ຊາວບ້ານໂພນສະຫວ່າງ ເມືອງໂພນໂຮງ ເດືອດຮ້ອນ ຈາກໂຮງງານ ປະສົມຊີເມັນ

ໄຊຍາ
2023.01.17
ຊາວບ້ານໂພນສະຫວ່າງ ເມືອງໂພນໂຮງ ເດືອດຮ້ອນ ຈາກໂຮງງານ ປະສົມຊີເມັນ ໂຮງານປະສົມຊີເມັນ ຂອງບໍຣິສັດຫົງຄຳ ຄອນກຣີດ ເຂດບ້ານໂພນສະຫວ່າງ, ເມືອງໂພນໂຮງ, ແຂວງວຽງຈັນ, ວັນທີ 16 ມົກກະຣາ ປີ 2022.
ຮູບພາບໂດຍ: ນັກຂ່າວ ພົລເມືອງ

ຊາວບ້ານ ບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ປະມານ 10 ຫລັງຄາເຮືອນ ທີ່ອາສັຍໃກ້ກັບໂຮງງານ ປະສົມຊີເມັນ ຂອງ ບໍຣິສັດ ຫົງຄຳ ຄອນກຣີດ ທີ່ເປັນຂອງຄົນລາວ ໄດ້ຮັບຜົນກະທົບ ແລະ ເດືອດຮ້ອນ ຈາກໂຮງງານດັ່ງກ່າວ ຢ່າງໜັກ. ຊຶ່ງຊາວບ້ານ ພາກັນອົດທົນ ກັບຜົນກະທົບມາປະມານ 3-4 ປີແລ້ວ ເຖິງປັດຈຸບັນ ກໍຍັງອົດທົນຢູ່ ກັບສະພາບດັ່ງກ່າວ ຈົນບໍ່ໄຫວ ເພາະໄດ້ຍິນສຽງດັງລົບກວນທຸກມື້ ລວມເຖິງພົບບັນຫາຂີ້ຝຸ່ນ ຈົນລູກຫລານ ແລະ ເດັກນ້ອຍ ໄດ້ຮັບຜົນກະທົບ ດ້ານສຸຂພາບ. ໂດຍຊາວບ້ານ ໄດ້ຮັບຜົນກະທົບ ຈຶ່ງຢາກໃຫ້ທາງການ ລົງມາກວດກາ ໂຮງງານດັ່ງກ່າວ ແລະ ຫາວິທີແກ້ໄຂ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົນກະທົບ ເພື່ອໃຫ້ມີສຸຂພາບ ແລະ ສິ່ງແວດລ້ອມທີ່ດີຂຶ້ນ.

ດັ່ງຊາວບ້ານ ບ້ານໂພນສະຫວ່າງ ທີ່ໄດ້ຮັບຜົນກະທົບ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ມົກຣາ 2023 ທີ່ຜ່ານມາວ່າ:

ກໍມີຫລາຍຫລັງຄາເຮືອນຢູ່ ເປັນ 10 ພຸ້ນແຫລະ ຜູ້ທີ່ວ່າເດືອດຮ້ອນ ກັບໂຮງງານໂຕນີ້ ມັນກໍສົ່ງກະທົບກັບເຮົາໂດຍກົງເລີຍເດ້ ນຶ່ງສຽງຣົຖ ສຽງລາງ ທີ່ເຂົາມາ ເອົາປູນ. ຂີ້ຝຸ່ນທັງຫິນ, ທັງຊາຍ. ຂີ້ຝຸ່ນຊີມັງກໍເປັນອັນຕະຣາຍ ສ້າງຄວາມເດືອດຮ້ອນໃຫ້ ກ່ຽວກັບສຸຂພາບ ເຮັດໃຫ້ເຮືອນເຮົາເປ່ເພ ຈະເຮັດໃບສເນີໄປຫາຫ້ອງການ ສິ່ງແວດລ້ອມນ່າ ແຕ່ວ່າທາງບ້ານເພິ່ນ ບໍ່ອະນຸຍາດ.

