ປະເທດລາວ ມີປະຊາທິປະໄຕ ແບບຂອງລາວ
2022.09.16

ວັນປະຊາທິປະໄຕສາກົລ ຕຣົງກັບວັນທີ 15 ກັນຍາ ຂອງທຸກປີ ຊຶ່ງວັນດັ່ງກ່າວ ແມ່ນຖືກກຳນົດ ຂຶ້ນໂດຍອົງການ ສະຫະປະຊາຊາຕ ໃນປີ 2007 ມາຮອດປັດຈຸບັນ ແມ່ນຄົບຮອບ 15 ປີ, ແຕ່ຊາວລາວເຫັນວ່າ ໃນປະເທດລາວເອງ ກໍມີປະຊາທິປະໄຕ ໃນສີສັນຂອງລາວ. ໂດຍສະເພາະ ໃນດ້ານການເມືອງການປົກຄອງ ປະເທດລາວຈະມີລະບົບ ການປົກຄອງແບບສັງຄົມນິຍົມ ຄອມມິວນິສຕ໌ ຫຼື ທາງການລາວໃຊ້ຄຳວ່າ ລະບອບ ປະຊາທິປະໄຕ ປະຊາຊົນ ໂດຍພັກການເມືອງດຽວ ຄືພັກປະຊາຊົນ ປະຕິວັດລາວ ຈະກຳນົດຣາຍຊື່ ຂອງສະມາຊິກ ສະພາແຫ່ງຊາຕ ທົ່ວປະເທດ ແລ້ວເອົາຣາຍຊື່ນັ້ນ ອອກມາໃຫ້ປະຊາຊົນ ໃຊ້ສິດເລືອກຕັ້ງ ແລະການໃຊ້ສິດເລືອກຕັ້ງ ຂອງປະຊາຊົນນັ້ນ ກໍຈະເຂົ້າໃຈວ່າ ສສຊ ໃນເຂດຂອງຕົນເອງ ຜູ້ໃດໄດ້ຄະແນນຫຼາຍສຸດ ກໍຈະໄດ້ຮັບຄັດເລືອກ ເປັນຜູ້ແທນປະຊາຊົນ ຕາມລຳດັບຈາກ ຫຼາຍໄປຫາໜ້ອຍ ຊຶ່ງລະບົບເລືອກຕັ້ງ ແບບການປົກຄອງນີ້ ກໍອາຈກ່າວໄດ້ວ່າ ຄືປະຊາທິປະໄຕ ໃນຮູບແບບຂອງລາວ.
ຊຶ່ງປະຊາທິປະໄຕ ໃນຮູບແບບຂອງລາວນີ້ ກໍມີຊາວລາວຈຳນວນບໍ່ໜ້ອຍ ທີ່ມັກໃນລະບົບການເລືອກຕັ້ງ ແບບການປົກຄອງ ແບບພັກດຽວ ຍ້ອນເຊື່ອວ່າ ຈະບໍ່ມີຄວາມຂັດແຍ່ງ ວຸ້ນວາຍເກີດຂຶ້ນ ໃນປະເທດລາວ. ດັ່ງຊາວລາວ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 16 ກັນຍານີ້ວ່າ:
“ປະຊາທິປະໄຕ ກໍຄືປະຊາຊົນທຸກຄົນເນາະ ກໍລົງຊື່ເພິ່ນຫຼາຍທີ່ສຸດ ເພິ່ນຈັ່ງໄດ້ແມ່ນຄົນ ຢູ່ໃນສະພາ. ເພິ່ນເລືອກ ເພິ່ນຄັດຄົນອອກມາ ແລ້ວໃຫ້ເຮົາເລືອກ ສຳລັບນ້ອງ, ນ້ອງຄິດວ່າມີພັກດຽວ ຣັຖດຽວ ກໍດີແລ້ວ ເພາະວ່າມັນຈະບໍ່ມີ ຄວາມຂັດແຍ່ງກັບພັກນັ້ນ ພັກນີ້. ມັນອາຈມີຄວາມວຸ້ນວາຍ ອາຈເວົ້າໄດ້ຄືກັນວ່າ ມີປະຊາທິປະໄຕ ໃນແບບຂອງພວກເຮົາເອງ.”
