ລາຄານ້ຳມັນ ຂຶ້ນຕໍ່ເນື່ອງ ຝືດເຄືອງ ຄ່າຄອງຊີບ

ໄຊຍາ
2022.03.16
ລາຄານ້ຳມັນ ຂຶ້ນຕໍ່ເນື່ອງ ຝືດເຄືອງ ຄ່າຄອງຊີບ ນີ້ແມ່ນເຫດການ ຊາວລາວຈຳນວນຫຼາຍ ໄປລຽນແຖວລໍຖ້າຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໃນຕອນແລງ ຂອງວັນພຸດ ວັນທີ 9 ມີນາ 2022.
RFA

ນັບແຕ່ປີ 2021 ນໍ້າມັນປັບລາຄາຂຶ້ນ 18 ຄັ້ງສ່ວນສາມເດືອນທຳອິດ ຂອງປີນີ້ໄດ້ປັບຂຶ້ນມາ ແລ້ວ 6 ຄັ້ງ ແລະ ໃນໄລຍະບໍ່ດົນມານີ້ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງ ອຸດສາຫະກັມ ແລະການຄ້າໄດ້ໃຫ້ສັມພາດ ຕໍ່ສື່ມວນຊົນວ່າຈະມີການປັບຂຶ້ນ ລາຄານໍ້າມັນ ຈາກ 15 ວັນມາເປັນທຸກໆ 5-7 ວັນ ນັ້ນໝາຍຄວາມວ່າ ຈາກທີ່ເຄີຍປັບລາຄານໍ້າຂຶ້ນ ຫລືລົງສອງຄັ້ງຕໍ່ເດືອນມາ ເປັນ 3-4 ຄັ້ງຕໍ່ເດືອນ ແລະ ຄາດວ່າພາຍໃນສັປດານີ້ ຈະມີ ການປັບຂຶ້ນລາຄານໍ້າມັນ ອີກເປັນຄັ້ງທີ 7 ຂອງປີນີ້.

ໃນຂະນະທີ່ປະຊາຊົນ ຈຳນວນຫລາຍປະສົບກັບຄວາມເດືອດຮ້ອນ ແຕ່ມາຮອດປັດຈຸບັນ ພັດຍັງບໍ່ໄດ້ຮັບການຊ່ອຍເຫລືອແນວໃດ ຈາກໜ່ວຍງານທີ່ກ່ຽວຂ້ອງ.

ດັ່ງຊາວບ້ານ ຢູ່ເມືອງວາປີ ແຂວງສາຣະວັນທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 16 ມີນາ 2022 ນີ້ວ່າ:

ເພິ່ນກໍຍັງບໍ່ທັນໄດ້ແກ້ໄຂ ອີ່ຫຍັງຫັ້ນແລ້ວ ຄືວ່າຍັງຄືເກົ່າຢູ່ ເອີແຕ່ວ່າເພິ່ນກໍປະກາດຢູ່ວ່າ ບໍ່ໃຫ້ຂຶ້ນລາຄາ ແຕ່ວ່າຄວາມຈຳເປັນຫັ້ນແຫລະ ເສຖກິຈມັນບໍ່ໄດ້້ ອີ່ຫຍັງມາຫັ້ນນ່າ ແພງທຸກຢ່າງສູ່ມື້ນີ້ ບາດໃນໄລຍະກ່ອນນີ້ ມີແຕ່ 2,100 ບາດນີ້ກໍເປັນ 2,500 ກີບ ຈັ່ງສິນ່າ.

