USAID ຂຍາຍເວລາ ໃຫ້ທຶນ ແກ່ມູລນິທິ ເອເຊັຽ ປະຈຳລາວ
2022.09.20

ມູລນິທິເອເຊັຽ ປະຈຳລາວ ຫລື The Asia Foundation in Lao PDR (TAF) ໂດຍຜ່ານເເຜນງານການຊ່ວຍເຫລືອ ທາງດ້ານກົດໝາຍ ທີ່ໄດ້ທຶນສນັບສນູນຈາກກອງກາງ USAID ໄດ້ເຊັນສັນຍາຕໍ່ທຶນ ໃຫ້ແກ່ ສະມາຄົມເພຶ່ອພັທນາແມ່ຍິງ ແລະ ການສຶກສາກົດໝາຍ ຫຼື The Association for Development of Women and Legal Education (ADWLE). ເປັນເວລາ 1 ປີ (ສິງຫາ 2022 - ສິງຫາ 2023) ເພຶ່ອປັບປຸງຄວາມສເມີພາບ ລະຫວ່າງຍິງ-ຊາຍ ແລະ ສົ່ງເສີມ ການເຂົ້າເຖິງຄວາມຍຸຕິທັມ ຂອງເເມ່ຍິງ ແລະ ເດັກນ້ອຍ ໃນເມືອງ ໄຊເສດຖາ, ເມືອງສັງທອງ, ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ດີຂຶ້ນ ດ້ວຍການເປີດຫ້ອງການ ຊ່ວຍເຫລຶອທາງດ້ານກົດໝາຍ ແລະ ສືບຕໍ່ການ ໂຄສະນາຂໍ້ມູນ ກ່ຽວກັບກົດໝາຍຕ້ານ ແລະ ສະກັດກັ້ນໃຊ້ຄວາມຮຸນແຮງ ຂອງແມ່ຍິງ ແລະ ເດັກນ້ອຍ ພາຍຫລັງວຽກງານດັ່ງກ່າວ ໝົດລົງໄປໄດ້ໄລຍະນຶ່ງ. ຕາມຄຳເວົ້າຂອງ ໄອຍະການ ຜເເນກຍຸຕິທັມ ນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ໄດ້ກ່າວຕໍ່ ວິທະຍຸ ເອເຊັຽເສຣີ ໃນວັນທີ 20 ກັນຍາ ນີ້ວ່າ:
“ເພາະວ່າ ເພິ່ນຊື້ອຸປກອນ ເປັນໂຕ໊ະ, ຕັ່ງບໍ່, ເປັນອັນນ່າ ເຄຶ່ອງຂຫຍາຍສຽງ ແຝນພັບ ແຕ່ວ່າ ເພິ່ນ ການນຳພາມາເຮັດຫັ້ນ ຖືວ່າມັນໝົດຊ່ວງແລ້ວ ແລ້ວບາດນີ້ ເພິ່ນກຳລັງຂຶ້ນແຜນຕໍ່ໄປ ເພິ່ນຈະມາສ້າງຫ້ອງອີກເນາະ ມາເຊັນສັນຍາຜ່ານ MOU ຜ່ານເມືອງ ເປັນສະຖານທີ່ຫ້ອງການຫລັງນຶ່ງ, ມສ 7 (ໂຮງຮຽນມັຖຍົມສຶກສາສົມບູນ) 7 ແຫ່ງ ທົ່ວເມືອງສັງທອງ ພວກເຮົາໄປລົງຕາມບ້ານທີ່ວ່າ ມີຂໍ້ຂັດແຍ້ງ ມີເຣຶ່ອງ ມີຄວາມຂຶ້ນຫາເມືອງ ໂຄສະນາກົດໝາຍທີ່ວ່າພົ້ນເດັ່ນ ລົງໂຄສະນາ ເປັນຕົ້ນຢາເສບຕິດ.”
