ການພົວພັນວຽກ ລະຫວ່າງ ອົງການສາກົລ-ຣັຖບານລາວ ຍັງຊັກຊ້າ
2022.09.20
ໃນໄລຍະ 4 ປີຜ່ານມາລະຫວ່າງປີ 2018-2021 ການຮ່ວມມື ລະຫວ່າງຣັຖບານລາວ ແລະ ອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ຫຼື International Non-Governmental Organization (INGOs) ຍັງມີຄວາມຊັກຊ້າ ໃນດ້ານການດຳເນີນເອກສານຕ່າງໆ ແລະ ມີຫຼາຍໂຄງການ ທີ່ຍັງບໍ່ທັນໄດ້ຮັບຄວາມຮ່ວມມື ຈາກເຈົ້າໜ້າທີ່ ແລະພາກສ່ວນທີ່ກ່ຽວຂ້ອງເທົ່າທີ່ຄວນ ໃນການດຳເນີນການອະນຸມັດ ໂຄງການຊ່ອຍເຫຼືອລ້າ ແລະ ໂຄງການພັທນາຕ່າງໆ.
ດັ່ງຜູ້ທີ່ເຮັດວຽກ ກ່ຽວກັບການຈັດຕັ້ງ ປະຕິບັດໂຄງການຊ່ອຍເຫຼືອ ທາງການ ເພື່ອການພັທນາ ຫຼື Office Development Assistance (ODA) ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 20 ກັນຍາ 2022 ນີ້ວ່າ:
“ເພິ່ນກໍບໍ່ຢາກເຮັດນຳເຮົາ ຜົລປໂຍດແນ່ ກໍຄືຄືເວົ້າຫັ້ນແຫຼະ ທີ່ວ່າໂຄງການໃດນຶ່ງ ມາທີ່ວ່າເຊັນ MOU ນຳເພິ່ນ ຂໍນັ້ນຂໍນີ້ໄປ ໂດຍທີ່ວ່າບາງເທື່ອ ກໍບໍ່ໄດ້ຢູ່ໃນ MOU. ພວກເຮົາກໍບໍ່ສາມາດ ຈະຕອບສນອງເພິ່ນໄດ້ ແຕ່ເພິ່ນມັກຂໍ ແຕ່ວ່າເພິ່ນມາຂໍແລ້ວ ເຮົາໃຫ້ບໍ່ໄດ້ ວຽກຂອງເຮົາຫັ້ນ ກໍຍາກ. ມັນບໍ່ມີຜົລປໂຍດ ສຳລັບເພິ່ນແນ່ ມີແຕ່ວັດຖຸອຸປກອນ ເພິ່ນຂໍ. ບາດນີ້ຫ້ອງການເພິ່ນ ຂາດເຂີນຄອມພີວເຕີ້ຣ໌ ບໍ່ ຫຼືວ່າອີ່ຫຍັງຕ່າງໆ.”
ໃນຂະນະດຽວກັນ ໂຄງການທີ່ຈະໄດ້ຮັບອະນຸມັດ ຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ສ່ວນຫຼາຍ ແມ່ນກ່ຽວຂ້ອງກັບ ການຫຼຸດຜ່ອນ ຄວາມທຸກຍາກ ແລະ ຈະຕ້ອງບໍ່ກ່ຽວຂ້ອງ ກັບການໂຄສະນາທາງດ້ານສາສນາ ແລະ ການເມືອງ ຢ່າງເດັດຂາດ ຍ້ອນທາງການລາວ ບໍ່ທັນເປີດຮັບຄວາມຄິດເຫັນ ທີ່ຫຼາກຫຼາຍ ກ່ຽວກັບປະເດັນດັ່ງກ່າວນີ້ ພໍເທົ່າໃດ.
ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງພາກ ປະຊາສັງຄົມ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຂ້ອນຂ້າງຈະຍາກ ຫຼືວ່າມີຄວາມສຸ່ມສ່ຽງ ໃນການຈັດຕັ້ງປະຕິບັດສິທທິມະນຸສບໍ່. ເຣື່ອງການສົ່ງເສີມການສ້າງສັນຕິສຸຂບໍ່ ຫຼືວ່າ ການບໍ່ແບ່ງແຍກຊົນຊາຕ, ຊົນເຜົ່າ ຫຼືວ່າ ການບໍ່ແບ່ງແຍກ ຈຳແນກ ແລ້ວກໍເບິ່ງວ່າ ດ້ວຍເຣື່ອງຂອງ Background (ພື້ນຫຼັງ) ຂອງໜ່ວຍງານ ທີ່ຢາກຈະເຮັດວຽກເນາະ ເພາະວ່າຂະເຈົ້າ ຈະກວດສອບກ່ອນວ່າ ເຮັດຜ່ານມາມີໂຕໃດ ເຂົ້າຂ່າຍມີຄວາມສຸ່ມສ່ຽງບໍ່.”