ເຖິງແມ່ນວ່າ ປະຊາຊົນຈຳນວນຫລາຍ ໂດຍສະເພາະບັນດາຜູ້ປະກອບການ ໃນຫົວໜ່ວຍແຮງງານຕ່າງໆ ມີຄວາມຕ້ອງການ ໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຊ່ອຍອຸ້ມລາຄານັ້ນ ເພື່ອຫລຸດຜ່ອນບັນຫາຕົ້ນທຶນ ໃນການຊື້-ຂາຍ ສິນຄ້າຂອງປະຊາຊົນລົງ. ແຕ່ຢ່າງໃດກໍຕາມມາຮອດປັດຈຸບັນ ປະຊາຊົນໃນເມືອງ ແລະແຂວງຕ່າງໆ ທົ່ວປະເທດ ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫລືອ ແນວໃດຍົກເວັ້ນແຕ່ ການທີ່ເຈົ້າໜ້າທີ່ກວດກາ ແລະປັບໃໝປໍ້ານໍ້າມັນ ທີ່ກັກຕຸນບໍ່ຂາຍນໍ້າມັນໃຫ້ແກ່ ປະຊາຊົນເທົ່ານັ້ນ.

ດັ່ງຊາວບ້ານ ຢູ່ນະຄອນປາກເຊ ແຂວງຈຳປາສັກ ອີກທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

16,000 ປາຍກີບແອັຊັງ 15,000 ປາຍກີບກາຊວນສູສີ ກັບຂອງໄທຍເລີຍ ມາຮອດໂຕນີ້ກໍ ກໍຍັງບໍ່ທັນແກ້ໄຂເທື່ອ ກໍມີແກ້ໄຂໃນບ່ອນທີ່ວ່າ ເພິ່ນມາປິດມາກັກຕຸນນໍ້າມັນຫັ້ນນ່າ ສົມມຸດວ່າ ແຈ້ງການມື້ນີ້ມື້ອື່ນນໍ້າມັນຊິຂຶ້ນແລ້ວ ກໍປິດນໍ້າມັນຊິໂອ້ຍແລ້ວມັນຊິຂຶ້ນໄປເຣື້ອຍໆ ຂຶ້ນໜ້າ ເລິຍກໍຢາກໃຫ້ລຸດລົງຄືແຕ່ເກົ່າ ຫັ້ນແຫລະເນາະ ຄືແຕ່ເກົ່າກໍມີແຕ່ 7,000 ຫລື 8,000 ກີບ.

ກ່ອນໜ້ານີ້ທ່ານ ບຸນຍາເດດ ທອງສວັນ ຫົວໜ້າຜແນກອຸດສາຫະກັມ ແລະການຄ້າ ແຂວງຈຳປາສັກກ່າວວ່າ ໃນນະຄອນປາກເຊ ມີປໍ້ານໍ້າມັນທັງໝົດ 26 ປໍ້າ, ຢຸດໃຫ້ບໍຣິການ 4 ປໍ້າ ໃນວັນທີ 9 ມີນາ, ຊຶ່ງເປັນມື້ກ່ອນນໍ້າມັນຂຶ້ນລາຄາ ສ່ວນເຫລືອເປີດໃຫ້ບໍຣິການ 12 ປໍ້າ ແລະ ປິດບໍຣິການ 10 ປໍ້າ ທັງນີ້ບັນດາປໍ້ານໍ້າມັນ ເຊື້ອໄຟບາງແຫ່ງທີ່ເປີດບໍຣິການ ເຈົ້າໜ້າທີ່ກວດກາ ການຄ້າແຂວງກວດພົບວ່າ ບາງຫົວໜ່ວຍແມ່ນມີການສວຍໂອກາດ ກັກຕຸນນໍ້າມັນເພື່ອລໍຖ້າຈຳໜ່າຍ ໃນລາຄາທີ່ສູງຂຶ້ນໃນມື້ຕໍ່ມາ.