ທີ່ຜ່ານມາ ແມ່ຍິງ ແລະ ເດັກນ້ອຍຊົນເຜົ່າ ບໍ່ມີຄວາມກ້າຫານ ທີ່ຈະເຂົ້າເຖິງຄວາມຍຸຕິທັມ ເນຶ່ອງຈາກອາຍ, ຖືກບັງຄັບທາງສັງຄົມ ແລະ ເຮັດໃຫ້ ການລະບາຍຄວາມໃນໃຈ ບໍ່ເຕັມເມັດເຕັມໜ່ວຍ ແລະບຸກຄົນທີ່ສາມ ບໍ່ຕ້ອງການຊ່ວຍແມ່ຍິງ ແລະ ເດັກນ້ອຍຊົນເຜົ່າ ເຂົ້າເຖິງຄວາມຍຸຕິທັມ ຍ້ອນບໍ່ແມ່ນເຣຶ່ອງຂອງໂຕເອງ ຈຶ່ງເຮັດໃຫ້ເດັກນ້ອຍຊົນເຜົ່າ ອາຍຸ 13-16 ປີ ພາຍໃນນະຄອນຫລວງວຽງຈັນ ຈຳນວນນຶ່ງ ໄປອອກແຮງງານ ຊ່ວຍເພີ່ມລາຍໄດ້ໃຫ້ຄອບຄົວ ເຊິ່ງມີທາງແບບເຕັມໃຈ ດ້ວຍຕົວເອງ, ຖຶກບັງຄັບຈາກຜູ້ປົກຄອງ, ແລະ ຖຶກຕົວະຈາກຜູ້ອື່ນ ພາໄປຂາຍບໍຣິການທາງເພດ ໃນໄລຍະທີ່ມີການຣະບາດ ຂອງເຊື້ອໂຄວິດ-19 ຈຶ່ງເປັນເຣຶ່ອງດີ ອົງການສາກົລ ຊ່ວຍປັບປຸງວຽກງານ ການເຂົ້າເຖິງຄວາມຍຸຕິທັມ ເນື່ອງຈາກ ຫ້ອງການຍຸຕິທັມ ຈະເປັນສະເໝືອນຄຣີນິກ ທີ່ເປັນໃຈກາງປະສານງານ ເພຶ່ອຊ່ວຍແມ່ຍິງ ແລະ ເດັກນ້ອຍ ທີ່ມີຄວາມທຸກຍາກ ດ້ອຍໂອກາດ ໄດ້ເຂົ້າເຖິງຄວາມຍຸຕິທັມ ແບບບໍ່ເສັຽຄ່າບໍຣິການ.
ດັ່ງໄອຍະການສານ ຜແນກຍຸຕິທັມ ນະຄອນຫລວງວຽງຈັນ ຜູ້ດຽວກັບຂ້າງເທິງນັ້ນກ່າວວ່າ:
“ວິກິຕການໂຄວິດ-19 ມັນກໍຫລາຍອັນ ເປັນຕົ້ນວ່າ ທາງຮຸນແຮງທາງເພດ ຫລືວ່າ ຄອບຄົວ ພໍ່ແມ່ ເສບຢາ ຈັ່ງຊີ້ນ່າ ຖືກຜົລກະທົບ ທາງດ້ານຈິຕໃຈ. ບັງຄັບໄປຂາຍປະເວນີ ທາງພໍ່ແມ່ວ່າບໍ່ກິນແລ້ວ. ເຈົ້າໄປຊອກຫາເງິນໄປ ບາງຄົນກໍ 14, ບາງຄົນກໍ 15, ບາງຄົນກໍ 16, ບາງຄົນກໍ 17. ໄປຢູ່ແບບນັ້ນ ກໍດ້ວຍຄວາມເຕັມໃຈ. ຜູ້ບໍ່ເຕັມໃຈແທ້ໆ ນິີ້ກໍ ກໍດິ້ນຮົ່ນນີ້ ຫລືວ່າ ຜູ້ປົກຄອງເຂົາມາທວງຈັ່ງຊີ້ນ່າ. ຈຳເປັນຈະຕ້ອງໄດ້ໃຫ້ໂຕນັ້ນ ມາທວງວ່າ ໂອ້ ດຽວນີ້ລູກຂ້ອຍ ລະຖືກເຂົາມາຍົວະໄປ ຍັງບໍ່ເຖິງກະສຽນອາຍຸ ໃຫ້ໄປຂາຍເຄຶ່ອງ ຂາຍຫຍັງ ຢູ່ບ່ອນນັ້ນບ່ອນນີ້ ມາປະສານແນວໃດ.”
