ເຣື້ອງທີ່ເກັບບັນທຶກໄວ້
2021-10-15
ກ້ວຍທີ່ຈີນປູກຢູ່ລາວ ສ້າງລາຍໄດ້ໃຫ້ນັກລົງທຶນຈີນ ຢ່າງຫຼວງຫຼາຍ ແລະຣັຖບານລາວໄດ້ຮັບສ່ວນນຶ່ງ ແຕ່ສິ່ງທີ່ໜ້າເປັນຫ່ວງຄື ຍັງມີການໃຊ້ສານເຄມີຫຼາຍ ແລະ ການເບິ່ງແຍງຄົນງານລາວຍັງບໍ່ດີຂຶ້ນ.
2021-10-14
ເຊື້ອໂຄວິດ-19 ແຜ່ລາມໄປຍັງ ເຂດຄຸມຂັງນັກໂທດ ແລະ ພຣະສົງ, ສາມເນນ ໃນແຂວງຫຼວງພຣະບາງ, ຂນະທີ່ ທາງການເຕືອນ ຢ່າຫຼົງເຊື່ອໂຄສະນາ ຢາປິ່ນປົວໂຄວິດ-19 ທາງສື່ສັງຄົມອອນລາຍນ໌ (Social Media).
2021-10-14
ຜູ້ໃຊ້ໂທຣະສັບ ຈຳນວນນຶ່ງ ບໍ່ພໍໃຈທີ່ເບີໂທຣະສັບສ່ວນໂຕ ຖືກນຳໄປໃຫ້ ບໍຣິສັດສີນເຊື່ອ ໂທໂຄສະນາ ລົບກວນ, ສ້າງຄວາມກັງວົນໃຈໃຫ້. ດ້ວຍເຫດດັ່ງກ່າວນີ້ິ, ຈຶ່ງມີຄຳຮຽກຮ້ອງໃຫ້ ພາກສ່ວນທີ່ ກ່ຽວຂ້ອງກວດສອບ ແລະ ແກ້ໄຂບັນຫານີ້.
2021-10-14
ທາງການລາວ ໃຫ້ເຫດຜົນວ່າ ການແຜ່ຣະບາດ ຂອງເຊື້ອ ໂຄວິີດ-19 ເປັນອຸປສັກ ໃນການບັນລຸ ເປົ້າໝາຍ ການພັທນາ ທີ່ຍືນຍົງ ໃນ ປີ 2030 ຕາມແຜນການ ຂອງອົງການ ສະຫະປະຊາຊາດ. ແຕ່ວ່າ ລະບົບການ ຈັດການ ທີ່ເປັນຢູ່ໃນ ປັຈຈຸບັນ ກໍເປັນສາເຫດນຶ່ງ.
2021-10-14
ນາຍົກ ຣັຖມົນຕຣີ ແນະນຳ ນັກຂ່າວ ສເນີຂ່າວ ທີ່ມີມູນຄວາມຈິງ ເພື່ອເປັນແສງສວ່າງ ໃຫ້ກັບ ພັກ ແລະ ຣັຖ. ຄວາມຈິງແລ້ວ ສື່ມວນຊົນລາວ ຍັງບໍ່ກ້າ ທີ່ຈະນຳສເນີ ຂ່າວສານ ນອກເໜືອ ໄປຈາກຂ່າວ ທີ່ຖືກກຳນົດໄວ້ແລ້ວ.
2021-10-13
ຄວາມຕ້ອງການ ແຮງງານ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ, ທາງການ ແຂວງບໍ່ແກ້ວ ຈຶ່ງໄດ້ຜ່ອນຜັນໃຫ້ ນາຍຈ້າງ ຮັບຄົນງານ ຕ່າງຊາດ ກັບໄປເຮັດວຽກ ພາຍໃຕ້ ເງືອນໄຂ ແລະມາຕການ ເຊັ່ນການກວດຫາເຊື້ອ ແລະ ກັກໂຕ ເປັນຕົ້ນ.
2021-10-13
ທາງການລາວ ຢືນຢັນ ເປີດໃຊ້ເສັ້ນທາງຣົດໄຟ ລາວ-ຈີນ ປາຍປີນີ້ ແຕ່ ຂະບວນຣົດໄຟ ສຳລັບຜູ້ໂດຍສານ ທີ່ຈະເດີນທາງ ລະຫວ່າງແຂວງ ແລະ ປະເທດນັ້ນ ຍັງບໍ່ຮູ້ວ່າ ຈະເປີດໃຊ້ໄດ້ ໃນທ້າຍປີນີ້ ຫຼືບໍ່ ເນື່ອງຈາກການຣະບາດ ຂອງໂຄວິດ-19.
