ເຣື້ອງທີ່ເກັບບັນທຶກໄວ້
2022-03-17
ເປີດບໍຣິການ ບ່ອນຂາຍປີ້ ຣົຖໄຟ ລາວ-ຈີນ ຕື່ມອີກແຫ່ງນຶ່ງ ຢູ່ໃຈກາງ ນະຄອນຫລວງພຣະບາງ ແຕ່ ປະຊາຊົນ ບໍ່ພໍໃຈຕໍ່ການ ເກັບຄ່າທຳນຽມເພີ່ມ 20,000 ກີບ ຕໍ່ປີ້, ໃນຂະນະທີ່ ເຈົ້າໜ້າທີ ກ່າວວ່າ ສາເຫດທີ່ມີການເກັບ ຄ່າທຳນຽມເພີ່ມ ຍ້ອນວ່າ ມີຄ່າໃຊ້ຈ່າຍເຊົ່າສະຖານທີ່.
2022-03-17
ເຖິງແມ່ນວ່າ ຊາວລາວ ຫາຄວາມສຸກໄດ້ຍາກ ໃນໄລຍະໂຄວິດ-19 ຣະບາດ, ແຕ່ກໍຍັງມີຄວາມສຸກຢູ່, ອີງຕາມ ການຣາຍງານ ຂອງ World Population Review ປະຈໍາປີ 2021, ປະເທດລາວ ມີຄວາມສຸກ ຢູ່ໃນອັນດັບທີ 98 ຈາກ 146 ປະເທດ ທີ່ໄດ້ສໍາຣວດ ຄືດີຂຶ້ນກວ່າປີກາຍ ໜ້ອຍນຶ່ງ.
2022-03-17
ໄທຍຕຣຽມລົງນາມ ຊື້ໄຟຟ້າຈາກລາວ ຊຶ່ງແມ່ນເຂື່ອນໄຟຟ້າ ຫຼວງພຣະບາງ ແລະປາກແບງ ພ້ອມດຽວກັນນີ້ ທາງການລາວ ແລະ ບໍຣິສັດ ຜູ້ພັທນາໂຄງການ ໄດ້ຕຣຽມຄວາມພ້ອມ ເມື່ອມີການເຊັນສັນຍາ ຊື້ຂາຍໄຟຟ້າ ຢ່າງເປັນທາງການ ກໍສາມາດດຳເນີນການ ໄດ້ທັນທີ ໃນປີ 2022.
2022-03-16
ຜູ້ປະກອບການ ທຸຣະກິຈໃນຫຼາຍຂແນງ ຍັງບໍ່ມີຄວາມພ້ອມ ຖ້າຫາກຈະມີການປັບ ເງິນເດືອນຂັ້ນຕ່ຳ ຂຶ້ນເປັນ 1,500,000 ກີບຕໍ່ເດືອນ ໃນປີ 2022 ນີ້, ເນື່ອງຈາກຕ້ອງແບກຫາບ ຄ່າໃຊ້ຈ່າຍຫຼາຍຢ່າງ ຂະນະທີ່ຄົນງານລາວ ໃນທົ່ວປະເທດ ຢັ້ງຢືນວ່າ ເງິນເດືອນຂັ້ນຕ່ຳ ໃນປັດຈຸບັນ ບໍ່ຕອບໂຈດ ກັບຄ່າຄອງຊີບແລ້ວ.
2022-03-16
ນັບແຕ່ລາຄານ້ຳມັນ ປັບຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົລກະທົບ ຕໍ່ພາກທຸຣະກິຈ ທຸກຂແນງການ ຮວມເຖິງປະຊາຊົນທົ່ວໄປ, ຊຶ່ງນ້ຳມັນຖືວ່າ ເປັນປັຈຈັຍພື້ນຖານ ໃນຖານການຜລິດ ແລະ ການປັບຂຶ້ນນ້ຳມັນ ຍັງບໍ່ມີທ່າທີວ່າ ຈະຄົງໂຕ ຫຼືຫຼຸດລົງ.
2022-03-16
ໂຄວິດ-19 ເຣີ່ມກັບມາ ຣະບາດຫຼາຍຂຶ້ນ ໃນລາວ ຍ້ອນວ່າ ທາງການໄດ້ຜ່ອນຜັນ ມາຕການຄວບຄຸມ ໂຄວິດ-19 ແລະປະຊາຊົນ ກໍບໍ່ໃສ່ໃຈ ປ້ອງກັນໂຕເອງ, ທຸຣະກິຈ ຮ້ານກິນດື່ມ ເປີດບໍຣິການ ເປັນປົກຕິ ແລະ ປະຊາຊົນ ຈັດງານຊຸມ ແຊວຫຼາຍຂຶ້ນ.
2022-03-16
ຣັຖວິສາຫະກິຈ ໄຟຟ້າລາວ ລົງນາມ ຂາຍໄຟຟ້າ ໃຫ້ບໍຣິສັດຈີນ ພ້ອມທັງຜັນຂຍາຍ ຄວາມຮ່ວມມື ພາຍໃຕ້ການແລກປ່ຽນ ພລັງງານໄຟຟ້າ ຜ່ານລະບົບແຮງດັນ 500 ກິໂລໂວນ ຈາກເມືອງນາໝໍ້ ແຂວງອຸດົມໄຊ ໄປຫາແຂວງ ຢູນານ ປະເທດຈີນ.