ທີ່ຜ່ານມາ ໜ່ວຍງານທີ່ປະສານງານ ມາຍັງທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ມີ 2 ປະເພດຫຼັກໆ ຄືອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ໂດຍສະເພາະໂຄງການຊ່ອຍເຫຼືອລ້າຂອງສະຫະປະຊາຊາຕ ສ່ວນອີກປະເພດນຶ່ງແມ່ນເປັນໂຄງການຊ່ອຍເຫຼືອລ້າຈາກຕ່າງປະເທດ ເປັນຕົ້ນໂຄງການຊ່ອຍເຫຼືອລ້າ ຂອງປະເທດອອສເຕຣເລັຽ ທີ່ເຂົ້າມາພັທນາຫຼັກສູຕ ການສຶກສາ ຊັ້ນປະຖົມສຶກສາແລະໂຄງການ ເກັບກູ້ລະເບີດບໍ່ທັນແຕກຂອງ ສະຫະຣັຖອາເມຣິກາ ຊຶ່ງພວກເຂົາເຈົ້າ ຈຳເປັນຕ້ອງໄດ້ນຳສເນີໂຄງການ ແລະຣາຍລະອຽດ ການດຳເນີນງານ ໄປຍັງກະຊວງ ການຕ່າງປະເທດ ແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ດຳເນີນການ ພິຈາຣະນາກ່ອນ ຈຶ່ງຈະສາມາດຈັດຕັ້ງ ປະຕິບັດໄດ້.
ດັ່ງຜູ້ເຮັດວຽກ ນຳອົງການຈັດຕັ້ງ ສາກົລກ່າວວ່າ:
“ແມ່ນໆ ທາງການອະນຸມັດກ່ອນ ຜ່ານກະຊວງການຕ່າງປະເທດ ໂຕນີ້ຫັ້ນນ່າ ຕ້ອງໄດ້ຜ່ານ ກະຊວງການຕ່າງປະເທດກ່ອນ. ແມ່ນລະ ຣັຖເພິ່ນຄຸ້ມຄອງໄດ໋, ຄັນວ່າເຄື່ອນໄຫວຖືກຕ້ອງ ເພິ່ນກໍອະນຸຍາດເນາະ ຕາມຂອບເຂດ ພາຣະບົດບາດຫັ້ນນ່າ ເພິ່ນກໍອະນຸຍາດຢູ່ດອກ ຕ້ອງໄດ້ເຮັດຕາມຄຳແນະນຳ ຂອງເພິ່ນຖ້າບັນຫາໃດ ບໍ່ພຽງພໍຫັ້ນນ່າ.”
ທ່ານກ່າວຕື່ີມວ່າ ອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ຫຼື INGOs ມີສຳນັກງານໃຫຍ່ ຢູ່ຕ່າງປະເທດ ຈະຕ້ອງໄດ້ຮັບການອະນຸມັດ ຈາກະຊວງການຕ່າງປະເທດ ແລະພາກສ່ວນທີ່ກ່ຽວຂ້ອງ ຈຶ່ງຈະສາມາດສ້າງຕັ້ງ ຫ້ອງການຫຍ່ອຍ ພາຍໃນປະເທດລາວໄດ້. ສ່ວນສະມາຄົມ ແລະ ມູລນິທິ ດ້ານສັງຄົມຕ່າງໆ ທີ່ເປັນອົງກອນ ພາຍໃນປະເທດ ຫຼື Civil Society Organization(CSO) ຈະຕ້ອງໄດ້ຮັບ ການອະນຸມັດ ຈາກກະຊວງແຮງານ ແລະ ກະຊວງພາຍໃນກ່ອນ ທັງນີ້ອົງການດັ່ງກ່າວ ຫ້າມເຄື່ອນໄຫວ ເກີນຂອບເຂດ ກົດໝາຽລາວກຳນົດ ແລະຕ້ອງບໍ່ມີປວັດການ ນຳໃຊ້ງົບປະມານ ທີ່ກ່ຽວຂ້ອງກັບການຟອກເງິນ.
