ຍິງສາວ ຖືກຊ່ອຍ ຈາກຄາຊີໂນ, ຈາກຈີນ
2021.10.13

ໃນໄລຍະ 1 ປີຜ່ານມາ ຄະນະກັມມະການ ຕ້ານການ ຄ້າມະນຸດ ແຂວງບໍ່ແກ້ວໄດ້ຊ່ອຍເຫຼືອ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າ ມະນຸດ ຢູ່ຈີນ ແລະໃນຄາຊີໂນ ຄິງສ໌ ໂຣມັນ (Kings Romans Casino) ຢູ່ ເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ທັງໝົດ 9 ຄົນ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ຄະນະກັມມະການ ຕ້ານການຄ້າ ມະນຸດ ແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ຕຸລານີ້:
“ຜ່ານມາ ເຮົານີ້ ຈະຊ່ວຍໄດ້ ແດ່ເນາະ ໂຕນີ້ຫັ້ນແຫຼະເນາະ ຊ່ວຍເປົ້າໝາຍ ທີ່ເຮົາສົງສັຍ ຈໍານວນນຶ່ງເຮົາກໍມ້າງໄດ້ ຈໍານວນນຶ່ງ ເຮົາກໍມ້າງບໍ່ໄດ້ ຫັ້ນນ່າ ແບບຕົວະໄປ ເອົາຜົວຄົນຈີນ ມັນຈະມີແບບນີ້ຫັ້ນນ່າ.”
ການຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ຢູ່ຈີນ ແລະ ໃນ ຄິງສ໌ ໂຣມັນສ໌ ມີຮູບແບບ ຕ່າງກັນ ຄືແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າ ມະນຸດຢູ່ຈີນ ແມ່ນຖືກນາຍໜ້າ ລາວຕົວະ ໃຫ້ແຕ່ງດອງກັບຄົນຈີນ ໂດຍໃຫ້ ເງິນຄ່າດອງ 35 ລ້ານກີບ, ແຕ່ພໍໄປເຖິງ ຈີນແລ້ວ ຖືກນໍາ ໄປຂາຍໃຫ້ ນາຍໜ້າຜູ້ ໃໝ່ຕໍ່; ສ່ວນວ່າ ຜູ້ຕົກເປັນເຫຍື່ອ ຂອງການຄ້າ ມະນຸດ ຢູ່ຄາຊີໂນ ຄິງສ໌ ໂຣມັນ ແມ່ນຖືກ ນາຍໜ້າລາວຕົວະມາ ເປັນຄົນງານ ວ່າມີລາຍໄດ້ດີ, ແຕ່ພໍມາເຖິງ ຄາສິໂນ ພັດຖືກ ບັງຄັບ ໃຫ້ເປັນສາວ ບໍຣິການທາງເພດ ເຮັດໃຫ້ ແມ່ຍິງລາວ ຈໍານວນນຶ່ງ ມີບັນຫາ ທາງດ້ານ ສະພາບຈິດໃຈ ຍ້ອນຄົນຈີນ ບັງຄັບໃຫ້ເສບຢາເສບຕິດ ແລະ ມີເພດສັມພັນ ແບບໂຫດຮ້າຍ ດັ່ງເຈົ້າໜ້າທີ່ ຫ້ອງການແມ່ຍິງ ແຂວງບໍ່ແກ້ວ ກ່າວໃນມື້ດຽວ ກັນນີ້ວ່າ:
“ທີ່ເຮົາ ຊ່ວຍມາ ແຕ່ຈີນເນາະ ອັນນັ້ນ ຈະເປັນການ ແຕ່ງດອງ ແອບແຝງ ສ່ວນຫຼາຍ ຈະເປັນຄົນຕ່າງແຂວງ. ສ່ວນຫຼາຍ ເຂົາເຈົ້າ ກໍແມ່ນໄປ ກັກຂັງນ່າ ບໍ່ໄດ້ອອກ ໄປໃສເນາະ ກັກ ພາສພອຣ໌ດ (Passport) ບໍ່ ກັກຢູ່ສະຖານທີ່ ດ່ຽວຫັ້ນນ່າ. ບາດນີ້ ມີແຕ່ຜົວຜູ້ນີ້ ແລ້ວກໍໄປເອົາ ຜົວຜູ້ທີສອງ ຈະແມ່ນນາຍໜ້າ ຜູ້ນຶ່ງ ຕ່າງຫາກ ຫັ້ນນ່າ ຕິດຕໍ່ໃຫ້ເອົາ ຫັ້ນນ່າ. ບາງທີ່ກໍ ຖືກຕົວະ ມາອອກແຮງງານ ເນາະ ສຸດທ້າຍ ກໍຖືກ ມາຂາຍ ບໍຣິການ ໃຫ້ຄົນຈີນ. ຢູ່ເຂດ ເສຖກິຈພິເສດ ສາມຫຼ່ຽມຄໍາ ທີ່ເຮົາຊ່ວຍມາໄດ້ ຈົນອັນນ່າ... ຜີບ້າ ໄປບັງຄັບໃຫ້ ເຂົາເຈົ້າ ເສບຢາຫັ້ນນ່າ.”
