ຈາກເຫຕກາຣ ທີ່ມີຝົນຕົກໜັກ ໃນພາຄເໜືອ ຂອງລາວ ໄດ້ເຮັດໃຫ້ເກີດມີ ພັຍນ້ຳຖ້ວມ ເຂຕເມືອງນ້ຳບາກ ແຂວງຫລວງພຣະບາງ ໃນຣະຫວ່າງ ວັນທີ່ 6-7 ກໍຣະກະດາ ນີ້ເປັນເທື່ອທຳອິດ ໃນຮອບກວ່າ 20ປີ ທີ່ຜ່ານມາ ແລະ ເຮັດໃຫ້ທົ່ງນາ ຂອງປະຊາຊົນ ມີນ້ຳຂັງໄວ້ກວ່າ 2ມື້ ທີ່ເປັນກາຣສ້າງ ຄວາມເສັຽຫາຍແດ່ ເລັກນ້ອຍ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງແຜນກ ກະສິກັມ ປະຈຳເມືອງນ້ຳບາກໄ ດ້ກ່າວວ່າ:
“ມັນກໍໄດ້ຮອດ 20ກວ່າປີແລ້ວ ກະຫາກໍມາ ມີປີນີ້ຕື່ມເທື່ອ (ໜື່ງ) ນ້ຳຖ້ວມນາ ຖ້ວມຫຍັງນີ໋ ມັນກໍຂັງຢູ່ ໃນປະມານຫວ່າງ 2ມື້ ກະບໍ່ມີບັນຫາ ຫຍັງດອກ ເພາະວ່າ ມັນບໍ່ຖ້ວມບ້ານນ໋າ ມັນຖ້ວມແຕ່ ທົ່ງນາທົ່ງຫຍັງຊື່ໆ.”
ໃນຂນະດຽວກັນນີ້ ທາງສຳນັກງານ ຂ່າວສາຣ ປະເທສລາວ ກໍຣາຍງານວ່າ ປາກົດກາຣນ້ຳຖ້ວມ ດັ່ງກ່າວໄດ້ເຮັດ ໃຫ້ພື້ນທີ່ ກະສີກັມກວ່າ 2,920 ເຮັກຕ໊າຣ໌ ໄດ້ຮັບຄວາມເສັຽຫາຍ ຊື່ງສ່ວນຫລາຍແມ່ນ ໃຮ່ນາ ແລະນອກຈາກນັ້ນ ຍັງມີສວນໝາກກ້ຽງ ບໍ່ຕໍ່າກວ່າ 500ເຮັກຕ໊າຣ໌ ກໍໄດ້ຮັບຄວາມ ເສັຽຫາຍ ພ້ອມກັບໜອງປາ ຂອງຊາວບ້ານ ປະມານ 350ເຮັກຕ໊າຣ໌ ກໍໄດ້ຮັບຄວາມ ເສັຽຫາຍເຊັ່ນກັນ.
ເຈົ້າໜ້າທີ່ລາວ ຍັງໄດ້ແຈ້ງເພີ່ມວ່າ: ຈາກກາຣ ລົງກວດກາເບີ່ງ ສະພາບຕົວຈີງນັ້ນ ພົບວ່ານ້ຳຖ້ວມ ຄັ້ງນີ້ຖືວ່າ ບໍ່ໄດ້ສ້າງຄວາມ ເສັຽຫາຍ ຢ່າງຫລວງຫລາຍ ດັ່ງທີ່ມີ ກາຣຄາດຄະເນ ກັນໄວ້ນັ້ນແຕ່ ປະກາຣໃດ ຍ້ອນບໍ່ແມ່ນເປັນ ແບບນ້ຳໄຫລ ແລະ ປະຊາຊົນ ກໍຍັງຈະ ສາມາດປູກຝັງ ພືຊຄືນໃໝ່ໄດ້ ດັ່ງທີ່ທ່ານໄດ້ ແຈ້ງອີກວ່າ:
“ໂຕນີ້ມັນກໍບໍ່ມີ ບັນຫາ ເພາະວ່າມັນຖ້ວມ ແບບລັກສະນະ ທີ່ຖ້ວມແບບຍື່ງ ແບບອັນນັ້ນ ທັມມະດາ ນ້ຳມັນຈະບໍ່ໄຫລນ໋າ ກໍຖືວ່າ ປົກຕິແລ້ວ ນ້ຳມັນກະແຫ້ງ ເພາະວ່າ ບ່ອນທີ່ວ່າຖືກ ກະທົບຂະເຈົ້າ ກໍດຳນາຄືນ ໝົດແລ້ວ ປູກຄືນໝົດແລ້ວ.”
ຢ່າງໃດກໍຕາມ ໃນຣະຫວ່າງເດືອນ ກໍຣະກະດາ ສີງຫາ ນີ້ເປັນຣະຍະ ທີ່ມີຝົນຕົກໜັກ ໃນທຸກພື້ນທີ່ ທົ່ວປະເທສ ທີ່ສືບຕໍ່ເນື່ອງ ມາຈາກອິທທິພົລ ຂອງລົມພາຍຸ ຈາກ ທະເລຈີນ ໄດ້ພັດເຂົ້າມາ ແລະ ສ້າງໃຫ້ເກີດມີ ນ້ຳຖ້ວມຕ າມພື້ນທີ່ຕ່າງໆ ໃນທົ່ວປະເທສນັ້ນ.