ຄົນໄທຍ ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌
2022.03.14
ເຈົ້າໜ້າທີ່ແຂວງບໍ່ແກ້ວ ໄດ້ປະສານງານໄປຍັງຄະນະຄຸ້ມຄອງ ແຮງງານເຂດເສຖກິຈພິເສດ ສາມຫລ່ຽມຄຳເພື່ອຊ່ອຍເຫລືອ ຄົນງານໄທຍທີ່ຖືກຕົວະ ໄປເຮັດວຽກເປັນ ສແກມເມີຣ໌ (Scammer) ຢູ່ກາສິໂນ ຄິງສ໌ໂຣມັນສ໌ ຫລັງຈາກເຈົ້າແຂວງຊຽງຮາຍ ປະເທດໄທຍ ສົ່ງໜັງສືແຈ້ງການໄປຍັງ ເຈົ້າແຂວງບໍ່ແກ້ວເພື່ອຂໍຄວາມຮ່ວມມື ໃນການຊ່ອຍເຫລືອຄົນງານໄທຍຈຳນວນ 10 ຄົນ ກຸ່ມດັ່ງກ່າວນີ້ນັບແຕ່ວັນທີ 21 ກຸມພາທີ່ຜ່ານມາ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 14 ມີນາ ນີ້ວ່າ:
“ໄດ້ຍື່ນເຣື່ອງເຂົ້າໄປໃນຄິງສ໌ໂຣມັນສ໌ ແລ້ວເນາະ ມັນຈະມີໜ່ວຍງານຄະນະຄຸ້ມຄອງ ເຂດໃນຄິງສ໌ໂຣມັນສ໌ຫັ້ນ ທີ່ນີ່ທາງຝ່າຍລາວໄດ້ນຳສເນີ ຕໍ່ຄະນະບໍຣິຫານທາງເຂດ ຝ່າຍຈີນຫັ້ນໂດຍການທີ່ວ່າ ໂດຍປະສານໄປແຕ່ລະຕຶກ ທີ່ວ່າແຮງງານໄທຍຢູ່ຫັ້ນເນາະ.”
ກ່ອນໜ້ານີ້ເມື່ອວັນທີ 21 ກຸມພາ ທີ່ຜ່ານມາ ທ່ານ ພາສະກອນ ບຸນຍາລັກ ເຈົ້າແຂວງຊຽງຮາຍໄດ້ສົ່ງໜັງສືດ່ວນທີ່ສຸດ ສະບັບເລກທີ ຊຣ 001183/3933 ໄປຍັງເຈົ້າແຂວງບໍ່ແກ້ວ ເພື່ອປະສານຂໍຄວາມຮ່ວມມືໃຫ້ທາງການລາວ ຊ່ອຍເຫລືອຄົນງານໄທຍທີ່ຖືກຕົວະໄປ ເຮັດວຽກເປັນ ສແກມເມີຣ໌ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສຖກິຈພິເສດ ສາມຫລ່ຽມ ຄຳເມືອງຕົ້ນເຜີ້ງພາຍຫລັງ ທີ່ໄດ້ຮັບຂໍ້ມູນຈາກຄົນງານໄທຍຈຳນວນ 5 ຄົນທີ່ຖືກຕົວະໄປເຮັດວຽກ ຢູ່ພາຍໃນແຕ່ສາມາດລົບໜີອອກມາໄດ້.
ໃນຂະນະທີ່ທາງການໄທຍ ໄດ້ຕັ້ງຄະນະກັມການເພື່ອດຳເນີນການ ສອບສວນເຫດດັ່ງກ່າວນີ້ກ່ຽວກັບ ຂະບວນການການຄ້າມະນຸດ ຫລືບໍ່ແຕ່ຢ່າງໃດກໍຕາມ ຈາກການຕິດຕາມຂໍ້ມູນເບື້ອງຕົ້ນ ພົບວ່າອາດຈະເຂົ້າຂ່າຍຂະບວນການ ຄ້າມະນຸດຍ້ອນມີລັກສະນະໃກ້ຄຽງກັບ ຄະດີທີ່ທາງຕຳຣວດພູທອນພາກ 5 ເຂດພາກເໜືອ ໄດ້ດຳເນີນການມາກວດພົບວ່າ ຄົນງານໄທຍຖືກຕົວະໄປເຮັດວຽກ ກັບແກ້ງ ສແກມເມີຣ໌.
