍເມືອງ ແລະຫຼາຍແຂວງ ທົ່ວປະເທດ ໃຫ້ຄວາມສົນໃຈ ຍ້ອນການຕາຍຂອງຜູ້ກ່ຽວ ແມ່ນເປັນການກະທໍາທີ່ໂຫດຫ້ຽມ ແລະຄ້າຍຄືກັບກໍລະນີ ຂອງແມ່ຍິງຜູ້ໜຶ່ງ ທີ່ຖືກຊາວຈີນຄາດຕະກໍາ ໃນໄລຍະທີ່ຜ່ານມາ.

ດັ່ງຜູ້ທີ່ຮູ້ ກ່ຽວກັບເລື່ອງນີ້ ຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:

ຕົນໂຕຫັ້ນໄດ້ກ່ອນ ອັນນ່າ ຫົວ ຫັ້ນ ແມ່ນໄດ້ມື້ວານນີ້ບໍ່ (11 ພຶດສະພາ 2024 ) ເຈົ້າໜ້າທີ່ເພິ່ນ. ເຮົາມີແຕ່ເອົາສົບມາໄວ້ໂຮງເຢັນ ຢູ່ສູນຫັ້ນນ່າ. ເຂົາເບິ່ງໜ້າຕາ ອັນນີ້ ເຮົາກໍ່ເບິ່ງທາງນອກຊື່ໆ ແຕ່ວ່າພວກພິສູດຫຼັກຖານເຂົາກໍ່ ເຈົ້າໜ້າທີ່ເພິ່ນຫາກນັ້ນດອກ. ເຮົາມີແຕ່ເອົາສົບ ມາມ້ຽນໄວ້ຢູ່ສູນ ບໍ່ໆຍັງຢູ່ສູນ ຍັງຢູ່ໂຮງເຢັນຢູ່ສູນ. ບໍ່ຮູ້ຄືກັນເລື່ອງສາເຫດ ອິຫຍັງຫັ້ນນ່າ ພາກສ່ວນເຈົ້າໜ້າທີ່ເພິ່ນ."

ກ່ຽວກັບເລື່ອງນີ້ ທາງດ້ານເຈົ້າໜ້າທີ່ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍ່ໄດ້ບອກກັບ ວິທຍຸເອເຊັຽເສຣີ ວ່າ ພາຍຫຼັງຈາກທີ່ພົບສົບ ທັງຮ່າງ ແລະຫົວ ຂອງແມ່ຍິງຜູ້ເສຍຊີວິດ ເຈົ້າໜ້າທີ່ຕໍາຫຼວດ ແລະພາກສ່ວນທີ່ກ່ຽວຂອງ ກໍ່ໄດ້ນໍາສົບຂອງຜູ້ກ່ຽວ ໄປຊັນນະສູດ ເພື່ອຊອກຫາສາເຫດການເສຍຊີວິດ ແລະເທົ່າທີ່ຮັບຮູ້ຫຼ້າສຸດນີ້ ຍັງບໍ່ທັນໄດ້ມີການນໍາສົບຂອງຜູ້ກ່ຽວ ໄປເຮັດພິທີກໍາ ທາງສາດສະໜາເທື່ອ.

ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ທີ່ຮັບຜິດຊອບກ່ຽວກັບຄະດີດັ່ງກ່າວນີ້ໂດຍຕົງ ເພື່ອສອບຖາມວ່າ ແມ່ຍິງຜູ້ນີ້ ແມ່ນໃຜ, ສາເຫດຂອງຕາຍ ແລະໃຜ ເປັນຜູ້ກະທໍາ ແຕ່ເນື່ອງຈາກຄະດີ ຍັງຢູ່ລະຫວ່າງການສືບສວນ-ສອບສວນ ຈຶ່ງຍັງບໍ່ສາມາດໃຫ້ຄໍາຕອບໄດ້ ໃນຂະນະນີ້ເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເຫດການດັ່ງກ່າວນີ້ ທ່ານໜຶ່ງ ກ່າວວ່າ:

ຄະດີນີ້ ແມ່ນກອງບັນຊາການ ນະຄອນຫຼວງ ເພິ່ນເຮັດຄະດີ ຍັງຢູ່ໃນຂັ້ນຕອນສືບສວນ ເພິ່ນຍັງໃຫ້ຂໍ້ມູນຫຼາຍບໍ່ໄດ້ ໃຫ້ເພິ່ນປິດຄະດີ ແລ້ວເພິ່ນຈັ່ງໃຫ້ຂໍ້ມູນລະອຽດໄດ້.

