ທະຫານພະມ້າ ຈັບສະມາຊິກ ສະພາ ພ້ອມຄອບຄົວ
2023.01.15

ທະຫານພະມ້າ ໄດ້ຈັບໂຕ ທ່ານ ວິນ ວິນ ອະດີດ ສະມາຊິກສະພາ ແຫ່ງຊາຕພະມ້າ ທີ່ສັງກັດພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ແລະ ຄອບຄົວຂອງລາວ ອີງຕາມຂໍ້ມູນຈາກໝູ່ເພື່ອນຂອງຄົນໃນຄອບຄົວ. ທ່ານ ວິນ ວິນ ໄດ້ຮັບການເລືອກຕັ້ງ ເປັນຜູ້ແທນຣາສດອນ ຢູ່ເມືອງ ມິນບູ ໃນປີ 2015 ແລະ ທ່ານ ໄດ້ຮັບການເລືອກຕັ້ງ ເປັນສມັຍທີ 2 ໃນປີ 2020. ທ່ານ ຖືກຈັບ ພ້ອມດ້ວຍເມັຽ ແລະ ລູກອີກ 3 ຄົນ ໃນຕອນເຊົ້າວັນທິດ ທີ່ເຮືອນຂອງພີ່ນ້ອງ ຢູ່ເມືອງປະວິນຢູ່ ຂອງພະມ້າ ເຊິ່ງເປັນບ່ອນທີ່ ທ່ານ ໄດ້ຫຼົບຊ້ອນໂຕ ນັບຕັ້ງແຕ່ ທະຫານພະມ້າເຂົ້າມາຍຶດອຳນາດ ຈາກພັກສັນນິບາດ ແຫ່ງຊາຕເພື່ອປະຊາທິປະໄຕ ໃນວັນທີ 1 ກຸມພາ 2021.
ໝູ່ເພື່ອນ ຂອງຄົນໃນຄອບຄົວລາວ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ ວ່າ ພວກທະຫານໄດ້ຈັບທ່ານ ໃນຕອນເຊົ້າຕູ່ ພວກເຮົາບໍ່ຮູ້ວ່າ ພວກທະຫານເອົາໂຕທ່ານໄປໄວ້ໃສ. ຂ້ອຍເຂົ້າໃຈວ່າ ພວກທະຫານ ອອກໝາຍຈັບທ່ານ ຕາມມາຕຣາ 505 ຂອງກົດໝາຍອາຍາ ທີ່ລະບຸຂໍ້ຫ້າມ ກະທຳທີ່ຂັດຕໍ່ເຈົ້າໜ້າທີ່ຣັຖ ເຊິ່ງມີບົດລົງໂທດ ຈຳຄຸກເປັນເວລາ 3 ປີ.
ໝູ່ເພື່ອນຂອງທ່ານ ບໍ່ມີໃຜຮູ້ວ່າ ທະຫານຍັງຄົງກັກຂັງ ທ່ານ ວິນ ວິນ, ເມັຽຊທີ່ຊື່ວ່າ ໂຕໂຕໄຫວ, ແລະ ລູກຊາຍ 3 ຄົນ ຊື່ ຕັນສິນວິນ ອາຍຸ 17 ປີ, ຢາຕີວິນ ອາຍຸ 13 ປີ ແລະ ພະແຢວິນ ອາຍຸ 3 ປີ ໃນເວລາທີ່ ພວກທະຫານພະມ້າ ຕັ້ງຂໍ້ຫາທ່ານ ໃນຂະນະທີ່ ຝ່າຍທະຫານພະມ້າ ບໍ່ໄດ້ອອກຖແລງການຫຍັງກ່ຽວກັບ ການຈັບກຸມ ທ່ານ ວິນ ວິນ.
ນັບຕັ້ງແຕ່ ມີການຣັຖປະຫານ, ທະຫານພະມ້າ ໄດ້ສັ່ງຈັບສະມາຊິກ ສະພາແຫ່ງຊາຕ ພະມ້າ ຂັງຄຸກ ລວມທັງສະມາຊິກ ພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ.
