ເຣື້ອງທີ່ເກັບບັນທຶກໄວ້
2024-01-16
ເກົາຫຼີໃຕ້ ໄດ້ຫ້າມນັກທ່ອງທ່ຽວ ຊາວເກົາຫຼີໃຕ້ ເຂົ້າເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ໂດຍຄຳສັ່ງດ່ັງກ່າວມີຜົລຕັ້ງແຕ່ວັນທີ 01 ກຸມພາ ໄປຈົນຮອດວັນທີ 31 ກໍຣະກະດາ ປີ 2024 ແລະ ຖືເປັນການແຈ້ງເຕືອນໄພ ໃນລະດັບ 4 ເຊິ່ງເປັນການແຈ້ງເຕືອນໄພ ລະດັບສູງສຸດ.
2024-01-16
ອັບເດດ ແລະ ຄາດຄະເນ ເສຖກິຈຜິດກົດໝາຍ ໃນພື້ນທີ່ບໍຣິເວນສາມຫຼ່ຽມຄໍາ ທີ່ມີຊາຍແດນຂອງໄທຍ, ລາວ ແລະພະມ້າ ຖືເປັນຈຸດສຸມຂອງການຄ້າຢາເສບຕິດ ໃນຫຼາຍທົດສະວັດທີ່ຜ່ານມາ ບໍຣິເວນນີ້ ຍັງມີສະພາບແວດລ້ອມ ທີ່ເອື້ອຍໃຫ້ອົງກອນອາຊກັມ ສາມາດເຮັດທຸຣະກິຈທີ່ຜິດກົດໝາຍໄດ້.
2024-01-16
ແຂວງອັດຕະປື ກວດພົບການໃຊ້ຈ່າຍ ເງິນບໍຣິຈາກ ແລະເງິນຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແບບບໍ່ຖືກຕ້ອງ ເປັນຈຳນວນ 84 ຕື້ກີບ ແລະ ອີກ 100,000 ໂດລ້າຣ໌ສະຫະຣັຖ ແລະມີຫຼາຍພາກສ່ວນທີ່ພົວພັນ ກັບເຣື່ອງນີ້.
2024-01-13
ທ້າວ ວັນນານ້ອຍ ນິຍົມສິນ ເຈົ້າຂອງລາງວັນ ຄູຝຶກດີເດັ່ນ ທາງດ້ານສື່ Digital ໃນລະດັບອາຊ້ຽນ.
2024-01-13
ເດັກຍິງ 4 ຄົນ ເກືອບເປັນເຫຍື່ອ ການຄ້າມະນຸສ, ບໍຣິສັດ ລາວ-ຈີນ ເຊົ່າດິນຊາວບ້ານ ເພື່ອປູກໝາກໂມ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ຊາວບ້ານຢູ່ເມືອງໂຂງ ທີ່ເສັຽດິນໃຫ້ໂຄງການ ເຂດເສຖກິຈໃໝ່ສີທັນດອນ ບໍ່ພໍໃຈກັບຄ່າຊົດເຊີຽ.
2024-01-12
ຫລາຍແຂວງໃນລາວ ເຣີ່ມມີແຜນຟື້ນຟູ ເພື່ອດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວລາວຫລາຍຂຶ້ນ ຍ້ອນ ຣັຖບານລາວ ຕັ້ງເປົ້າໝາຍ ຈະໃຫ້ມີ ນັກທ່ອງທ່ຽວໃນປີ 2024 ບໍ່ຫລຸດ 4.6 ລ້ານຄົນ.
2024-01-12
ຊາວລາວຈໍານວນນຶ່ງ ບໍ່ເຫັນດີກັບການປັບປຸງ ອານຸສາວະລີ ຫຼື ປະຕູໄຊ ໃນຮູບໃໝ່ ດ້ວຍການຕັດຕົ້ນໄມ້ອອກບາງສ່ວນ ແລະ ມີການປະດັບດ້ວຍຫິນຕ່າງໆ ຍ້ອນວ່າ ບໍ່ມີຕົ້ນປົກຄຸມບໍຣິເວນດັ່ງກ່າວ ເຊິ່ງຈະເຮັດໃຫ້ມີຄວາມຮ້ອນຫຼາຍຂຶ້ນ ສຳລັບນັກທ່ອງທ່ຽວ ໂດຍສະເພາະໃນຕອນກາງເວັນ.
2024-01-12
ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ຢູ່ຫລວງພະບາງ ສ່ວນໃຫຍ່ແມ່ນຄົນຈີນ ແລະວຽດນາມເປັນເຈົ້າຂອງທຸຣະກິຈ ເຮັດໃຫ້ຄົນລາວສ່ວນນຶ່ງ ທີ່ຖືກຍາດແຍງອາຊີບ ຕ້ອງໄດ້ຮຽກຮ້ອງ ໃຫ້ຣັຖບານກວດກາ ແລະປະຕິບັດຕາມກົດໝາຍ ເພື່ອບໍ່ໃຫ້ຄົນລາວ ຖືກຍາດແຍ່ງອາຊີບ.