ສຳລັບໂຄງການ ຂນາດໃຫຍ່ ທີ່ມີງົບປະມານ ໃນການຈັດຕັ້ງ ປະຕິບັດຫຼາຍກວ່າ 100,000 ໂດລ້າຣ໌ສະຫະຣັຖ ຂຶ້ນໄປ ອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ທີ່ເຂົ້າມາເຄື່ອນໄຫວ ຈະຕ້ອງເຊັນບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ຮ່ວມກັບ ຣັຖບານລາວ ແຕ່ຖ້າຫາກງົບປະມານ ທີ່ໃຊ້ໃນການເຄື່ອນໄຫວ ໂຄງການໜ້ອຍກ່ວາ 100,000 ໂດລ້າຣ໌ສະຫະຣັຖນັ້ນ ທັງສອງຝ່າຍ ຈະເຊັນບັນທຶກຂໍ້ຕົກລອງ ຫຼື Memorandum Of Agreement (MOA) ລະຫວ່າງກັນ.
ໃນຂະນະດຽວກັນ ການຍື່ນສເນີ ໂຄງການໄປຍັງທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຜູ້ຮັບຜິດຊອບໂຄງການ ຈະຕ້ອງລົງພື້ນທີ່ ສຶກສາຄວາມເປັນໄປໄດ້ ໃນການຈັດຕັ້ງ ປະຕິບັດ ແລະຄວາມຈຳເປັນ ຂັ້ນພື້ນຖານ ໃນການດຳເນີນໂຄງການ ຮ່ວມກັບເຈົ້າໜ້າທີ່ທ້ອງຖິ່ນກ່ອນ ເປັນຕົ້ນ ຖ້າຫາກຕ້ອງການເຄື່ອນໄຫວ ໂຄງການດ້ານການກະເສຕ ກໍຕ້ອງປະສານງານ ໄປຍັງເຈົ້າໜ້າທີ່ທ້ອງຖິ່ນ ທີ່ເຮັດວຽກກ່ຽວພັນ ກັບຂແນງການດັ່ງກ່າວນີ້ນຳດ້ວຍ.
ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ນາງນຶ່ງກ່າວວ່າ:
“ກໍເປັນອົງກອນຊ່ອຍເຫຼືອລ້າສາກົລ ປັດຈຸບັນນີ້ກໍມີຫຼາຍໆອົງກອນ ທີ່ຂະເຈົ້າເຮັດໃນທຸກດ້ານຫັ້ນນ່າ ກໍແລ້ວແຕ່ວ່າ ຈະຂຶ້ນກັບທ້ອງຖິ່ນທີ່ວ່າ ຈະໄປຈັດຕັ້ງປະຕິບັດ ວ່າແຕ່ລະທ້ອງຖິ່ນ ມັນມີຄວາມຕ້ອງການທາງດ້ານໃດ ເຈົ້າຢາກເຮັດໂຄງການ ຢູ່ທາງແຂວງໃດ ຂອງລາວ ແລ້ວຈະໂຟກັສ ໄປທາງດ້ານໃດ ກໍຊິແລ້ວແຕ່ ແລ້ວກໍເຂົາໄປຫາທ້ອງຖິ່ນນັ້ນ ອັນນີ້ກໍຂຶ້ນກັບງົບປະມານ ຫຼືວ່າກິຈກັມ ທີ່ຂັດກັບພັກ, ຣັຖບານເພິ່ນຈະບໍ່ໃຫ້ອະນຸມັດ.”
ສຳລັບໂຄງການ ຊ່ອຍເຫຼືອລ້າ ແລະໂຄງການພັທນາຕ່າງໆ ທີ່ມັກໄດ້ຮັບອະນຸມັດ ໃຫ້ດຳເນີນການເຄື່ອນໄຫວໄດ້ ພາຍໃນປະເທດລາວ ສ່ວນຫຼາຍແມ່ນເປັນໂຄງການ ດ້ານການກະເສຕ, ສາທາຣະນະສຸຂ, ການສຶກສາ ແລະ ການພັທນາສີມືແຮງງານ ໂດຍທັງໝົດ ແຜນຍຸທສາຕແຫ່ງຊາຕ ທີ່ມີເປົ້າໝາຽໃນການລຶບລ້າງ ຄວາມທຸກຍາກ ໃຫ້ແກ່ປະຊາຊົນ.