ດັ່ງ ພົລຕຳຣວດໂທ ຕໍ່ສັກ ສຸກວິມົນ ຜູ້ຊ່ອຍຜູ້ບັນ ຊາການຕຳຣວດແຫ່ງຊາດ ກ່າວຕໍ່ສື່ມວນຊົນເມື່ອວັນທີ 14 ມົກກະຣາ 2022 ນີ້ວ່າ:
“ທ່ານ ກ່າວວ່າ ຂ້າພະເຈົ້າເຊື່ອວ່າມັນໜ້າຈະໄກ້້ຄຽງ ກັບກໍຣະນີຂອງຮັນຊ້າ ຊຶ່ງກໍຣະນີ ຂອງຮັນຊາເຮົາກໍໄດ້ສລຸບສຳນວນ ສົ່ງຟ້ອງໄປຍັງອັຍຍາການຄະດີ ຄ້າມະນຸດແລ້ວພວກເຮົາເຊື່ອວ່າ ມັນກໍບໍ່ເປັນຕາຜິດໄປຈາກນີ້ຫລາຍຂໍເວລາ ພວກເຮົານ້ອຍນຶ່ງເຫັນວ່າ ຝັ່ງພຸ້ນມັນມີຫລາຍກຸ່ມເຫັນບອກວ່າ ເຫລືອອີກປະມານ 6 ຄົນຖ້າເຮົາໄດ້ຊ່ອຍເຫລືອ ເຂົາກັບມາໄດ້ເຂົາກໍຢາກໃຫ້ ຊ່ອຍເຫລືອເພື່ອເຂົາອີກ.”
ໃນໄລຍະທ້າຍປີ 2021 ມາຮອດປັດຈຸບັນມີຄົນງານໄທຍປະມານ 10 ປາຍຄົນຖືກຍາດຕິພີ່ນ້ອງ ແລະໝູ່ເພື່ອນຕົວະໄປເຮັດວຽກ ເປັນແອັດມີນຕອບແຊັດ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໂດຍຄົນງານທີ່ສົນໃຈເດີນທາງ ໄປບໍ່ຕ້ອງເສັຍຄ່າໃຊ້ຈ່າຍແນວ ແຕ່ເມື່ອໄປຮອດກາສິໂນ ຈະຕ້ອງເຮັດວຽກມື້ລະ 12 ຊົ່ວໂມງ ມີເງິນເດືອນໃຫ້ 30,000 ບາດຕໍ່ເດືອນພ້ອມທີ່ພັກ ແລະອາຫານໃນແຕ່ລະມື້ໃຫ້ລ້າໆ .
ເມື່ອເດີນທາງໄປຮອດກາສິໂນ ຄິງສ໌ໂຣມັນສ໌ ແລະ ກັກໂຕສຳເຣັດແລ້ວ ໄປໄລຍະປະມານ 20 ກວ່າມື້ ຫົວໜ້າຄຸມງານ ຄົນຈີນກໍແຈກຢາຍໂທຣະສັບ ແລະຄອມພີວເຕີໃຫ້ແກ່ຄົນງານ ແລະ ບັງຄັບໃຫ້ຄົນງານກຸ່ມດັ່ງກ່າວນີ້ເປີດບັນຊີເຟສບຸກ ແລະອິນສຕາແກຣມ ໂດຍໃຊ້ຮູບ ບຸກຄົນອື່ນທີ່ມີໜ້າຕາດີ ແລະຖານະດີເພື່ອໃຊ້ເປັນຊ່ອງທາງ ໃນການຊັກຊວນໃຫ້ຄົນມາຮ່ວມ ລົງທືນ. ເມື່ອນັກລົງທືນໂອນເຂົ້າມາ ໃຫ້ຈຳນວນຫລາຍ ຫົວໜ້າຄຸມງານຊາວຈີນກໍສັ່ງໃຫ້ປິດ ບັນຊີເຟສບຸກ ຫລືອິນສຕາແກຣມໜີ ແລະ ສະແດງຄວາມດີໃຈດ້ວຍການຕົບມືດັງໆ ຫາກສາມາດຕົວະເງິນໄດ້ ເປັນຈຳນວນຫລາຍ.
