ຫຼວງພຣະບາງ ຫ້າມເກັບ ຄ່າທຳນຽມ ເຂົ້າໂຮງຮຽນ
2022.09.19
ອີງຕາມຣາຍງານ ຂອງຜແນກສຶກສາທິການ ແລະ ກິລາ ແຂວງຫລວງພຣະບາງ ແຈ້ງວ່າ ສົກຮຽນປີ 2022-2023 ນີ້ ບໍ່ອະນຸຍາດໃຫ້ ບັນດາໂຮງຮຽນ ສາຍສາມັນສຶກສາ ພາກຣັຖ ໃນທົ່ວແຂວງຫລວງພຣະບາງ ເກັບຄ່າທຳນຽມ ແລະ ຄ່າບໍຣິການ ນຳນັກຮຽນ ທີ່ມາສເນີຕົວເຂົ້າຮຽນໃໝ່.
ໃນກໍຣະນີ ໂຮງຮຽນທີ່ມີ ແຜນພັທນາ ໂຮງຮຽນ ແມ່ນໃຫ້ນຳໃຊ້ ບ້ວງເງິນບໍຣິຫານ ໂຮງຮຽນ ຕາມຫົວໜ່ວຍນັກຮຽນ ທີ່ຣັຖບານສນອງໃຫ້ ເຣຶ່ອງດັ່ງກ່າວນີ້ ພໍ່ແມ່ຜູ້ປົກຄອງຫລາຍຄົນ ກໍຮູ້ສຶກດີໃຈ ເພາະບາງຄົນ ກໍປະສົບບັນຫາ ດ້ານການເງິນໃນໄລຍະທີ່ ໂຄວິດ-19 ຣະບາດໜັກ ກໍຍັງຟື້ນຕົວ ບໍ່ເຖິງ 50% ຮວມໄປເຖິງການ ປະສົບບັນຫາ ເສຖກິຈພັຍເງິນເຟີ້, ເຄຶ່ອງຂອງກໍແພງຂຶ້ນຫລາຍ.
ແຕ່ເຖິງແມ່ນວ່າ ທາງໂຮງຮຽນ ຈະບໍ່ເກັບຄ່າທຳນຽມ ກັບນັກຮຽນ ທີ່ໄປສເນີຕົວ ເຂົ້າຮຽນໃໝ່ ກໍຕາມ ກໍຍັງມີການເກັບຄ່າອື່ນໆ ຢູ່ເລັກໆນ້ອຍໆ.
ດັ່ງຜູ້ປົກຄອງນັກຮຽນ ໃນແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັ້ຽເສຣີ ໃນວັນທີ 9 ກັນຍານີ້ວ່າ:
“ກະດີຫັ້ນແລ້ວເນາະ ບໍ່ໃຫ້ເສັຍຄ່າ ໄປສເນີຕົວຫັ້ນນ່າເນາະ ປະຊາຊົນພວກເຮົາ ກໍດີໃຈຫລາຍ ການໃຊ້ຈ່າຍ ຂອງພໍ່ແມ່ປະຊາຊົນ ກໍຊ່ວງໂຄວິດມານີ້ ຫາກໍຟື້ນຕົວຂຶ້ນມາ ກະຍັງບໍ່ທັນໄດ້ 50 ເທື່ອ ແຕ່ວ່າ ການເກັບເກນແນວນັ້ນ ແນວນີ້ເນາະ ຢູ່ພາຍໃນໂຮງຮຽນບໍ່ ເລັກໆນ້ອຍແທ້ຍັງມີຢູ່.”
ຂະນະທີ່ ຜູ້ປົກຄອງນັກຮຽນ ໃນແຂວງຫລວງພຣະບາງ ອີກທ່ານນຶ່ງກໍກ່າວວ່າ ໃນປີນີ້ ໂຮງຮຽນປະຖົມຫລາຍແຫ່ງ ກໍບໍ່ໄດ້ເກັບຄ່າທຳນຽມ ນຳນັກຮຽນ ທີ່ມາສເນີຕົວ ເຂົ້າຮຽນໃໝ່ ຕາມນະໂຍບາຍ ການສຶກສາຂັ້ນແຂວງ ເຊິ່ງກໍເປັນເຣຶ່ອງດີ ສຳລັບພໍ່ແມ່ ປະຊາຊົນທຸກຍາກ ທີ່ສາມາດເອົາລູກ ເຂົ້າໂຮງຮຽນໄດ້ ແຕ່ບາງໂຮງຮຽນ ກໍອາດມີການເກັບຄ່າ ບຳລຸງຮັກສາ ຫລືຄ່າອື່ນໆ ເລັກນ້ອຍເທົ່ານັ້ນ ແຕ່ທຸກຢ່າງ ຂຶ້ນກັບຄະນະ ພັທນາການສຶກສາ.
