ສປປ ລາວ ປະສົບກັບໄພເງິນເຟີ້ ສູງສຸດ ໃນອາຊ້ຽນ

ທຸງຊາຕ ຂອງ ກຸ່ມປະເທດ ສະມາຊິກ ອາຊ້ຽນ.
ທຸງຊາຕ ຂອງ ກຸ່ມປະເທດ ສະມາຊິກ ອາຊ້ຽນ. (RFA)

0:00 / 0:00

ກ່ອນອື່ນໝົດ ເຣີ່ມຈາກປະເທດລາວ. ສູນສະຖິຕິແຫ່ງຊາຕລາວ ອອກຣາຍງານ ເມື່ອຕົ້ນເດືອນມົກກະຣາ ປີ 2023 ນີ້ວ່າ ອັດຕຣາເງິນເຟີ້ຢູ່ລາວ ສູງຂຶ້ນເປັນ 39.27 ສ່ວນຮ້ອຍໃນ ເດືອນທັນວາ ປີ 2022 ທີ່ຜ່ານມາ ເມື່ອທຽບໃສ່ເດືອນດຽວກັນ ຂອງປີກ່ອນ, ຖ້າທຽບໃສ່ເດືອນພຶສຈິກາ 2022 ເງິນຢູ່ລາວ ເຟີ້ຂຶ້ນຕື່ມ 0.81 ສ່ວນຮ້ອຍ.

ສູນສະຖິຕິແຫ່ງຊາຕລາວ ໃຫ້ຣາຍລະອຽດວ່າ ເງິນກີບລາວເຟີ້ຂຶ້ນຕື່ມ ຫຼືລາຄາສິນຄ້າແພງຂຶ້ນອີກ ໃນເດືອນທັນວາປີກາຍ ກໍຍ້ອນຄ່າຂົນສົ່ງ ແລະ ຄ່າສື່ສານ ຊຶ່ງແພງຂຶ້ນເຖິງ 50.4 ສ່ວນຮ້ອຍ; ລາຄາອາຫານ ສູງຂຶ້ນ 45.9 ສ່ວນຮ້ອຍ ແລະຄ່າຮັກສາສຸຂພາບ ກໍແພງຂຶ້ນ 42.1 ສ່ວນຮ້ອຍ. ສ່ວນຄ່າໂຮງແຮມ ແລະ ຮ້ານອາຫານ ສູງຂຶ້ນປະມານ 32 ສ່ວນຮ້ອຍ.

ໃນຂະນະດຽວກັນ ເງິນກີບຂອງລາວ ບໍ່ພຽງແຕ່ເຟີ້ເທົ່ານັ້ນ ແຕ່ຍັງອ່ອນຄ່າລົງ ຢ່າງບໍ່ຢຸດຢັ້ງ ຕລອດທັງປີ 2022 ທີ່ຜ່ານມາ. ທະນາຄານໂລກຣາຍງານວ່າ ເງິນກີບອ່ອນຄາລົງເຖິງ 68 ສ່ວນຮ້ອຍເມື່ອທຽບໃສ່ເງິນໂດລ້າຣ໌ ສະຫະຣັຖ; ຖ້າທຽບໃສ່ເງິນບາດຂອງໄທຍ ເງິນກີບ ອ່ອນຄ່າລົງເຖິງສອງເທົ່າ ຫຼື 100 ສ່ວນຮ້ອຍ ໃນຣະຍະປະມານນຶ່ງປີທີ່ຜ່ານມາ. ໄພເງິນເຟີ້ ສົມກັບການອ່ອນຄ່າ ຂອງເງິນກີບ ເຮັດໃຫ້ປະຊາຊົນລາວທຸກຍາກລົງ. ປັດຈຸບັນ ປະຊາຊົນລາວ ເຖິງນຶ່ງສ່ວນສາມ ຂອງພົລເມືອງທັງໝົົດ ຢູ່ໃນຖານະທຸກຍາກ ມີລາຍໄດ້ຕ່ຳກວ່າ 1.25 ໂດລ້າຣ໌ຕໍ່ຄົນຕໍ່ມື້; ແລະສຳລັບປະຊາຊົນ ຢູ່ໃນເຂດນະຄອນຫຼວງວຽງຈັນ ຈຳນວນສອງໃນສາມ ຈຳເປັນຕ້ອງປະຫຍັດ ມັດທະຍັດ ຊື້ອາຫານການກິນໜ້ອຍລົງ ໃຊ້ນ້ຳມັນຣົຖໜ້ອຍລົງ ແລະກໍຫຼຸດລາຍຈ່າຍລົງ ສຳລັບຮັກສາສຸຂພາບ ແລະ ການສຶກສາ.

