ເຂດສາມຫຼ່ຽມຄໍາ ເປັນຈຸດສຸມທຸຣະກິຈ ຜິດກົດໝາຍ ຫຼາຍຢ່າງ

ເຂດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເດືອນກໍຣະກະດາ ປີ 2023.
ເຂດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເດືອນກໍຣະກະດາ ປີ 2023. (RFA)

0:00 / 0:00

ສະມາຄົມ ນັກຂ່າວຕ່າງປະເທດ ປະຈໍາປະເທດໄທຍ ຫຼື Foreign Correspondents Club of Thailand (FCCT) ຈັດງານເສວະນາ ໃນຫົວຂໍ້ ອັບເດດ ແລະຄາດການ ເສຖກິຈຜິດກົດໝາຍ ໃນພູມິພາກແມ່ນໍ້າຂອງ (Illicit Economies in the Mekong Region, Update and Projections) ໃນມື້ວັນທີ 16 ມົກຣາ 2024 ຢູ່ນະຄອນຫຼວງບາງກອກ ປະເທດໄທຍ.

ພູມິພາກລຸ່ມນໍ້າຂອງ ໂດຍສະເພາະ ໃນພື້ນທີ່ ບໍຣິເວນສາມຫຼ່ຽມຄໍາ ທີ່ມີຊາຍແດນຂອງໄທຍ, ລາວ ແລະພະມ້າ ຕິດຕໍ່ກັນນັ້ນ ຖືເປັນຈຸດສຸມຂອງການຄ້າຢາເສບຕິດ ໃນຫຼາຍທົດສະວັດທີ່ຜ່ານມາ ບໍຣິເວນນີ້ ຍັງມີສະພາບແວດລ້ອມ ທີ່ເອື້ອຍໃຫ້ອົງກອນອາຊກັມ ສາມາດເຮັດທຸຣະກິຈທີ່ຜິດກົດໝາຍໄດ້, ດັ່ງທ່ານ ເຈເຣມີ້ ດັກລາສ (Jeremy Douglas), ຜູ້ແທນສຳນັກງານຢາເສບຕິດ ແລະ ອາຊຍາກັມ ແຫ່ງສະຫະປະຊາຊາຕ ປະຈຳພາກພື້ນ ເອເຊັຍຕາເວັນອອກສຽງໃຕ້ ແລະ ປາຊີຟິກ ກ່າວໃນງານເສວະນາ ໃນມື້ວັນທີ 16 ມົກຣາ ນີ້ວ່າ:

"ຈຸດພູມິສາດ ຂອງສາມຫຼ່ຽມຄໍາ ແລະພູມິພາກແມ່ນໍ້າຂອງ ແມ່ນຈຸດສຸມການຄ້າຢາເສບຕິດ ຂອງເອເຊັຍ-ປາຊີຝິກ ມາເປັນເວລາລາຍສິບປີແລ້ວ ພື້ນທີ່ບໍຣິເວນນີ້ ສາມາດດືງດູດອົງກອນອາຊຍາກັມ ໃຫ້ມາເຮັດທຸຣະກິຈໄດ້ ຍ້ອນມີສະພາບແວດລ້ອມ ໂດຍສະເພາະ ລະບົບນອກກົດໝາຍ ທີ່ເອື້ອຍອໍານວຍໃຫ້ເຮັດທຸຣະກິຈ ຜິດກົດໝາຍໄດ້."

ໃນຂະນະດຽວກັນ ອຸດສາຫະກັມການສໍ້ໂກງທາງດ້ານໄຊເບີ້ ກໍກໍາລັງເຕີບໂຕ ໃນພູມິພາກນີ້ເຊັ່ນກັນ ທຸຣະກິຈກາສິໂນ, ການຄ້າມະນຸສ, ການແລກປ່ຽນສະກຸນເງິນດິຈິຕໍ້ ທີ່ຜິດກົດໝາຍ ແມ່ນເປັນກົລໄກສໍາຄັນ ໃນການຟອກເງິນ ແລະສ້າງຣາຍຮັບໄດ້ໃຫ້ແກ່ກຸ່ມອາຊຍາກັມຂ້າມຊາຕ ແລະກຸ່ມຕິດອາວຸດ ທີ່ບໍ່ແມ່ນຣັຖ.

