ຣັຖບານອິນເດັຽ ຊ່ວຍສ້າງອາຄານຮຽນປະຖົມ ຢູ່ເມືອງນອງ ສວັນນະເຂດ

ສິດນີ
2023.01.12
ຣັຖບານອິນເດັຽ ຊ່ວຍສ້າງອາຄານຮຽນປະຖົມ ຢູ່ເມືອງນອງ ສວັນນະເຂດ ຮູບໂຕຢ່າງປະກອບ: ເດັກນ້ອຍນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ກຳລັງລ້າງມື ດ້ວຍວິທີ ທີ່ຖືກຕ້ອງ ຕາມສຸຂອະນາໄມ ເພື່ອສຸຂພາບທີ່ດີ, ເດືອນຕຸລາ ປີ 2022.
ນັກຂ່າວ ພົລເມືອງ

ຣັຖບານອິນເດັຽຊ່ອຍສ້າງ ອາຄານໃໝ່ ໃຫ້ແກ່ໂຮງຮຽນປະຖົມຊົນເຜົ່າບຣູ່ ຢູ່ເມືອງນອງ ແຂວງສວັນນະເຂດ ເປັນຄັ້ງທຳອິດໃນລາວ ທີ່ຈະໃຫ້ເດັກນ້ອຍນັກຮຽນຊົນເຜົ່າບຣູ່ ມີແຮງຈູງໃຈຢາກເຂົ້າໂຮງຮຽນ ບໍ່ປະລະການຮຽນຄືແຕ່ກອ່ນ ຕາມຄຳເວົ້າຂອງເຈົ້າໜ້າທີ່ ປະສານງານຄວາມຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ປະເທດອິນເດັຽ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ມົກຣາປີ 2023 ນີ້ວ່າ:

ຊອ່ຍປະໂຍດໃຫ້ນັກຮຽນໄດ້ ຮຽນປົກກະຕິຫັ້ນແຫລະເນາະ ກໍຊີ່ບໍ່ໃຫ້ນັກຮຽນແອອັດຫັ້ນນ່າ ກໍຊິບໍ່ຄັບແຄບ ອັນນຶ່ງ, ອັນສອງກໍເປັນທີ່ຈູງໃຈໃຫ້ຜູ້ມາຮຽນ ຢາກຮຽນມັນເປັນໂຮງຮຽນງານເດ ແຕ່ຂນາດໂຮງຮຽນໃນບ້ານເພິ່ນເຮັດເອງ ເຂົາເຈົ້າກໍຍັງມານ່າ ບ້ານຫັ້ນເຂົາມັກຮຽນ ແຕ່ກ່ອນ ມັນເປັນໂຕະຕັ່ງມັນຍ້າຍບໍ່ໄດ້ເນາະ ເອົາໄມ້ກົມໆນີ້ນ່າເຮັດຕັ່ງ ໂຕະກໍເອົາໄມ້ພາກສັບບຽດກັນ ມັນຈຳນວນຫລາຍ ຖ້າບໍ່ມີອາຄານຮຽນເນາະ ອັດຕຣາປະລະມັນຊິເກີດຂຶ້ນ ຍອ້ນ ໄປຮຽນມັນກໍແອອັດກັນ.

ທ່ານວ່າ ສາເຫດທີ່ຣັຖບານອິນເດັຽ ຊ່ອຍເຫລືອສ້າງອາຄານໃໝ່ ໃຫ້ຊົນເຜົ່າບຣູ່ ຢູ່ເມືອງນອງ ເນື່ອງຈາກວ່າ ເປັນຄວາມຕ້ອງການຂອງຊຸມຊົນ ທີ່ຢາກໃຫ້ເດັກນ້ອຍຊົນເຜົ່າ ມີອາຄານຮຽນທີ່ໄດ້ມາຕຖານ ຍ້ອນຢູ່ເຂດຫ່າງໄກສອກຫລີກ ແລະທຸກຍາກ ທ່ານກ່າວຕື່ມວ່າ:

ເພາະວ່າຢູ່ໂຮງຮຽນບ້ານກະແຫລງພູນາ ເປັນໂຮງຮຽນຊຸມຊົນເຮັດເອງມີຊັ້ນ 5 ຊັ້ນນຮຽນຢູ່ຫັ້ນໂຮງຮຽນກໍປະຖົມປະຖານນະໂຕະຕັ່ງ ກໍເອົາໄມ້ກົມມາເຮັດ ກໍຊຸມຊົນບ້ານຫັ້ນເປັນບ້ານທີ່ຢາກໄດ້ ທາງພາກຣັຖເພິ່ນກະຊ່ອຍແຕ່ສັງກະສີເນາະ ມັນເປັນບ້ານໄກສອກຫລີກ ທາງເມືອງ ກໍເປັນຜູ້ຂຽນແຜນຂໍຄວາມຊ່ອຍເຫລືອນຳເພິ່ນ.