2022-03-15
ເດັກນ້ອຍ ອາຍຸຕໍ່າກວ່າ 2 ປີ ຢູ່ແຂວງສາຣະວັນ ທີ່ໄດ້ຮັບການຊ່ອຍເຫລືອ ດ້ານອາຫານ, ແຕ່ເຄິ່ງນຶ່ງຍັງຂາດ ສານອາຫານ ເຮັດໃຫ້ຮ່າງກາຍ ເດັກນ້ອຍ ເຕີບໂຕ ບໍ່ໄດ້ມາຕຖານ ເຊັ່ນລວງສູງ ແລະ ນ້ຳໜັກ ຖ້າທຽບໃສ່ ອາຍຸຂອງເດັກ ແມ່ນຕ່ຳກວ່າ ມາຕຖານ.
2022-03-15
ອະດີດນັກເຄື່ອນໄຫວ ດ້ານສິທທິມະນຸສ ຮູ້ສຶກໂລ່ງໃຈ ແລະ ປອດພັຍ ທີ່ໄດ້ມາເຖິງ ປະເທດການາດາ ແລະ ຍັງຈະສືບຕໍ່ ເປັນສຽງໃຫ້ແກ່ປະຊາຊົນລາວ ທີ່ຍັງໄດ້ຮັບຄວາມເດືອດຮ້ອນ.
2022-03-15
19 ໂຄງການ ການລົງທຶນ ໃນແຂວງສາຣະວັນ ຖືກຍົກເລີກ ຊຶ່ງມີມູນຄ່າ 1,652 ຕື້ກີບ ຍ້ອນວ່າ ໂຄງການ ດັ່ງກ່າວນີ້ ບໍ່ມີປະສິດທິຜົລ ແລະ ບໍ່ປະຕິບັດຕາມສັນຍາ ການລົງທຶນ, ໃນນັ້ນ ສ່ວນຫຼາຍແມ່ນໂຄງການ ຈາກວຽດນາມ, ຈີນ ແລະໄທຍ.
2022-03-15
ຄອບຄົວ ຊາວຄຣິສຕຽນລາວ ເຈົ້າຂອງເຮືອນທີ່ຖືກຈູດ ແລະ ເປັນເຈົ້າຈອງດິນນາຖືກຍຶດ ຮຽກຮ້ອງຂໍຄວາມເປັນທັມ ກັບເຈົ້າໜ້າທີ່ຣັຖ ຍ້ອນວ່າ ບັນຫາດັ່ງກ່າວນີ້ ຍັງບໍ່ໄດ້ຮັບການເບິ່ງແຍງ ແລະແກ້ໄຂໃຫ້ຖືກຕ້ອງ ຈາກພາກສ່ວນທີ່ກ່ຽວຂ້ອງ.
2022-03-15
ທາງການລາວ ສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ເຂັມທີ່ 2 ໃຫ້ປະຊາຊົນ ໄດ້ເກີນ 50% ແລ້ວ, ແຕ່ກໍມີບາງແຂວງ ທີ່ປະຊາຊົນສ່ວນນຶ່ງ ຍັງບໍ່ກ້າສັກ ເພາະຍ້ານຜົລຂ້າງຄຽງ ແລະ ຍ້ອນວ່າ ຊາວບ້ານທີ່ຢູ່ຫ່າງໄກ ບໍ່ຕື່ນໂຕ ໄປສັກວັກຊິນນີ້.
2022-03-14
ເຈົ້າຂອງ ຣົຖຂົນສົ່ງໂດຍສານ ແລະ ສິນຄ້າ ຖືກເຈົ້າໜ້າທີ່ ກວດກາສິນຄ້າ ແຂວງຄຳມ່ວນ ຕັ້ງຂໍ້ຫາຫຼາຍຂໍ້ ຂະນະທີ່ຊາວບ້ານ ເຫັນວ່າ ເປັນການຕັ້ງຂໍ້ຫາ ທີ່ໜ້າສົງສັຍ, ຍ້ອນສິນຄ້າດັ່ງກ່າວນີ້ ບໍ່ແມ່ນເປັນເຄື່ອງ ຂອງເຈົ້າຂອງຣົຖ ແລະ ເຈົ້າໜ້າທີ່ ກໍບໍ່ມີສິດ ທີ່ຈະກັກໂຕຜູ້ກ່ຽວໄປ.
2022-03-14
ແຂວງອັດຕະປື ມີແຫລ່ງຜລິດໄຟຟ້າ 31 ແຫ່ງ ແຕ່ປະຊາຊົນ ຈໍານວນນຶ່ງ ຍັງບໍ່ມີໄຟຟ້າໃຊ້ ແບບຖາວອນ ຍ້ອນຄວາມທຸກຍາກ ໂດຍສະເພາະ ຜູ້ທີ່ຢູ່ຫ່າງໄກ ແລະຢູ່ຕາມຊາຍແດນ ຊຶ່ງໄຟຟ້າ ທີ່ຜລິດໄດ້ ສ່ວນຫຼາຍແມ່ນ ຖືກສົ່ງໄປຂາຍ ຕ່າງປະເທດ.
2022-03-14
ເຈົ້າແຂວງ ແຂວງຊຽງຮາຍ ປະເທດໄທຍ ສົ່ງໜັງສື ແຈ້ງການໄປຍັງ ເຈົ້າແຂວງ ແຂວງບໍ່ແກ້ວ ເພື່ອຂໍຄວາມຮ່ວມມື ໃນການຊ່ອຍເຫລືອ ກຸ່ມຄົນໄທຍ ທີ່ຖືກຕົວະ ໄປເຮັດວຽກ ຢູ່ເຂດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.