ບັນຫາ ຈູດເຮືອນ, ຍຶດດິນນາ ຊາວຄຣິສຕຽນ ຍັງບໍ່ຄືບໜ້າ
2022.03.15

ຊາວຄຣິສຕຽນລາວ ຄອບຄົວນຶ່ງ ຢູ່ບ້ານດົງສວັນ ເມືອງພະລານໄຊ ແຂວງສວັນນະເຂດ ທີ່ວ່າເຮືອນຖືກຈູດ ເມື່ອວັນທີ່ 10 ກຸມພາທີ່ຜ່ານມາ ແລະດິນນາຖືກຍຶດ ໃນເດືອນທັນວາ ປີ 2021 ນັ້ນ ຫຼ້າສຸດ ໃນວັນທີ່ 15 ມິນາ 2022 ນີ້ ທາງຄະນະກັມມະການແກ້ໄຂບັນຫາຂໍ້ຂັດແຍ້ງດັ່ງກ່າວ ໄດ້ເຊີນຊາວຄຣິສຕຽນລາວ ທີ່ເປັນຫົວໜ້າຄອບຄົວດັ່ງກ່າວ ພ້ອມດ້ວຍເຄືອຂ່າຍຊາວຄຣິສຕຽນລາວ ມາຫາລືກັນອີກເທື່ອນຶ່ງ ຢູ່ຫ້ອງການພາຍໃນເມືອງພະລານໄຊ, ແຕ່ໃນການຫາລືກັນນັ້ນ ທາງເຈົ້າໜ້າທີ່ໄດ້ຮຽກຮ້ອງອີກເທື່ອນຶ່ງວ່າໃຫ້ແກ້ຂ່າວ ຊຶ່ງມາຮອດປັດຈຸບັນ ການແກ້ໄຂບັນຫາດັ່ງກ່າວ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ມີຄວາມຄືບໜ້າ.
ດັ່ງນາງ ແສງອາລຸນ ຊາວຄຣິສຕຽນລາວ ຜູ້ເສັຍຫາຍ ກ່າວຕໍ່ວິຍຸເອເຊັຽເສຣີ ໃນວັນທີ່ 15 ມິນາ ນີ້ວ່າ:
“ເພິ່ນວ່າຊິແກ້ໄຂ ແຕ່ເພິ່ນຍັງບໍ່ທັນແກ້ໄຂເທື່ອ ຢາກໃຫ້້ເຮັດຫັ້ນແຫຼະເນາະ ເພາະວ່າ ຂະນ້ອຍຢູ່ໃນດົງໃນປ່າທັງໝົດຫັ້ນ ຄອບຄົວຂະນ້ອຍຫັ້ນ ມື້ນັ້ນຕໍາຣວດມາ ເພິ່ນກະຍັງບໍ່ໄດ້ເວົ້າອິຫຍັງ ຍັງບໍ່ແລ້ວ.”
ນາງກ່າວຕື່ມວ່າ ໃນຂະນະດຽວກັນ ເຈົ້າໜ້າທີ່ຕໍາຣວດເມືອງພະລານໄຊ ກໍຢາກໃຫ້ນາງແກ້ຂ່າວທັງໝົດ ວ່າບໍ່ແມ່ນຄວາມຈິງ ແລະສາເຫດທີ່ເຮືອນຂອງນາງ ຖືກໄຟໄໝ້ໝົດຫຼັງນັ້ນ ກໍໃຫ້ແກ້ຂ່າວວ່າ ບໍ່ແມ່ນສີມືຂອງພວກນາຍບ້ານ ແຕ່ເກີດຍ້ອນສາເຫດອືື່ນໆ ເພື່ອບໍ່ໃຫ້ເກີດຄວາມເສັຍຫາຍຕໍ່ລະບົບການຈັດຕັ້ງຂອງເມືອງ ເນື່ອງຈາກເຫດການກ່າວ ທີ່ຖືກເຜີຍແຜ່ ຜ່ານສື່ສັງຄົມອອນລາຍນ໌ກ່ອນໜ້ານີ້ ໄດ້ເຮັດໃຫ້ເກີດພາບລັກບໍ່ດີ ຕໍ່ລະບົບການຈັດຕັ້ງຂອງເມືອງ, ແຕ່ເຖິງຢ່າງໃດກໍຕາມ ນາງກໍຢາກໄດ້ຄວາມຍຸຕິທັມ ແລະຢາກໄດ້ທີ່ດິນດັ່ງກ່າວຄືນ ຫວັງວ່າພາກສ່ວນທີ່ກ່ຽວຂ້ອງ ຈະມີຄວາມເຫັນໃຈ ແລະເລັ່ງແກ້ໄຂໃຫ້.
