ນາຍົກ ຂໍໃຫ້ສື່ມວນຊົນ ນຳສເນີ ຄວາມຈິງ

ໄຊຍາ
2021.10.14
ນາຍົກ ຂໍໃຫ້ສື່ມວນຊົນ ນຳສເນີ ຄວາມຈິງ ນາຍົກຣັຖມົນຕຣີ ສປປລາວ ທ່ານ ພັນຄໍາ ວິພາວັນ ກ່າວ ໃນກອງປະຊຸມ ສມັຍວິສາມັນ ເທື່ອທີ 1 ສະພາ ແຫ່ງຊາດ ຊຸດທີ 9
ພາບຈາກ: ວີດີໂອ ຂ່າວສານປະເທດລາວ

ໃນວັນທີ 6 ຕຸລາ ທີ່ຜ່ານມານີ້ ໃນໂອກາດທີ່ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ໄດ້ພົບປະກັບ ສື່ມວນຊົນ ທົ່ວປະເທດ ຜ່ານລະບົບປະຊຸມທາງໄກ ຫຼື Video Conference Call ພາຍໃຕ້ ຫົວຂໍ້ ການແກ້ໄຂ ການຣະບາດ ຂອງໂຄວິດ-19 ໃນຕອນນຶ່ງ ທ່ານໄດ້ຊົມເຊີຍ ການເຮັດໜ້າທີ່ ຂອງສື່ມວນຊົນລາວ ພ້ອມກັບຢາກໃຫ້ ສື່ມວນຊົນພາຍໃນປະເທດ ນຳສເນີຄວາມຈິງ ແລະ ຄວາມຄິດເຫັນຂອງ ປະຊາຊົນ ເພື່ອສ່ອງແສງ ໃຫ້ ພັກ-ຣັຖ ໄດ້ຮັບຊາບ ເພື່ອທີ່ຈະນຳໄປ ພິຈາຣະນາ ແລະ ປັບປຸງ ເພີ່ມຕື່ມ, ດັ່ງທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ລາວ ໄດ້ກ່າວຕອນນຶ່ງວ່າ:

 ສື່ມວນຊົນ ຕ້ອງນັບຖື ຄວາມຈິງ ຕ້ອງສ່ອງແສງ ໃຫ້ສະພາບ ຄວາມເປັນຈິງ ຂອງວຽກງານ ການນຳພາ ຂອງຄວາມມຸ້ງໝັ້ນ ປາດຖະໜາ ຂອງປະຊາຊົນ ອັນນີ້ສຳຄັນ ກ່ອນອື່ນໝົດ ຄວາມວ່າ ການຣາຍງານ ຂອງສື່ມວນຊົນ ຕ້ອງບໍ່ຂີ້ຕົວະ ຕ້ອງບໍ່ບິດເບືອນ ຕ້ອງແມ່ນ ບົນພື້ນຖານ ຄວາມເປັນຈິງ ແລະ ມີຄວາມສ້າງສັນ, ສເນີແນະ, ມີຕິ ແຕ່ຕ້ອງສເນີວິທີແກ້.

ກ່ຽວກັບເຣື່ອງນີ້ ສື່ມວນຊົນ ໃນລາວທ່ານນຶ່ງ ທີ່ຂໍສງວນຊື່ ແລະ ອົງກອນກ່າວວ່າ ການເຮັດໜ້າທີ່ ຂອງ ສື່ມວນຊົນລາວ ທຸກມື້ນີ້ ກໍຢູ່ບົນພື້ນຖານ ຂອງການ ນຳສເນີຂ່າວ ທີ່ມີຄວາມຈິງ ຢູ່ແລ້ວ ແລະ ພະຍາຍາມ ຫຼີກລ້ຽງ ການສຳເນີຂ່າວ ທີ່ບໍ່ມີມູນ ຄວາມຈິງ ຊຶ່ງຈະເຮັດໃຫ້ ສັງຄົມແຕກຕື່ນ.