ດັ່ງຄົນງານໄທຍ ທີ່ເຄີຍຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ນາງນຶ່ງກາວຕໍ່ສຳນັກຂ່າວ ທ້ອງຖິ່ນ ຢູ່ແຂວງຊຽງຮາຍ ເມື່ອວັນທີ 12 ມີນາ 2022 ນີ້ວ່າ:
“ຍານາງກ່າວວ່າ ເມື່ອໄປຮອດແລ້ວຂະເຈົ້າ ພໍກາພາໄປເບິ່ງໜ້າວຽກແຈກໂທຣະສັບ ມີຄອມໃຫ້ພ້ອມ ກໍສັ່ງສະມັກເຟສບຸກ ສະມັກໄອຈີ ສະມັກຫຍັງນີ້ແຫລະ ບໍ່ກົງເພາະຄັ້ງທຳອິດບອກວ່າ ເປັນແອັດມິນຕອບແຊັດລູກຄ້າ ແຕ່ພໍໄປເຖິງແລ້ວກໍຄືໃຫ້ເຮົາໄປສ້າງ ໂຕຕົນໃນເຟສເພື່ອຈະຊັກຊວນ ຄົນມາລົງທືນ ຫລີ້ນຮຸ້ນ ຫລີ້ນຫຍັງຫັ້ນນ່າ.”
ໃນແຕ່ລະມື້ ຄົນງານໄທຍກຸ່ມດັ່ງກ່າວນີ້ ຈະຕ້ອງເຮັດວຽກປະມານ 15 ຫາ 16 ຊົ່ວໂມງຕໍ່ມື້ ນອກພັກໃນສະຖານທີ່ແອອັດ ແລະເປິເປື້ອນເປັນເຊັ່ນນີ້ປະມານ 1 ສັປດາ ນາຍຈ້າງຊາວຈີນ ກໍໄດ້ຍັງຄັບເຊັນສັນຍາຈ້າງງານທີ່ເປັນພາສາຈີນ ທັງໝົດພ້ອມອະທິບາຍວ່າ ໃນໄລຍະ 2 ເດືອນທຳອິດຄົນງານໄທຍ ກຸ່ມດັ່ງກ່າວນີ້ ຈະໄດ້ຄ່າຈ້າງເດືອນລະ 25,000 ບາດ ແລະ ເມື່ອເຖິງເດືອນທີ 3 ຈະໄດ້ເງິນເດືອນ 30,000ບາດ ຕາມທີ່ຕົກລົງກັນໄວ້. ສະນັ້ນເມື່ອເຫັນວ່າມີການເອົາປຽບ ເຣື່ອງຣາຍໄດ້ຄົນງານໄທຍ ຈຶ່ງບໍ່ຕ້ອງການເຮັດວຽກຕື່ມ ແຕ່ກໍຈຳເປັນຕ້ອງເຮັດວຽກຕໍ່ໄປ ຕາມຄຳສັ່ງຫົວໜ້າຄຸມງານ ຍ້ອນຢ້ານຖືກຂາຍຕໍ່ໄປໃຫ້ກັບບໍຣິສັດອື່ນ.
ດັ່ງຄົນງານໄທຍ ອີກນາງນື່ງກ່າວໃນມື້ດຽວກັນນີ້ວ່າ:
“ເຂົາບອກວ່າເຮັດວຽກ 12 ຊົ່ວໂມງມີພັກເບຣກ ແຕ່ພໍເຮັດແທ້ໆ ປະມານ 15-16 ຊົ່ວໂມງຮວມເບຣກ 11 ໂມງກາງຄືນເຖິງບ່າຍ 2 ໂມງແລງເຮັດໄດ້ປະ ມານ 3-4 ວັນ ໜ້າວຽກບໍ່ກົງກັບທີ່ຕົກລົງກັນກ່ອນຈະມາກໍເລີຍພາກັນຢຸດວຽກ ເຂົາກໍບັງຄັບໃຫ້ໄປເຮັດວຽກອີກຫົວໜ້າ ຈະມາບັງຄັບໃຫ້ໄປເຮັດວຽກ ຖ້າເຂົາຂາຍຕໍ່ໆ ໄປແລ້ວທີ່ສຸດທ້າຍຄືຂາຍໂຕ ເຂົາວ່າແນວນັ້ນ.”