ໃນຂະນະດຽວກັນ ປໍ້ານໍ້າມັນອີກຈຳນວນນຶ່ງ ທີ່ປິດບໍຣິການໃນໄລຍະທີ່ລາຄານໍ້າມັບ ປັບຂຶ້ນ, ສ່ວນນຶ່ງເປັນຍ້ອນສູນກາງ ຈຳໜ່າຍນໍ້າມັນຂອງລາວ ດຳເນີນກການກະຈາຍນໍ້າມັນ ໄປຂາຍທີ່ປໍ້າຂນາດກາງ ແລະຂນາດນ້ອຍພາຍໃນເມືອງ ແລະແຂວງຕ່າງໆ ໃນຂົງເຂດທົ່ວປະເທດ ມີຄວາມຫຍຸ້ງຍາກ ເນື່ອງຈາກໃນໄລຍະເວລາ ດັ່ງກ່າວນັ້ນປະຊາຊົນມີຄວາມຕ້ອງການ ຕື່ມນໍ້າມັນຢ່າງຫລວງຫລາຍ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄວບຄຸມ ສາງນໍ້າມັນພາຍໃນປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ບາງທີມັນຂາດສາງ ເຂົາກໍມີຂຶ້ນກັບວ່າໂຕໃດ ມັນມີສະຕອກໄວ້ຫລາຍ ເຂົາກໍເອົາມາຕື່ມແລ້ວ ແຕ່ປໍ້າບາງທີ ຖ້າເປັນປໍ້າບໍຣິສັດເອັງແທ້ໆ ເຂົາກໍບໍ່ໃຫ້ຂາດແຕ່ບາດນີ້ ປໍ້າຂອງລູກຄ້າ ທີ່ຊື້ນໍາບໍຣິສັດອາດຈະນໍ້າມັນມາບໍ່ພໍ ເພາະວ່າເຂົາສະເລັ່ຍຄວາມຕ້ອງການວ່າ ມື້ນີ້ຂາຍໄດ້ແຄ່ນີ້ມັນຜິດປົກກະຕິ ເກີດຂຶ້ນຂອງລາຄາຜູ້ຄົນແຫ່ໄປຊື້ມັນ ອາດຈະບໍ່ທ່ວງບໍ່ທັນ.

ກ່ອນໜ້ານີ້ເມື່ອວັນທີ 4 ມີນາຜ່ານມາ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງ ອຸດສາຫະກັມ ແລະການຄ້າ ກ່າວພາຍຫລັງການເຂົ້າຮ່ວມ ກອງປະຊຸມປຶກສາຫາລືການຄຸ້ມ ຄອງລາຄາສິນຄ້າໃນສະພາບທີ່ລາຄານໍ້າມັນ ເພີ່ມສູງຂຶ້ນວ່າປະເທດລາວ ນໍາເຂົ້ານໍ້າມັນຈາກຕ່າງປະເທດ 100% ເຖິງວ່າຈະມີໂຮງງານກັ່ນນໍ້າມັນ ໃນຂັ້ນຕອນສຸດທ້າຍແລ້ວກໍຕາມ ແຕ່ວັດຖຸດິບກໍແມ່ນນໍ້າມັນ ທີ່ເກືອບສຳເຣັດຮູບ ແລະ ທາດເຄມີທີ່ນຳໃຊ້ເຂົ້າໃນຂະບວນການ ກັ່ນນໍ້າມັນກໍຍັງຕ້ອງນຳເຂົ້າ ຈາກຕ່າງປະເທດທັງໝົດຈຶ່ງເຮັດໃຫ້ນໍ້າມັນ ພາຍໃນປະເທດລາວຈຳ ເປັນຕ້ອງໄດປັບຂຶ້ນລາຄາ ຕາມຕລາດໂລກ ແລະອັດຕຣາແລກປ່ຽນຕາມເງິນຕຣາ ລະຫວ່າງປະເທດ.

