ເຣື້ອງທີ່ເກັບບັນທຶກໄວ້
2022-09-20
ອົງການສາກົລ ສືບຕໍ່ປັບປຸງ ຄວາມສເມີພາບ ລະຫວ່າງຍິງ-ຊາຍ ແລະ ສົ່ງເສີມ ການເຂົ້າເຖິງ ຄວາມຍຸຕິທັມ ຂອງເເມ່ຍິງລາວ ແລະ ເດັກນ້ອຍໃນລາວ ໃຫ້ດີຂຶ້ນ.
2022-09-20
ການຮ່ວມມື ລະຫວ່າງ ຣັຖບານລາວ ກັບອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖ ຫຼື International Non-Governmental Organization (INGOs) ຍັງຊັກຊ້າ ໃນການດຳເນີນເອກສານ ໃນໄລຍະ 4 ປີຜ່ານມາ.
2022-09-20
ຄະນະຜູ້ແທນ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ໄດ້ມາປະຕິບັດໜ້າທີ່ ວຽກງານ ການເມືອງ ຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ກ່ອນຈະໄປເຂົ້າຮ່ວມ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ທີ່ນະຄອນນິວຢ໊ອກ.
2022-09-20
ນາງ ພອນທິບ ໄຊປັນຍາ ແລະ ທ້າວ ອານຸສິດ ຖືກເຈົ້າໜ້າທີ່ ຕັ້ງຂໍ້ຫາ ສໍ້ໂກງຊັບ ປະຊາຊົນ ມູນຄ່າ ຄວາມເສັຍຫາຍ ທັງໝົດ 355 ຕື້ປາຍກີບ, ເງິນບາທ 305,100,000 ປາຍບາທ ແລະເງິນໂດລ້າຣ໌ ອີກ 7,800,000 ປາຍໂດລ້າຣ໌ ແລະຍັງມີຊັບສິນອື່ນໆ ອີກ ອີງຕາມ ຂໍ້ມູນຈາກ ກົມຕຳຣວດ ເສຖກິຈ.
2022-09-19
ພໍ່ແມ່ ຜູ້ປົກຄອງ ໃນແຂວງຫລວງພຣະບາງ ຮູ້ສຶກດີໃຈ ທີ່ມີແຈ້ງການຫ້າມ ໂຮງຮຽນ ສາມັນຂອງພາກຣັຖ ທົ່ວແຂວງ ເກັບຄ່າທຳນຽມ ນຳນັັກຮຽນ ທີ່ມາສເນີຕົວ ເຂົ້າໂຮງຮຽນໃໝ່ ຂະນະທີ່ ໂຮງຮຽນບາງແຫ່ງ ຍັງບໍ່ໄດ້ປະຕິບັດ ຕາມນະໂຍບາຍ ຫ້າມເກັບເງິນ.
2022-09-19
ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ລົງນາມສັນຍາ ຄວາມຮ່ວມມືກັບ ທະນາຄານພັທນາລາວ ຈຳກັດ ໃນການສນອງເງິນກູ້ ໃກ້ແກ່ຄົນງານລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ສາມາດເຂົ້າເຖິງ ແຫຼ່ງທຶນ ດອກເບັ້ຽຕໍ່າ.
2022-09-19
ຄາດວ່າ ເສຖກິຈລາວ ໃນປີ 2022 ຈະຂຍາຍໂຕພຽງ 3% ຂອງຜລິຕພັນມວນລວມ ພາຍໃນປະເທດ ຫຼື Gross Domestic Product (GDP) ຫຼຸດລົງຈາກ 4% ຍ້ອນການລົງທຶນ ໃນໂຄງການ ຂນາດນ້ອຍ ແລະຂນາດໃຫຍ່ ຍັງສືບຕໍ່ງຽບເຫງົາ ຮວມທັງການໃຊ້ຈ່າຍ ຂອງປະຊາຊົນ ກໍໜ້ອຍລົງ.
2022-09-19
ເນື້ອທີ່ທຳການຜລິຕ ໂດຍສະເພາະທົ່ງນາ ຂອງປະຊາຊົນ 5 ບ້ານໃນກຸ່ມບ້ານນໍ້າຍອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະກອບດ້ວຍບ້ານປະນະ, ບ້ານຫົວນໍ້າ, ບ້ານນໍ້າຍອນເກົ່າ, ນໍ້າຍອນໃໝ່ ແລະ ບ້ານລາວຫຼວງ ໄດ້ຮັບຜົລກະທົບຈາກພັຍພິບັດ ນໍ້າປ່າໄຫຼຊຸແຮງ.