ນາງກ່າວຕື່ມວ່າ ສາເຫດຕົ້ນຕໍ ທີ່ເຮັດໃຫ້ແມ່ຍິງລາວ ຕົກເປັນເຫຍື່ອ ຂອງການຄ້າ ມະນຸດ ແມ່ນຍ້ອນຄວາມທຸກຍາກ, ບໍ່ຮູ້ໜັງສື, ຮູ້ເທົ້າບໍ່ເຖິງການ ແລະວ່າສ່ວນໃຫຍ່ ພວກເຂົາ ຍັງນ້ອຍ, ອາຍຸບໍ່ເຖິງ 18 ປີ.
ຫ້ອງການ ແມ່ຍິງລາວ ຊ່ອຍເຫຼືອ ຜູ້ທີ່ໄດ້ຕົກເປັນ ເຫຍື່ອຂອງ ການຄ້າ ມະນຸດ ນັ້ນ ດ້ວຍການ ຟຶ້ນຟູສະພາບຈິດໃຈ ຢູ່ສູນພັກແມ່ຍິງ, ສຶກສາ ອົບຮົມ ໃຫ້ມີສະຕິ ລະວັງຕົວ ບໍ່ໃຫ້ຕົກ ເປັນເຫຍື່ອ ຂອງການຄ້າມະນຸດ ຕື່ມອີກ, ຫຼັງຈາກນັ້ນ ກໍໄດ້ສົ່ງ ພວກເຂົາ ເຈົ້າກັບຄືນ ບ້ານເດີມ.
ໃນຂະນະ ດຽວກັນ ໃນໄລຍະ 1 ປີ ຜ່ານມານີ້ ຄະນະກັມມະການ ຕ້ານການຄ້າ ມະນຸດ ແຂວງບໍ່ແກ້ວ ຍັງໄດ້ ກວດພົບ ຣົດຕູ້ຂົນສົ່ງຄົນ ເຂົ້າ-ອອກ ເມືອງຜິດກົດໝາຍ ທັງໝົດ 88 ຄັ້ງ ຊຶ່ງໃນນັ້ນໄດ້ຂົນແມ່ຍິງລາວ ຈາກຕ່າງແຂວງ ເປັນຕົ້ມຈາກ ແຂວງຫຼວງພຣະບາງ, ວຽງຈັນ ແລະ ແຂວງພາກໃຕ້ ມາເປັນ ສາວບໍຣິການ ທາງເພດ ຢູ່ຄາຊີໂນ ຄິງສ໌ ໂຣມັນສ໌ ແລະຂົນ ຄົນງານລາວ ຈາກຕ່າງແຂວງ ທີ່ບໍ່ມີເອກສານ, ບໍ່ປະຕິບັດ ຕາມມາຕການ ຂອງທາງການ ມາເຮັດວຽກຢູ່ ເມືອງຕົ້ນເຜິ້ງ ດັ່ງເຈົ້າໜ້າທີ່ ຕໍາຣວຈ ປ້ອງກັນ ຄວາມສງົບ ແຂວງບໍ່ແກ້ວ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 12 ຕຸລານີ້ວ່າ:
“ມັນລະເມີດ ອັນແຈ້ງການ ລະເນາະ ເພາະວ່າ ແຂວງບໍ່ແກ້ວ ມັນເປັນພິເສດ ໜ້ອຍນຶ່ງເນາະ ມັນມີກຸ່ມສ່ຽງ ເພິ່ນ ມີແຈ້ງການ ບໍ່ໃຫ້ເຂົ້າເນາະ ເພິ່ນຫ້າມ ບໍ່ໃຫ້ເຂົ້າໄປ ທາງຕົ້ນເຜິ້ງບໍ່ ຈັ່ງຊີ້ແຫຼະ ບໍ່ໃຫ້ເຂົ້າມາທາງຫ້ວຍຊາຍ ນີ້ນໍາ. ອັນນີ້ ສ່ວນຫຼາຍ ເປັນແຮງງານລາວ ມາຕ່າງແຂວງ ອາສັຍ ຈະໄປເຮັດວຽກ ຢູ່ຕົ້ນເຜິ້ງ ເຂົາເຈົ້າ ຈະອາສັຍໄປ ເປັນສາວ ບໍຣິການ ຢູ່ຕົ້ນເຜິ້ງເນາະ.”