ສື່ມວນຊົນເຮົາ ພະຍາຍາມ ຕ້ອງເອົາແຕ່ຄວາມຈິງ ຫັ້ນແຫຼະ ເວົ້າໃຫ້ປະຊາຊົນ ແບບບໍ່ໃຫ້ ປະຊາຊົນ ແຕກຕື່ນຫຼາຍ ເກີນໄປເນາະ ຫຼີກລ້ຽງ ສຸດໆ ແມ່ນບໍ່ໃຫ້ເວົ້າ ແນວທີ່ມັນບໍ່ມີມູນຄວາມຈິງ.

ສື່ມວນຊົນລາວ ອີກທ່ານນຶ່ງກ່າວວ່າ ທ່ານກໍຄິດວ່າ ທີ່ທ່ານພັນຄຳ ໄດ້ເວົ້າແນວນັ້ນ ຕໍ່ສື່ມວນຊົນລາວ ນັ້ນກໍເປັນເຣື່ອງ ທີ່ດີຫຼາຍ ຍ້ອນຈະເຮັດໃຫ້ ສື່ມວນຊົນລາວ ເຮັດໜ້າທີ່ ນຳສເນີ ຂໍ້ມູນ ຄວາມຈິງ ໃນສັງຄົມ ໃຫ້ຫຼາຍຂື້ນ ດັ່ງທີ່ເຄີຍເຮັດ ມາຢູ່ເລື້ອຍໆ .

ເພິ່ນເວົ້າແບບນັ້ນ ກໍດີ ບໍ່ມີຄວາມ ຫຍຸ້ງຍາກຫຍັງດອກ ຜ່ານມາເຮົາ ກໍເຮັດຕາມຄວາມຈິງ ຫັ້ນແຫຼະ ຂ່າວທຸກຂ່າວ ມັນກໍເປັນຄວາມຈິງ ຫັ້ນນ່າຈຶ່ ງເວົ້າໄປຫັ້ນນ່າ.

ຊາວລາວ ຈຳນວນນຶ່ງ ເຫັນວ່າ ເປັນເຣື່ອງຍາກ ທີ່ສື່ມວນຊົນພາຍໃນ ປະເທດ ຈະກ້າ ສເນີຄວາມຈິງ ທີ່ເກີດຂື້ນ ໃນລາວໄດ້ ໝົດທຸກເຣື່ອງ ຍ້ອນຍັງມີ ບາງປະເດັນ ໃນສັງຄົມທີ່ ສື່ມວນຊົນລາວ ບໍ່ຢາກແຕະຕ້ອງ ປານໃດ ເປັນຕົ້ນ ການສເນີຂ່າວ ກ່ຽວກັບຊາວບ້ານ ໃນຫຼາຍທ້ອງຖິ່ນ ທີ່ຮຽກຮ້ອງ ຄ່າຊົດເຊີຍ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ດັ່ງຊາວ ບ້ານຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ທ່ານນຶ່ງກ່າວວ່າ:

ເພິ່ນກໍບໍ່ກ້າລະ ຢ້ານຕິເບາະ ຊິແມ່ນເພິ່ນຢ້ານ ຫັ້ນແຫຼະ ບຸກຈັ່ງໃດມັນກໍ ສູ້ຄວາມຈິງ ບໍ່ໄດ້ດອກ ເນາະເພາະວ່າ ເຮົາບໍ່ໄດ້ໄປລັກ ໄປສົກເພິ່ນເນາະ ຄັນເຮົາຖາມເງິນລະວ່າ ຄາໂຄວິດ, ໂຄວິດ ຣະບາດ ຕ້ອງມາເຄັຍເງິນ, ເຄັຍຄຳ ໃຫ້ປະຊາຊົນ ຕອນຊ່ວງວິກິຈ ແບບນີ້ ແມ່ນບໍ່.

ໃນຂນະທີ່ ຄົນງານລາວ ນາງນຶ່ງທີ່ເຄີຍ ປະສົບບັນຫາ ບໍ່ໄດ້ເງິນຄ່າຈ້າງ ຈາກບໍຣິສັດຜູ້ຮັບເໝົາ ໂຄງການສ້າງ ທາງຣົດໄຟ ລາວ-ຈີນ ກ່າວວ່າ ໃນໄລຍະ ທີ່ລາວຍັງບໍ່ໄດ້ ຄ່າຈ້າງຈາກ ນາຍຈ້າງ ຊາວຈີນນັ້ນ ກໍເຄີຍໄປຮ້ອງຂໍ ນຳສື່ມວນຊົນ ໃນທ້ອງຖິ່ນ ໃຫ້ຊ່ອຍນຳ ສເນີຂ່າວ ດັ່ງກ່າວ ເພື່ອເປັນ ກະບອກສຽງ ໃຫ້ແກ່ຄົນງານ ທີ່ບໍ່ໄດ້ຄ່າຈ້າງ ແຕ່ບໍ່ມີການ ສເນີຂ່າວໃຫ້ເທື່ອ.