ນອກຈາກການເລືອກຕັ້ງແລ້ວ ຄວາມຄິດທີ່ເປັນຮາກຖານ ຂອງປະຊາທິປະໄຕ ອີກຢ່າງນຶ່ງຄື ການເປີດໂອກາດ ໃຫ້ປະຊາຊົນ ມີອຳນາດໃນການຕັດສິນຊີວິຕ ຂອງພວກເຂົາເອງ ແຕ່ສຳລັບເຍົາວະຊົນລາວ ເຫັນວ່າ ປະຊາທິປະໄຕ ໃນລາວແມ່ນມີພຽງເຄິ່ງນຶ່ງ ຍ້ອນໂຕເອງຍັງເຫັນວ່າ ນັກຮຽນ ຍັງບໍ່ມີຄວາມສາມາດ ລົງສຽງຄັດຄ້ານໄດ້ ໂດຍສະເພາະກົດລະບຽບ ເຣື່ອງຊົງຜົມ ນັກຮຽນ ທີ່ໂຮງຮຽນ ຍັງບັງຄັບນັກຮຽນ ປະຕິບັດຕາມໄດ້ເທື່ອ ຂະນະທີ່ພາກສ່ວນ ທີ່ອອກກົດລະບຽບ ບໍ່ເຄີຍຖາມສຽງ ຂອງນັກຮຽນວ່າຄິດເຫັນແນວໃດ ລາວຈຶ່ງຢາກເຫັນ ປະຊາທິປະໄຕ ທີ່ເຄົາຣົບສິດທິ ໃນຮ່າງກາຍ ຂອງນັກຮຽນ ນາຍຄຣູບໍ່ຕ້ອງໃສ່ໃຈ ເຣື່ອງຮ່າງກາຍນັກຮຽນຫຼາຍເກີນໄປ ແຕ່ໃຫ້ໃສ່ໃຈ ເຣື່ອງການຮຽນ-ການສອນ ໃຫ້ມີຄຸນນະພາບ.
ດັ່ງນັກຮຽນຊັ້ນ ມ7 ຈາກເມືອງປາກຊັນ ແຂວງບໍຣິຄຳໄຊ ກ່າວໃນມື້ດຽວກັນວ່າ:
“ຊິໃຫ້ຖືວ່າ ມີປະຊາທິປະໄຕ ດ້ານການສຶກສາ ຄຳນີ້ກໍໜ້າຈະເຂົ້າຍາກໜ້ອຍນຶ່ງ ແຕ່ວ່າຢາກໃຫ້ອາຈານຟັງສຽງ ຂອງນັກຮຽນ ແຄ່ຢາກໃຫ້ປັບປຸງກົດລະບຽບ ບາງຂໍ້ທີ່ແບບວ່າ ນັກຮຽນຊາຍຜົມຍາວ ຍາວໄດ້ແຕ່ຂໍໃຫ້ເປັນຊົງບາງ. ໂຮງຮຽນກໍຕັດສກິນເຮດ, ນັກຮຽນຍິງຕັດຜົມໜ້າມ້າ ນີ້ເພິ່ນບໍ່ໃຫ້ຕັດ ຕັດຫັ້ນ ຕັດສໍ່າຄີ້ວຫັ້ນໄດ້, ເລັບຍາວຈົ່ງໄດ້ ແຕ່ວ່າຫ້າມມີສີ. ໜ້າແຕ່ງໄດ້ ລິບສະຕິກໃຊ້ໄດ້ ແຕ່ແບບຫ້າມແຕ່ງ ແບບຕິດຂົນຕາປອມ ເຮົາຢາກໃຫ້ໂຟກັສ ການຮຽນ ຄຸນນະພາບຫັ້ນ. ໂຕໃດມັນບໍ່ແມ່ນ ເຮົາກໍແຄ່ຄັດຄ້ານ ແຄ່ອອກສຽງ ແຕ່ວ່າບໍ່ຕ້ອງໄປຮອດ ຂັ້ນປະທ້ວງໄປຮອດດ່າ.”