“ມັນກໍດີຫັ້ນແລ້ວ ເພາະວ່າພໍ່ແມ່ເນາະ ຜູ້ບໍ່ມີ ກໍສາມາດ ເອົາລູກໄປໂຮງຮຽນໄດ້ ຄັນຜູ້ມີກໍບໍ່ເທົ່າໃດເນາະ ຜູ້ທຸກ ຜູ້ຍາກນີ້ ມັນລຳບາກເນາະ. ບາງຄົນ, ບາງຄອບຄົວ ກະມີລູກຫລາຍຄົນເນາະ ມັນຂຶ້ນກັບການພັທນາ ການສຶກສາເນາະ. ຄວາມຕ້ອງການ ຂອງໂຮງຮຽນຫັ້ນ ຈະມີຫລາຍ ມີໜ້ອຍ ຫລາຍໄປຕາມຫັ້ນແຫລະ.”
ສ່ວນຜູ້ປົກຄອງນັກຮຽນ ໃນແຂວງຫລວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ໃນປີນີ້ ຫລາຍໂຮງຮຽນປະຖົມ ຂອງພາກຣັຖ ກໍບໍ່ໄດ້ເກັບຄ່າທຳນຽມ ແລະ ຄ່າບໍຣິການນຳນັກຮຽນ ໄປສເນີຕົວ ເຂົ້າໂຮງຮຽນໃໝ່ ຖືວ່າ ເປັນເຣຶ່ອງທີ່ດີຫລາຍ ທີ່ພາກຮັຖມີທຶນ ສົ່ງເສີມການສຶກສາ ໃຫ້ຄົນທຸກຍາກ ສາມາດເຂົ້າຮຽນໄດ້ ເພາະທີ່ຜ່ານມາ ເກັບຄ່າທຳນຽມ ນຳນັກຮຽນ ທີ່ສເນີຕົວເຂົ້າໃໝ່ ຄົນນຶ່ງປະມານ 1 ແສນປາຍ.
“ເຫັນດີຫັ້ນແລ້ວ ພາກຣັຖເພິ່ນມີນະໂຍບາຍ ເພິ່ນມີທຶນມານັ້ນໃຫ້ ມັນກະດີຫັ້ນແລ້ວເນາະ ສົ່ງເສີມການສຶກສາເນາະ. ທຸກຢ່າງບໍ່ໄດ້ເກັບ ບໍ່ໄດ້ເສັຽຫັ້ນນ່າ. ເຂົ້າຟຣີທຸກຢ່າງຫັ້ນນ່າ. ຕະກີ້ຜ່ານມາເນາະ ທຸກຢ່າງອັນໃດ ມັນກະໄດ້ຊື້ຫັ້ນນ່າເນາະ ມັນກໍແສນນຶ່ງແສນປາຍຊີ້.”
ກ່ຽວກັບເຣຶ່ອງດັ່ງກ່າວ ເຈົ້າໜ້າທີ່ດ້ານການສຶກສາ ຂັ້ນແຂວງຫລວງພຣະບາງ ທີ່ຂໍສງວນຊື່ ແລະ ຕຳແນ່ງ ທ່ານນຶ່ງ ກໍກ່າວວ່າ ການແຈ້ງການດັ່ງກ່າວ ທີ່ໄດ້ແຈ້ງອອກໄປນັ້ນ ຍ້ອນປະຕິບັດຕາມ ຄຳສັ່ງຂອງນາຍົກຣັຖມັນຕຣີ ໃນກໍຣະນີໂຮງຮຽນ ຢູ່ໃນແຜນພັທນາໂຮງຮຽນ ທີ່ນຳໃຊ້ເງິນງົປມານ ຈາກຣັຖບານສນອງໃຫ້ ຈະຫ້າມເກັບເງິນ ຄ່າທຳນຽມ ແລະ ຄ່າບໍຣິການສເນີຕົວ ເຂົ້າຮຽນໃໝ່ ໃນສົກຮຽນປີນີ້ ກໍຖືວ່າຫລາຍໂຮງຮຽນ ປະຕິບັດໄດ້ຫລາຍ ພໍສົມຄວນ ແລະ ກໍຍັງມີບາງໂຮງຮຽນ ປະຕິບັດບໍ່ໄດ້ ເພາະງົປມານບໍ່ພຽງພໍ ເຊິ່ງກໍຣະນີນີ້ ສະມາຄົມພໍ່ແມ່ນັກຮຽນ ຈະຂໍເກັບເງິນ ຜູ້ປົກຄອງນັກຮຽນ ເພື່ອມາຊ່ວຍ ໃນການພັທນາໂຮງຮຽນ ຮອບດ້ານ ການສຶກສາ ໂດຍຮຽກເກັບເປັນກິຈກັມ ເຊິ່ງເຈົ້າໜ້າທີ່ຂັ້ນບ້ານ, ອຳນາດການປົກຄອງເມືອງ, ເຈົ້າເມືອງ, ເຈົ້ານະຄອນ ຕ້ອງໄດ້ຮັບການເຫັນດີ ເປັນເອກພາບ ຈາກຄະນະພັທນາ ສະນັ້ນແລ້ວ ຈະບໍ່ສາມາດເກັບຕາມໃຈໄດ້ ແຕ່ຖ້າບໍ່ປະຕະບັດຕາມ ແລ້ວທາງການກວດພົບ ກໍຈະມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງມາກວດແກ້ໄຂ.