ທ່ານກ່າວຕື່ມວ່າ ຊາວບ້ານໄດ້ມາອາສັຍຢູ່ດົນແລ້ວ ປະມານ 10 ປີ ແລະ ປະມານ 3-4 ປີ ຫລັງ,ໂຮງງານປະສົມຊີເມັນດັ່ງກ່າວ ໄດ້ມາກໍ່ສ້າງຂຶ້ນ ຄັ້ງທຳອິດ ກໍພໍທົນໄດ້ ເພາະຄິດວ່າໂຮງງານ ຈະປິດແລ້ວ ຍ້າຍໄປບ່ອນອື່ນ ເພາະມັນມີຊາວບ້ານ ອາສັຍຢູ່ໃກ້ໂຮງງານ ດັ່ງກ່າວ, ແຕ່ເວລາຜ່ານໄປ ຊາວບ້ານທີ່ອາສັຍຢູ່ໃກ້ກັບ ໂຮງງານໄດ້ຮັບຜົນກະທົບໜັກ ມາຕລອດ ໃນດ້ານສິ່ງແວດລ້ອມ ແລະ ສຸຂພາບ. ຄອບຄົວທ່ານເອງ ກໍມີລູກນ້ອຍ, ຜູ້ເຖົ້າ ທີ່ມີບັນຫາ ດ້ານສຸຂພາບ ເປັນໄອ ເພາະຂີ້ຝຸ່ນ ແລະ ຕ້ອງເສັຽເງິນ ໄປຫາທ່ານໝໍເອງຫລາຍເທື່ອ. ທີ່ຜ່ານມາຊາວບ້ານ ໄດ້ໄປຂໍຄວາມຊ່ອຍເຫລືອ ຈາກເຈົ້າໜ້າທີ່ຂັ້ນບ້ານ ໃນເບື້ອງຕົ້ນແລ້ວ ແຕ່ກໍຍັງບໍ່ໄດ້ຮັບການແກ້ໄຂ ຢ່າງຖາວອນເທື່ອ.

ສ່ວນຊາວບ້ານ ບ້ານໂພນສະຫວ່າງ ທີ່ໄດ້ຮັບຜົນກະທົບ ອີກທ່ານນຶ່ງກ່າວວ່າ ຢາກໃຫ້ທາງການລົງກວດກາ ແລະ ຫາວິທີແກ້ໄຂໂດຍດ່ວນ ເພາະອົດທົນ ຢູ່ກັບສະພາບແບບນີ້ ມາຫລາຍປີ ແລ້ວເດືອດຮ້ອນແຮງ ກັບການເປັນຢູ່ ໃນຊີວິຕປະຈຳວັນ ໃນເວລາຕາກເຄື່ອງນຸ່ງຫົ່ມ ຂີ້ຝຸ່ນຈາກການປະສົມຊີເມັນ ລວມເຖິງຂີ້ຝຸ່ນ ທີ່ຣົຖບັນທຸກແລ່ນໄປ-ມາ ກໍມາເກາະເຄື່ອງ ໃນເວລາ ເອົາໄປໃຊ້ ຮ່າງກາຍກໍຄັນ, ມີຜື່ນ ແລະ ທ່ານເອງກໍມີລູກນ້ອຍ 2 ຄົນ ຊຶ່ງໄດ້ຮັບຜົນກະທົບ ດ້ານສຸຂພາບ ເຣື່ອງປອດເຊັ່ນກັນ ແລະ ບໍ່ແມ່ນແຕ່ເຣື່ອງສຸຂພາບເທົ່ານັ້ນ ເຮືອນກໍເປ່ເພ ຈາກການສັ່ນສະເທືອນ ຂອງຂະບວນການ ປະສົມຊີເມັນນຳດ້ວຍ.

ເອືອ້ຍຕັ້ງຢູ່ນີ້ໄດ້ 8-9 ປີແລ້ວ ໂຮງງານຫາແຕ່ມາສ້າງ. ເດືອດຮ້ອນແທ້ ເຂົ້າຫລາຍປີແລ້ວ ທີ່ວ່າເດືອດຮ້ອນຫັ້ນນ່າ ຍ້ອນຄວາມທົນບໍ່ໄຫວຫັ້ນແຫລະ ທັງຂີ້ຝຸ່ນ, ທັງສຽງດັງ. ຄວາມສະເທືອນ ຄວາມແຮງມັນຫັ້ນນ່າ ເຮືອນອັນຈົນວ່າ ແຕກຫັ້ນແຫລະ ທັມມະດາຫັ້ນ ລູກເອື້ອຍຫັ້ນ ບໍ່ເຄີຍມີວ່າ ເປັນປອດຈັກເທື່ອ ແຕ່ໂຮງງານໂຕນີ້ມາຕັ້ງ 2 ຄົນ ຜູ້ຫລ້ານີ້ ກໍປອດຂຶ້ນໝົດທຸກຄົນ.

ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ຂັ້ນບ້ານ ບ້ານໂພນສະຫວ່າງ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕຳແໜ່ງກ່າວວ່າໂຮງງານດັ່ງກ່າວ ມີການສ້າງຖືກຕ້ອງ ຊຶ່ງສ້າງມາແຕ່ປີ 2017 ແລ້ວ, ແລະ ບໍ່ໄດ້ເປັນຕາມທີ່ ຊາວບ້ານເວົ້າ.

ຜ່ານມາກໍເບິ່ງແລ້ວ ຄະນະກັມການ ກໍລົງມາເບິ່ງຢູ່ເດ້ ມັນບໍ່ຄືເຂົາເຈົ້າລົງເຟສ ມັນເປັນການທົດລອງນ່າ ປີ 2017 ບໍຣິສັດ ຫົງຄຳ ຄອນກຣີດ.

ເຈົ້າໜ້າທີ່ດ້ານ ສິ່ງແວດລ້ອມ ເມືອງໂພນໂຮງ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ ຍັງບໍ່ຮູ້ເຖິງບັນຫາ ຜົນກະທົບດັ່ງກ່າວເທື່ອ ແຕ່ເຈົ້າໜ້າທີ່ ຈະປະສານງານໄປຫາ ນາຍບ້ານ ບ້ານໂພນສະຫວ່າງກ່ອນ ຈຶ່ງຈະລົງກວດກາ ໄດ້ເນື່ອງຈາກວ່າ ໂຮງງານດັ່ງກ່າວ ມີໜັງສືສ້າງຖືກຕ້ອງ ແຕ່ຣາຍລະອຽດ ຕ້ອງເບິ່ງຄືນໃໝ່ ເບື້ອງຕົ້ນຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຮງງານດັ່ງກ່າວ ຕ້ອງເຮັດໜັງສື ຍື່ນມາ ສເນີກ່ອນ ຈາກນັ້ນເຈົ້າໜ້າທີ່ ຈຶ່ງຈະທຳການກວດກາໄດ້.

ຍັງບໍ່ໄດ້ຮັບຫາງສຽງບ້ານັ້ນ ມີບັນຫາຫົງຄຳ ຄອນກຣີດ ຮູ້ຢູ່ຢູ່ບ່ອນໃດ ເອກສານເຂົາເຈົ້າ ກໍຖືກຕ້ອງ ບໍ່ແມ່ນ 4-5 ປີ ແລ້ວບໍ ຊິບອກໜ່ວຽງານ ເຂົາເຈົ້າປະສານ ທາງບ້ານ ເພາະວ່າຜ່ານມາ ເຮົາກໍເຊັນເອກສານ ຈາກພື້ນຖານແຫລະເນາະ ເວລາເຂົາຕໍ່ອີ່ຫຍັງ ເຮົາກໍໄດ້ເຊັນຈາກບ້ານ ອັນນີ້ ນີ້ຄັນວ່າມີບັນຫາໃດແນະນຳ ເຂົາເຈົ້າສເນີຂຶ້ນມາ ມັນຕ້ອງໃຫ້ມີໜັງສື ນິຕິກັມ ເປັນລາຍລັກອັກສອນ.

ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ແຜນການ ແລະ ການລົງທຶນ ເມືອງໂພນໂຮງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ ຍັງບໍ່ຮູ້ຣາຍລະອຽດ ກ່ຽວກັບໂຮງງານດັ່ງກ່າວວ່າ ຊາວບ້ານໄດ້ຮັບຜົນກະທົບ ທ່ານຄາດວ່າ ໂຮງງານປະສົມຊີເມັນ ດັ່ງກ່າວ ຈົດທະບຽນມາດົນແລ້ວ ໂດຍຜ່ານຂັ້ນແຂວງ ບໍ່ໄດ້ຜ່ານຂັ້ນເມືອງ ຊຶ່ງຕາມກົດໝາຽ ສມັຍກ່ອນ ການຈົດທະບຽນ ກໍ່ຕັ້ງໂຮງງານ ຫລື ບໍຣິສັດຕ່າງໆ ຕ້ອງຜ່ານການອະນຸມັດຂອງທາງຂັ້ນແຂວງ ຊຶ່ງທ່ານເອງບໍ່ຮູ້ຣາຍລະອຽດຄັກແນ່ ແຕ່ເບື້ອງຕົ້ນຊາວບ້ານ ທີ່ໄດ້ຮັບຜົນກະທົບສາມາດຍື່ນໜັງສື ໄປຫາຫ້ອງການໄດ້ເລີຍ ແລ້ວເຈົ້າໜ້າທີ່ ຈະກວດກາໄດ້.

ເຮົາກໍບໍ່ຮູ້ຂໍ້ມູນກະຊັ້ນແນະນຳ ໃຫ້ເຂົາເຈົ້າເຮັດໃບສເນີຂຶ້ນມາເບິ່ງດຸ ພວກເຮົາກໍມີຄະນະກັມມະການ ຄືກັນ ຄັນພວກເຮົາບໍ່ຮູ້ເຣື່ອງ ຮູ້ຫຍັງ ພວກເອົາກໍລົງໄປບໍ່ໄດ້ ໃນເມື່ອກ່ອນ ການລົງທຶນ ແຂວງອະນຸຍາດເລີຍ ບາດນີ້ຊ່ວງໄລຍະຫລັງ ທີ່ຈະສ້າງຕັ້ງ ເພິ່ນຈະໃຫ້ກັບຄືນມາໃຫ້ເມືອງ.

ອີງຕາມຄຳເວົ້າ ຂອງຊາວບ້ານທີ່ໄດ້ຮັບຜົນກະທົບ ດັ່ງກ່າວ ບອກວ່າກ່ອນ ທີ່ຈະມີການກໍ່ສ້າງ ໂຮງງານປະສົມຊີເມັນດັ່ງກ່າວນີ້ ເຈົ້າໜ້າທີ່ຂັ້ນບ້ານ ບໍ່ໄດ້ເອົາເອກສານ ມາໃຫ້ຊາວບ້ານ ທີ່ຢູ່ອາສັຍ ໃກ້ກັບບ່ອນທີ່ຈະກໍ່ສ້າງ ໂຮງງານດັ່ງກ່າວ ເປັນຜູ້ເຊັນຮັບຮອງ ເຫັນດີວ່າ ຈະໃຫ້ກໍ່ສ້າງ ຫລື ບໍ່ແຕ່ ພັດໄປໃຫ້ຊາວບ້ານທີ່ບໍ່ຮູ້ໜັງສື ເປັນຜູ້ເຊັນຮັບຮອງແທນ ແລ້ວເອົາເອກສານດັ່ງກ່າວ ໄປຍື່ນຕໍ່ພາກສ່ວນ ທີ່ກ່ຽວຂ້ອງຂັ້ນແຂວງ ເຊັນອະນຸມັດ ໃນການກໍ່ສ້າງ.

ໃນໄລຍະປີ 2017 ກໍເກີດເຫດການ ຊາວບ້ານຫລາຍບ້ານ ໄດ້ຮັບຜົນກະທົບ ຈາກໂຮງງານຊີເມັນ ຢູ່່ເມືອງວັງວຽງ ແຂວງວຽງຈັນ ຈາກການຂົນຫິນ ເຂົ້າ-ອອກ ໂຮງງານຊີເມັນ ເຮັດໃຫ້ເສັ້ນທາງເປ່ເພ ແລະ ເກີດຂີ້ຝຸ່ນໃສ່ຫລັງຄາເຮືອນ ຂອງປະຊາຊົນ ທີ່ອາສັຍຢູ່ໃກ້ກັບໂຮງງານຊີເມັນ ແຫ່ງທີ 1 ແລະ ໂຮງງານຊີເມັນແຫ່ງທີ 2 ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ກໍຮັບຮູ້ທຸກຢ່າງ ແຕ່ເຣື່ອງກໍມິດງຽບໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.