ລວມໄປເຖິງປະຊາທິປະໄຕ ຍັງມີຮາກຖານ ມາຈາກການບໍ່ແບ່ງແຍກ ແລະໃຫ້ຄວາມສຳຄັນ ສເມີພາບ ບໍ່ວ່າໃຜກໍມີຄວາມສເມີພາບກັນໝົດ ແຕ່ຫຼ້າສຸດ ຢູ່ປະເທດລາວ ພັດມີກໍຣະນີ ຫ້ອງການສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ອອກແຈ້ງການ ບໍ່ໃຫ້ມີການຈັດເວທີ ປະກວດກຸ່ມຄົນຫຼາກຫຼາຍ ທາງເພດເດັດຂາດ ຊຶ່ງແຈ້ງການດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນວ່າ ປະເທດລາວ ມີປະຊາທິປະໄຕ ໃນສີສັນແບບລາວ ແຕ່ດ້ານຄວາມເທົ່າທຽມ ທາງເພດ ຍັງມີການຫ້າມບາງຢ່າງຢູ່ ຈາກການຢຶດຮີດຄອງປະເພນີ ທີ່ແບ່ງເພດໄດ້ 2 ເພດ ຄືເພດຍິງ ແລະ ເພດຊາຍເທົ່ານັ້ນ.
ດັ່ງແມ່ຍິງລາວ ຈາກນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວໃນມື້ດຽວກັນວ່າ:
“ປະຊາທິປະໄຕ ກໍຄືຄວາມເທົ່າທຽມກັນຫັ້ນແຫຼະ ແຕ່ປະເທດລາວ ກໍຍັງບໍ່ໄດ້ເປີດກ້ວາງຫຼາຍສໍ່ານັ້ນໆ ຊື່ໆ. ກໍຄືຮີດຄອງປະເພນີຫັ້ນແຫຼະ ຜູ້ເຖົ້າທີ່ເກົ່າໆ ເພິ່ນກໍຍັງຄິດແບບເກົ່າຢູ່ ຍັງຫົວບູຮານຢູ່ ກໍມີແຕ່ເຮົາກໍປ່ຽນຄວາມຄິດ ຂອງເພິ່ນບໍ່ໄດ້ ແຕ່ວ່າຈະເປັນການດີ ຖ້າເປີດກ້ວາງຂຶ້ນ ເຂົາເຈົ້າກໍບໍ່ໄດ້ເຮັດໃຫ້ໃຜເດືອດຮ້ອນຫັ້ນນ່າ ລະຄວາມສາມາດ ເຂົາເຈົ້າກໍມີຄືກັນ ກັບເພດຍິງ ເພດຊາຍ ເທົ່າກັນ. ສະນັ້ນກໍເລີຍບໍ່ຢາກໃຫ້ແຍກ ມັນເປັນສິດທິຂອງເຂົາເຈົ້າ ເຂົາເຈົ້າຈະມັກແບບໃດ ກໍແລ້ວແຕ່ ເພາະວ່າສິດທິມະນຸສມັນເທົ່າທຽມກັນເດ້.”
ຖ້າທຽບໃສ່ ປະເທດເພື່ອນບ້ານ, ປະເທດລາວ ບໍ່ມີປະຊາທິປະໄຕ ທີ່ເປັນລັກສະນະສະເພາະ ເນື່ອງຈາກມີການປົກຄອງ ແບບພັກການເມືອງດຽວ ບໍ່ມີຫຼາຍພັກການເມືອງ ຄືກັບປະເທດ ອິນໂດເນເຊັຽ, ສິງກະໂປ, ມາເລເຊັຽ ແລະ ຟີລິບປີນສ໌ ອີກທັງປະເທດລາວ ມີການຈຳກັດສິດທິ ໃນການສະແດງ ຄວາມເຫັນ ຂອງປະຊາຊົນ ຈົນເຮັດໃຫ້ມີກໍຣະນີ ພົລເມືອງລາວຖືກຈັບ, ຖືກປິດປາກ ຖືກເຮັດໃຫ້ຫາຍສາບສູນ ແລະຈັບແບບບໍ່ໃຫ້ຮູ້ຮ່ອງຮອຍ.
