ເຖິງວ່າ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ສເນີໃຫ້ໂຈະເກັບເງິນ ຄ່າຜ່ານສະຖານນີ ໃນເວລາ ຜູ້ຄົນຂັບຣົຖໄປ ຮັບ-ສົ່ງ ຜູ້ໂດຍສານ ຢູ່ສະຖານນີຣົຖໄຟ ເມືອງໄຊ, ແຕ່ຍັງມີການເກັບເງິນຢູ່. ໃນວັນທີ 10 ມົກກະຣາ, ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງ ອຸດົມໄຊ ໄດ້ອອກແຈ້ງການເຖິງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ໃຫ້ພິຈຳລະນາ ຫຼື ໂຈະການເກັບເງິນ ນຳຣົຖທີ່ເຂົ້າມາ ຮັບ-ສົ່ງ ຄົນ ຢູ່ ສະຖານນີຣົຖໄຟ ຢູ່ເມືອງໄຊ ແຂວງອຸດົມໄຊ.
ການອອກແຈ້ງການ ສັ່ງໃຫ້ໂຈະເກັບເງິນຢູ່ໃນເຂດດັ່ງກ່າວ ໄດ້ມີຂຶ້ນ ຍ້ອນວ່າ ບໍ່ທັນມີຈຸດເກັບເງິນຖາວອນ ແລະ ຍັງມີການເກັບເງິນ ນຳຣົຖທີ່ແລ່ນຜ່ານເຂົ້າ ສະຖານນີດັ່ງກ່າວ ລວມທັງຣົຖທີ່ແລ່ນໄປຮັບ-ສົ່ງຜູ້ໂດຍສານ ທີ່ຈອດຢູ່ບໍ່ເກີນ 10 ນາທີ ກໍຖືກເກັບເງິນ.
ການເກັບເງິນນຳຣົຖ ທີ່ແລ່ນຜ່ານ ເຂົ້າໄປສະຖານນີຣົຖໄຟ ຢູ່ເມືອງໄຊ ໄດ້ກໍ່ໃຫ້ເກີດຫາງສຽງ ຂອງສັງຄົມ.
ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ສເນີ ໃຫ້ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ໂຈະການເກັບເງິນ ຄ່າຜ່ານມາທາງ ເປັນການຊົ່ວຄາວ ຈົນກວ່າວ່າ ຈະອອກຂໍ້ຕົກລົງຢ່າງຖືກຕ້ອງ ແລະ ສເນີໃຫ້ຍົກເວັ້ນ ການເກັບເງິນຄ່າຜ່ານທາງ ຈາກຣົຖທີ່ເຂົ້າ ຮັບ-ສົ່ງ ຜູ້ໂດຍສານທີ່ຈອດຢູ່ບໍ່ເກີນ 10 ນາ ທີ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ກ່າວວ່າ ຫຼັງຈາກຜແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ສົ່ງແຈ້ງການ ມາຮອດປັດຈຸບັນ ກໍໄດ້ແຈ້ງໃຫ້ສຖານນີຣົຖໄຟ ເມືອງໄຊ ປະຕິບັດ ຕາມແຈ້ງການດັ່ງກ່າວ ໂດຍ ໃຫ້ໂຈະການເກັບເງິນຄ່າ ຜ່ານສຖານນີຊົ່ວຄາວ ແລະ ໃຫ້ຍົກເວັ້ນການເກັບເງິນຄ່າ ຜ່ານສະຖານນີ ຈາກຣົຖທີ່ເຂົ້າໄປ ຮັບ-ສົ່ງ ຜູ້ໂດຍສານ ທີ່ຈອດຢູ່ບໍ່ກາຍ 10 ນາທີ ສ່ວນວ່າ ຣົຖທີ່ຈອດຢູ່ກາຍ 10 ນາທີ ແມ່ນໃຫ້ເກັບຄ່າຜ່ານສະຖານນີ ຕາມທີ່ໄດ້ລະບຸໄວ້ກ່ອນໜ້ານີ້.
ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວ ໃນວັນທີ 13 ມົກກະຣາ ວ່າ:
" ປະ ຕິ ບັດ ຕາມ ນັ້ນ ແລ້ວ ມີ ແຕ່ ເພິ່ນ ເກັບ ອັນ ນັ້ນ ຕິ ແບບ ກາຍ ຂີ່ ຣົ ຖ ແລ້ວ ເຂົາ ເຈົ້າ ກະ ເກັບ ຫັ້ນ ນ່າ ປະ ຕິ ບັດ ຕາມ ນັ້ນ ."