ໃນຂະນະດຽວກັນ ເຄືອຂ່າຍຊາວຄຣິສຕຽນລາວ ນາງນຶ່ງ ທີ່ຮູ້ເຫດການດັ່ງກ່າວ ກໍຢືນຢັນວ່າ ກໍຣະນີດັ່ງກ່າວ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ ແລະພັດຖືກເຈົ້າໜ້າທີ່ຕໍາຣວດຂັ້ນເມືອງ ພຍາຍາມໃຫ້ຜູ້ເສັຍຫາຍແກ້ຂ່າວ ກ່ຽວກັບສາເຫດໄຟໄໝ້ເຮືອນ ແຕ່ທາງເຄືອຂ່າຍຊາວຄຣິສຕຽນລາວ ກໍບໍ່ເຫັນດີໃຫ້ຜູ້ເສັຍຫາຍແກ້ຂ່າວ ຍ້ອນຢ້ານວ່າ ຈະເຮັດໃຫ້ຄະດີຈົບ ແລະຈະບໍ່ໄດ້ຮັບຄວາມເປັນທັມ.
ດັ່ງຍານາງກ່າວວ່າ:
“ຕອນນີ້ຫັ້ນ ຍັງບໍ່ທັນໄດ້ແກ້ໄຂຫຍັງໝົດເນາະ ແລ້ວມັນດັງທາງໂຊຊ້ຽວເນາະ ທາງຕໍາຣວດເມືອງ ລະໃຫ້ແກ້ຂ່າວ ໃຫ້ເວົ້າວ່າໄຟໄໝ້ກະຍ້ອນວ່າ ມັນໄໝ້ຈາກແນວອື່ນ ແມ່ນຫຍັງຫັ້ນນ່າ ກະຢັບຢັ້ງເນາະ ເພາະວ່າຄະດີມັນຍັງບໍ່ຈົບ ບໍ່ໃຫ້ຂະເຈົ້າແກ້ຂ່າວ.”
ຍານາງກ່າວອີກວ່າ ມາຮອດຕອນສວຍຂອງວັນທີ່ 15 ມິນາ ນີ້ ທາງຄະນະກັມມະການ ແກ້ໄຂບັນຫາຂໍ້ຂັດແຍ້ງດັ່ງກ່າວ ໄດ້ເຊີນຊາວຄຣິສຕຽນລາວ ທີ່ເປັນຫົວໜ້າຄອບຄົວດັ່ງກ່າວ ພ້ອມດ້ວຍເຄືອຂ່າຍຊາວຄຣິສຕຽນລາວ ມາຫາລືກັນອີກເທື່ອນຶ່ງ ຢູ່ຫ້ອງການພາຍໃນເມືອງພະລານໄຊ ແລະກໍຍັງສເນີໃຫ້ຜູ້ເສັຍຫາຍແກ້ຂ່າວທີ່ເກີດຂຶ້ນ ແລ້ວເຜີຍແຜ່ການແກ້ຂ່າວນັ້ນ ຜ່ານສື່ສັງຄົມອອນລາຍນ໌ ແຕ່ໃນເບື້ອງຕົ້ນ ທາງຄອບຄົວຜູ້ເສັຍຫາຍຈະບໍ່ຍອມເຮັດການແກ້ຂ່າວ ແລະທາງເຄືອຂ່າຍຊາວຄຣິສຕຽນທີ່ເຂົ້າໄປຊ່ອຍເຫຼືອ ກໍຈະຮ້ອງຮຽນຕໍ່ຂັ້ນແຂວງ ແລະຂັ້ນສູນກາງ ຄັນວ່າຍັງບໍ່ໄດ້ຮັບຄວາມເປັນທັມພາຍໃນເດືອນນີ້.