ບໍ່ມີໃຜຊ່ອຍ ຄືວ່າຫັ້ນແຫຼະ ກໍເຫຼືອໃຈຫັ້ນເດ້ ອີກຢ່າງນຶ່ງ ເຮົາກໍບໍ່ມີເງິນ ລ້ຽງຄົນງານ ບັກຫຼາຍໆ ຄົນຊິນ່າ ກໍວ່າເອີຢູ້ໄດ້ ຊ່ອຍໄດ້ ຊິມີນໍ້າຈິດນໍ້າໃຈ.

ຊາວບ້ານຢູ່ ເມືອງນອງ ແຂວງສວັນນະເຂດ ທີ່ໄດ້ຮັບຜົລກະທົບ ຈາກການ ລົງທືນ ດ້ານກະເສດ ຂອງບໍຣິສັດ ວຽດນາມ ກ່າວວ່າ ກ່ອນໜ້ານັ້ນ ລາວເອງ ກໍເຄີຍນໍາຂໍ້ມູນ ເຣື່ອງ ຜົລກະທົບ ໄປແຈ້ງໃຫ້ ແກ່ສື່ມວນຊົນ ໃນທ້ອງຖິ່ນ ເພື່ອໃຫ້ຊ່ອຍ ນຳສເນີ ຂໍ້ມູນຄວາມຈິງ ທີ່ເກີດຂື້ນ ແຕ່ພັດບໍ່ໄດ້ມີ ການນຳສເນີ ຂ່າວແນວໃດເທື່ອ ເຮັດໃຫ້ທຸກມື້ນີ້ ຊາວບ້ານຫຼາຍຄົນບໍ່ຮູ້ວ່າ ຈະໄປເພິ່ງພາກສ່ວນໃດ.

ເອີ ຊຸມຂ້ອຍນີ້ບໍ່ຮູ້ທາງໄປນຶ່ງມາຊິໄດ້ແຈ້ງຂ່າວກາເມື່ອຍແຈ້ງແລ້ວເດ້ ກາເຂົາບໍ່ໄດ້ຫຍຸ້ງກ່ຽວຢາກໃຫ້ເພິ່ນແກ້ໄຂດ່ວນປະຊາຊົນນີ້ບໍ່ມີເຂົ້າກິນ.

ອີງຕາມ ການຈັດ ອັນດັບປະເທດ ທີ່ໃຫ້ສິດ ເສຣີພາບ ຕໍ່ສື່ມວນຊົນ ຂອງອົງການ ນັກຂ່າວ ບໍ່ມີພົມແດນ ຫຼື Reporters Without Borders ປະຈຳປີ 2021, ຣະບຸໃຫ້ປະເທດລາວ ຢູ່ໃນ ອັນດັບທີ 172 ຂອງໂລກ ຂອງປະເທດທີ່ ໃຫ້ສິດເສຣີພາບ ຕໍ່ສື່ມວນຊົນ ຈາກທັງໝົດ 180 ປະເທດ. ໃນຂນະທີ່ ຫຼາຍອົງກອນ ສາກົນ ດ້ານສິດທິ ມະນຸດກໍຍັງເຫັນວ່າ ສື່ມວນຊົນໃນລາວ ຍັງຖືກຄວບຄຸມ ແລະຈຳກັດສິດ ໃນການສເນີ ຂໍ້ມູນຂ່າວສານ ໂດຍທາງການລາວຢູ່ ເຮັດໃຫ້ ບັນດາສື່ມວນຊົນ ບໍ່ກ້າທີ່ຈະ ປະຕິບັດໜ້າທີ່  ແບບກົງໄປ ກົງມາ ແບບຕາມໃຈໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.