ເຣື້ອງທີ່ເກັບບັນທຶກໄວ້
2023-01-17
ຊາວບ້ານ ບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ປະມານ 10 ຫລັງຄາເຮືອນ ທີ່ຢູ່ໃກ້ກັບໂຮງງານ ປະສົມຊີເມັນ ຂອງ ບໍຣິສັດ ຫົງຄຳ ຄອນກຣີດ ໄດ້ຮັບຜົນກະທົບ ທາງສຽງ, ຂີ້ຝຸ່ນ ແລະ ແຮງສັ່ນສະເທືອນ ຈາກໂຮງງານດັ່ງກ່າວ ແຕ່ເຈົ້າໜ້າທີ່ຂັ້ນບ້ານ ປະຕິເສດ ການແກ້ໄຂບັນຫາ.
2023-01-16
ມີເຫດຜົລຫຍັງແດ່ ທີ່ເຮັດໃຫ້ ນາຍົກ ພັນຄຳ ຕ້ອງລາອອກ ຈາກຕຳແໜ່ງ ກາງເທີມ ທັ້ງໆທີ່ ທ່ານກໍເປັນຜູ້ນຳຄົນນຶ່ງ ທີ່ກ້າຕຳນິ ກ່ຽວກັບ ຄວາມບົກຜ່ອງ ຂອງເຈົ້າໜ້າທີ່ ລະດັບສູງ ແລະ ສະມາຊິກພັກ.
2023-01-16
ການປະກົດໂຕ ຂອງຜູ້ນໍາ ອັນແທ້ຈິງ ຂອງຂບວນການ ແນວລາວຮັກຊາຕ ແລະ ການສະຖາປະນາ ຣາຊອານາຈັກລາວ ເປັນສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ.
2023-01-15
ທະຫານພະມ້າ ໄດ້ຈັບໂຕ ສະມາຊິກສະພາ ແຫ່ງຊາຕ ຫຼື ສສຊ ຂອງພະມ້າ ທີ່ເປັນສະມາຊິກ ພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຫຼັງຈາກທີ່ມີນັກການເມືອງ ແລະປະຊາຊົນ ຖືກຈັບ ເປັນຈຳນວນຫຼາຍ ໃນຂໍ້ຫາຕ່າງໆກັນໄປ.
2023-01-15
ປ່າສງວນຫ້ວຍງົວ ຢູ່ບໍຣິຄຳໄຊ ຖືກຊາວບ້ານ, ເຈົ້າໜ້າທີ່ທ້ອງຖິ່ນ ບຸກລຸກ, ຈີນ ແລະ ລາວ ຈະເປີດດ່ານຊາຍແດນ ແຕ່ ລາວຍັງບໍ່ມີມາຕການສະເພາະ ຕໍ່ຄົນຈີນ ທີ່ຈະເຂົ້າປະເທດລາວ, ປະທານ ສານປະຊາຊົນສູງສຸດ ຍອມຮັບວ່າ ຜູ້ພິພາກສາ ແລະເຈົ້າໜ້າທີ່ ສານຈໍານວນນຶ່ງ ມີການລະເມີດຈັນຍາທັມ.
2023-01-14
ໃນສາຣະຄະດີພາກພື້ນ ໃນມື້ນີ້ ພວກເຮົາຈະສເນີ ບັນຫາເງິນເຟີ້ ໃນຂົງເຂດ ເອເຊັຽ ຕາວັນອອກ ສ່ຽງໃຕ້ ຫຼື ອາຊ້ຽນ; ສູນສະຖິຕິແຫ່ງຊາຕຂອງລາວ ໃຫ້ຣາຍລະອຽດວ່າ ເງິນກີບເຟີ້ຂຶ້ນຕື່ມ ໃນເດືອນທັນວາ ປີກາຍ ຊຶ່ງມີຫຼາຍສາເຫດ ແລະ ສປປ ລາວ ເປັນປະເທດ ທີ່ມີອັດຕຣາເງິນເຟີ້ສູງ ໃນບັນປະເທດອາຊ້ຽນ.
2023-01-13
ບໍຣິສັດ ຣົຖໄຟລາວ-ຈີນ ຈຳກັດ ມີການເກັບເງິນ ຄ່າຜ່ານເຂົ້າ-ອອກ ສະຖານີ ເມືອງໄຊ ເຖິງວ່າ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ສເນີໃຫ້ໂຈະເກັບແລ້ວກໍຕາມ ຊຶ່ງເຫດການດັ່ງກ່າວນີ້ ຜົລກະທົບໃຫ້ກັບຜູ້ເຂົ້າໄປສະຖານີ ຢ່າງຫລີກລ້ຽງບໍ່ໄດ້.
2023-01-13
ປີ 2022 ທີ່ຜ່ານມາ ຫຼັງຈາກຫຼຸດຜ່ອນມາຕການ ປ້ອງກັນໂຄວິດ-19, ມີຄົນງານລາວ ຢ່າງໜ້ອຍ 50,000 ຄົນ ເດີນທາງກັບຄືນ ໄປເຮັດວຽກຢູ່ປະເທດໄທຍ ຊຶ່ງປັດຈຸບັນ ມີຄົນງານລາວ ຈຳນວນ 250,000 ຄົນ ເຮັດວຽກຢູ່ປະເທດໄທຍ ແບບຖືກກົດໝາຍ.
