ສັມພາດ ພິເສດ ຄະນະຜູ້ແທນ ອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ

ຈຳປາທອງ
2022.09.20
ສັມພາດ ພິເສດ ຄະນະຜູ້ແທນ ອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ບົດສັມພາດ ພິເສດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ, ສະຖານີ ວິທຍຸ ເອເຊັຽເສຣີ, ນະຄອນຫຼວງ ວໍຊິງຕັນ ດີ.ຊີ., ວັນທີ 19 ກັນຍາ 2022.
RFA

ຄະນະຜູ້ແທນ ອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ນໍາໂດຍ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ຜູ້ເປັນປະທານ ໄດ້ມາປະ​ຕິ​ບັດ​ໜ້າ​ທີ່ ວຽກງານການເມືອງຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ໃນມື້ວັນທີ 19 ກັນຍາ ນີ້ ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ທີ່ນະຄອນນິວຢ໊ອກ ໃນມື້ຕໍ່ມາ.

ຄະນະຜູ້ແທນ ໄດ້ພົບພໍ້ກັບເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ, ກັບອົງການນີຣະໂທສກັມສາກົລ, ກັບເຈົ້າໜ້າທີ່ ຫ້ອງການສະມາຊິກ ສະພາຕໍ່າ ແລະສະພາສູງ ສະຫະຣັຖ ຊຶ່ງເບື້ອງຕົ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວຕໍ່ ວິທຍຸເອເຊັຽເສຣີ ເຖິງຈຸດປະສົງ ແລະເປົ້າໝາຍ ຂອງການມາປະຕິບັດງານຄັ້ງນີ້ວ່າ “ຂ້າພະເຈົ້າ ພ້ອມດ້ວຍ ຄະນະຂອງອົງການ ພັນທະມິຕ ເພື່ອປະຊາທີປະໄຕໃນລາວ ທີ່ເດີນທາງມາ ນະຄອນຫລວງ ວໍຊິງຕັນ ດີຊີ ຄັ້ງນີ້ ແມ່ນພວກເຮົາ ມີຈຸດປະສົງພົບກັບ ເຈົ້າໜ້າທີ່ກະຊວງ ການຕ່າງປະເທດ ຂອງສະຫະຣັຖ, ພົບກັບບັນດາ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຂອງສະຫະຣັຖ ແລະກະພົບກັບເຈົ້າໜ້າທີ່ ຂອງຜູ້ແທນສະພາຕໍ່າ ແລະຜູ້ແທນສະພາສູງ ຂອງສະຫະຣັຖ.

ນັກຂ່າວ: ໃນການພົບພໍ້ກັບ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ສະຫະຣັຖອາເມຣິກາ ໃນມື້ເຊົ້ານີ້ຫັ້ນ ທ່ານ ແລະຄະນະ ໄດ້ຍົກເອົາບັນຫາຫຍັງແດ່ ເນາະຂຶ້ນມາຫາລືກັນ?

ດຣ. ບຸນທອນ ຈັນທະລາວົງ-ວີເຊີ:

ພວກເຮົາກະໄດ້ຍົກເອົາບັນຫາ ສະພາບການຂອງລາວ ປະເດັນສໍາຄັນທີ່ສຸດ ແມ່ນບັນຫາອິດທິພົລຂອງຈີນ, ຂອງຣັສເຊັຽ ທີ່ມາແຮງທີ່ສຸດ ໃນການຄວບຄຸມລາວ. ເມື່ອກ່ອນພວກເຮົາ ມີບັນຫາທີ່ວ່າ ອິດທິພົລຂອງວຽດນາມ ຄວບຄຸມລາວ, ແຕ່ປັດຈຸບັນນີ້ ອິດທິພົລ ຂອງປະເທດຈີນ ແລະຣັສເຊັຽນີ້ ກໍາລັງແຜ່ອິດທິພົລ ເຂົ້າມາໃນລາວ ໂດຍສະເພາະ ກໍແມ່ນບັນຫາທາງດ້ານ ການທະຫານ ບໍ່ພຽງແຕ່ດ້ານເສຖກິຈ. ພວກເຮົາໄດ້ກ່າວເຖິງ ບັນຫາທີ່ວ່າ ເສຖກິຈຂອງ ສປປ ລາວ ນີ້ຢູ່ໃນໄລຍະທີ່ວ່າ ຈົນຈະລົ້ມລະລາຍເນາະ ຊຶ່ງວ່າ ບັນຫາທີ່ເພິ່ນມີການຕິດໜີ້ ກັບຈີນຫລາຍກວ່າໝູ່ໝົດ ຢູ່ໃນກຸ່ມປະເທດອາຊ້ຽນ ບັນຫາທີ່ວ່າ ການສໍ້ກົງ ຂອງເພິ່ນຍັງແກ້ໄຂບໍ່ໄດ້. ພວກເຮົາຍັງໄດ້ກ່າວເຖິງ ບັນຫາສິທທິມະນຸສຢູ່ໃນລາວ. ສປປ ລາວ ໄດ້ຈໍາກັດ ສິທທິຂອງປະຊາຊົນ ໂດຍສະເພາະ ໃນການສະແດງຄວາມຄິດເຫັນ ແລະສິທທິ ທາງດ້ານຂ່າວສານ. ຄົນລາວຜູ້ໃດທີ່ວ່າ ໄດ້ສະແດງຄວາມຄິດເຫັນ ຫລື ຮຽກຮ້ອງເອົາຄວາມເປັນທັມ ຖືກຈັບຖືກກຸມ ໂດຍສະເພາະ ບັນຫາຄົນງານລາວ 3 ຄົນ ຖືກຈັບກຸມເຖິງ 20 ປີ, ບັນຫາ ນາງ ໝ້ວຍ ຫລື ນາງຫ້ວຍເຮືອງ ໄຊຍະບູລີ ຖືກຈັບກຸມເຖິງ 5 ປີ ແລ້ວກໍບັນຫາອື່ນໆ. ບັນຫາການທໍາລາຍ ສະພາບແວດລ້ອມ, ພວກເຮົາກະໄດ້ກ່າວ ໂດຍສະເພາະການສ້າງເຂື່ອນ ບໍ່ມີຂອບເຂດ ການສ້າງເຂື່ອນ ຕາມລໍາແມ່ນໍ້າຂອງ ຢູ່ໃນຈີນກະຫລາຍພໍແຮງແລ້ວ ຢູ່ໃນລາວນີ້ກະຍັງສ້າງຂຶ້ນ. ປັດຈຸບັນນີ້ເຖິງ 96 ເຂື່ອນ ແລະຍັງມີໂຄງການ ຈະສ້າງຂຶ້ນໄປຕິກໆ. ອັນນີ້ພວກເຮົາ ກະໄດ້ກ່າວວ່າ ມັນມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ມີການຢຸດຕິ ການສ້າງເຂື່ອ ອັນບໍ່ມີຂອບເຂດ ຢູ່ໃນລາວ ຊຶ່ງວ່າມັນເປັນບັນຫາ ເຮັດໃຫ້ເກີດພັຍທັມຊາຕ, ແລ້ວກໍພັຍທີ່ວ່າ ສ້າງບັນຫາ ໃຫ້ແກ່ປະຊາຊົນ ຕາມລໍາແມ່ນໍ້າຂອງ. ນອກຈາກນັ້ນ ພວກເຮົາກໍຍັງໄດ້ກ່າວເຖິງ ບັນຫາການຄ້າມະນຸສ, ບັນຫາຢາເສບຕິດ. ບັນຫາການຄ້າມະນຸສ ພວກເຮົາກະໄດ້ເນັ້ນໜັກ ຄືວ່າ ເມື່ອກ່ອນແມ່ນການຄ້າມະນຸສ ແມ່ນສົ່ງໄປໄທຍເນາະ ແຕ່ວ່າປັດຈຸບັນນີ້ ແມ່ນມີບັນຫາການຄ້າມະນຸສ ເກີດຂຶ້ນຢູ່ໃນລາວເອງ ໂດຍສະເພາະຢູ່ໃນສາມຫລ່ຽມທອງຄໍາ. ອັນນີ້ພວກເຮົາ ກໍໄດ້ລົງເລິກ. ການຄ້າມະນຸສ ທີ່ວ່າທາງເຈົ້າໜ້າທີ່ ທາງການ ສປປ ລາວ ນີ້ ບໍ່ມີຄວາມສາມາດ ທີ່ຈະກວດກາໄດ້ ເພາະວ່າເປັນເຂດເສຖກິຈພິເສດ ທີ່ເພິ່ນປ່ອຍໃຫ້ຈີນ ມາເປັນຜູ້ຄວບຄຸມ ສະຖານທີ່ດັ່ງກ່າວນັ້ນ. ນອກຈາກນັ້ນ ພວກເຮົາ ກໍຍັງໄດ້ມີຂໍ້ສເນີ ສໍາຄັນຕໍ່ທາງກະຊວງ ການຕ່າງປະເທດ ຄືຮຽກຮ້ອງໃຫ້ ທາງສະຫະຣັຖ ຈໍາກັດ ຫລືວ່າ ສະກັດກັ້ນອິດທິພົລ ຂອງຈີນ, ຂອງຣັສເຊັຽ ທີ່ກໍາລັງມາແຮງທີ່ສຸດ ຄວບຄຸມລາວໃນປັດຈຸບັນ. ແລ້ວກໍຮຽກຮ້ອງໃຫ້ເພິ່ນ ທັກທ້ວງແນວໃດເນາະ ທີ່ວ່າວຽດນາມ ພະຍາຍາມບີບລາວ ບໍ່ໃຫ້ເກີດການປ່ຽນແປງ ໄປສູ່ປະຊາທິປະໄຕ. ອັນນີ້ພວກເຮົາຮຽກຮ້ອງວ່່າ ມີຄວາມຈໍາເປັນ ທີ່ຈະຕ້ອງປ່ອຍໃຫ້ຄົນລາວມີສິດເສຣີພາບ, ໃຫ້ປະຊາທິປະໄຕ ຈຶ່ງຈະສາມາດປົກປ້ອງ ປະເທດຂອງຕົນເອງໄດ້. ນອກຈາກນັ້ນ ພວກເຮົາ ກະໄດ້ມີຂໍ້ສເນີທີ່ວ່າ ໃຫ້ເພິ່ນຜັກດັນຜູ້ນໍາ ສປປ ລາວ ທີ່ທາງການ ສປປ ລາວ ໄດ້ໄປເຊັນສັນຍາຕ່າງໆກັບສາກົລ, ຈະແມ່ນສົນທິສັນຍາ ວ່າດ້ວຍສິທທິມະນຸສ ກັບສະຫະປະຊາຊາຕ, ກັບເມືອບ້ານແລ້ວກໍບໍ່ປະຕິບັດຫຍັງໂຕຈິງ, ເວລາມາຫາສາກົລ ກໍມາຕົວະສາກົລວ່າ ເພິ່ນແກ້ໄຂ. ແຕ່ຕົວຈິງແລ້ວ ບີບຄັ້ນປະຊາຊົນ ຢູ່ໃນປະເທດ ເປັນບັນຫາການຈັບກຸມ ກໍຍັງຖືກຈັບກຸມ, ແລ້ວກໍບໍ່ມີຜູ້ໃດ ໄດ້ຖືກປ່ອຍໂຕ. ໃນນັ້ນກໍແມ່ນຄົນງານລາວ 