ຄົນງານໄທຍກຸ່ມດັ່ງກ່າວນີ້ ໄດ້ຕິດຕໍ່ຂໍຄວາມຊ່ອຍເຫລືອ ໄປຍັງເວັບໄຊທ໌ ເອກອັກຄະຣາຊທູດໄທຍ ໂດຍເຈົ້າໜ້າທີ່ກໍໄດ້ແນະນຳວ່າ ຫ້າມເຊັນສັນຍາຕາມທີ່ນາຍຈ້າງ ໄດ້ຣະບຸໄວ້ພ້ອມກ່າວວ່າ ຈະພາຍາຍາມປະສານງານໄປຍັງໜ່ວຍງານ ທີ່ກ່ຽວຂ້ອງເພື່ອໃຫ້ການຊ່ອຍເຫລືອ ຕື່ມແຕ່ກໍມິດໄປ. ໃນຂະນະດຽວກັນຄົນງານໄທຍ ກຸ່ມດັ່ງກ່າວນີ້ກໍໄດ້ຕິດຕໍ່ ຂໍຄວາມຊ່ອຍເຫລືອໄປຍັງ ຜູ້ທີ່ຕົວະພວກເຂົາເຈົ້າ ມາເຮັດວຽກແລະຕ້ອງເສັຍຄ່າໃຊ້ຈ່າຍ ໃນການເດີນທາງກັບປະເທດໄທຍ ເປັນເງິນ 44,500 ບາດຕໍ່ຄົນ ໃນນັ້ນເປັນຄ່າໃຊ້ຈ່າຍໃນການລົບໜີ ອອກຈາກກາສິໂນຄິງສ໌ໂຣມັນສ໌ ເປັນເງິນ 30,000 ບາດ ສ່ວນອີກ 14,000 ບາດເປັນຄ່າໃຊ້ຈ່າຍ ໃນການຈ້າງເຮືອໂດຍສານຂ້າມຝັ່ງໄທຍ.
ດັ່ງຄົນງານໄທຍ ອີກທ່ານນຶ່ງກ່າວວ່າ:
“ເຄື່ອງຂອງທຸກຢ່າງນີ້ ຕ້ອງຖີ້ມໄວ້ໝົດ ປົກກະຕິຍາມນີ້ເຂົາຈະເຄັ່ງຂັດຫລາຍ ເຮົາພຽງແຕ່ຍ່າງຂາອອກມານ້ອຍນຶ່ງ ຂະເຈົ້າກໍວ່າພວກເຮົາແລ້ວ ແຕ່ວັນນັ້ນກໍຄົງຈະຈ່າຍຮຽບຮ້ອຍ ລຸຸຍຢ່າລຸຍສວນໄປເຣື້ອຍໆ ໄກຫລາຍປະມານ 45 ນາທີ່ລໍຣົຖມາຮັບ ພວກເຮົາໄປລີ້ຕາມເສົາໄຟຟ້າ ຕາມທີ່ມືດໆ ກ່ອນແລ້ວກໍຂື້ນຣົຖໄປຕອນນີ້ ເພາະເຂົາສາມາດສົ່ງຄົນອອກ ມາຫາໂຕພວກເຮົາໄດ້ເຮົາໄວ້ໃຈຜູ້ໃດບໍ່ໄດ້ເນາະ.”
ກ່ອນໜ້ານີ້ຫ້ອງການສົ່ງ ເສີມແລະຄຸ້ມຄອງເຂດເສຖກິຈພິເສດ ຄະນະຄຸ້ມຄອງເຂດເສຖິຈພິເສດ ແຂວງບໍ່ແກ້ວໄດ້ອອກແຈ້ງການ ສະບັບເລກທີ 23/ຄຈສພ ລົງວັນທີ 21 ກຸມພາ 2022 ເຣື່ອງການຄຸ້ມຄອງແຮງງານ ແລະ ການນໍາໃຊ້ແຮງງານ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳທີ່ຣະບຸວ່າ ຜູ້ນຳໃຊ້ແຮງງານ ແລະຜູ້ໃຊ້ແຮງງານໃນ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ຈະຕ້ອງເຊັນສັນຍາຮ່ວມກັນກ່ອນ ເຣີ້ມງານໂດຍເນື້ອໃນຂອງສັນຍາ ຈະຕ້ອງໄດ້ເຮັດເປັນ 4 ພາສາຄື ພາສາລາວ, ອັງກິດ, ຈີນ ແລະ ພະມ້າ ຫາກມີການນຳໃຊ້ສັນຍາ ແບບບໍ່ຖືກຕ້ອງ ຜູ້ນຳໃຊ້ແຮງງານ ຫລືຜູ້ອອກແຮງງານຈະຖືກລົງໂທດ ຕາມກົດໝາຍວ່າດ້ວຍແຮງງານ ແລະລະບຽບການຄຸ້ມຄອງ ແຮງງານພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ຢ່າງເຂັ້ມງວດ.