ການກັ່ນ ເຄືອແຫມ ຖືກສັ່ງຫ້າມ
2009.07.15
ການປ່ອຍນໍ້າ ພິດເບື່ອ ຂອງກຸ່ມຊາວຈີນ ທີ່ກັ່ນເຄືອແຫມ ລົງສູ່ແມ່ນໍ້າ ເຊນອງ ໃນເຂດເມືອງນອງ ແຂວງສວັນນະເຂດ ເມື່ອບໍ່ນານມານີ້ ທາງຫນ່ວຍງານ ສີ່ງແວດລ້ອມແຂວງ ໄດ້ສັ່ງໃຫ້ຢຸດເຊົາ ການກັ່ນແລ້ວ ພາຍຫລັງ ໄດ້ລົງສໍາຣວດ ກວດກາພື້ນທີ່ ດັ່ງກ່າວ ຊຶ່ງເວລາລົງ ກວດກາ ກໍບໍ່ພົບຕົວ ຊາວຈີນ ຜູ້ເປັນເຈົ້າຂອງ ທຸຣະກິດ ນັ້ນເລີຍ ເພາະເປັນທຸຣະກິດ ທີ່ເຄື່ອນທີ່ໄປ ເລື້ອຍໆ. ເຈົ້າໜ້າທີ່ຫ້ອງການ ສີ່ງແວດລ້ອມ ແຂວງ ສວັນນະເຂດ ກ່າວກ່ຽວກັບ ເລື້ອງນີ້ວ່າ:
"ພວກຊົນຊາດ ຊົນເຜົ່າ ເຂົາກໍວ່າມັນມີ ສັຕນໍ້າຕາຍ ຕ້ອງໃຫ້ຢຸດເຊົາ ແລະກໍໄດ້ສົມທົບ ກັບທາງຂັ້ນເທິງ ເພື່ອໃຫ້ເຂົາຢຸດເຊົາ ໃຫ້ເຮັດກໍຕ້ອງ ໃຫ້ເຮັດຫ່າງຈາກ ແຫລ່ງນໍ້າອີ່ຫຍັງ ຕ່າງໆ ໃຫ້ເຮັດໄດ້ ມາຕຖານ."
ແລະວ່າ ການກັ່ນເຄືອແຫມ ດໍາເນີນໄປແບບ ທັມມະຊາດ ໂດຍຂຸດເປັນຂຸມໆ ແລະຊອຍເຄືອແຫມ ລົງໃສ່ ໂດຍໃຊ້ຖົງຢາງ ຮອງພື້ນເພື່ອຮອງຮັບ ນໍ້າທີ່ກັ່ນຈາກ ເຄືອແຫມ ນັ້ນໄວ້. ຫລັງຈາກນັ້ນ ກໍຂັດເອົາແຕ່ຝຸ່ນ ຂອງເຄືອແຫມ ນໍາໄປຕາກແດດ. ສ່ວນກາກ ແລະ ນໍ້າເຄືອແຫມ ທີ່ບໍ່ຕ້ອງການນັ້ນ ກໍຖອກຖີ້ມລົງ ໃສ່ແມ່ນໍ້າ ເຊນອງ ອັນເປັນເຫດໃຫ້ ປູປາ ໃນແມ່ນໍ້ານັ້ນຕາຍ ຊຶ່ງບໍ່ເປັນທີ່ຮູ້ໄດ້ ຢ່າງຄັກແນ່ເທື່ອ ເຖິງສາເຫດທີ່ເຮັດໃຫ້ ປູປາ ໃນນໍ້ານັ້ນຕາຍ.
ເຈົ້າໜ້າທີ່ຫ້ອງການ ສີ່ງແວດລ້ອມແຂວງ ກ່າວຕື່ມວ່າ ຈໍາເປັນຕ້ອງໄດ້ພົບ ກັບເຈົ້າຂອງກິຈການ ກັ່ນເຄືອແຫມ ຊຶ່ງເປັນກິຈການ ທີ່ສົ່ງຜົລກະທົບ ໃສ່ສຸຂພາບ ຂອງຊາວບ້ານ ແລະ ສີ່ງແວດລ້ອມໂດຍກົງ ຄືດັ່ງວ່ານັ້ນ:
"ຍັງບໍ່ເຈີເຈົ້າຂອງເຂົາ ແຕ່ວ່າທາງກະຊວງ ອຸດສາຫະກັມ ການຄ້າກໍໄດ້ ຮຽກມາເຕືອນ ໃຫ້ເຊົາແລ້ວ ໝາຍຄວາມວ່າ ດຽວນີ້ເຂົາ ເຊົາແລ້ວ ແຕ່ວ່າ ໄປລັກເຮັດ ແນວໃດ ມີແຕ່ຝາກໃຫ້ ທາງເມືອງ ຂະເຈົ້າຕິດຕາມ ປະຊາຊົນ ເຂົາຕິດຕາມ."
ເຈົ້າໜ້າທີ່ ສະພາບແວດລ້ອມ ແຂວງສວັນນະເຂດ ຍັງກ່າວ ໃນຕອນທ້າຍ ວ່າຂນະນີ້ ເປັນຊ່ວງໜ້າຝົນ ເຮັດໃຫ້ຊາວຈີນ ທີ່ທໍາການກັ່ນ ເຄືອແຫມນັ້ນ ຢຸດກັ່ນ ເພາະຣະດັບນໍ້າ ໃນແມ່ນໍ້າ ເຊນອງ ສູງຂຶ້ນ ເຮັດໃຫ້ບໍ່ສາມາດ ທໍາການກັ່ນໄດ້.
ແຕ່ກໍອາຈມີການ ລັກລອບກັ່ນອີກ ຫລັງຣະດູຝົນ ຊຶ່ງຕ້ອງໄດ້ອາໃສ ຊາວບ້ານ ໃນບໍຣິເວນນັ້ນ ເປັນຫູເປັນຕາ ຊ່ວຍກັນຕໍ່ໄປ. ນັກວິຊາການລາວ ທີ່ເຄີຍເຫັນກຸ່ມ ຊາວຈີນ ກັ່ນເຄືອແຫມ ຢູ່ແຂວງວຽງຈັນ ອະທິບາຍວ່າ ເພື່ອໃຫ້ເຄືອແຫມ ລະລາຍໄວ ຕ້ອງມີການໃຊ້ ນໍ້າກົດໝໍ້ໄຟ ເປັນຕົວຊ່ວຍລະລາຍ ແລະ ນໍ້າທີ່ໃຊ້ແສ່ ເຄືອແຫມ ກໍກາຍເປັນ ນໍ້າເຄມີທີ່ເບື່ອ ເມື່ອຖອກລົງໃສ່ ນໍ້າເຊນອງແລ້ວ ກໍເຮັດໃຫ້ປູປາ ຕາຍ.