ດັ່ງທ່ານ ກ່າວວ່າ:
“ພວກເຮົາແຈ້ງການ ໃຫ້ປະຕິບັດຕາມ ຣັຖດຳຣັຖເລກທີ່ 02 ທີ່ມັນເປັນຂໍໍ້ຫ້າມ. ເຮົາບໍ່ໃຫ້ເກັບເນາະ ຄັນຖ້າສົມມຸດວ່າມັນຫາກມີ ໄປເກັບເງິນຫັ້ນນ່າ ໄດ້ສົ່ງພວກເຮົາຈະກວດຄືນ ແກ້ໄຂເນາະ ກໍມີຫລາຍໂຮງຮຽນ ຈັດຕັ້ງປະຕິບັດໄດ້ ແລະ ຍັງມີຫລາຍໂຮງຮຽນ ທີ່ບໍ່ທັນປະຕິບັດໄດ້. ກະຄືສະມາຄົມພໍ່ແມ່ນັກຮຽນ ຈະເປັນຜູ້ອານຸມັດວ່າ ອະນຸຍາດໃຫ້ເຂົາເຈົ້າເກັບເປັນກິຈກັມໄປ.”
ສ່ວນເຈົ້າໜ້າທີ່ ດ້ານການສຶກສາຂັ້ນເມືອງ ໃນນະຄອນຫລວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແນ່ງ ກໍໄດ້ກ່າວວ່າ ກ່ຽວກັບເຣຶ່ອງນີ້ ໃນແຕ່ລະໂຮງຮຽນກໍຍັງ ບໍ່ສາມາດປະຕິບັດໄດ້ໝົດ ບາງໂຮງຮຽນກໍຍັງຈຳເປັນຕ້ອງເກັບຄ່າທຳນຽມອື່ນໆ ເລັກນ້ອຍ ຍ້ອນງົປມານ ທີ່ທາງແຂວງ ໃຫ້ທາງເມືອງ ກໍມີຈຳກັດ.
“ອັນປົກກະຕິນີ້ ຄັນຖ້າວ່າ ອີງໄສ່ການບໍຣິຫານ ໂຕຈິງແທ້ໆນີ້ ເຮົາກໍຕ້ອງມີການເກັບແຫລະເນາະ. ມັນຈະມີຄ່າ ມາໃຊ້ບໍຣິຫານ ແບບທົ່ວໄປ ແມ່ນຫຍັງຈັ່ງຊີ້. ຄ່ານໍ້າຄ່າໄຟນີ້ ຄັນຖ້າວ່າອີງ ງົປະມານ ຂອງຣັຖນີ້ ມັນກະບໍ່ທ່ວງທັນແລ້ວ ກະບໍ່ພຽງພໍອີກຊິນ່າ.”
ອີງຕາມການແຈ້ງການ ຂອງຜແນກສຶກສາທິການ ແລະ ກິລາ ແຂວງຫລວງພຣະບາງ ສະບັບດັ່ງກ່າວນີ້ ທາງການ ຍັງໄດ້ແຈ້ງເພີ່ມຕື່ມວ່າ ສຳລັບຫ້ອງຮຽນ ທີ່ມີ 2 ພາສາ ໃນສາຍສາມັນສຶກສາ ການນຳໃຊ້ງົປມານ ໃນການພັທນາໂຮງຮຽນ ກໍໃຫ້ປະຕິບັດ ເປັນເອກພາບ ຄືກັບໂຮງຮຽນ ສາຍພາສາລາວ ທົ່ວໄປ.