ທີ່ຜ່ານມານໍ້າມັນເປັນສິນຄ້າ ນຳເຂົ້າອັນດັບຕົ້ນຂອງປະເທດລາວ ຫລືກວມເອົາອັດຕຣາສ່ວນ ສຳຄັນຂອງການນໍາເຂົ້າທັງໝົດ. ສະເພາະປີ 2020 ມີຍອດການນຳເຂົ້ານໍ້າມັນ ມີມູນຄ່າສູງ ເຖິງ 5,064,425,360 ໂດລາຣ໌ສະຫະຣັຖ ຫລື ກວມເອົາ 9.4% ໃນຂະນະທີ່ປີ 2021 ມີຍອດການນຳເຂົ້ານໍ້າມັນ 5,887,331,437 ໂດລາຣ໌ສະຫະຣັຖ ຫລືກວມເອົາ 10.2% ຂອງ ມູນຄ່າການນໍາເຂົ້າ ທັງໝົດໂດຍໃນແຕ່ລະປີ ການນຳເຂົ້າມີທ່າອ່ຽງເພີ່ມຂຶ້ນ ແລະນໍ້າມັນເຊື້ອໄຟທີ່ນຳເຂົ້າມາ ກໍແມ່ນນໍາໃຊ້ກັບພາຫະນະທາງບົກ ແລະທາງອາກາດເປັນສ່ວນໃຫຍ່.

ເມື່ອວັນທີ 10 ມີນາ ທີ່ຜ່ານມາ ກະຊວງອຸດສາຫະກັມ ແລະການຄ້າໄດ້ປະກາດ ປັບຂຶ້ນລາຄານໍ້າມັນແບບກ້າວກະໂດດ ເພາະກ່ອນໜ້ານີ້ຣັຖບານລາວ ມັກຈະປັບລາຄານໍ້າມັນຂຶ້ນພຽງຄັ້ງລະບໍ່ເກີນ 1,000 ກີບ/ລິດ ຂອງແຕ່ລະປະເພດນໍ້າແຕ່ຄັ້ງນີ້ພັດປັບຂຶ້ນເຖິງ 1,430 ກີບ/ລິດເປັນຢ່າງຕໍ່າ ແລະ ບ່ອນທີ່ມີການປັບຂຶ້ນລາຄາ ນໍ້າມັນເຊື້ອໄຟຫລາຍກວ່າໝູ່ແມ່ນ ແຂວງຜົ້ງສາລີ ຍ້ອນເປັນແຂວງທີ່ຢູ່ໃນພື້ນທີ່ຫ່າງໄກເຮັດໃຫ້ຕົ້ນທຶນ ໃນການຂົນສົ່ງມີລາຄາສູງຕື່ມ.

ດັ່ງເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະການຄ້າຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວວ່າ:

ຕ້ອງໄລ່ລຽງຄ່າຂົນສົ່ງ ເພາະວ່ານໍ້າມັນນີ້ມັນນຳເຂົ້າ ໃນແຕ່ລະຈຸດແຕ່ລະດ່ານແລ້ວ ກໍຂະເຈົ້າ ໄລ່ລຽງອັດຕຣາພາສີແລ້ວກໍໄລ່ລຽງ ອາກອນແລ້ວກໍໄລ່ລຽງຄ່າຂົນສົ່ງ ແແຕ່ລະຈຸດແຕ່ລະບ່ອນເນາະ ມັນໄລ່ລຽງກໍຄືໄລ່ລຽງຄ່າຕົ້ນທຶນເນາະ ຕົ້ນທຶນ.

ທາງດ້ານກະຊວງອຸດສາຫະກັມ ແລະການຄ້າ ກໍຈຳເປັນຕ້ອງໄດ້ມີການກຳນົດ ລາຄາເພດານນໍ້າມັນ ຄືນໃໝ່ ເນື່ອງຈາກລາຄານໍ້າມັນປັດຈຸບັນ ແມ່ນມີລາຄາສູງກ່ວາລາຄາເພດານ ນ້ຳມັນທີ່ຣະບຸໃຫ້ ແອັດຊັງທັມມະດາມີລາຄາ 11,000 ກີບ/ລິດ ແລະ ກະຊວນມີລາຄາ 10,000 ກີບ/ລິດເພື່ອເປັນມາຕຖານໃນການດັດ ປັບລາຄາແຊກແຊງ ຊຶ່ງດຳເນີນການໄປພ້ອມກັບ ການເພີ່ມ ຫລືຫລຸດຄັງແຮແຕ່ປັດຈຸບັນ ຄັງແຮດັ່ງກ່າວ ແມ່ນເຫລືອສູນກີບຕໍ່ລິດ ເຮັດໃຫ້ເກີດຄວາມຫຍຸ້ງຍາກ ໃນການຄຸ້ມຄອງລາຄານໍ້າມັນ.