ດັ່ງ ດຣ. ບຸນທອນ ຈັນທະລາວົງວີເຊີ ປະທານອົງການ ພັນທະມິດ ເພື່ອປະຊາທິປະໄຕ ໃນລາວທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ກ່າວໃນມື້ດຽວກັນນີ້ວ່າ:
“ອີນໂດເນເຊັຽ, ມາເລເຊັຽ, ສິງກະໂປ, ຟີລິບປີນສ໌ ເປັນການປົກຄອງ ມີຫຼາຍພັກການເມືອງ ແລ້ວປະຊາຊົນ ມີສິດຮ້ອງຂໍຕໍ່ວ່າ ໂດຍທີ່ວ່າບໍ່ໄດ້ຖືກຈັບກຸມ ແບບຮ້າຍແຮງ ຄືຢູ່ໃນລາວ ສຳລັບຢູ່ໃນ ສປປ ລາວນີ້ ແມ່ນຮ້າຍແຮງທີ່ສຸດ ມາຢຽບຢໍ້າຊີວິຕ ປະຊາຊົນ ຕິຕິງຫຍັງບໍ່ໄດ້ ຢູ່ໃນລາວຖືກວ່າ ປະຊາຊົນຖືກກົດຂີ່ ຂົ່ມເຫັງ ໄປຮ້ອງຫາບ່ອນໃດ ກໍຖືກຕໍ່ວ່າ ກໍຖືກຈັບ ຖືກປິດປາກ ຫຼືວ່າເຮັດໃຫ້ຫາຍສາບສູນ ຫຼືຈັບແບບບໍ່ໃຫ້ຮູ້ຮ່ອງຮອຍ ໄປແບບຊີ້ນ່າ.”
ທີ່ຜ່ານມາ 3 ຄົນງານລາວ ປະກອບດ້ວຍ ທ່ານ ສຸການ ໃຈທັດ, ທ່ານ ສົມພອນ ພີມມະສອນ ແລະ ຍານາງຫຼອດຄຳ ທຳມະວົງ ຖືກທາງການລາວ ຈັບໃນຂໍ້ຫາໃສ່ຮ້າຍປ້າຍສີ ຣັຖບານລາວ, ສະມາຊິກ ທີ່ກໍ່ຕັ້ງກຸ່ມ “ຟຣີລາວ” ເພື່ອເຄື່ອນໄຫວ ທາງດ້ານປະຊາທິປະໄຕ ແລະສິດທິມະນຸສ ໃນລາວ ໄດ້ຖືກຈັບ ແລະຖືກບັງຄັບໃຫ້ຫາຍສາບສູນໄປ ແຕ່ຍັງເຫຼືອສະມາຊິກ ຄົນນຶ່ງຄື ທ່ານ ຄູຄຳ ແກ້ວມະນີວົງ ທີ່ປັດຈຸບັນ ໄດ້ລີ້ພັຍໄປຕ່າງປະເທດແລ້ວ. ຂະນະທີ່ ທ່ານ ອ໊ອດ ໄຊຍະວົງ ກໍຫາຍສາບສູນ ຢູ່ນະຄອນຫຼວງ ບາງກອກ (ປະເທດໄທຍ) ລວມທັງ ຍານາງ ຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ຖືກເຈົ້າໜ້າທີ່ຈັບຂັງຄຸກ ເປັນນັກໂທດ ຍ້ອນທຳຜິດກົດໝາຽອາຍາ ວ່າດ້ວຍການ ໂຄສະນາຕໍ່ຕ້ານ ສປປ ລາວ.