ສ່ວນເຣື່ອງຄະດີດັ່ງກ່າວ ກໍຍັງບໍ່ທັນໄດ້ມີຫຍັງຄືບໜ້າ ແລະທາງເຈົ້າໜ້າທີ່ຕໍາຣວດ ກໍບໍ່ໄດ້ຄວບຄຸມໂຕກຸ່ມນາຍບ້ານດັ່ງກ່າວ ມາສອບສວນແຕ່ຢ່າງໃດ ທັ້ງໆທີ່ຫຼາຍຄົນຕ່າງຮູ້ດີ ວ່າສາເຫດທີ່ໄຟໄໝ້ເຮືອນຜູ້ເສັຍຫາຍນັ້ນ ແມ່ນເກີດຈາກສີມືຂອງກຸ່ມນາຍບ້ານ ທີ່ມີແນວຄິດອະຄະຕິຕໍ່ຊາວຄຣິສຕຽນລາວ ແລະບໍ່ຢາກໃຫ້ຢູ່ຮ່ວມກັນໃນບ້ານ.
ສ່ວນຊາວຄຣິສຕຽນລາວ ເຄືອຂ່າວຄຣິສຕະຈັກຂ່າວປະເສີດ ທີ່ຮູ້ຂ່າວດັ່ງກ່າວ ກ່າວວ່າ ລາວເອງກໍຮູ້ສຶກບໍ່ສະບາຍໃຈ ທີ່ເຈົ້າໜ້າທີ່ຂັ້ນບ້ານບາງເຂດ ຍັງຂົ່ມເຫັງຊາວຄຣິສຕຽນລາວ ທັ້ງໆທີ່ ກ່ອນໜ້ານີ້ກໍໄດ້ມີການເຜີຍແຜ່ທັມມະນູນ ວ່າດ້ວຍສາສນາຄຣິສ ຢູ່ຫຼາຍເມືອງໃນແຂວງສວັນນະເຂດແລ້ວ ແລະທາງການແຂວງ ກໍຮັບຮອງທັມມະນູນດັ່ງກ່າວ ແຕ່ກໍຍັງມີນາຍບ້ານບາງບ້ານ ທີ່ບໍ່ປະຕິບັດຕາມ ແລະຂົ່ມເຫັງຊາວຄຣິສຕຽນລາວຢູ່.
ດັ່ງທ່ານກ່າວວ່າ:
“ຂະນ້ອຍກະຮູ້ສຶກເປັນຫ່ວງຄືກັນ ກໍມີແລ້ວ ແຂວງສວັນນະເຂດນິ່ ທາງເພິ່ນໄປປະກາດ ແລະໄປປະຊຸມແລ້ວ ນາຍບ້ານເພິ່ນກະບໍ່ຮັບຮອງ ເອີ້ນວ່າ ເຂົາບໍ່ປະຕິບັດດອກ ແຕ່ວ່າເຂົາຮູ້ຢູ່ກົດໝາຍ ເຂົາຮູ້ຢູ່ທັມມະນູນຂອງຄຣິສຕຽນ ແຕ່ວ່າເຂົາບໍ່ຍອມຮັບ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາຫ້ອງການ ປກສ ເມືອງພະລານໄຊ, ຫ້ອງການພາຍໃນ ເມືອງພະລານໄຊ ແລະ ເຈົ້າໜ້າທີ່ຂັ້ນບ້ານ ບ້ານດົງສວັນ ເພື່ອສອບຖາມລາຍຣະອຽດຂອງເບື້ອງຕໍາຣວດ ແລະນາຍບ້ານ ທີ່ມີສ່ວນກ່ຽວຂ້ອງ ແຕ່ກໍບໍ່ສາມາດຕິດຕໍ່ຫາເຈົ້າໜ້າທີ່ຄົນໃດໄດ້.