ເວົ້າເຣຶ່ອງຂອງຊັພສິນ ແລະ ເສຖກິຈ ທີ່ວ່າເຮັດໃຫ້ແມ່ຍິງບໍ່ໄດ້ຮັບຜົລປໂຍດ ອັນຊອບທັມ ກໍເປັນ 1 ໃນ 4 ຄວາມຮຸນແຮງທີ່ UNDP ກຳນົດ ເປັນຕົ້ນ ຢູ່ບ້ານໜອງມາ ເມືອງສັງທອງ ທີ່ມີຊົນເຜົ່າກິມມຸ ອາສັຍຢູ່ຮ່ວມກັບຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ, ທີ່ຜ່ານມາ ເຄີຍມີເຫດການ ຄູ່ຜົວເມັຽຊົນເຜົ່າກິມມຸ ຕົກລົງກັນບໍ່ໄດ້ ຍ້ອນສິ່ງປູກສ້າງ ໃນດິນຕອນນັ້ນເປັນຂອງຜົວ ຍ້ອນຜົວກຳເງິນ ໄປເສັຽພາສີ ທີ່ດິນທຸກປີ ພາຍຫລັງແຕ່ງງານກັນແລ້ວ ທາງອຳນາດການປົກຄອງ ຂັ້ນບ້ານ ຈຶ່ງໄດ້ແກ້ໄຂ. ເຣຶ່ອງດັ່ງກ່າວ ຈຶ່ງບໍ່ໄດ້ເຖິງຂັ້ນເມືອງ ຫລື ຂັ້ນແຂວງແກ້ໄຂ.
ດັ່ງອຳນາດການປົກຄອງ ທ້ອງຖິ່ນ ຢູາບ້ານໜອງມາ ເມືອງສັງທອງ ກ່າວໃນມື້ດຽວກັນນີ້ວ່າ:
“ເຣຶ່ອງທີ່ມາຄັດແຍ້ງກັນ ເຣຶ່ອງຫວງຊັພເນາະ ໄດ້ລົງໄປກ່ວຍເກັ່ຍຫັ້ນ ໂຕຢ່າງວ່າ ເຮົາໄດ້ສ້າງມານຳກັນມາ ແລະ ທາງພວກເຮົາ ກໍໄປຟັງກັນເບິ່ງວ່າ ໃຜຜິດ, ໃຜຖືກ. ເຮົາແກ້ໄຂ ອະທິບາຍ ແລະແມ່ນຊິຕົກເປັນຂອງເມັຽເທົ່າໃດ, ລູກເທົ່າໃດ. ລູກຢູ່ນຳຜູ້ໃດຫັ້ນນ່າ ເຮົາເຄຣີຍຣ໌ ຢູ່ທາງຂັ້ນບ້ານຫັ້ນນ່າ. ເຣຶ່ອງດິນ ເຣຶ່ອງກໍ ມີແຕ່ວ່າ ພໍອະທິບາຍກັນແລ້ວ ເຂົາເຈົ້າກໍເຂົ້າໃຈ.”