ບັດນີ້ ພວກເຮົາມາສັງເກດເບິ່ງໄພເງິນເຟີ້ ຢູ່ປະເທດອື່ນໆໃນອາຊ້ຽນ. ໃນປະເທດໄທຍ, ທະນາຄານໂລກຣາຍງານວ່າ ອັດຕຣາເງິນເຟີ້ ໃນເດືອນທັນວາປີກາຍ ສູງຂຶ້ນເປັນ 6 ສ່ວນຮ້ອຍ ຊຶ່ງຖືວ່າ ເປັນອັດຕຣາເງິນເຟີ້ ທີ່ສູງສຸດໃນໄລຍະ 24 ປີທີ່ຜ່ານມາ ສຳລັບໄທຍ. ສາເຫດ ໃຫຍ່ ທີ່ເຮັດໃຫ້ເງິນເຟີ້ຢູ່ໄທຍ ກໍແມ່ນ ລາຄານ້ຳມັນສູງຂຶ້ນ; ລາຄານ້ຳມັນແພງ ເຮັດໃຫ້ອາຫານ ເຄື່ອງອຸບປະໂພກ ບໍຣິໂພກ ແລະຄ່າບໍຣິການຕ່າງໆ ແພງຂຶ້ນເປັນເງົາຕາມໂຕ. ເຖິງຢ່າງໃດກໍດີ ທະນາຄານໂລກ ຄາດຄະເນວ່າ ອັດຕຣາເງິນເຟີ້ຢູ່ໄທຍ ຈະຫຼຸດລົງເຄິ່ງນຶ່ງ ຫຼື ຍັງເຫຼືອແຕ່ 3 ສ່ວນຮ້ອຍ ໃນປີ 2023 ນີ້ ຍ້ອນທຸຣະກິຈການທ່ອງທ່ຽວກຳລັງຟື້ນໂຕ.

ວຽດນາມ ກໍປະສົບກັບບັນຫາເງິນເຟີ້ ຫຼື ລາຄາສິນຄ້າແພງຄືກັນ. ອີງຕາມທະນາຄານໂລກ, ເງິນຢູ່ວຽດນາມ ເຟີ້ສຸງສຸດ ເມື່ອເດືອນກັນຍາ ປີກາຍ ຄື ເຟີ້ປະມານ 9.1 ສ່ວນຮ້ອຍ ແຕ່ຫຼັງຈາກນັ້ນ ກໍຄ່ອຍໆຫຼຸດລົງ, ຫຼຸດລົງຍັງເຫຼືອ ພຽງແຕ່ 4.8 ສ່ວນຮ້ອຍ ໃນເດືອນທັນວາປີກາຍ ຊຶ່ງໃນເດືອນນັ້ນ ວັດຖຸການກໍ່ສ້າງ ແພງຂຶ້ນ 6 ສ່ວນຮ້ອຍ, ຄ່າຂົນສົ່ງ ສູງຂຶ້ນ 5.8 ສ່ວນຮ້ອຍ ແລະຄ່າອາຫານ ສູງຂຶ້ນ 5.2 ສ່ວນຮ້ອຍ, ແຕ່ວຽດນາມ ໂຊກດີອີກແນວນຶ່ງ ຄືເງິນດົ່ງຂອງວຽດນາມ ມີຄ່າສຸງຂຶ້ນປະມານ 0.8 ສ່ວນຮ້ອຍໃນເດືອນທັນວາ ປີກາຍ ເມື່ອທຽບໃສ່ ເງິນໂດລ້າຣ໌ສະຫະຣັຖ ຊຶ່ງເປັນແນວໂນ້ມຕຣົງກັນຂ້າມ ກັບເງິນກີບຂອງລາວ.

ຢູ່ກັມພູຊາ ອັດຕຣາເງິນເຟີ້ ຫຼຸດລົງເຊັ່ນດຽວກັນ. ເງິນກັມພູຊາເຟີ້ສູງສຸດ 7.8 ສ່ວນຮ້ອຍ ໃນເດືອນມິຖຸນາປີກາຍ ແລະຕໍ່ມາໃນເດືອນທັນວາ ປີດຽວກັນ ອັດຕຣາເງິນເຟີ້ ຫຼຸດລົງເປັນ 6 ສ່ວນຮ້ອຍ. ຍ້ອນລາຄານ້ຳມັນ ແລະ ອາຫານແພງຂຶ້ນຫຼາຍ ປະຊາຊົນກັມພູຊາ ກໍຄືປະຊາຊົນລາວ ທຸກຍາກລົງ ມີຄວາມສາມາດໃນການຊື້ຕ່ຳລົງ ແລະເດັກນ້ອຍຫຼາຍຄົນ ອອກໂຮງຮຽນຍ້ອນ. ເຖິງຢ່າງໃດກໍດີ ທະນາຄານໂລກ ຄາດຄະເນວ່າ ເງິນກັມພູຊາ ຈະເຟີ້ໜ້ອຍລົງ ໃນປີ 2023 ນີ້ ຄືຈະເຟີ້ພຽງແຕ່ 4.2 ສ່ວນຮ້ອຍ ຍ້ອນອຸດສາຫະກັມ ການທ່ອງທ່ຽວ ຈະຟື້ນໂຕ.

