ເຣື້ອງທີ່ເກັບບັນທຶກໄວ້
2009-07-17
ນັກຮຽນປະຖົມ ໃນລາວ ຕິດເຊື້ອໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຮວມ5ຄົນແລ້ວ ຈາກສັປດາຜ່ານມາ ເຮັດໃຫ້ມີທັງໝົດ 31ຄົນ
2009-07-16
ຊາວວີເກີຣ໌ (Uighurs) ໂພ້ນທະເລ ທີ່ອາສັຍຢູ່ ປະເທສອັງກິດ ບໍ່ຕໍ່າກວ່າ 100 ຄົນ ພາກັນປະທ້ວງ ຢູ່ຕໍ່ໜ້າ ສະຖານທູຕ ສປຈີນ ທີ່ກຸງລອນດອນ.
2009-07-16
ຊາວຈີນ ທີ່ເຂົ້າມາລັກລອບ ກັ່ນເຄືອແຫມ ໃນເຂດແຂວງ ສວັນນະເຂດ ສ່ວນຫລາຍຈະມີ ຄົນລາວຊອກ ເຄືອແຫມ ຂາຍໃຫ້ ແລະແນະນໍາ ສະຖານທີ່ກັ່ນ.
2009-07-16
ເດັກນ້ອຍນັກຮຽນ ຊັ້ນປະຖົມ ເຂຕນະຄອນຫລວງ ວຽງຈັນ 3 ຄົນຕິດເຊື້ອພຍາທ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009
2009-07-16
ໃນຣາຍການ ຕອບຈົດໝາຍ ປະຈຳສັປດານີ້ ຂໍເຊີນທ່ານຟັງ ໄມຊູລີ ຕອບຈົດໝາຍຂອງທ່ານ “ລາວອົພຍົບ” “ຄ.ຍົມມະຣາຊ” ແລະຈົດໝາຍ “ລູກເສຣີ” ຕິດຕາມດ້ວຍສຽງເພງ “ອ້າຍມີເມັຍແລ້ວ” ຂັບຮ້ອງໂດຍ ບຸນເກີ ໜູຫ່ວງ………
2009-07-16
ສປປລາວ ຈະເປັນເຈົ້າພາບ ຈັດງານມະຫາກັມ ກິລາຊີເກມ ທ້າຍປີນີ້ ຊື່ງຖືກວ່າເປັນການ ແຂ່ງຂັນກິລາ ໃນພາກພື້ນເອເຊັຍ ຕາວັນອອກສ່ຽງໃຕ້ ທີ່ມີຄວາມໝາຍ ສຳຄັນພິເສດ. ອາວະຣີ ຈະສເນີລາຍງານ ໃນອັນດັບຕໍ່ໄປ.
2009-07-16
ແຫລ່ງຂ່າວ AFP ລາຍງານວ່າ ມື້ວັນອັງຄານ ຜ່ານມາ ເຈົ້າໜ້າທີ່ຕຳຣວດ ເນປານ ຈັບກຸ່ມປະທ້ວງ ຊາວຕີເບດ ພັດຖິ່ນ 25 ຄົນ ໃນຂນະທີ່ ພວກຂະເຈົ້າ ທຳການປະທ້ວງ ຕໍ່ຕ້ານ ຈີນ ຢູ່ຕໍ່ໜ້າ ຫ້ອງການ ສະຫະປະຊາຊາດ ທີ່ ກັດມັນດູ.
2009-07-16
ກະຊວງແຮງງານໄທ ຄາດວ່າ ການລົງທະບຽນ ຄົນງານຕ່າງດ້າວ 3 ຊາດ ເທື່ອໃໝ່ ຈະມີຮອດ 7 ແສນຄົນ.
2009-07-16
ອົງການ ຕ້ານການຄ້າມະນຸດ ໃນລາວ ຂຍາຍການຝືກອົບຣົມ ກ່ຽວກັບວິທີການ ສືບສວນສອບສວນ ບັນຫາ ການຄ້າມະນຸດ ໄປສູ່ ພນັກງານ ຣະດັບແຂວງ ໃນທົ່ວປະເທດ.