ຢ່າງໃດກໍຕາມ ກ່ອນໜ້ານີ້ ເຈົ້າໜ້າທີ່ໃນຄະນະແກ້ໄຂຂໍ້ຂັດແຍ້ງດັ່ງກ່າວ ຊີ້ແຈງໃຫ້ຮູ້ພຽງແຕ່່ວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ພວກປຶກສາຫາລືກັນ ເພື່ອຫາທາງອອກໃນການແກ້ໄຂບັນຫາທີ່ເກີດຂຶ້ນ ແລະຈະພຍາຍາມໃຫ້ຄວາມເປັນທັມ ແກ່ຄອບຄົວຊາວຄຣິສຕຽນລາວດັ່ງກ່າວ.
“ມີແຕ່ຂັ້ນຕອນການປຶກສາຫາລື ວ່າເຮົາຊິ ຊອກວິທີການແນວໃດແທ້ຮ່ວມກັນຫັ້ນນ່າ ໃນຄະນະກັມມະການແກ້ໄຂທາງສາສນາຫັ້ນ ພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ ປກສ ຫ້ອງການພາຍໃນ ແລະຄະນະກັມມະການຕ່າງໆ.”
ທາງດ້ານ ດຣ. ບຸນທອນ ຈັນທະວົງ ວີເຊີ້ ປະທານອົງການພັນທະມິດເພື່ອປະຊາທິປະໄຕໃນລາວ ກໍຂໍປະນາມການກະທໍາດັ່ງກ່າວ ຂອງເຈົ້າໜ້າທີ່ຂັ້ນບ້ານ ທີ່ລະເມີດສິດທິໃນການເຊື່ອຖືສາສນາຄຣິສຕ໌ ແລະຮຽກຮ້ອງໃຫ້ທາງການລາວ ເລັ່ງແກ້ໄຂແລະໃຫ້ຄວາມເປັນທັມ ແກ່ຊາວຄຣິສຕຽນລາວຄອບຄົວດັ່ງກ່່າວ ແບບຮີບດ່ວນ.
ດັ່ງຍານາງ ກ່າວວ່າ:
“ພວກເຮົາ ອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ປະນາມຢ່າງຮຸນແຮງ ທີ່ບໍ່ມີການນັບຖືສິດທິມະນຸສ ເປັນຕົ້ນແມ່ນ ສິດທິໃນການນັບຖືສາສນາ ພວກເຮົາທວງໃຫ້ທາງການ ສປປ.ລາວ ຈົ່ງຮີບປະຕິບັດຕາມສົນທິສັນຍາ ສະຫະປະຊາຊາດ ທີ່ກ່າວເຖິງ ການນັບຖືສາສນາ ໂດຍບໍ່ມີການຈໍາແນກ ວ່າແມ່ນການນັບຖືສາສນາໃດໆ.”