2024-01-12
ປະຊາຊົນເຂດຫ່າງໄກສອກຫຼີກ ຢູ່ແຂວງເຊກອງ ໃນອັດຕຣາສ່ວນ 18% ຂອງຈໍານວນຄອບຄົວ ທັງໝົດ ຍັງບໍ່ມີໄຟຟ້າໃຊ້ ຍ້ອນວ່າ ພາກຣັຖຂາດງົບປະມານ ເພື່ອຂຍາຍຕາໜາງໄຟຟ້າ ໃຫ້ເຂົ້າເຖິງພື້ນທີ່ເຂດຫ່າງໄກ ເຖິງແມ່ນວ່າ ເຊກອງເປັນແຂວງນຶ່ງ ທີ່ມີໂຄງການເຂື່ອນໄຟຟ້າ ຫຼາຍກໍຕາມ.
2024-01-12
ຄະດີຢາເສບຕິດ ຍັງເພີ່ມຂຶ້ນຫຼາຍ ໃນແຕ່ລະປີ ໂດຍສະເພາະປີທີ່ຜ່ານ ເຊິ່ງຄະນະກັມມະການ ແກ້ໄຂບັນຫາຢາເສບຕິດ ສືບຕໍ່ປະຕິບັດວາຣະແຫ່ງຊາຕ ເພື່ອແກ້ໄຂບັນຫາຢາເສບຕິດ ແລະການແກ້ໄຂບັນຫາດັ່ງກ່າວ ຖືວ່າບໍ່ປະສົບຜົລສຳເຣັດເທົ່າທີ່ຄວນ, ມີພຽງການຈັບຜູ້ຄ້າຣາຍຍ່ອຍ ແລະ ຜູ້ຂົນສົ່ງເທົ່ານັ້ນ.
2024-01-11
ບັນຫາ ນໍ້າຢາງພາຣາລົ້ນຕລາດ ສ່ວນນຶ່ງ ເປັນຍ້ອນບໍຣິສັດຈີນ ເຂົ້າມາເຊົ່າທີ່ດິນຈາກພໍ່ແມ່ປະຊາຊົນ ແລະຂໍສັມປະທານດິນຈາກຣັຖ ເພື່ອດໍາເນີນການປູກຢາງພາຣາ ເປັນຈໍານວນຫຼາຍ ເຮັດໃຫ້ຊາວກະສິກອນ ຈໍາເປັນຕ້ອງຂາຍສິນຄ້າໃນລາຄາທີ່ຕໍ່າລົງ.
2024-01-11
ມູນຄ່າ ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະຈໍາເດືອນ ພຶສຈິກາ ປີ 2023 ທີ່ຜ່ານມາ ຢູ່ທີ່ 1,085 ລ້ານໂດລ້າຣ໌ ສະຫະຣັຖ, ມູນຄ່າການນໍາເຂົ້າ 696 ລ້ານໂດລ້າຣ໌ ສະຫະຣັຖ, ມູນຄ່າການສົ່ງອອກ 389.5 ລ້ານໂດລ້າຣ໌ ສະຫະຣັຖ, ຂາດດຸນການຄ້າ 297.5 ລ້ານໂດລ້າຣ໌ສະຫະຣັຖ.
2024-01-11
ພາກສ່ວນທີ່ກ່ຽວຂ້ອງ ຕຣຽມການກໍ່ສ້າງເຂື່ອນໄຟຟ້າ ປາກລາຍ ຢ່າງເປັນທາງການ ເຊິ່ງເປັນເຂື່ອນແມ່ນໍ້າຂອງ ແຫ່ງທີ 4 ໃນປະເທດລາວ ນັບຈາກເຂື່ອນໄຊຍະບູຣີ, ເຂື່ອນດອນສະໂຮງ ແລະ ເຂື່ອນຫຼວງພຣະບາງ ຂະນະທີ່ປະຊາຊົນກັງວົນ ເຣື່ອງການຖືຶກຍົກຍ້າຍ ແລະຄ່າຊົດເຊີຍທີ່ບໍ່ສົມລາຄາ.
2024-01-10
ທາງການລາວ ອາຈຕັ້ງຫ້ອງການໄອຍະການ ປະຊາຊົນ ໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ຍ້ອນມີຄະດີຫລາຍຢ່າງ ທັງການຄ້າມະນຸສ, ຄ້າຢາເສບຕິດ, ຄ້າສັດປ່າຫວງຫ້າມ, ມີການຟອກເງິນ.
2024-01-10
ມີການກວດພົບ ຜລິຕພັນຊີ້ນງົວ, ຂາໝູ ແລະຕີນໄກ່ແຊ່ແຂງ ຫຼາຍກວ່າ 11 ຕັນ ທີ່ບໍ່ມີເອກະສານກຳກັບສິນຄ້າດັ່ງກ່າວ ຫຼັງຈາກທີ່ເຈົ້າໜ້າທີ່ ໄດ້ກວດກາ ຣົຖບົນທຸກຄັນນຶ່ງ ທີ່ຕ້ອງສົງໄສ ຕາມການຮ້ອງຮຽນ ຂອງປະຊາຊົນ ເຂດບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.