2009-07-15
ເຫຕກາຣ ຄວາມບໍ່ສງົບ ທີ່ເກີດຂື້ນ ຢູ່ແຂວງຊີນຈຽງ ທີ່ມີຜູ້ເສັຽຊີວີຕໄປ ບໍ່ຕໍ່າກວ່າ 180 ຄົນໃນສັປດາ ຜ່ານມາ ຍັງເປັນເຣື່ອງ ບໍ່ອາຈສາມາດ ລືມໄດ້ງ່າຍໆ ແລະຍີ່ງເຮັດໃຫ້ ຊາວວີເກີຣ໌ ມີຄວາມເປັນຫ່ວງ ແລະຢ້ານວ່າເຫຕກາຣ ຈະກັບມາຣະບາດ ຂື້ນອີກໃໝ່ ສະນັ້ນບັນດາ ຜູ້ນຳຊາວວີເກີຣ໌ ໄດ້ເຕືອນ ປະຊາຊົນ ຕາມເຂຕທ້ອງຖີ່ນ ໃຫ້ເພີ່ມຄວາມ ຣະມັດຣະວັງ ໂດຽສະເພາະໃຫ້ ພຍາຍາມ ຫລີກລຽງສະຖານທີ່ ຫລືບໍຣິເວນ ທີ່ມີກຸ່ມຄົນ ປະທ້ວງ ທີ່ອາຈເຮັດໃຫ້ ທາງເຈົ້າໜ້າທີ່ ເຂົ້າປາບປາມ ແລະ ເກີດກາຣຈະລາຈົນ ຂື້ນໄດ້ນັ້ນ.
2009-07-15
ມາດາມ Rebiya Kadeer ຜູ້ນໍາຊາວວີເກີ ຊຶ່ງເປັນຊົນເຜົ່າ ສ່ວນນ້ອຍ ໃນປະເທດຈີນ ທີ່ລີ້ໄພຢູ່ ອະເມຣິການັ້ນ ປະນາມ ກຸ່ມກໍ່ການຮ້າຍ ອານກາອິດະ ໃນປະເທດ Algeria ທີ່ຂູ່ວ່າຈະໂຈມຕີ ຜົລປະໂຫຍດຕ່າງໆ ຂອງຈີນ ເພື່ອແກ້ແຄ້ນ ໃຫ້ຊາວມຸສລິມ ທີ່ເສັຽຊີວິດ ໃນເຂດແຂວງຊີນຈຽງ ທາງພາກຕາເວັນຕົກສ່ຽງເໜືອ ຂອງຈີນ ເມື່ອມໍ່ໆມານີ້.
2009-07-15
ບໍຣິສັດປຸງແຕ່ງໄມ້ ແລະກຸ່ມທີ່ຄ້າໄມ້ ໃນລາວ ເປັນກຸ່ມທີ່ສວຍໂອກາດ ຈັບເສືອມືເປົ່າ ບໍ່ມີເງີນທືນ ບໍ່ມີຕລາດ ແລະບໍມີຄວາມຮູ້ດ້ານນີ້ ເປັນຂອງຕົນເອງ ອາໃສເອົາ Contract ໄປຂາຍໃຫ້ ນັກຄ້າໄມ້ທ່ອນ ຄົນຕ່າງຊາດຊື່ໆ ສ້າງຄວາມເສື່ອມເສັຽ ຕໍ່ເສຖກິດຂອງຊາດ ເຈົ້າຫນ້າທີ່ຣະດັບສູງ ຂອງລາວ ຖແລງຕໍ່ກອງປະຊຸມສະພາ ທີ່ຫາກໍ່ສີ້ນສຸດລົງ ວ່າງມໍ່ໆມານີ. ສິດນີ ມີລາຍຣະອຽດ
2009-07-15
UNIFEM ເປີດເຜີຍຕົວເລກ ຜູ້ຕິດເຊື້ອ HIV ໃນລາວ 43ສ່ວນຮ້ອຍ ເປັນຜູ້ຍີງ ເນື່ອງຈາກມີຄວາມ ຈໍາແນກທາງເພດ.
2009-07-15
ເກີດມີພັຍນ້ຳຖ້ວມ ເມືອງນ້ຳບາກ ແຂວງ ຫລວງພຣະບາງ ເປັນເທື່ອທຳອິດ ໃນຣະຍະ 20 ປີ
2009-07-15
ຫນ່ວຍງານ ສີ່ງແວດລ້ອມ ແຂວງສວັນນະເຂດ ໄດ້ສັ່ງໃຫ້ຢຸດການກັ່ນ ເຄືອແຫມ ຮີມແມ່ນໍ້າເຊນອງ ພາຍຫລັງກວດພົບວ່າ ໄດ້ປ່ອຍນໍ້າພິດເບື່ອ ລົງສູ່ແມ່ນໍ້າ ສົງຜົລໃຫ້ປາຕາຍ.