ອີງຕາມກົມສິດທິມະນຸສ ຂອງພັກສັນນິບາດ ແຫ່ງຊາຕເພື່ອປະຊາທິປະໄຕ, ມີສະມາຊິກສະພາ ແຫ່ງຊາຕພະມ້າ ແລະ ສະມາຊິກພັກສັນນິບາດ ແຫ່ງຊາຕເພື່ອປະຊາທິປະໄຕ ຖືກຈັບບັບແຕ່ມີການຣັຖປະຫານ ໃນວັນທີ 1 ກຸມພາ 2021, ແລະ ຍັງມີຣາຍງານອີກວ່າ ສະມາຊິກພັກ 67 ຄົນ ລວມທັງ ສະມາຊິກສະພາແຫ່ງຊາຕ 2 ຄົນ ໄດ້ເສັຽຊີວິຕ ຢູ່ໃນຄຸກ ໃນເວລາທີ່ທະຫານ ພະມ້າສືບສວນສອບສວນ.
ແຈ້ງການ ຂອງທະຫານພະມ້າ ທີ່ລະບຸວ່າ ທະຫານພະມ້າ ໄດ້ປ່ອຍໂຕ ນັກໂທດຜູ້ທີ່ມີຊື່ສຽງ ຫຼາຍຄົນ ລວມທັງ ອະດີດ ເອອັກຄະຣາຊທູຕອັງກິດ ແລະ ນັກເສຖສາຕ ຊາວອອສເຕຣເລັຽ ເຊິ່ງເປັນຜົລມາຈາກການກົດດັນ ຂອງບັນດາປະເທດອາຊ້ຽນ ຍ້ອນວ່າ ຝ່າຍທະຫານພະມ້າ ຊອກທຸກວິທີ ເພື່ອໃຫ້ຊະນະການເລືອກຕັ້ງ ແຫ່ງຊາຕ ທີ່ຈະມີຂຶ້ນໃນປີໜ້າ.
ໃນວັນພະຫັດທີ່ຜ່ານມາ, ທະຫານພະມ້າ ໄດ້ກ່າວວ່າ ຈະປ່ອຍໂຕ ທ່ານ ແຊນເທີເນວ ຊາວອອສເຕຣເລັຽ, ທ່ານ ຄູໂບຕ້າ ນັກຂ່າວຍີ່ປຸ່ນ, ແລະ ບຸກຄົນສຳຄັນ ອີກຫຼາຍຄົນ. ນັ້ນເປັນສ່ວນນຶ່ງ ຂອງການນິລະໂທດສະກັມ ນັກໂທດ 5,774 ຄົນ ລວມທັງ ນັກໂທດການເມືອງ ເພື່ອສລອງວັນຊາຕ ຂອງພະມ້າ.
ທ່ານ ແຊນເທີເນວ ຊາວອອສເຕຣເລັຽ ທີ່ປຶກສາດ້ານເສຖກິຈ ທີ່ໃກ້ຊິດກັບ ຍາ ນາງ ອອງ ຊານ ຊູ ຈີ ເຊິ່ງຍານາງ ກຳລັງຖືກກັກຂັງດ່ຽວ ຖືກຕັ້ງຫຼາຍຂໍ້ຫາ ແລະ ຖືກຕັດສິນຈຳຄຸກ 26 ປີ. ທ່ານ ແຊນເທີເນວ ຊາວອອສເຕຣເລັຽ ຖືກສານທະຫານພະມ້າ ຕັດສິນຈຳຄຸກ 3 ປີ ຫຼັງຈາກວັນທີ 1 ກຸມພາ 2021 ທີ່ທະຫານພະມ້າ ຍຶດອຳນາດ, ຍານາງ ໂບແມນ ອະດີດເອອັກຄະຣາຊທູຕອັງກິດ ພ້ອມດ້ວຍສາມີຂອງນາງ ທີ່ເຮັດວຽກຢູ່ອົງການຈັດຕັ້ງ ທີ່ບໍ່ສັງກັດ ຣັຖບານ ໄດ້ຖືກທະຫານພະມ້າຈັບໂຕ ໃນເດືອນ ກັນຍາ 2022. ຊາວຕ່າງປະເທດທັງ 2 ຖືກສານທະຫານພະມ້າ ຕັດສິນຈຳຄຸກເປັນເວລາ 1 ປີ ໃນຂໍ້ຫາການເຂົ້າເມືອງ. ຕໍ່ມາ ສາມີຂອງນັກການທູຕອັງກິດ ຖືກປ່ອຍໂຕ, ສ່ວນວ່າ ທ່ານ ຄູໂບຕ້າ ນັກຂ່າວຍີ່ປຸ່ນ ຖືກຈັບໃນ ເດືອນກໍຣະກະດາ ໃນປີ 2022 ແລະ ຖືກສານຕັດສິນຈຳຄຸກ 7 ປີ.