3 ຄົນ, ນາງໝວຍ ແລະຜູ້ອື່ນໆ. ອັນນີ້ພວກເຮົາ ກໍໄດ້ສເນີໃຫ້ເພິ່ນ ເອົາຈິງ ເອົາຈັງເຣື່ອງນີ້. ພ້ອມກັນນັ້ນ ກໍແມ່ນວ່າບັນຫາການຊ່ວຍເຫລືອ ຂອງເພິ່ນ ກໍຄືຂອງສາກົລທີ່ສົ່ງໄປລາວ. ພວກເຮົາກໍໄດ້ ສະແດງຄວາມຂອບອົກ, ຂອບໃຈ ທີ່ສະຫະຣັຖ ໄດ້ຊ່ວຍຄົນລາວ ໂດຍສະເພາະ ລູກຫລານລາວ, ຊາວໜຸ່ມ, ນັກຮຽນ ທີ່ວ່າໄດ້ອາຫານການກິນ ທີ່ເພິ່ນຊ່ອຍ, ເຂົາເຈົ້າກໍພູມໃຈ.ພວກເຮົາໃນນາມ ປະຊົນຄົນລາວ ກໍມາຂອບອົກ, ຂອບໃຈ ເພິ່ນ. ແຕ່ວ່າກະໜ້າເສັຍດາຍ ທີ່ວ່າການຊ່ວຍເຫລືອ ບາງຢ່າງ ກໍບໍ່ເຖິງປະຊາຊົນອີ່ຫລີເນາະ. ນອກຈາກນັ້ນ ພວກເຮົາກໍມີ ການສເນີເພິ່ນ, ເຮັດແນວໃດ ການຊ່ວຍເຫລືອ ຂອງເວທີສາກົລ ແມ່ນຕ້ອງໃຫ້ໄປເຖິງ ປະຊາຊົນ ແລະເຮັດແນວໃດ ຈະຕ້ອງຜັກດັນ ທາງການລາວ ຕ້ອງປ່ອຍໃຫ້ອົງການ ບໍ່ຂຶ້ນກັບຣັຖບານ ທີ່ເປັນອິດສະຣະພາບ, ບໍ່ໄດ້ຢູ່ພາຍໃຕ້ຂອງການ ຄວບຄຸມຂອງພັກ-ຣັຖ ຫັ້ນ ມີສິດເຄື່ອນໄຫວ ຢູ່ໃນລາວຢ່າງເປັນທາງການໄດ້, ບໍ່ວ່າແຕ່ອົງການ ບໍ່ຂຶ້ນກັບຣັຖບານ ຂອງລາວເອງ ຫລື ຂອງສາກົນ ກໍຕ້ອງໃຫ້ມີໂອກາດ ໄດ້ໄປເຄື່ອນໄຫວ ຢູ່ໃນລາວ ນັບທັງອົງການ ນິຣະໂທສກັມສາກົນ, Green Peace ແລະອື່ນໆ ອັນນີ້ພວກເຮົາ ກໍໄດ້ມີການສເນີ. ອັນສໍາຄັນ ພວກເຮົາກໍໄດ້ຮຽກຮ້ອງໃຫ້ ທາງສະຫະຣັຖ ຮ່ວມກັບອົງການນາໆຊາຕ ຜັກດັນ ໃຫ້ຈໍາກັດ ຫລືວ່າໃຫ້ຢຸດຕິ ການສ້າງເຂື່ອນ ທີ່ບໍ່ມີຂອບເຂດ ຢູ່ໃນລາວ, ຂໍໃຫ້ເພິ່ນເອົາໃຈໃສ່. ນອກຈາກນັ້ນກໍໄດ້ສເນີໃຫ້ ທາງສະຫະຣັຖ ຮ່ວມກກັບສາກົນຈັດຕັ້ງ ກັມມະການສາກົນ ໄປກວດກາ ບັນຫາການຄ້າມະນຸສ, ບັນຫາຢາເສບຕິດ ແລະກໍບັນຫາ ການສໍ້ໂກງ ຢູ່ໃນລາວ, ຈະປ່ອຍໃຫ້ແຕ່ເຈົ້າໜ້າທີ່ ທາງການ ສປປ ລາວ ແກ້ໄຊຫັ້ນ ແມ່ນພວກເພິ່ນ ເຮັດບໍ່ໄດ້ແລ້ວ.