2021-10-13
ທາງການ ແຂວງບໍ່ແກ້ວ ໄດ້ຊ່ອຍເຫຼືອ ຍິງສາວລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດໄປຈີນ ແລະ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ. ໃນໄລຍະ 1 ປີ ທີ່ຜ່ານມາ, ເຈົ້າໜ້າທີ່ ຕຳຣວຈ ພ້ອມກັບ ຫ້ອງການ ແມ່ຍິງລາວ ສາມາດຊ່ອຍ ຍິງສາວລາວ ອອກຈາກ ວົງຈອນ ການຄ້າມະນຸດໄດ້ ເປັນຈຳນວນຫຼາຍ.
2021-10-12
ໂຄວິດ-19 ຣະບາດໜັກ ໃນຫຼາຍແຂວງຂອງລາວ ໂດຍສະເພາະ ແຂວງຫຼວງພຣະບາງ ແລະ ແຂວງ ຄຳມ່ວນ. ດ້ວຍເຫດນີ້ ທາງການແຂວງ ຈຶ່ງໄດ້ເຂັ້ມງວດ ມາຕການ ປ້ອງກັນ. ຖ້າຜູ້ຕິດເຊື້ອເພີ່ມຫຼາຍ ທາງການລາວ ການຕຽມເງືອນໄຂ ໃຫ້ປິ່ນປົວ ຢູ່ເຮືອນ.
2021-10-12
ບໍຣິສັດ ວຽດນາມ ໄດ້ເອົາລົດຈົກ ມາມ້າງຖຽງນາຊາວບ້ານ ຢູ່ເມືອງນອງ ໂດຍອ້າງວ່າ ເປັນເຂດ ສັມປະທານ ຂອງຕົນ, ສ່ວນຊາວບ້ານ ກໍອ້າງວ່າ ເປັນດິນ ຂອງເຂົາເຈົ້າ ແລະ ບໍຣິສັດ ຍັງບໍ່ທັນ ຈ່າຍຄ່າຊົດເຊີຽ ຜົລປູກ ໃຫ້ເຂົາເຈົ້າ.
2021-10-11
ທາງການຜ່ອນຄາຍ ມາດຕການ ລ໊ອກດາວ ໂດຍຍົກເລີກ ການຕັ້ງດ່ານ ກວດກາ ຕາມຖນົນຫົນທາງ ໃນເຂດ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ແຕ່ກໍຍັງຄຸມ ເຂັ້ມງວດ ໃນເຂດພື້ນທີ່ ສີແດງ ທີ່ມີ ການຣະບາດຫຼາຍ.
2021-10-11
ສພາການຄ້າ ແລະ ອຸດສາຫະກັມ ສເນີໃຫ້ ທາງການ ເປີດໂຮງງານ ອຸດສາຫະກັມ ຖ້າຫາກວ່າ ປິດໂຮງງານ ດົນໄປ ກໍຈະເຮັດໃຫ້ ຄົນງານ ຂາດລາຽໄດ້, ໂຮງງານ ຜລິດສິນຄ້າ ບໍ່ໄດ້ຕາມ ໂຄຕ້າ, ການສົ່ງອອກ ເຮັດໃຫ້ຂາດ ລູກຄ້າ ໃນອະນາຄົດ.
2021-10-11
ຣັຖບານລາວ ຢືນຢັນວ່າ ໂຄງການຣົດໄຟ ລາວ-ຈີນ ເປີດຢ່າງເປັນທາງການ ໃນເດືອນທັນວາ ເຖິງແມ່ນວ່າ ຈະປະເຊີນກັບ ການຣະບາດ ຂອງໂຄວິດ-19 ແລະ ເສຖກິຈ ທົດຖອຍ ແຕ່ໂຄງການນີ້ ຍັງດຳເນີນ ຕາມແຜນການ ທີ່ວາງໄວ້.
2021-10-10
ການເດີນທາງ ກັບວຽງຈັນ ຂອງພຍາຫົວຂອງ ຜ່ານທາງ ປະເທດໄທຍ ບ່ອນຊຶ່ງທ່ານ ໄດ້ຮັບການຮັບຕ້ອນ ຢ່າງອົບອຸ່ນ ຈາກນາຍົກ ຣັຖບານ ແລະ ເຈົ້າໜ້າທີ່ໄທຍ ທີ່ໄດ້ຈັດຂບວນ ໄປສົ່ງເຖິງ ນະຄອນວຽງຈັນ.
2021-10-10
ເຖິງແມ່ນວ່າ ທາງການຈະອອກ ມາຕການ ລ໊ອກດາວ ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ຢ່າງເຂັ້ມງວດ ແຕ່ກໍ່ມີ ໄວໜຸ່ມ ຈຳນວນນຶ່ງ ທີ່ຖືເບົາ ຕໍ່ຄຳສັ່ງ ແລະ ຝ່າຝືນ, ທ້າທາຍ ອຳນາດຣັຖ ເສບຢາເສບຕິດ ແລະ ພົກພາ ອາວຸດປືນ.