ສະມາຄົມຊ່ອຍເຫຼືອ ນັກໂທດການເມືອງ ທີ່ມີຫ້ອງການໃຫຍ່ ຕັ້ງຢູ່ປະເທດໄທຍ ໄດ້ຣາຍງານວ່າ ນັບແຕ່ທະຫານພະມ້າ ເຂົ້າມາຍຶດອຳນາດ ເກີດຂໍ້ຂັດແຍ່ງກັນ ເຮັດໃຫ້ມີເດັກນ້ອຍ ພະມ້າເສັຽຊີວິຕແລ້ວ 157 ຄົນ.
ໃນເດືອນພຶສຈິກາ 2022 ທີ່ຜ່ານມາ, ສານທະຫານພະມ້າ ຢູ່ພາກເໜືອເຂດຣັຖສະກາງ ໄດ້ສັ່ງຕັດສິນຈຳຄຸກ ຜູ້ຍິງຊາວພະມ້າ 9 ຄົນ ເປັນເວລາ 12 ປີ ຍ້ອນພວກເຂົາຖືກກ່າວຫາວ່າ ເປັນກຸ່ມກອງກຳລັງປົກປ້ອງປະຊາຊົນ ຫຼື PDFD.
ກຸ່ມກອງກຳລັງປົກປ້ອງປະຊາຊົນ ຖືກຈັດຕັ້ງຂຶ້ນໂດຍປະຊາຊົນພະມ້າ ເພື່ອຕໍ່ຕ້ານກຸ່ມທະຫານພະມ້າທີ່ຣັຖປະຫານ ຍຶດອຳນາດຈາກຣັຖບານພະມ້າ ທີ່ມາຈາກການເລືອກຕັ້ງໃນເດືອນກຸມພາ 2021 ທີ່ຜ່ານມາ.
ບັນດາຜູ້ຍິງທັງ 9 ຄົນຖືກດຳເນີນຄະດີ ພາຍໃຕ້ກົດໄອຍະການເສິກ ຂອງທະຫານພະມ້າ ໂດຍສານທະຫານພະມ້າ ແລະ ເຂົາເຈົ້າຖືກຕັດສິນຈຳຄຸກ ໃນເດືອນຕຸລາ 2022 ທີ່ຜ່ານມາ ອີງຕາມແຫຼ່ງຂ່າວ ທີ່ໃກ້ຊິດຄ້າຍຄຸມຂັງ ແລະ ເຈົ້າໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ.
ຂໍ້ມູນດັ່ງກ່າວ ຕ້ອງໃຊ້ເວລາ 1 ເດືອນ ກ່ອນທີ່ຈະມີການເຜີຍແຜ່ ຍ້ອນວ່າ ເຈົ້າໜ້າທີ່ທະຫານພະມ້າ ບໍ່ໄດ້ແຈ້ງໃຫ້ຄອບຄົວ ຜູ້ທີ່ຖືກສັ່ງຈຳຄຸກຮັບຮູ້.
ຜູ້ຍິງທີ່ຖືກສານຕັດສິນ ທັງໝົດ ມີອາຍຸປະມານ 20 ປີ ເຂົາເຈົ້າໄດ້ຖືກຈັບໂຕ ໃນເວລາທີ່ທະຫານພະມ້າ ໄດ້ບຸກລະທາຍ ຄ້າຍຂອງກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຢູ່ເມືອງກາເລ ໃນວັນທີ 16 ພຶສຈິກາ 2021 ທີ່ຜ່ານມາ ເຊິ່ງເຂົ້າເຈົ້າຖືກຄຸມຂັງ ຢູ່ໃນຄຸກເມືອງກາເລ.