ທ່ານກ່າວຕື່ມວ່າ ອີງຕາມ ການສຣຸບ ການຈັດຕັ້ງປະຕິບັດ ວຽກງານ ຕ້ານການຄ້າ ມະນຸດ ຂອງຄະນະກັມການ ຕ້ານການຄ້າ ມະນຸດ ແຂວງບໍ່ແກ້ວ ໃນມື້ ວັນທີ 6 ຕຸລານີ້ ແມ່ນໄດ້ ສຶກສາອົບຮົມ ແມ່ຍິງທີ່ ບໍຣິການ ທາງເພດ ທັງໝົດ 78 ຄົນ. ໃນນັ້ນ ຈໍານວນນຶ່ງ ຂີ່ຣົດຕູ້ ຈາກຕ່າງແຂວງ ມາເປັນສາວ ບໍຣິການ ທາງເພດ ຢູ່ ຄາສິໂນ ຄິງສ໌ ໂຣມັນສ໌ ແລະ ຈໍານວນນຶ່ງ ເປັນສາວ ບໍຣິການທາງເພດ ຢູ່ທີ່ນັ້ນແລ້ວ ຊຶ່ງ ສ່ວນຫຼາຍ ມີອາຍຸ ສເລັ່ຍແຕ່ 18 ປີຫາ 20 ປາຍປີ.
ໃນໄລຍະ 1 ປີຜ່ານມານີ້ ເຖິງແມ່ນວ່າ ຢູ່ແຂວງບໍ່ແກ້ວ ມີມາຕການ ປິດບ້້ານ ປິດເມືອງ ເພື່ອສະກັດກັ້ນການ ແພ່ຣະບາດ ຂອງເຊື້ອ ໂຄວິດ-19 ແຕ່ກໍຍັງມີການ ເຄື່ອນໄຫວ ຄ້າມະນຸດ ແລະຄ້າປະເວນີຢູ່ ຍ້ອນວ່າ ຢູ່ແຂວງ ນີ້ມີ ຄາຊີໂນ ຄິງສ໌ ໂຣມັນສ໌ ແລະມີຄົນຈີນ ມາທີ່ນັ້ນຫຼາຍ ເຮັດໃຫ້ຂະບວນ ພວກຄ້າມະນຸດ ແລະຄ້າປະເວນີ ສວຍໂອກາດ ຫາລາຍໄດ້ ຈາກການໃຊ້ ແມ່ຍິງລາວ ເປັນເຄື່ອງມື ຢູ່ໃນເຂດນັ້ນ ດັ່ງ ເຈົ້າໜ້າທີ່ຕໍາຣວຈ ປ້ອງກັນ ຄວາມສງົບ ແຂວງບໍ່ແກ້ວ ທ່ານດຽວກັນນີ້ເວົ້າວ່າ:
“ກໍຍ້ອນວ່າ ສ່ວນຫຼາຍ ເຂົາກໍວ່າມາ ທາງບໍ່ແກ້ວ ຈະມີກາຊີໂນ ຈະມີຄົນຈີນ ຫຼາຍແດ່ເນາະ ສ່ວນຫຼາຍກໍຈີນ ກໍເອົາເງິນ ໃຫ້ເຂົາຫຼາຍ ບໍ່ຈັກເນາະ ສ່ວນຫຼາຍ ກໍຂະເຮັດແນວນີ້ ເນາະ ຄົນຈີນມັນຫຼາຍເດ.”