2023-01-13
ສະຖານທີ່ທ່ອງທ່ຽວ ທີ່ສໍາຄັນຫຼາຍແຫ່ງ ໃນຫຼາຍແຂວງຂອງລາວ ກະຕຣຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ ພ້ອມທັງມາຕການຫ້າມ ແລະເຕືອນ ບໍ່ໃຫ້ເຮັດຜິດລະບຽບ ແລະຮີດຄອງປະເພນີລາວ.
2023-01-13
ອີງຕາມການຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ ວ່າ ເດືອນທັນວາ ປີ 2022 ປະເທດລາວ ຂາດດຸນການຄ້າ ປະມານ 23 ລ້ານໂດລ້າຣ໌ ສະຫະຣັຖ ເຊິ່ງມີການນໍາເຂົ້າສິນຄ້າ ຫຼາຍກວ່າການສົ່ງອອກສິນຄ້າ ຈຶ່ງສົ່ງຜົລໃຫ້ປະເທດລາວ ມີສະພາບເງິນເຟີ້ຕໍ່ເນື່ອງ.
2023-01-12
ບັນຫາວິກິຕການ ທາງດ້ານເສຖກິຈ ໃນລາວ ຍັງຄົງໜ້າເປັນຫ່ວງ ຊຶ່ງໜັກໜ້າຂຶ້ນກວ່າເກົ່າ ໃນຂະນະທີ່ ປະຊາຊົນ ຕ້ອງແບກຫາບພາຣະ ຄ່າໃຊ້ຈ່າຍທີ່ສູງຂຶ້ນ ຢ່າງຫຼີກລ້ຽງບໍ່ໄດ້, ແຕ່ລາຍຮັບຍັງຄືເກົ່າ ຫຼື ໜ້ອຍກວ່າເກົ່າ.
2023-01-12
ອົງການພັທນາສາກົລ ຂອງປະເທດສະຫະຣັຖອາເມຣິກາ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການຫຼຸດຜ່ອນ ຄວາມສ່ຽງຈາກການຄ້າມະນຸສ ໃນແຂວງຫຼວງນໍ້າທາ ແລະແຂວງອຸດົມໄຊ ມີໄລຍະເວລາ 2 ໂດຍຈຸດປະສົງເພື່ອນັບສນູນ ໃຫ້ຜູ້ທີ່ມີຄວາມສ່ຽງ, ຜູ້ດ້ອຍໂອກາດ ແລະຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ໃຫ້ມີຊີວິດທີ່ດີຂຶ້ນ.
2023-01-12
ຣັຖບານອິນເດັຽ ຊ່ອຍສ້າງອາຄານໃໝ່ ໃຫ້ແກ່ໂຮງຮຽນປະຖົມ ຊົນເຜົ່າບຣູ່ ຢູ່ເມືອງນອງ ແຂວງສວັນນະເຂດ ຊຶ່ງເປັນການສ້າງໂຮງຮຽນ ຄັ້ງທຳອິດໃນລາວ ທີ່ຈະໃຫ້ເດັກນ້ອຍນັກຮຽນ ຊົນເຜົ່າບຣູ່ ມີແຮງຈູງໃຈຢາກເຂົ້າໂຮງຮຽນ ບໍ່ປະລະການຮຽນຄືແຕ່ກອ່ນ.
2023-01-12
ນາຍົກຣັຖມົນຕຣີ ສສ ວຽດນາມ ຢ້ຽມຢາມ ສປປ ລາວ ແລະ ທັງ 2 ໄດ້ເຊັນສັນຍາ ຮ່ວມມືລາວ-ວຽດນາມ ຈຳນວນ 10 ສບັບ ເປັນຕົ້ນ ບົດບັນທຶກຄວາມເຂົ້າໃຈ ກົນໄກວຽກງານການທູຕ ແລະ ຄົ້ນຄົ້ວຝຶກອົບຮົມ ໃຫ້ແກ່ນັກການທູຕ ແລະ ພະນັກງານ ກະຊວງຕ່າງປະເທດ ລາວ-ວຽດນາມ.
2023-01-12
ກະຊວງແຜນການ ແລະການລົງທຶນ ອອກບົດຣາຍງານ ສະພາບອັດຕຣາເງິນເຟີ້ ປະຈໍາເດືອນທັນວາ ປີ 2022 ໂດຍລະບຸວ່າ ອັດຕຣາເງິນເຟີ້ລວມເດືອນໃນທັນວາ 2022 ຢູ່ທີ່ລະດັບ 39.27% ອັນເປັນລະດັບສູງສຸດ ໃນຮອບປີ 2022 ເທົ່າທີ່ມີການບັນທຶກມາ ຂະນະທີ່ ຊາວລາວຍັງສືບຕໍ່ໄດ້ຮັບຜົລກະທົບຈາກພາວະດັ່ງກ່າວ ຢ່າງໜັກໜ່ວງ.