ແມ່ຍິງ ແລະ ເດັກນ້ອຍ ບໍ່ສາມາດເຂົ້າເຖິງຄວາມຍຸຕິທັມ ປະມານ 70-80%, ເນຶ່ອງຈາກວຽກງານສົ່ງເສີມ ຄວາມສເມີພາບລະຫວ່າງ ຍິງ-ຊາຍ ແລະ ສົ່ງເສີມການເຂົ້າເຖິງ ຄວາມຍຸຕິທັມຂອງແມ່ຍິງ ຍັງມີບັນຫາ ເຊັ່ນ ອົງການຈັດຕັ້ງ ທີ່ກ່ຽວຂ້ອງ ບໍ່ທັນເອົາຄວາມຮຸນແຮງ ຕໍ່ແມ່ຍິງ ເດັກນ້ອຍ ເຂົ້າເປັນບູຣິສິທສຳຄັນ ໃນວຽກງານຍຸຕິທັມ ແລະ ເຈົ້າໜ້າທີ່ສານ ແລະ ຕຳຣວດ ຜູ້ເຊິ່ງເປັນພາກສ່ວນ ທີ່ໃຊ້ບັງຄັບໃຊ້ກົດໝາຍ ຂາດຄວາມຮູ້ເຣຶ່ອງ ຄວາມຮຸນແຮງ ຕໍ່ແມ່່ຍິງ ແລະເດັກນ້ອຍ ແມ່ນຫຍັງ. ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ຫລື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ໄດ້ເຮັດວຽກ ດ້ານສົ່ງເສີມສຸຂພາບ ຄອບຄົວໃນລາວ ກ່າວໃນມື້ດຽວກັນນີ້ວ່າ:
“ຄັນເວົ້າເບື້ອງພັກ-ຣັຖເນາະ ເຂົາເຈົ້າຍັງບໍ່ມີກົລໄກ ຫລືລະບົບການຣາຍງານນີ້ ການເຊື່ອມສານກັນ ລະຫວ່າງ ອົງການຈັດຕັ້ງ ທີ່ກ່ຽວຂ້ອງເຊັ່ນວ່າ ສະຫະພັນແມ່ຍິງ, ປກສ, ສານ, ໄອຍະການ ຍັງບໍ່ທັນໄດ້ເຊື່ອມສານກັນ. ຍັງບໍ່ທັນໄດ້ເຫັນຄວາມສຳຄັນໂຕນີ້ ຄັນເຣຶ່ອງຍຸຕິທັມ ເຂົາເຈົ້າຈະເລັ່ງໃສ່ແຕ່ຢາເສບຕິດບໍ່, ການລັກເຄຶ່ອງ ລັກຂອງບໍ່, ແຕ່ວ່າເຣຶ່ອງຄວາມຮຸນແຮງ ເຂົາເຈົ້າຍັງຖືເບົາຢູ່. ອັນທີ່ສອງ ຜູ້ເຮັດວຽກພິພາກສາ ຫລືວ່າ ຜູ້ເຮັດວຽກເປັນ ປກສ, ເຈົ້າໜ້າທີ່ ໄອຍະການ ຍັງຂາດຄວາມຮູ້ ເຣຶ່ອງຄວາມຮຸນແຮງ ບໍ່ເຂົ້າໃຈວ່າ ຄວາມຮຸນແຮງ ແມ່ນຫຍັງ.”
ມູລນິທິເອເຊັຽ ປະຈຳລາວ ທີ່ໄດ້ເຊັນສັນຍາຕໍ່ທຶນໃຫ້ແກ່ ADWLE ຢູ່ເມືອງໄຊເສດຖາ, ເມືອງສັງທອງ ແລະ ເມືອງໄຊທານີ ນະຄອນຫລວງວຽງຈັນ ດັ່ງທີ່ໄດ້ກ່າວຂ້າງຕົ້ນນັ້ນ, ທຶນດັ່ງກ່າວ ຍັງສນັບສນູນ ໃຫ້ສະມາຄົມເຮັດວຽກ ເພຶ່ອປັບປຸງຄຸນນະພາບ ຂອງອາສາສະມັກ ກົດໝາຍປະຈຳບ້ານ ແລະ ການບໍຣິການທາງກົດໝາຍ ໃຫ້ແກ່ແມ່ຍິງ ໃນເຂດຊຸມຊົນ ຂອງນະຄອນຫລວງວຽງຈັນ ນຳດ້ວຍ.
