ຊາວວີເກີຣ໌ ທີ່ລອນດອນ ປະທ້ວງ ສະຖານທູຕ ຈີນ

ຊາວວີເກີຣ໌ (Uighurs) ໂພ້ນທະເລ ທີ່ອາສັຍຢູ່ ປະເທສອັງກິດ ບໍ່ຕໍ່າກວ່າ 100 ຄົນ ພາກັນປະທ້ວງ ຢູ່ຕໍ່ໜ້າ ສະຖານທູຕ ສປຈີນ ທີ່ກຸງລອນດອນ.
ຫວາດ ສີມູນ
2009.07.16
F-Uighurs ຊາວວີເກີພາກັນປະທ້ວງຢູ່ຕໍ່ໜ້າສະຖານທູຕສປຈີນ ທີ່ກຸງລອນດອນໃນວັນທີ15ກໍຣະກະດາ2009ເພື່ອ ປະນາມທາງກາຣຈີນທີ່ປາບປາມກຸ່ມປະທ້ວງຢູ່ແຂວງ ຊີນຈຽງໃນຣະຍະຜ່ານມາເຮັດໃຫ້ມີຜູ້ເສັຽຊີວີຕໄປ190ກວ່າຄົນ
Photo: AFP

ໃນມື້ວັນພຸດ ຜ່ານມານີ້ ເພື່ອປະນາມ ທາງກາຣຈີນ ທີ່ປາບປາມ ກຸ່ມປະທ້ວງ ຢູ່ແຂວງຊີນຈຽງ ໃນຣະຍະຜ່ານມາ ເຮັດໃຫ້ມີຜູ້ ເສັຽຊີວີຕໄປ 190 ກວ່າຄົນ ແລະ ຫລັງຈາກນັ້ນ ຄນະປະທ້ວງ ກໍພາກັນຍ່າງ ໄປຕາມຖນົນ Downing ເພື່ອຍື່ນຂໍ້ຮຽກຮ້ອງ ຕໍ່ສຳນັກງານ ນາຍົກຣັຖມົນຕຣີ ອັງກິດ ທ່ານ Gordon Brown ເພື່ອໃຫ້ຊ່ວຍນຳເອົາ ຂໍ້ສເນີຂອງເຂົາເຈົ້າ ສົ່ງຕໍ່ອົງກາຣ ສະຫະປະຊາຊາຕ ແລະ ອົງກາຣປົກປ້ອງ ສິທທິມະນຸສຍະຊົນ ເຂົ້າໄປສືບສວນ ກ່ຽວກັບຄວາມ ບໍ່ສງົບ ທີ່ເກີດຂື້ນໃນ ແຂວງຊີນຈຽງ ພ້ອມກັບໃຫ້ຍຸຕິກາຣ ປາບປາມ ຊົນເຜົ່າຊາວວີເກີຣ໌ ຢ່າງຊິ້ນເຊີງ.

ອົງກາຣຂ່າວ AFP ໄດ້ແຈ້ງເພີ່ມວ່າ: ຕລອດເວລາ ທີ່ມີກາຣ ໂຮມຊຸມນຸມ ຢູ່ຕໍ່ໜ້າ ສະຖານທູຕຈີນ ແລະ ຄາວທີ່ຍ່າງໄປ ຕາມຖນົນໃນ ກຸງລອນດອນ ດັ່ງກ່າວ ຄນະ ປະທ້ວງສ່ວນໜື່ງ ກໍຖືທຸງຊາຕ Turkestan ຕາເວັນອອກ ພ້ອມກັບປ້າຍຄຳຂວັນ ທີ່ເຕັມດ້ວຍ ຂໍ້ຄວາມຕ່າງໆ ເປັນກາຣປະນາມ ທາງກາຣຈີນທີ່ ເຂົ້າເອົາແຄວ້ນວີເກີຣ໌ ໄປເປັນແຂວງໜື່ງ ຂອງຕົນແຕ່ປີ 1949 ເປັນຕົ້ນມາດັ່ງທີ່ ໄດ້ຍຶດເອົາທີເບຕ ໃຫ້ຂື້ນກັບຈີນ ໃນຄາວດຽວກັນ ນັ້ນເຊັ່ນກັນ.

ທ່ານ Enver Tohti ປະທານ ຂອງສະມາຄົມ ຊາວວີເກີຣ໌ ຢູ່ອັງກິດ ໄດ້ອະທິບາຍ ໃຫ້ທາງສື່ມວລຊົນ ຊາບວ່າພວກຕົນ ປະທ້ວງເພື່ອຮຽກທວງ ໃຫ້ທາງກາຣຈີນ ຍຸຕິກາຣປາບປາມ ຊາວວີເກີຣ໌ ແລະຢາກໃຫ້ທາງຈີນ ຮັບສາຣະພາບ ວ່າມີຄວາມຜິດ ທີ່ເຂົ້າຍຶດ ແລະປາບປາມ ປະຊາຊົນ ຊາວວີເກີຣ໌ ແລະຢາກໃຫ້ແຈ້ງ ຈຳນວນ ຕົວຈີງຂອງພວກ ທີ່ເສັຽຊີວີຕໄປນັ້ນ ໂດຽບໍ່ມີກາຣ ປົກປິດແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.