ເຖິງຢ່າງໃດກໍຕາມ, ມາຮອດວັນທີ 13 ມົກກະຣາ ຊາວບ້ານຈຳນວນນຶ່ງ ທີ່ຂີ່ຣົຖເຂົ້າໄປໃນເຂດສຖານນີ ຣົຖໄຟ ເມືອງໄຊ ກໍຍັງເຫັນວ່າ ຍັງມີການເກັບເງິນນຳຜູ້ທີ່ຂັບຣົຖໄປ ຮັບ-ສົ່ງ ຜູ້ຄົນ ເຖິງວ່າ ເຂົາເຈົ້າຈະຢູ່ສຖານນີບໍ່ເກີນ 10 ນາທີ ກໍຕາມ ໂດຍ ສຖານນີບໍ່ໄດ້ປະຕິບັດຕາມ ແຈ້ງການຂອງຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ແຕ່ຢ່າງໃດ.
ຜູ້ປະກອບການ ຣົຖຕຸກຕຸກ-ຈຳໂບ້ ຄົນນຶ່ງ ໄດ້ກ່າວວ່າ:
" ເກັບ ຄື ກັນ ເຂົາ ຍັງ ເກັບ ຫັ້ນ ແຫຼະ ບໍ່ ຮູ້ ຄື ກັນ ເດີ ອັນ ນັ້ນ ເຂົ້າ ໄປ ຈອດ ຢູ່ ໃນ ເຂົ່າ ເກັບ ເງິນ ຄ່າ ປີ້ ຄັນ ລະ 5,000 ກີບ ຄັນ ວ່າ ຈອດ ຢູ່ນອກ ເຂົາ ບໍ່ ເກັບ ."
ແຕ່ ບາງຄັ້ງຊາວບ້ານກໍເຫັນວ່າ ສຖານນີຣົຖໄຟ ເກັບເງິນແຕ່ຣົຖຈັກ ແຕ່ ບໍ່ໄດ້ເກັບນຳຣົຖໃຫຍ່ ຖ້າຈອດຢູ່ບໍ່ກາຍ 10 ນາທີ.
ຊາວ ບ້ານອີກຄົນນຶ່ງ ໄດ້ກ່າວວ່າ:
"ຄ່າ ຈອດ ຣົ ຖ ເບາະ ອໍ ຣົ ຖ ໃຫຍ່ ເຂົາ ເຈົ້າ ບໍ່ ເກັບ ເດີ ດຽວນີ້ ເຂົາ ເກັບ ແຕ່ ຣົ ຖ ຈັກ ເຂົາ ບໍ່ ໃຫ້ ເກັບ ມື້ນີ້ ນ່າ ເຂົາ ເຈົ້າ ເກັບ ຣົ ຖ ຈັກ ໄດ໊ ຣົ ຖ ໃຫຍ່ບໍ່ ໃຫ້ ເກັບ ."
ສະຖານນີຍັງເກັບເງິນນຳຄົນຈັກ ຄັນລະ 3,000 ກີບ ເຖິງວ່າ ຈະຈອດຢູ່ບໍ່ເກີນ 5 ນາທີ່ ກໍຕາມ. ຊາວບ້ານ ອີກຄົນນຶ່ງ ກໍເວົ້າວ່າ:
" ແມ່ນ ເພິ່ນ ຍັງ ເກັບ ຢູ່ ມື້ ເຊົ້າ ຂຶ້ນ ໄປ ເຂົາ ເຈົ້າ ກະ ຍັງ ເກັບ ຢູ່ ກະ ບໍ່ ແນ່ ໃຈ ຄື ກັນ ແຕ່ ວ່າ ໄປ ເບິ່ງ ມື້ ເຊົ້າ ຣົ ຖ ຈັກ ເຂົາ ເຈົ້າ ຍັງ ຕັ້ງ ເກັບ ຢູ່ ເກັບ ເງິນ ຣົົຖ ຈັກ 3,000 ກີບ ."