ນັກຂ່າວ: ຕໍ່ບັນຫາຕ່າງໆທີ່ວ່າທ່ານເວົ້າເຖິງຫັ້ນເນາະ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ມີຄວາມເຫັນແນວໃດເນາະທ່ານເນາະ?

ດຣ. ບຸນທອນ ຈັນທະລາວົງ-ວີເຊີ:ເພິ່ນກໍໄດ້ເອົາໃຈໃສ່ ຈົດຈໍ່ ຮັບຟັງຂໍ້ມູນ ຂອງພວກເຮົາ ຂໍ້ມູນຕ່າງໆເພິ່ນກໍຈະນໍາໄປກວດເບິ່ງ ແລະເພິ່ນກໍວ່າ ໃນຂັ້ນຕໍ່ໄປຫັ້ນ ເພິ່ນມີໂຄງການອັນໃດ ທີ່ມີການເຄື່ອນໄຫວກ່ຽວກັບບັນຫາໃນລາວ ເພິ່ນກໍຈະມີການພົວພັນ ປະສານງານກັບພວກເຮົາ. ນອກຈາກນັ້ນ ກໍໂຄງການອັນໃດທາງ ດ້ານການຊ່ວຍເຫລືອຕ່າງໆ ອັນນີ້ເພິ່ນກໍຈະມີການຄົ້ນຄວ້າ ຕາມຂໍ້ສເນີ. ພ້ອມກັນນັ້ນ ຣັຖບານຂອງສະຫະຣັຖ ເພິ່ນກໍມີການໄກ່ເກັ່ຍ ເຣື່ອງບັນຫາສິທທິມະນຸສ. ຜ່ານມາເພິ່ນໄດ້ ມີການໄກ່ເກັ່ຍ ກັບທາງການ ສປປ ລາວ ປີ 2016, ປີ 2019. ປີ 2022 ນີ້ ເພິ່ນກໍຈະມີການໄກ້ເກັ່ຍ ບັນຫາສິທທິມະນຸສ ຢູ່ໃນລາວຄືກັນ.