ພວກເຂົາແຕ່ລະຄົນ ໄດ້ຮັບໂທດຈຳຄຸກ 2 ປີ ພາຍໃຕ້ມາຕຣາ 505 ແລະ ອີກ 10 ປີ ພາຍໃຕ້ມາຕຣາ 50 ຂອງກົດໝາຍ ຕ້ານການກໍ່ການຮ້າຍ ຂອງທະຫານພະມ້າ.
ເຈົ້າໜ້າທີ່ກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ ແມ່ຍິງເຫຼົ່ານັ້ນ ບໍ່ໄດ້ໂທດໜັກ ແຕ່ ເຂົາເຈົ້າກໍຖືກບັງຄັບ ໃຫ້ເຮັດວຽກຢູ່ໃນຄຸກ.
ທ່ານ ກ່າວຕື່ມອີກວ່າ ແມ່ຍິ່ງເຫຼົ່ານັ້ນ ທີ່ຢູ່ໃນຄຸກ ຍັງມີສຸຂພາບທີ່ດີ ເຂົາເຈົ້າເຮັດວຽກຕາມທີ່ເຈົ້າໜ້າທີ່ ສັ່ງ ໂດຍເຂົາເຈົ້າເຮັດວຽກຕັດຫຍິບ.
ແມ່ຍິງທີ່ຖືກຈັບນັ້ນ ຊື່ວ່າ ລາ ຕັນ ຫວີ, ມາ ສອນ ດວງ, ຄາ ລອນ ສານ, ລາ ມອມ ຄາມ, ວັນ ລາ ລອນ, ມາ ລາ ປຽນ ເປວ, ຊາມ ຊູ ຊາ ອຳ, ແມນ ລຳ ດິມ, ນິ ອອງ ດອນ ກິອຽນ.
ທີ່ຜ່ານມາ, ທະຫານພະມ້າໂຈມຕີ ເຂດພົລເຮືອນ ເຮັດໃຫ້ຊາວບ້ານ 4,000 ປາຍຄົນ ຈາກ 15 ບ້ານ ຢູ່ເຂດສະກາງ ພາກຕາເວັນອອກສ່ຽງເໜືອ ຂອງພະມ້າ ຕ້ອງໜີອອກຈາກບ້ານ ເພື່ອຫຼົບຄວາມຮຸນແຮງ.
ການໂຈມຕີດັ່ງກ່າວ ເກີດຂຶ້ນເປັນເວລາ 3 ມື້ ແລະ ຍັງສືບຕໍ່ມາຮອດວັນສຸກ ຢູ່ເຂດເມືອງສະກາງ ພາກຕາເວັນອອກສ່ຽງເໜືອ ຂອງພະມ້າ ໂດຍມີທະຫານພະມ້າປະມານ 100 ຄົນ ໄດ້ຫັນມາໂຈມຕີພົນລະເຮືອນແທນ ເຊິ່ງຂັດຕໍ່ຫຼັກການທາງການທະຫານ.
ມີຍົນເຮລິຄອບເຕີ້ຣ໌ 4 ລຳ ໄດ້ໂຈມຕີໝູ່ບ້ານ ເຮັດໃຫ້ມີຜູ້ເສັຽຊີວິຕ 1 ຄົນ ຊື່ວ່າ ຂິນ ເມືອງສານ ແລະ ມີຜູ້ຍິງ ກັບ ຜູ້ຊາຍໄດ້ຮັບບາດເຈັບ.
ປະຊາຊົນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ ວ່າ:
“ມີຜູ້ເສັຽຊີວິດຄາທີ່ ແລະ ຜູ້ຍິງໄດ້ຮັບບາດເຈັບສາຫັດ ຢູ່ຂັນໄດບ້ານ ແລະ ລາວກໍໄດ້ຮັບການຮັກສາຈາກກອງກຳລັງ ສະພາທະຫານພະມ້າ. ປະຊາຊົນພາກັນຫຼົບໜີ ບໍ່ກ້າກັບຄືນບ້ານ ຈົນກະທັ້ງທະຫານພະມ້າ ຈະອອກຈາກບ້ານເຂົາເຈົ້າກ່ອນ. ສະພາບທາງພາກພື້ນດິນ ມີຄວາມອັດຕະຄັດຫຼາຍ.”
ປະຊາຊົນ ກ່າວວ່າ ມີປະຊາຊົນປະມານ 100 ຄົນ ບໍ່ຍອມໜີຈາກບ້ານ ແລະ ເຂົາເຈົ້າຖືກບັງຄັບ ແລະ ພວກທະຫານ ພາກັນມາກວດຂໍ້ຄວາມ ໂທລະສັບເຂົາເຈົ້າ ວ່າ ມີການຕິດຕໍ່ກັບກຸ່ມກອງກຳລັງ ປົກປ້ອງປະຊາຊົນຫຼືບໍ່.
ປະຊາຊົນ ກ່າວວ່າ ຍົນເຮລິຄອບເຕີ້ຣ໌ ຂອງທະຫານພະມ້າ ໄດ້ຍິງປືນໃສ່ໝູ່ບ້ານ ໃນວັນທີ 2 ກໍຣະກະດາ ທີ່ຜ່ານມາ.
ຊາວເມືອງດັ່ງກ່າວ ຕ້ອງຕໍ່ຕ້ານກັບທະຫານພະມ້າ ທີ່ຍຶດອຳນາດມາແຕ່ ວັນທີ 1 ກຸມພາ 2021, ໂດຍ ເຂົ້າເຈົ້າມີການຈັດຕັ້ງກຸ່ມ ກອງກຳລັງປົກປ້ອງປະຊາຊົນ ຫຼື PDF ຫຼັງຈາກທະຫານເຂົ້າມາຍຶດອຳນາດຈາກພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ແລະ ມີການຕັດສັນຍາໂທຣະສັບ ແລະ ອິນເຕີ້ຣ໌ເນັດ.
ປະຊາຊົນທີ່ໜີການສູ້ຣົບ ໄດ້ກ່າວວ່າ:
“ພວກເຮົາຕ້ອງໜີປະເລົ້າເຂົ້າ, ສັດລ້ຽງ ບໍ່ວ່າ ຈະເປັນງົວ ແລະ ແບ້. ພວກເຮົາເປັນຫ່ວງສັດລ້ຽງ ຖ້າວ່າ ສັດລ້ຽງຖືກຍິງຕາຍ ພວກເຮົາຈະບໍ່ມີຫຍັງເຫຼືອ ພວກເຮົາບໍ່ມີວຽກເຮັດ ແລະ ຍາກທີ່ຫາລ້ຽງຄອບຄົວ.”
ນອກຈາກນີ້ ປະຊາຊົນຊາວເມືອງປາເລ ໄດ້ກ່າວວ່າ ມີປະຊາຊົນ 4 ຄົນເສັຽຊີວິຕ ລວມມີເດັກຍິງ ຍ້ອນການໂຈມຕີ ຂອງທະຫານພະມ້າ ຫຼັງຈາກທີ່ຊາວບ້ານ ໄດ້ພາກັນກັບຄືນມາບ້ານ ໃນຂະນະທີ່ ເຂົາເຈົ້າກຳລັງລ້ຽງງົວ ແລ ເກືອໝູ ຢູ່.
ແຫຼ່ງຂ່າວ ຈາກເມືອງປາເລ ໄດ້ໃຫ້ສັມພາດວ່າ ຜູ້ທີ່ຖືກເຄາະຮ້າຍ ເປັນແມ່ຍິງ ອາຍຸ 45 ປີ ແລະ ເດັກຍິງ ອາຍຸ 15 ປີ ແລະ ແມ່ຍິງ ອາຍຸ 54 ປີ, ແລະ ອີກ ນຶ່ງຄົນ ເປັນຜູ້ຊາຍ.