ອາຄານຫລັງໃໝ່ ຈະປະກອບດ້ວຍ 3 ຫ້ອງຮຽນ ແລະ 2 ຫ້ອງນ້ຳ ຍີງ-ຊາຍ ພອ້ມທັງມີໂຕະຕັ່ງ ນັ່ງຮຽນ ພັດລົມ ແລະອື່ນໆ ຈະສຳເຣັດການສ້າງພາຍໃນ 3 ເດືອນຕາມແຜນການທີ່ໄດ້ວາງໄວ້.

ດັ່ງ ເຈົ້າໜ້າທີ່ກ່ຽວຂອ້ງ ເມືອງນອງເວົ້າວ່າ:

ກໍມີນັກຮຽນຫລາຍ ແຕ່ບໍ່ມີໂຮງຮຽນ ໂຮງຮຽນໂຕເກົ່າຫັ້ນ ມັນເປ່ເພ ທືນຊ່ອຍເຫລືອ ຂອງອິນເດັຍປະມານ 3 ເດືອນນີ້ແຫລະພາຍຫລງສຳເຣັດ ນຳໃຊ້ໄດ້ເລີຍ ກະມີຢູ່ບ້ານດຽວຫັ້ນແຫລະ 3 ຫ້ອງຊື່ໆເດ.

ຊາວບ້ານຊົນເຜົ່ບຣູ ເຫັນວ່າ ເປັນການດີແລະເປັນປໂຍດຕໍ່ເດັກນ້ອຍ ນັກຮຽນຫລາຍ ທີ່ຈະມີອາຄານຮຽນ  ໃໝ່ ໄດ້ມາຕຖານໃນການຮຽນໜັງສື ໃນອະນາຄົດ  ເນື່ອງຈາກວ່າ ຜ່ານມາ ໂຮງຮຽນຊຸດໂຊມຫລາຍ. ດັງທ່ານເວົ້າວ່າ:

ປະຖົມແບບຝາໄມ້ເຮັ້ຽກໍມີ ຮອດຝາໄມ້ຮ້ຽງບ້ານກະແຫລງພູນ່າໂຮງຮຽນອັນແບບວ່າ ຕອກໄມ້ລຽນລຳເອົາຊື່ໆ ແຕ່ຫລັງຄາສັງກະສີແຕ່ວ່າ ຍາມໜາວກໍໜາວຫັ່ນແຫລະ ມີໂຄງການບາງເທື່ອກໍຊ່ອຍແຫລະ ເພາະວ່າເຂົາຊີ່ມາຊ່ອຍເຫລືອເດ ຖ້າບໍ່ມີໂຄງການຊ່ອຍເຫລືອມັນກໍຊິຍາກຫລາຍ ກວ່ານີ້ໃນເຂດຊົນນະບົດໄກສອກຫລີກ.

ຊາວບ້ານຢູ່ບ້ານແດນວິໄລ ເມືອງນອງ ຊື່ງເປັນບ້ານໃກ້ຄຽງກັບ ບ້ານຊົນເຜົ່າບຣູກ່າວ່າ ບາງເທື່ອໂຮງຮຽນ ໃນຍາມຣະດູຝົນ ສັງກະສີຮົ່ວ ເຮັດໃຫ້ນັກຮຽນບໍ່ຢາກມາໂຮງຮຽນ ຍ້ອນນ້ຳຂັງໃນຫ້ອງຮຽນດັ່ງນັ້ນໂຮງຮຽນໃໝ່ ຈື່ງເປັນເຮື່ອງດີ ທີ່ເດັກນ້ອຍຊົນເຜົ່າບຣູ່ ຈະໄດ້ຮຽນບໍ່ຕອ້ງປະເຊີນກັບຄວາມລຳບາກຄືແຕ່ກອ່ນ.

ທ່ານກ່າວວ່າ:

ມັນກໍເປັນປໂຍດຫັ້ນແຫລະ ເຂົາກໍໄດ້ເຂົ້າຮຽນແຕ່ເກົ່າ ມັນເປັນຫລັງຄາມັນຮົ່ວ ເຂົາກໍບໍ່ໄດ້ຮຽນບາງເທື່ອ ເພີ່ນເຮັດໃຫ້ໃໝ່ ຫລັງມັນກໍງາມ ເຂົາກໍເຂົ້າໄປຮຽນນ່າ.

ກ່ອນໜ້ານີ້ ຣັຖບານອິນເດັຽ ກໍໄດ້ຊ່ອຍຣັຖບານລາວ ສ້າງອາຄານໂຮງໝໍນ້ອຍ ຫລືສຸຂສາລາ ຫລັງໃໝ່ ໃຫ້ຊົນເຜົ່າບເຣົາ ຢູ່ບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ຊື່ງຖືວ່າ ເປັນການຊ່ອຍເຫລືອສ້າງໂຮງໝໍຄັ້ງທຳອິດໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.