ແຕ່ເຖິງຢ່າງໃດ ກໍຕາມ ຕົກມາ ປີນີ້ ເມື່ອທາງການ ແຂວງບໍ່ແກ້ວ ເຂັ້ມງວດ ໃນເຣື່ອງການ ປິດບ້ານ ປິດເມືອງ ປິດແຂວງ ກໍບໍ່ເຫັນ ແມ່ຍິງລາວ ຈາກຕ່າງແຂວງ ມາເປັນສາວ ບໍຣິການທາງເພດ ຫາເງິນໃນຄາສິໂນ ຄິງສ໌ ໂຣມັນສ໌ ຂອງ ຈີນນັ້ນອີກ ຍ້ອນຫຼາຍຄົນ ຖືກເຈົ້າໜ້າທີ່ ສົ່ງກັບຄືນບ້ານເດີມ ດັ່ງປະຊາຊົນ ຢູ່ເມືອງຕົ້ນເຜິ້ງ ຜູ້ນຶ່ງເວົ້າ ໃນມື້ດຽວກັນນີ້ວ່າ:
“ມັນບໍ່ມີແລ້ວເດ ສາວບໍຣິການ ດຽວນີ້ ເຂົາເຈົ້າ ກວດແບບວ່າ ເຂົາເຈົ້າ ຍຸບຮ້ານ ເຂົາປິດໝົດແລ້ວເດຫ້າງຮ້ານເຂົາເຈົ້າ ມັນບໍ່ມີແລ້ວນ່າ ຊ່ວງໄລຍະນຶ່ງ ເຂົາເຈົ້າສົ່ງ ກັກເຂົ້າສູນ ກັກກັນໂຕ 14 ມື້ ແລ້ວກໍສົ່ງກັບຄືນບ້ານ ກັບຄືນເມືອງ ແລ້ວກັບຄືນແຂວງ ໝົດແລ້ວເດ.”
ອີງຕາມ ແຜນການ ປະຈໍາປີ 2020-2021 ຄະນະກັມການ ຕ້ານການຄ້າ ມະນຸດ ແຂວງບໍ່ແກ້ວ ຈະສືບຕໍ່ຊ່ອຍເຫຼືອ ແມ່ຍິງ ທີ່ເປັນຄົນ ບໍ່ແກ້ວ ຊຶ່ງຕົກເປັນ ເຫຍື່ອຂອງ ການຄ້າມະນຸດ ຢູ່ຈີນໃຫ້ໄດ້ ຕື່ມອີກ 2 ຄົນ ພາຍຫຼັງ ທີ່ພວກເຂົາເຈົ້າ ຖືກຕົວະຍົວະ ແຕ່ງດອງ ກັບຄົນຈີນ ແລ້ວພາໄປຈີນ ຊຶ່ງທາງຄອບຄົວຂອງ ພວກເຂົາເຈົ້າ ໄດ້ຂໍຄວາມ ຊ່ອຍເຫຼືອ, ປັດຈຸບັນເປັນຄະດີ ທີ່ຍັງບໍ່ ສາມາດແກ້ໄຂ ໄດ້ເທື່ອ. ແລະສໍາລັບ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຢູ່ຄາຊີໂນ ຄິງສ໌ ໂຣມັນສ໌ ໃນເມືອງຕົ້ນເຜິ້ງ ກໍມີອີກຫຼາຍຄົນ ທີ່ທາງເຈົ້າໜ້າທີ່ ລາວຍັງບໍ່ສາມາດ ຊ່ອຍເຫຼືອໄດ້ ຍ້ອນກ່ອນ ຈະເຂົ້າໄປກວດຄົ້ນ ໃນເຂດນັ້ນໄດ້ ກໍບໍ່ແມ່ນ ເຣື່ອງງ່າຍ ຍ້ອນເປັນເຂດ ຂອງຈີນ, ອີງຕາມຂໍ້ມູນ ຂອງຫ້ອງການ ແມ່ຍິງແຂວງບໍ່ແກ້ວ.