ເຫດການຈູດເຮືອນດັ່ງກ່າວ ເກີດຂຶ້ນໃນວັນທີ່ 10 ກຸມພາ ທີ່ຜ່ານມາ ຊຶ່ງຊາວຄຣິສຕຽນລາວ ຄອບຄົວດັ່ງກ່າວ ທີ່ມີສະມາຊິກຄອບຄົວທັງໝົດ 10 ຄົນ. ເຖິງຢ່າງໃດກໍດີ ເອເຊັຽເສຣີຣາຍງານກ່ອນໜ້ານັ້ນວ່າ ຄອບຄົວດັ່ງກ່າວນີ້ ແມ່ນມີສະມາຊິກຄອບຄົວ 12 ຄົນ ໂດຍອີງຕາມຄໍາເວົ້າ ຂອງຊາວຄຣິສຕຽນລາວຄົນນຶ່ງ, ແຕ່ມາເຖິງປັດຈຸບັນນີ້ ທາງຫົວໜ້າຄອບຄົວໄດ້ຢືນຢັນວ່າ ຈໍານວນສະມາຊິກໃນຄອບຄົວ ແທ້ຈິງແມ່ນມີ 10 ຄົນ ຊຶ່ງຄອບຄົວຂອງຊາວຄຣິສຕຽນລາວດັ່ງກ່າວນີ້ ໄດ້ຖືກກຸ່ມນາຍບ້ານ ບ້ານດົງສວັນ ບຸກມາຈູດເຮືອນຖີ້ມ ຍ້ອນບໍ່ພໍໃຈທີ່ຄອບຄົວດັ່ງກ່າວ ເຊື່ອຖືສາສນາຄຣິສຕຽນ ເຮັດໃຫ້ປັດຈຸບັນ ຄອບຄົວດັ່ງກ່າວ ຕ້ອງໄດ້ພາກັນຍ້າຍໄປຢູ່ເຮືອນອີກຫຼັງນຶ່ງ ແລະຕ້ອງພາກັນຢູ່ແບບທຸກຍາກໃນສູ່ມື້ນີ້.
ແລະກ່ອນໜ້ານັ້ນ ທາງຄອບຄົວດັ່ງກ່າວ ກໍໄດ້ຖືກກຸ່ມນາຍບ້ານຂົ່ມເຫັງຫຼາຍຢ່າງ ແລະລະເມີດສິດທິມະນຸສ ເປັນຕົ້ນ ໃນວັນທີ່ 4 ທັນວາ ປີ 2021 ຜູ້ເປັນຜົວຂອງນາງໄດ້ເສັຍຊີວິດ ຍ້ອນພຍາດສ່ວນໂຕຂອງຜູ້ກ່ຽວ ແລະທາງຄອບຄົວ ກໍໄດ້ນໍາສົບໄປປ່າຊ້າຂອງບ້ານ ໃນວັນທີ່ 6 ທັນວາ ເພື່ອທີ່ຈະຝັງຢູ່ບ່ອນດັ່ງກ່າວ ແຕ່ຖືກກຸ່ມເຈົ້າໜ້າທີ່ຂັ້ນບ້ານ ຫ້າມບໍ່ໃຫ້ຝັງສົບໃນປ່າຊ້າຂອງບ້ານ ແລະໄດ້ມີການທ້າທາຍ ພ້ອມທັງໄດ້ພາກັນມາເຄາະຕີໂລງສົບຜົວຂອງນາງ ແລະພຍາຍາມໄລ່ຕີຄົນໃນຄອບຄົວຈົນໄດ້ຮັບບາດເຈັບ ເພື່ອສະແດງການຂົ່ມເຫັງ ເຮັດໃຫ້ນາງຕ້ອງນໍາສົບຂອງຜົວກັບມາເຮືອນ ແລະນໍາໄປຝັງຢູ່ດິນນາຂອງຄອບຄົວ ໃນວັນທີ່ 7 ທັນວາ ແລະຫຼັງຈາກນັ້ນເຈົ້າໜ້າທີ່ຂັ້ນບ້ານ ກໍໄດ້ຍຶດເອົາດິນນາຂອງນາງ ເພື່ອບໍ່ໃຫ້ຄອບຄົວດັ່ງກ່າວ ມີບ່ອນປູກເຂົ້າ ແລະປູກຝັງແນວອື່ນໆອີກຕໍ່ໄປ.