ອົງການສາກົລ ມີຈຸດປະສົງຕ້ອງການໃຫ້ ແມ່ຍິງ ແລະ ເດັກນ້ອຍ ມີບົດບາດ ທາງສັງຄົມ ຈຶ່ງໄດ້ສນັບສນູນທຶນດັ່ງກ່າວ ລວມເຖິງສນັບສນູນທຶນ ໃຫ້ທນາຍຄວາມແມ່ຍິງຝຶກຫັດ ທີ່ມີຖານະທຸກຍາກເປັນຊົນເຜົ່າ ຢູ່ເຂດນອກ ມີຄວາມບົກພ່ອງທາງດ້ານຮ່າງກາຍ ທີ່ຈະໄດ້ຮັບທຶນເປັນມາພັກອາສັຍ, ຄ່າເດີນທາງ, ຄ່າປະກັນສຸຂພາບ ແລະ ຄ່າຄອງຊີພ ເພຶ່ອສຳເຣັດການຝຶກງານ ເປັນທນາຍຄວາມ ຝຶກຫັດໃນຊັ້ນປີທີ່ີ 4 ປີສຸດທ້າຍ. ເພຶ່ອສຸກຍູ້ໃຫ້ແມ່ຍິງ ສຳເຮັດການສຶກສາ ເພຶ່ອປະກອບອາຊີພ ເປັນຜູ້ພິພາກສາ, ພນັກງານໄອຍະການ ແລະ ທນາຍຄວາມ ເພຶ່ອເພີ່ມຈຳນວນແມ່ຍິງ ໃນວິຊາອາຊີພເຫລົ່ານີ້ ໃຫ້ຫລາຍຂຶ້ນ. ແລະ ຍັງໄດ້ເອົາວິທຍາກອນ ຜູ້ຊຽວຊານດ້ານກົດໝາຍ ຈາກອາເມຣິກາ ເຂົ້າມາຝຶກອົບຮົມໃຫ້ ເຈົ້າໜ້າທີ່ຍຸຕິທັມ ຂອງລາວນຳດ້ວຍ.
ດັ່ງເຈົ້າໜ້າທີ່ ມູລນິ ທິເອເຊັຽ ປະຈຳລາວ ກ່າວໃນມື້ດຽວກັນນີ້ວ່າ:
“ສ່ວນກົດໝາຍເນາະ ປະເທດລາວ ເປັນປະເທດທີ່ດ້ອຍພັທນາ, ສ່ວນຫລາຍຜູ້ຍິງ ໃນພາກສ່ວນທີ່ຮູ້ກົດໝາຍ ກ່ຽວກັບຄວາມຍຸຕິທັມ ມີຈຳນວນໜ້ອຍ ກໍເລີຍຢາກພັກດັນ ໃຫ້ແມ່ຍິງມີບົດບາດ ຢູ່ໃນສັງຄົມ ຄວາມຍຸຕິທັມ ໃນດ້ານຕ່າງໆທີ່ເຂົ້າບໍ່ເຖິງ.”
ບໍ່ພຽງແຕ່ ນະຄອນຫລວງວຽງຈັນ ທີ່ມູລນິ ທິເອເຊັຽ ປະຈຳລາວ ໄດ້ຮັບທຶນສນັບສນູນ ຈາກ USAID ໃຫ້ການສົ່ງເສີມ ການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທັມ ຂອງປະຊາຊົນໃນລາວ ຫລື Legal Aid Support Project ແຕ່ລວມເຖິງ 9 ແຂວງເປົ້າໝາຍ ເຊັ່ນ ອຸດົມໄຊ, ຜົ້ງສາລີ, ສວັນນະເຂດ, ຫລວງນໍ້າທາ, ຈຳປາສັກ, ໄຊຍະບູຣີ, ຫລວງພຣະບາງ, ສາຣະວັນ ແລະ ແຂວງວຽງຈັນ ທີ່ໄດ້ຮັບທຶນສັບສນູນ ດັ່ງກ່າວນຳດ້ວຍ.