ຕົວເລກຈຳນວນ ຜູ້ຕິດເຊື້ອ HIV ໃນລາວ
2009.07.15
ໃນຣາຍງານຂອງ ອົງການ UNIFEM ຮ່ວມກັບໂຄງການ ເອດສ ສະຫະປະຊາຊາດ ທີ່ໄດ້ຈັດຂຶ້ນ ໃນປີ2008 ຜ່ານມາ ຣະບຸວ່າ ກວ່າເຄີ່ງຂອງ ຜູ້ຕິດເຊື້ອ HIV ໃນປະເທດລາວ ກັມພູຊາ ອິນໂດເນເຊັຽ ແລະໄທ ເປັນຜູ້ຍີງ.
ເວົ້າສະເພາະໃນລາວ ໃນປີ2006 ນັ້ນຜູ້ຕິດເຊື້ອ HIV 57ສ່ວນຮ້ອຍ ເປັນຜູ້ຊາຍແລະ 43ສ່ວນຮ້ອຍ ເປັນຜູ້ຍີງ ເນື່ອງຈາກມີການ ຈໍາແນກທາງເພດ. Dr Jean ເດິະຄູນາ ຜູ້ອໍານວຍການ ສໍານັກງານ ພູມີພາກ ເອເຊັຽຕາເວນອອກ ແລະເອເຊັຽ ຕາເວນອອກສ່ຽງໃຕ້ ກອງທຶນ ສະຫະປະຊາຊາດ ເພື່ອການ ພັທນາສັຕຣີ ຫລື UNIFEM ກ່າວວ່າ:
"ຈັ່ງຊັ້ນລະ ຜູ້ຍີງລາວ ກໍຄືກັນກັບ ຜູ້ຍີງຄົນອຶ່ນໆ ຈະຕິດເຊື້ອ HIV ຈາກຄູ່ຮ່ວມນອນ ຫລື ສາມີຂອງຕົນເອງ ແລະໂດຍສະເພາະ ແລ້ວໃນກໍຣະນີ ທີ່ຜູ້ຊາຍ ມີແນວຄິດຢາກ ເອົາປຽບບ່ອນທີ່ວ່າ ຄູ່ຮວມນອນຜູ້ຊາຍ ຫລືສາມີ ອາດຈະຈ້າງເອົາ ຄູ່ຮ່ວມນອນ ຫລາຍຄົນມານອນນໍາ ຫລືນອນກັບຜູ້ຊາຍ ດ້ວຍກັນຫລືບາງເທື່ອ ກໍເປັນຜູ້ໃຊ້ ຢາເສບຕິດ ສັກເຂົ້າໃນເສັ້ນເລືອດ."
ແລະວ່າ ສາເຫດຜູ້ຍີງລາວ ມັກຕິດເຊື້ອ HIV ຈາກຄູ່ຄອງ ຫລື ຄົນໄກ້ຊິດນັ້ນ ກໍຄື ສະພາບສັງຄົມ ວັທນະທັມທີ່ ຜູ້ຍີງແລະເດັກນ້ອຍ ແມ່ຍີງມັກຈະຖືກ ຫ້າມບໍ່ໃຫ້ ເວົ້າເຖິງ ຫລືສົນໃຈຮັບຮູ້ ຢ່າງເປີດເຜີຍ ກ່ຽວກັບເພດສໍາພັນ ອັນເຮັດໃຫ້ເດັກ ຜູ້ຍິງ ມັກຈະບໍ່ໄດ້ ຮັບຂໍ້ມູນກ່ຽວກັບ ເພດສຶກສາ ແລະໂຣກຕິດຕໍ່ ທາງເພດສັມພັນ.
ນອກຈາກນັ້ນ ຜູ້ຍີງ ຍັງບໍ່ສາມາດ ເວົ້າຈາຫລືຕໍ່ລອງ ເລື່ອງເພດສໍາພັນ ກັບຝ່າຍຊາຍໄດ້ ຊຶ່ງເຮັດໃຫ້ຄ້າຍກັບວ່າ ເພດສັມພັນ ເປັນສິດທິຂອງ ຜູ້ຊາຍພຽງຝ່າຍດຽວ ສີ່ງເລົ່ານັ້ນ ທ່ານວ່າ ເປັນອຸປສັກ ໃນການທີ່ຈະປ້ອງກັນ ຕົນເອງຂອງຜູ້ຍີງ ແລະ ເພີ່ມຄວາມສ່ຽງ ໃນການຕິດເຊື້ອ HIV ຫລາຍຂຶ້ນ.
ສໍາລັບວິທີ ການແກ້ໃຂ ໃນຂັ້ນຕໍ່ໄປ ດຣ. ຈີນ ເດິະຄູນາ ບອກວ່າຕ້ອງເລີ່ມຈາກ ການໃຫ້ຄວາມຮູ້ ຢູ່ໂຮງຮຽນ ແລະ ມະຫາວິທະຍາໄລ ເພື່ອໃຫ້ເດັກນ້ອຍ ຜູ້ຍີງ ຮູ້ຈັກປ້ອງກັນ ຕົນເອງຈາກເຊື້ອ HIV.
ແລະໃນຂນະດຽວກັນ ກໍຕ້ອງມີການ ໃຫ້ຄວາມຮູ້ແກ່ ເດັກນ້ອຍຜູ້ຊາຍ ເພື່ອທີ່ຈະປັບປ່ຽນ ທັສນະຄະຕິ ທາງເພດ ເພາະ ຈະຊ່ວຍປ້ອງກັນ ເຊື້ອໂຣກ HIV-AIDS ແລະ ຫລຸດຜ່ອນບັນຫາ ຄວາມຮຸນແຮງທາງເພດ ຕໍ່ຜູ້ຍິງ.