ກາສິໂນ ເຊິ່ງມີຫຼາຍກວ່າຮ້ອຍແຫ່ງ ກະຈາຍໂຕບໍຣິເວນຊາຍແດນ ປະເທດພະມ້າ, ລາວ, ກັມພູຊາ ແລະວຽດນາມ ກາສິໂນເຫຼົ່ານີ້ ຕັ້ງຢູ່ໃນບໍຣິເວນໃນພື້ນທີ່ ເຂດເສຖກິຈພິເສດ ທີ່ມີກົດໝາຍ ແລະຂໍ້ບັງຄັບທີ່ຕ່າງຈາກພື້ນທີ່ອື່ນໆ ຫຼື ມີຂໍ້ຍົກເວັ້ນໃນການບັງຄັບໃຊ້ກົດໝາຍບາງດ້ານ ທີ່ເຮັດໃຫ້ເກີດອາຊກັມໄດ້ງ່າຍຂຶ້ນ.

ໂຄງຮ່າງພື້ນຖານ ແລະເຕັກໂນໂລຢີຂອງກາສິໂນ ເປັນຕົ້ນ ເກມອ໋ອນລາຍນ໌ ໄດ້ເຮັດໃຫ້ເກີດການສະແກມໄດ້ງ່າຍຂຶ້ນ ນອກຈາກນີ້ຍັງເຮັດໜ້າທີ່ ເປັນທະນາຄານໃຕ້ດິນ ທີ່ຊ່ອຍໂຍກຍ້າຍເງິນໄດ້ຫຼາຍຂຶ້ນ ແລະແນບນຽມຫຼາຍຂຶ້ນ ເຮັດໃຫ້ທຸຣະກິຈຜິດກົດໝາຍ ເປັນຕົ້ນ ການຄ້າຢາເສບຕິດ ເຕີບໂຕໄດ້ຫຼາຍຂຶ້ນ ໃນໄລຍະທີ່ຜ່ານມາ.

ດັ່ງທ່ານ ເຈເຣມີ້ ດັກລາສ ກ່າວຕື່ມວ່າ:

"ໂຄງຮ່າງພື້ນຖານ ແລະເຕັກໂນໂລຢີ ຂອງກາສິໂນ ຖືກໃຊ້ເປັນກົລໄກ ໃນການເຮັດສະແກມ ກ່ອນໜ້ານີ້ ການໃຊ້ເກມອ໋ອນລາຍນ໌ ໃນການສະແກມຍັງບໍ່ແຜ່ຫຼາຍ ແຕ່ໄລຍະໂຄວິດ ການສະແກມດ້ວຍເກມ ກໍເພີ່ມຂຶ້ນຢ່າງຫຼວງຫຼາຍ ເຮົາຍັງເຫັນອີກວ່າ ມີການໃຊ້ລະບົບສະແກມ ເປັນລະບົບທະນາຄານ . ໂຄງຮ່າງພື້ນຖານເຫຼົ່ານີ້ ຊ່ວຍສົ່ງເສີມທຸຣະກິຈ ທີ່ຜິດກົດໝາຍທັງໝົດ ໃນພູມິພາກ ໃຫ້ເຕີບໂຕຫຼາຍຂຶ້ນ."

ຂະນະທີ່ ຈອນ ວໍເຊກ (John Wojcik) ຜູ້ຊ່ອຍເຈົ້າໜ້າທີ່ໂຄງການ ດ້ານການວິເຄາະ ອາຊຍາກັມຂ້າມຊາຕ ຂອງ UNODC ກ່າວວ່າ ອຸດສາຫະກັມກາສິໂນ ໃນພູມິພາກ ແມ່ນເປັນທຸຣະກິຈບັງໜ້າ ໃນການຟອກເງິນ.