ກ່ອນໜ້ານີ້ ໃນວັນທີ 7 ເດືອນກຸມພາ ປີ 2024 ພົບສົບຜູ້ຊາຍຄົນໜຶ່ງ ໃນສະພາບຖືກເຊືອກຮັດຄໍ ພາຍຫຼັງຖືກຄາດຕະກໍາ ແລ້ວຖືກນໍາສົບຍັດໃສ່ໃນກົງເຫຼັກ ຢູ່ກາງນໍ້າຄານ ຈຸດກ້ອງຂົວຂ້າມນໍ້າຄານ ເຂດບ້ານວັງເງິນ ນະຄອນຫຼວງພະບາງ ແຂວງຫຼວງພຣະບາງ ຢ່າງໂຫດຫ້ຽມ ແຕ່ເຈົ້າໜ້າທີ່ຕໍາຫຼວດ ທີ່ໄປກວດກາໃນພື້ນທີ່ທີ່ພົບສົບ ແຕ່ຍັງບໍ່ທັນໄດ້ລະບຸວ່າ ແມ່ນສົບຂອງໃຜ ແລະເປັນຄົນສັນຊາດໃດ.

ແລະກ່ອນໜ້ານັ້ນ ນາງ ພະນັດດາ ອິນເມທາ ແມ່ຍິງລາວ ອາຍຸ 24 ປີ ຄົນເປັນໄຜ່ ເມືອງຈໍາພອນ ແຂວງສະຫວັນນະເຂດ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ຖືກຊາຍຊາວຈີນ ອູ້ມຂຶ້ນລົດສ່ວນໂຕ ຢູ່ຕໍ່ໜ້າຮ້ານບັນເທີງແຫ່ງໜຶ່ງ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 23 ເດືອນທັນວາ ປີ 2023 ແລະຈາກນັ້ນ ປະມານ 1 ອາທິດ ກໍ່ພົບຂອງນາງ ໄຫຼຢູ່ກາງແມ່ນໍ້າຂອງ ໃນເຂດເມືອງຕົ້ນເຜິ້ງ.

ແລະເມື່ອຢ້ອນໄປ ໃນເດືອນກັນຍາ ປີ 2022 ກໍ່ມີກໍລະນີ ຂອງ ນາງ ວິພາພອນ ກອນສິນ ອາຍຸ 36 ປີ ປະທານບໍລິສັດ ລາວວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ໄດ້ຖືກລັກພາໂຕ ແລະກໍ່ເຫດຄາດຕະກໍາ ພ້ອມອໍາພາງສົບ ດ້ວຍການຍັດສົບ ໃສ່ກະເປົ໋າເດີນທາງ ແລ້ວຖິ້ມໃສ່ແມ່ນໍ້າຂອງ ຢູ່ແຄມແມ່ນໍ້າຂອງໃນປະເທດລາວ ຈາກນັ້ນ ສົບກໍ່ໄຫຼໄປຕິດແຄມແມ່ນໍ້າຂອງ ຢູ່ແຂວງນະຄອນພະນົມ ປະເທດໄທ.

ທັງນີ້ ທັງ 3 ກໍລະນນີດັ່ງກ່າວນີ້ ມາຮອດປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ບໍ່ທັນໄດ້ນໍາສະເໜີຄວາມຄືບໜ້າ ໃນການສືບສວນ-ສອບ ອີກທັງ ຍັງບໍ່ສາມາດຈັບໂຕຜູ້ກໍ່ເຫດ ມາຮັບໂທດຕາມກົດໝາຍໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.