ຜູ້ປະກອບການທຸຣະກິຈ ດ້ານການທ່ອງທ່ຽວ ກໍເຫັນວ່າ ຄວນມີການການປະຕິບັດຕາມ ການສເນີ ຂອງຜແນກ ໂຍທາທິການ ແລະ ຂົນສົ່ງ ຢ່າງເຂັ້ມງວດ ແລະ ໃຫ້ໂຈະການເກັບເງິນ.
"ມັນ ມີ ຫາງ ສຽງ ແລ້ວ ກໍ ໃຫ້ ໂຈະ ການ ເກັບ ກ່ອນ ເກັບ ໃຫ້ ມັນ ເໝາະ ສົມ ຕ້ອງ ໄດ້ ເອົາ ຣະ ບຽບ ມາ ຜ່ານ ທາງ ພັກ - ຣັ ຖເຮົາ ແລ້ວ ໄປ ເກັບ ຫັ້ນ ນ່າ ແຕ່ ວ່າ ອັນ ນີ້ ແມ່ນ ເຂົາ ເຈົ້າ ເຮັດ ໂດຍ ພະ ລະ ການ ໂດຍບໍ່ ໄດ້ ຜ່ານ ຜ ແນກ ໂຍ ທາ ທິ ການ ແລ້ວ ຜ ແນກ ໂຍ ທາ ເພິ່ນ ແຈ້ງ ໃຫ້ ."
ທ່ານ ກ່າວຕື່ມວ່າ ສຳລັບສ່ວນໂຕ ທ່ານ ແລ້ວ ກໍເຫັນວ່າ ທາງພາກສ່ວນກ່ຽວຂ້ອງ ຂອງສະຖານນີຣົຖໄຟ ລາວ-ຈີນ ທຸກສະຖານນີ ຄວນຍົກເວັ້ນ ການເກັບເງິນຄ່າຜ່ານສະຖານນີ ຈາກຣົຖທຸກປະເພດ ທີ່ແລ່ນເຂົ້າໄປໃນເຂດສະຖານນີຣົຖໄຟ ໃນໄລຍະເວລາບໍ່ກາຍ 10 ນາທີ ແລະ ຖ້າກາຍ 10 ນາທີ ຂຶ້ນໄປ ກໍເຫັນວ່າ ຄວນມີການເກັບຄ່າຜ່ານະສະຖານນີ ເພື່ອນຳເງິນໄປໃຊ້ສຳລັບ ສ້ອມແປງ ແລະ ບຳລຸງຮັກບ່ອນຈອດຣົຖ ໃນອະນາຄົດ.
ໃນວັນທີ 28 ທັນວາ ທີ່ຜ່ານມາ ຢູ່ສະຖານນີຣົຖໄຟ ເມືອງໄຊ ແຂວງອຸດົມໄຊ ໄດ້ເລີ່ມເກັບຄ່າຜ່ານມາສະຖານນີ ນຳຣົຖທີ່ມາ ຮັບ-ສົ່ງ ຜູ້ໂດຍສານ ຣົຖໄຟລາວ-ຈີນ ເຖິງວ່າ ຈະຢູ່ບໍ່ເກີນເວລາ 5 ນາທີ ກໍຕາມ. ເຊິ່ງກໍ່ໃຫ້ເກີດຫາງສຽງທາງດ້ານລົບ ຈາກຊາວບ້ານ ແລະ ຜູ້ປະກອບການຂົນສົ່ງ ໂດຍສານ ທີ່ເຂົ້າໄປໃນເຂດສະຖານນີຣົຖໄຟ ໂດຍທີ່ ເຂົາເຈົ້າຈອດຢູ່ເຂດດັ່ງກ່າວ ບໍ່ເກີນ 10 ນາທີ.
ອັດຕຣາຄ່າຈ່າຍ ທີ່ເກັບນຳຣົຖທີ່ຮັບ-ສົ່ງ ຜູ້ໂດຍສານ ຢູ່ ສະຖານນີຣົຖໄຟ ຄື:
- ຣົຖຈັກ ລາຄາ 3,000 ກີບ ຕໍ່ຄັ້ງ.
- ຣົຖຕຸກຕຸກ-ຈຳໂບ້ 5,000 ກີບຕໍ່ຄັ້ງ
- ຣົຖໃຫຍ່ຂນາດ 7 ບ່ອນນັ່ງລົງມາ 10,000 ກີບ
- ຣົຖເມ 25 ບ່ອນນັ່ງຂຶ້ນໄປ ລາຄາ 30,000 ກີບ.