2022-09-18
ຄົບຮອບ 3 ປີ ຍານາງ ໝວຍ ຖືກຈັບ, ຄຣູອາສາ 3 ແຂວງພາກໃຕ້ ທະຍອຍລາອອກ ຫຼາຍຂຶ້ນ, ເກັບຄ່າຣົຖ ເຂົ້າ-ອອກ ສະຖານີຣົຖໄຟ ນະຄອນຫຼວງ.
2022-09-17
ຊາວຫລວງພຣະບາງ ຈາກທົ່ວໂລກ ໄດ້ຫວນກັບຄືນມາ ພົບປະສັງສັນ ເປັນຄັ້ງທີ 4 ທີ່ເມືອງ ແຊນ ດີເອໂກ, ຣັຖ ແຄລີຟໍເນັຽ, ສະຫະຣັຖ ອາເມຣິກາ.
2022-09-17
ຜູ້ນໍາ ເກົາຫລີເໜືອ ສາບານວ່າ ຈະບໍ່ຍອມແພ້ໃນ ເຣື່ອງອາວຸດນິວເຄລັຍຣ໌ ແລະໃຫ້ຣັຖສະພາຮັບຜ່ານກົດໝາຍ ຮັບຮອງນະໂຍບາຍ ອາວຸດນິວເຄລັຍຣ໌ ແລະອະນຸຍາດໃຫ້ໂຈມຕີ ແບບອັຕໂນມັດດ້ວຍອາວຸດນິວເຄລັຍຣ໌ ຫາກປະເທດຖືກໂຈມຕິ.
2022-09-16
ຣັຖບານລາວ ອະນຸມັດໃຫ້ ບໍຣິສັດຈີນ ສຶກສາໂຄງການ ທາງຣົຖໄຟ ຈາກສວັນນະເຂດ ຫາລາວບາວ (ວຽດນາມ) ມີຄວາມຍາວ 220 ກິໂລແມັດ, ມູນຄ່າປະມານ 5 ຕື້ໂດລ້າຣ໌ສະຫະຣັຖ ແລະຈະໃຊ້ເວລາສຶກສາ ຄວາມເປັນໄປໄດ້ 2 ປີ ຈຶ່ງຈະສາມາດລົງມື ກໍ່ສ້າງສໍາເລັດໃນ 3 ປີ.
2022-09-16
ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຍັງຄອງຖ້າເງິນຊົດເຊີຽ ຣາຍການທີ່ 6 ແຕ່ ຍັງບໍ່ຮູ້ວ່າ ມື້ໃດຈະໄດ້ຮັບ ຄ່າຊົດເຊີຽທີ່ວ່ານີ້ ມີເຄື່ອງຕົກຫຼົ່ນ ແລະສເນີໃໝ່ ເປັນຕົ້ນ ຜົລປູກ, ໜອງປາ, ຖຽງນາ ແລະໄມ້ເຄື່ອງເຮືອນຕ່່່າງໆ.
2022-09-16
ວັນປະຊາທິປະໄຕສາກົລ ຕຣົງກັບວັນທີ 15 ກັນຍາ ຂອງທຸກປີ ຊຶ່ງວັນດັ່ງກ່າວ ແມ່ນຖືກກຳນົດ ຂຶ້ນໂດຍອົງການ ສະຫະປະຊາຊາຕ ໃນປີ 2007 ມາຮອດປັດຈຸບັນ ແມ່ນຄົບຮອບ 15 ປີ, ແຕ່ຊາວລາວເຫັນວ່າ ໃນປະເທດລາວເອງ ກໍມີປະຊາທິປະໄຕ ໃນສີສັນຂອງລາວ.
2022-09-16
ສະມາຊິກສະພາ ຜູ້ແທນຣາສດອນຂອງໄທຍ ຂໍໃຫ້ທາງການໄທຍ ເລື່ອນການຊື້ໄຟຟ້າ ຈາກເຂື່ອນປາກແບງ ແລະເຂື່ອນຊະນະຄາມ ຂອງລາວ ເນື່ອງຈາກ ຕ້ອງໄດ້ສຶກສາ ຜົລກະທົບ ດ້ານສິ່ງແວດລ້ອມ ຕໍ່ເຂດແດນຂອງໄທຍ ໃຫ້ລະອຽດກ່ອນ.