ນັກຂ່າວ: ມື້ນີ້ ຄະນະພວກທ່ານ ກໍໄດ້ເຄື່ອນໄຫວໝົດມື້. ຫລັງຈາກໄປກະຊວງ ການຕ່າງປະເທດ ແລ້ວກໍຍັງໄດ້ໄປພົບພໍ້ ກັບເຈົ້າໜ້າທີ່ ອົງການນິຣະໂທສກັມສາກົລອີກເນາະ ທ່ານເນາະ. ທ່ານພໍເວົ້າສູ່ຟັງໄດ້ແດ່ບໍ່ເນາະ ເຖິງບັນຫາທີ່ທ່ານຍົກຂຶ້ນ?

ດຣ. ບຸນທອນ ຈັນທະລາວົງ-ວີເຊີ: ໃນການພົບປະ ກັບຜູ້ອໍານວຍການ ອົງການນິຣໂທສກັມສາກົລ ປະຈໍາສະຫະຣັຖຄັ້ງນີ້ ພວກເຮົາກໍໄດ້ຍົກບັນຫາ ການລະເມີດສິທທິມະນຸສໃນລາວ, ໄດ້ລົມກັບເພິ່ນໂດຍສະເພາະ ກໍແມ່ນບັນຫາ ນາງ ໝວຍ ຫລື ນາງຫ້ວຍເຮືອງ ໄຊຍະບູລີ, ພວກເຮົາຖືວ່າເປັນປະເດັນສໍາຄັນ ເພາະວ່າ ລາວ (ນາງ ໝວຍ) ກໍເປັນແມ່ຍິງລາວຜູ້ນຶ່ງ ທີ່ວ່າກ້າຫານ ໃນການມາຮຽກຮ້ອງ ຕໍ່ທາງການ ສປປ ລາວ ໃຫ້ໄປຊ່ວຍເຫລືອ ປະຊາຊົນທີ່ຖືກພັຍນໍ້າຖ້ວມ. ແຕ່ວ່າລາວ (ນາງ ໝວຍ) ຖືກຈັບກຸມ. ລາວ (ນາງ ໝວຍ) ກໍເປັນແມ່ລ້ຽງລູກຜູ້ດຽວ, ລູກນ້ອຍໆນໍ໋, ອາຍຸ 4 ປີ, ກໍຖືກຈັບເຖິງ 5 ປີ. ມັນເປັນເຣື່ອງທີ່ວ່າ ໄຮ້ມະນຸສທັມທີ່ສຸດ. ພວກເຮົາກໍສເນີທາງອົງການ ນິຣະໂທສກັມສາກົລວ່າ ຈະຕ້ອງໄດ້ເຮັດໂຄງການ ເພື່ອຊ່ວຍ ນາງ ໝວຍ ຫລືນາງ ຫ້ວຍເຮືອງ ໄຊຍະບູລີນີ້ ໄດ້ຖືກປ່ອຍຕົວ. ແລ້ວກໍບັນຫາລະມີດສິທທິໃນລາວນີ້ ມັນກະເປັນເຣື່ອງ ທີ່ຮ້າຍແຮງທີ່ສຸດ ໂດຍສະເພາະ ແມ່ນຈໍາກັດສິທທິທາງດ້ານການສະແດງຄວາມຄິດເຫັນ ໃນສື່ສັງຄົມອອນລາຍນ໌ ຕ່າງໆນັ້ນ. ໃຜສະແດງຄວາມຄິດເຫັນ ອັນໃດທີ່ເປັນລັກສະນະ ຮຽກຮ້ອງ ເອົາຄວາມເປັນທັມ, ຮຽກຮ້ອງເອົາສິທທິມະນຸສ ລ້ວນແລ້ວແຕ່ຖືກປາບປາມ ຫລືຖືກຈັບໄປຂູ່, ບັນຫາຫລາຍຢ່າງ ທີ່ພວກເຮົາໄດ້ສເນີ. ທັງໝົດເນາະ ບໍ່ວ່າແຕ່ ກະຊວງ ການຕ່າງປະເທດ ກໍຄືອົງການນິຣະໂທສກັມສາກົລ ເຮົາກະໄດ້ມອບຂໍ້ມູນ ໃຫ້ພວກເພິ່ນ ຢ່າງຫລວງຫລາຍ.

ນັກຂ່າວ: ກ່ອນຊິມີການສັມພາດນີ້ເນາະ ທາງຄະນະພວກທ່ານ ກໍໄດ້ໄປພົບພໍ້ກັບ ເຈົ້າໜ້າທີ່ ຫ້ອງການ ສະພາຕໍ່າ ຂອງສະຫະຣັຖ, ຢູ່ໃນຫັ້ນ ຄະນະພວກທ່ານ ໄດ້ຍົກບັນຫາຫຍັງເນາະ ທ່ານເນາະ?

ດຣ. ບຸນທອນ ຈັນທະລາວົງ-ວີເຊີ:

ພວກເຮົາກໍ ໄດ້ຍົກບັນຫາສິທທິມະນຸສ ຢູ່ໃນລາວ ກ່າວໃຫ້ເພິ່ນຊາບ. ເພິ່ນກະພູມໃຈ ທີ່ພວກເຮົາໄດ້ຣາຍງານ ການປົກຄອງໃນລາວ ທີ່ເປັນຜເດັດການຄອມມິວນິສຕ໌ ພັກດຽວ ຈໍາກັດສິທທິ ປະຊາຊົນ ຢ່າງຮ້າຍແຮງ. ປະເທດລາວ ເປັນປະເທດທີ່ວ່າ ໂລກບໍ່ຮູ້ຫລາຍ ກະເລີຍສວຍໂອກາດ ກົດຂີ່ປະຊາຊົນ ໂຕເອງ, ຈໍາກັດສິທທິຮ້າຍແຮງທີ່ສຸດ. ພວກເຮົາກໍໄດ້ສເນີເພິ່ນວ່າ ຈະຕ້ອງມີວິທີການ ທີ່ຜັກດັນ ໃຫ້ທາງການ ສປປ ລາວ ຍອມແກ້ໄຂບັນຫາ ລະເມີດສິທທິມະນຸສ ຢູ່ໃນລາວ.