ສ່ວນພະມ້າ ຫຼື ມ່ຽນມາ ຢາກຄືລາວ ແຕ່ຕຣົງກັນຂ້າມ ກັບວຽດນາມ ແລະ ກັມພູຊາ. ພະມ້າ ປະສົບກັບໄພເງິນເຟີ້ ສູງຂຶ້ນເລື້ອຍໆ ເມື່ອເດືອນທັນວາປີກາຍ ສູງຂຶ້ນເປັນ 20 ສ່ວນຮ້ອຍ. ທະນາຄານໂລກ ຣາຍງານວ່າ ລາຄາສິນຄ້າທຸກຢ່າງແພງຂຶ້ນ ຍ້ອນລາຄານ້ຳມັນ ຊຶ່ງແພງຂຶ້ນ ເຖິງ 70 ສ່ວນຮ້ອຍ ໃນໄລຍະນຶ່ງປີທີ່ຜ່ານມາ. ອາຫານ ແພງຂຶ້ນປະມານ 20.4 ສ່ວນຮ້ອຍ. ເງິນກ໊ຽດ (ຈັຕ) ຂອງພະມ້າ ກໍອ່ອນຄ່າລົງຕລອດທັງປີ 2022.

ສ່ວນໃນປະເທດ ສະມາຊິກອາຊ້ຽນອື່ນໆ ແວບໄຊຕ໌ເສຖກິຈ ການຄ້າ ຫຼື Trading Economics ໄດ້ຈັດອັນດັບ ເງິນເຟີ້ໃນທຸກປະເທດ ໃນທະວີບເອເຊັຽ; ສຳລັບອາຊ້ຽນ ເປັນທີ່ສັງເກດເຫັນວ່າ ເມື່ອປີກາຍ ປະເທດ ລາວ ມີອັດຕຣາເງິນເຟີ້ ສູງທີ່ສຸດໃນອາຊ້ຽນ ຄືດັ່ງທີ່ໄດ້ກ່າວມາແລ້ວ ສູງຂຶ້ນເຖິງ 39.27 ສ່ວນຮ້ອຍ; ອັນດັບ 2 ແມ່ນ ພະມ້າ ສູງປະມານ 20 ສ່ວນຮ້ອຍ; ອັນດັບ 3 ວຽດນາມ 9.1 ສ່ວນຮ້ອຍ; ອັນດັບ 4 ຟີລິບປິ່ນສ໌ 8.1 ສ່ວນຮ້ອຍ; ອັນດັບທີ 5 ກັມພູຊາ 7.8 ສ່ວນຮ້ອຍ; ອັນດັບທີ 6 ແລະ 7 ແມ່ນ ໄທຍ ແລະ ສິງກະໂປ 6 ສ່ວນຮ້ອຍ; ອັນດັບ 8 ອິນໂດນີເຊັຽ 5.5 ສ່ວນຮ້ອຍ; ອັນດັບທີ 9 ມາເລເຊັຽ 4 ສ່ວນຮ້ອຍ ແລະອັນດັບ 10 ທີ່ມີອັດຕຣາເງິນເຟີ້ ຕ່ຳສຸດໃນອາຊ້ຽນ ແມ່ນ ບຣູໄນ ທີ່ມີອັດຕຣາເງິນເຟີ້ພຽງແຕ່ 3.5 ສ່ວນຮ້ອຍເທົ່ານັ້ນ ເມື່ອປີກາຍ.

ເມື່ອທຽບໃສ່ ປະເທດອື່ນໆໃນທະວີບເອເຊັຽ, ປະເທດລາວ ເປັນປະເທດທີ່ມີອັດຕຣາ ເງິນເຟີ້ສູງທີ່ສຸດ ອັນດັບ 3 ໃນເອເຊັຽ. ປະເທດເອເຊັຽ ທີ່ມີອັດຕຣາເງິນເຟີ້ ສູງກວ່າລາວ ແລະ ສູງທີ່ສຸດໃນເອເຊັຽ ກໍແມ່ນ ສຣີລັງກາ ທີ່ມີອັດຕຣາເງິນເຟີ້ ໃນປີ 2022 ທີ່ຜ່ານມາເຖິງ 57 ສ່ວນຮ້ອຍ ແລະອັນດັບ 2 ໃນເອເຊັຽ ກໍແມ່ນ ອີຣານ ຊຶ່ງມີເງິນເຟີ້ ປະມານ 52 ສ່ວນຮ້ອຍ ແລະອັນດັບ 3 ແມ່ນ ສປປ ລາວ.