ດັ່ງເຈົ້າໜ້າທີີ່ ທີ່ກ່ຽວຂ້ອງບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຄັງແຮໝາຍເຖິງ ຄັງນໍ້າມັນທີ່ເຮົາຈະເກັບອີ່ຫຍັງ ເພື່ອສຳຮອງຄັນວ່າສູນມັນກໍບໍ່ມີຫຍັງ ມັນກໍຊິເບິດເພາະວ່າການຄຸ້ມຄອງ ລາຄານໍ້າມັນອີ່ຫຍັງຕ່າງໆ ນີ້ທົ່ວປະເທດກົມການຄ້າ ພາຍໃນເປັນຜູ້ກຳນົດໝົດ.

ປັດຈຸບັນທາງການລາວ ຢູ່ລະຫວ່າງການຊອກຫາ ແນວທາງໃນການຫລຸດຜ່ອນຜົລກະທົບ ຂອງປະຊາຊົນຈາກການປັບຂຶ້ນຂອງລາຄານໍ້າມັນ ເປັນຕົ້ນການຫລຸດກອງທຶນ ບູຣະນະທາງຫລວງ ການກຳນົດວິທີການຈັດເກັບລາຍໄດ້ ຂອງຣັຖດ້ານພັນທະພາສີ ແລະອາກອນຕ່າງໆ ໃນໄລຍະທີ່ລາຄານໍ້າມັນປັບຂຶ້ນສູງ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດຄ່ອຍໆ ປັບຂຶ້ນຢ່າງເປັນລະບົບ ແລະບໍ່ຂຶ້ນສູງຫລາຍຈົນເກີນໄປ.

ກ່ອນໜ້ານີ້ກະຊວງການເງິນ ກໍໄດ້ດຳເນີນການຄົ້ນຄ້ວາເພື່ອ ຊອກຫາແນວທາງໃນການແກ້ໄຂ ບັນຫາລາຄານໍ້າມັນປັບຂຶ້ນ ຢ່າງຕໍ່ເນື່ອງດ້ວຍການຫລຸດອາກອນ ມູນຄ່າເພີ່ມຈາກ 10% ໃຫ້ເຫລືອ 7% ແຕ່ຢ່າງໃດກໍຕາມ ແນວທາງດັ່ງກ່າວນີ້ ກໍບໍ່ສາມາດຫລຸດບັນຫາ ລາຄານໍ້າມັນແພງໄດ້ເທົ່າໃດ ເນື່ອງຈາກການກຳນົດລາຄານໍ້າມັນເຊື້ອໄຟ ຈຳເປັນຕ້ອງໄດ້ພິຈາຣະນາ ຮ່ວມກັບໂຄງປະກອບລາຄານໍ້າມັນ ອື່ນໆ ນຳດ້ວຍ ຈຶ່ງມາເປັນລາຄາຂາຍຫຍ່ອຍໜ້າປໍ້າຄື ພາສີ, ອາກອນຊົມໃຊ້, ຄັງແຮ, ກອງທຶນທາງ, ອາກອນມູນຄ່າເພີ່ມ ແລະ ຄ່າບໍຣິການ ຫລື ລາຍຮັບ-ລາຍຈ່າຍ ຂອງພາກທຸຣະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.