ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເກັບຄ່າຣົຖ ເຂົ້າ-ອອກ ສະຖານີຣົຖໄຟ ນະຄອນຫຼວງ, ຄົບຮອບ 3 ປີ ຍານາງ ໝວຍ ຖືກຈັບ, ຄຣູອາສາ 3 ແຂວງພາກໃຕ້ ທະຍອຍລາອອກ ຫຼາຍຂຶ້ນ ແລະຂ່າວ ອື່ນໆ.
ຄວາມເຫັນບາງຕອນ ຈາກຜູ້ຟັງ:
ກ່ຽວກັບ ຂ່າວ " ເກັບຄ່າຣົຖ ເຂົ້າ-ອອກ ສະຖານີຣົຖໄຟ ນະຄອນຫຼວງ "
“ການເກັບຄ່າລົດຜ່ານເຂົ້າໄປ ສົ່ງຜູ້ໂດຍສານ ສະຖານນີລົດ ບໍ່ມີປະເທດໃດ ເຂົາປະຕິບັດກັນດອກ ເຄີຍເຫັນ ກໍມີແຕ່ສະຖານີລົດໄຟລາວ-ຈີນ ນີ້ແຫລະ. ຂະໜາດແຕ່ ລົດໄປສົ່ງພີ່ນ້ອງຫລືໝູ່ເພື່ອ ຢູ່ເດີ່ນບິນແລະສະຖານີຂົນສົ່ງ ເຂົາກໍ່ຍັງບໍ່ເກັບ. ການກະທຳດັ່ງກ່າວ ສະແດງເຖິງ ການໃຊ້ອຳນາດ ຂອງຜູ້ປະກອບການຈີນ ບົນແຜ່ນດິນລາວ ຈີນຢາກເຮັດແນວໃດໄດ້ ໂດຍບໍ່ແກງກົວ ຜູ້ນຳລາວ ປະຊາຊົນລາວ ກົດລະບຽບລາວ ຢາກເຮັດແນວໃດກໍ່ໄດ້. ມີຫລາຍຢ່າງ ທີ່ຢູ່ເຂົາເຮັດບໍ່ໄດ້ ແຕ່ພວກຄົນຈີນ ສາມາດມາເຮັດຢູ່ລາວໄດ້ ມາເອົາຜົນປະໂຫຍດ ຈາກຄົນລາວໄດ້ ຕາມສະບາຍ. ເຖິງທ່ານຜູ້ນຳລາວ ເຖິງເວລາແລ້ວ ທີ່ຈະເຮັດສິ່ງໃດສິ່ງນຶ່ງ ເພື່ອປະຊາຊົນລາວ ເພາະວ່າ ພວກທ່ານ ກໍ່ໄດ້ຜົນປະໂຫຍດມາຫລາຍແລ້ວ ກໍ່ຄວນພໍໄດ້ແລ້ວ ກັບເງິນສິນບົນ ແລະ ການສໍ້ລາດບັງຫລວງຕ່າງໆ ຢ່າປ່ອຍໃຫ້ປະຊາຊົນ ຖືກເອົາປຽບດົນຫລາຍ ເພາະຫລາຍໆຄົນ ກໍ່ໄດ້ລົມຫາຍຕາຍຈາກໂລກນີ້ ໄປແລ້ວ ກ່ອນທີ່ລັດຖະບານ ຈະຊ່ວຍພວກເຂົາ.”
( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄຶດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸ ເອເຊັ ຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄຶດຄວາມເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ຕົ້ນສະບັບ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!