ດັ່ງທ່ານກ່າວວ່າ:

"ນຶ່ງໃນວິທີການ ທີ່ກາສິໂນ ແລະກາສິໂນອ໋ອນລາຍນ໌ ໃຊ້ຟອກເງິນ ຄື ການນໍາເງິນ ຝາກແລະຖອນອອກ (Cash in and out) ເຊິ່ງຈະນໍາເງິນທີ່ຜິດກົດໝາຍ ປ່ຽນໄປເປັນ ຊິບ ກາສິໂນ ເພື່ອນໍາໄປຫຼີ້ນການພະນັນຢ່າງເປັນລະບົບ. 1-2 ຊົ່ວໂມງ ແລະຖອນເງິນອອກ ພ້ອມຫຼັກຖານ ການຮັບເງິນ."

ຂະນະທີ່ ຍານາງ ສຸປານີ ສະຖິດໄຊຈະເຣີນ ຜູ້ອໍານວຍການ ກອງຄວາມຮ່ວມມື ແລະພັທນາມາຕຖານສໍານັກງານປ້ອງກັນ ແລະປາບປາມການຟອກເງິນ ຂອງປະເທດໄທຍ ກ່າວວ່າ ເສຖກິຈທີ່ຂຍາຍໂຕ ໃນເອເຊັຽຕາເວັນອອກສຽງໃຕ້ ມາພ້ອມກັບໂຄງການກໍ່ສ້າງ ໂຄງຮ່າງພື້ນຖານຕ່າງໆ ທີ່ອາດຊ່ອຍໃຫ້ການຄ້າຢາເສບຕິດ ແລະທຸຣະກິຈຜິດກົດໝາຍ ຂຍາຍໂຕຂຶ້ນໄດ້.

ດັ່ງຍານາງ ກ່າວວ່າ:

"ຄວາມຕ້ອງການຢາເສບຕິດ ຈາກພູມິພາກອື່ນທີ່ເພີ່ມຂຶ້ນ ເຮັດໃຫ້ເກີດການລັກລອບ ຄ້າຢາເສບຕິດຫຼາຍຂຶ້ນ ໃນພູມິພາກເອເຊັຽຕາເວັນອອກສຽງໃຕ້ ໂຄງການໂຄງຮ່າງພື້ນຖານ ໃນພູມພາກ ເປັນຕົົ້ນ ໂຄງການນຶ່ງແລວ ນຶ່ງເສັ້ນທາງ ອໍານວຍຄວາມສະດວກ ໃນການຂົນສົ່ງວັດຖຸດິບ ແລະການສນັບສະນູນ ທາງເຕັກໂນໂລຈີ. ນີ້ແມ່ນເປັນປັດໄຈ ທີ່ເຮັດໃຫ້ການຜລິດຢາເສບຕິດ ແລະຕລາດຢາເສບຕິດ ໃນສາມຫຼ່ຽມຄໍາໃຫຍ່ຂຶ້ນ."

ກ່ອນໜ້ານີ້ ກໍມີການປາບປາມແກ້ງຄອລເຊັນເຕີ້ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາຢູ່ເລື້ອຍໆ ຫຼ້າສຸດນີ້ ເມື່ອວັນທີ 28 ພຶສຈິກາ 2023 ເຈົ້າໜ້າທີ່ຕໍາຣວດລາວ ສົມທົບກັບ ເຈົ້າໜ້າທີ່ຕໍາຣວດຈີນ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ເຂົ້າຈັບ ກຸ່ມສໍ້ໂກງຊັບ ທາງອ໋ອນລາຍນ໌ ຫຼື ແກ້ງຄອລເຊັນເຕີ້ ຊາວຈີນ ຈໍານວນ 462 ຄົນ ຢູ່ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະຫຼັງຈາກນັ້ນ ໃນວັນທີ 29 ພຶສຈິກາ ທີ່ຜ່ານມາ ທາງເຈົ້າໜ້າທີ່ລາວ ກໍໄດ້ສົ່ງມອບໂຕ ຜູ້ຖືກກ່າວຫາຊາວຈີນ ຈໍານວນດັ່ງກ່າວ ໃຫ້ແກ່ເຈົ້າໜ້າທີ່ຕໍາຣວດຈີນ ຜ່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ ເພື່ອນໍາໂຕພວກກ່ຽວ ໄປດໍາເນີນຄະດີ ຢູ່ປະເທດຈີນ, ອີງຕາມການຣາຍງານ ຂອງຂ່າວຄວາມສງົບ.