ດັ່ງຜູ້ທີ່ເຮັດວຽກ ກ່ຽວກັບການສ້າງຕັ້ງ ສະມາຄົມ ແລະມູລນິທິ ທາງດ້ານສັງຄົມລາວ ນາງນຶ່ງກ່າວວ່າ:
“ສ່ວນຫຼາຍກໍຊິແມ່ນ ເວົ້າເຣື່ອງການລຶບລ້າງ ການທຸກຍາກ ທີ່ກ່ຽວພັນກັບການລຶບລ້າງ ຄວາມທຸກຍາກ ກໍຊິແມ່ນວຽກກະສິກັມ ຕິດກັນກັບວຽກສາທາ ແລ້ວກໍເຣື່ອງໂພສະນາການ ໃຫ້ເດັກເນາະ ຢູ່ໃນໂຮງຮຽນບໍ່ມັ ນຈະຕິດພັນກັບຂແນງການສຶກສາເນາະ, ສາທາ, ແຮງງານເນາະ. ແຮງງານກໍຊິກ່ຽວພັນໄປຫາ ເຣື່ອງກະສິກັມນີ້ແຫຼະ ເຣຶື່ອງລຶບລ້າງ ຄວາມທຸກຍາກຫັ້ນແຫຼະ ການໃຊ້ແຮງງານ ອີ່ຫຍັງຈັ່ງຊິນ່າ.”
ກ່ອນໜ້ານີ້ເມື່ອວັນທີ 13 ກັນຍາ ທີ່ຜ່ານມາ ທ່ານ ໂພໄຊ ໄຂຄຳພິທູນ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມ ທົບທວນຄືນການຮ່ວມ ມືລະຫວ່າງຣັຖບານລາວ ກັບອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ຫຼື INGOs ຄັ້ງທີ 4 ນີ້ວ່າ ຣັຖບານລາວ ໄດ້ເປີດໂອກາດ ໃຫ້ອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ເຂົ້າມາມີສ່ວນຮ່ວມ ແລະປະກອບສ່ວນ ເຂົ້າໃນວຽກງານ ພັທນາເສຖກິຈ-ສັງຄົມ ນັບມື້ ນັບເພີ່ມຂຶ້ນ ແລະ ມາຮອດປັດຈຸບັນ ປະເທດລາວ ມີອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ຈຳນວນ 151 ອົງການ ຊຶ່ງໄດ້ດຳເນີນການ ຈັດຕັ້ງປະຕິບັດ ຢູ່ເກືອບທຸກແຂວງ ພາຍໃນຂອບເຂດທົ່ວປະເທດ ແລະ ກວມເອົາ ຫຼາຍຂແນງການ ເຊັ່ນ ຂແນງສາທາຣະນະສຸຂ, ສຶກສາທິການ ແລະກິລາ, ກະສິກັມ ແລະປ່າໄມ້, ແລະ ຂແນງແຮງງານ ແລະສວັດດີການສັງຄົມ ຊຶ່ງກວມເອົາວຽກງານ ສີມືແຮງງານ, ເກັບກູ້ລະເບີດ, ຄົນພິການ, ພັຍພິບັດ ແລະ ວຽກງານສຸກເສີນ.
ນອກຈາກນີ້ ທ່ານຍັງຍົກໃຫ້ເຫັນ ເຖິງຂໍ້ຄົງຄ້າງ ແລະສິ່ງທ້າທາຍ ໃນການຮ່ວມມື ແລະຈັດຕັ້ງ ປະຕິບັດໂຄງການ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ແມ່ນການດຳເນີນການ ປະສານງານ ລະຫວ່າງພາກຣັຖ ແລະອົງການຈັດຕັ້ງສາກົລ ທີ່ບໍ່ສັງກັດຣັຖບານ ຍັງບໍ່ໂລ່ງລ່ຽນກັນ, ການດຳເນີນເອກສານ ບາງໂຄງການໃຊ້ເວລາດົນ ແລະຍັງບໍ່ທັນປະຕິບັດ ຕາມລະບຽບຂັ້ນຕອນ ເປັນຕົ້ນການປຶກສາ ຫາລື ກ່ອນການຂຽນບົດສເນີ ໂຄງການ ຍັງບໍ່ທັນເຮັດໄດ້ດີ ແລະບາງໂຄງການ ກໍບໍ່ເປັນໄປຕາມບູຣິມະສິທ ຂອງຂແນງການ ແລະທ້ອງຖິ່ນເທົ່າທີ່ຄວນ.