ນັກຂ່າວ: ຫລັງຈາກໄປຫ້ອງການ ຂອງສະມາຊິກ ສະພາຕໍ່າແລ້ວ ທາງຄະນະພວກທ່ານ ກໍໄດ້ໄປຫ້ອງການ ສະມາຊິກສະພາສູງເນາະ, ທ່ານໄດ້ຍົກບັນຫາ ຫຍັງແດ່ເນາະ?    

ດຣ. ບຸນທອນ ຈັນທະລາວົງ-ວີເຊີ:

ພວກເຮົາໄດ້ຍົກບັນຫາ ການທໍາລາຍທັມມະຊາຕ ຢູ່ໃນລາວ ໂດຍສະເພາະ ໄດ້ຍໍ້າອີກບັນຫາ ສ້າງເຂື່ອນ ບໍ່ມີຂອບເຂດ, ເປັນບັນຫາໃຫຍ່ທີ່ສຸດ ໃນຂົງເຂດລໍາແມ່ນໍ້າຂອງ, ປະຊາຊົນບໍ່ພຽງແຕ່ ຄົນລາວ, ເຂດລໍາແມ່ນໍ້າຂອງ, ປະຊາຊົນ 50 ລ້ານກວ່າຄົນ ໄດ້ຮັບຜົນກະທົບ. ຢູ່ໃນລາວ ສ້າງມາ 96 ເຂື່ອນແລ້ວ, ແຜນການສ້າງເຂື່ອນ ໄປຕິກໆ ທາງໜ້າ. ການສ້າງເຂື່ອນນີ້ ເຮັດໃຫ້ເກີດພັຍພິບັດໜັກ, ນໍ້າຖ້ວມທຸກປີ, ທຸກແຂວງ, ແລ້ວຍາມແລ້ງ ນໍ້າແຫ້ງ ເປັນອັນຕຣາຍທີ່ສຸດ ສໍາລັບປະຊາຊົນ, ເທົ່າເຖິງປັດຈຸບັນຍັງບໍ່ມີອົງການໃດ ທີ່ສາມາດຈໍາກັດ ເຣື່ອງການສ້າງເຂື່ອນ ຢູ່ໃນລາວໄດ້. ການສ້າງຢູ່ຈີນ ມັນກະຫລາຍພໍແຮງແລ້ວ, ແລ້ວມາສ້າງຢູ່ລາວ. ພວກເຮົາກໍໄດ້ຍໍ້າເຖິງ ບັນຫາອິດທິພົລຈີນ ຕໍ່ບັນຫາເສຖກິຈ ຢູ່ໃນລາວ ຊຶ່ງວ່າ ບໍ່ໄດ້ຄໍານຶ່ງເຖິງທໍາລາຍທັມມະຊາຕ ແລະການຢຽບຢໍ່າ ສິທທິມະສຸສ ຂອງປະຊາຊົນ ກໍຮ້າຍແຮງ. 

ຫລັງຈາກປະ​ຕິ​ບັດ​ໜ້າ​ທີ່​ ວຽກ​ງານການ​ເມືອງ ຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ນີ້ແລ້ວ ຄະ ນະຜູ້ແທນອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ກໍໄດ້ໄປປະ​ຕິ​ບັດ​ໜ້າ​ທີ່ຕໍ່ ທີ່ນະຄອນນິວຢ໊ອກ ເພື່ອເຂົ້າຮ່ວມ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ໃນມື້ວັນທີ 20 ກັນຍານີ້. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.