ການລົງທະບຽນ ຄົນງານຕ່າງດ້າວ ໃນໄທ
2009.07.16
ກະຊວງແຮງງານໄທ ເປີດການຈົດທະບຽນ ເທື່ອໃໝ່ ລະຫວ່າງວັນທີ 1ຫາ30 ກໍຣະກະດາ 2009 ໂດຍຕັ້ງເປົ້າໝາຍ ວ່າຈະໄດ້ຄົນງານ ທີ່ຖືກຕ້ອງຕາມ ກົດໝາຍ ຈາກ3ຊາດ ລາວ ພະມ້າ ແລະ ກຳພູຊາ ຮອດ7ແສນຄົນ.
ອາທິດທຳອິດ ຂອງການລົງທະບຽນ ໃນເຂດພື້ນທີ່ ບາງກອກ ມີຈຳນວນຄົນ ມາຈົດຊື່ພຽງແຕ່ 20ພັນກວ່າຄົນ. ການເປີດໃຫ້ຈົດທະບຽນ ແຮງງານຕ່າງດ້າວ ໃນໄທ ເທື່ອໃໝ່ນີ້ ແມ່ນຮອບທີ2 ຫລັງຈາກທີ່ເຄີຍໄດ້ເປີດ ຄັ້ງໃຫຍ່ມາແລ້ວ ໃນປີ2007 ຊຶ່ງເທື່ອນັ້ນມີ ຄົນມາຈົດຊື່ ເຮັດປະຫວັດກວ່າ 1ລ້ານ2ແສນຄົນ ແຕ່ມາຂໍ ອະນຸຍາດ ເຮັດການມີແຕ່ 8ແສນຄົນ.
ສຳລັບເທື່ອນີ້ ໃນເຂດບາງກອກ ກໍມີ2ໝື່ນກວ່າຄົນ ສ່ວນຫລາຍແມ່ນ ຊາວພະມ້າ ຮອງລົງມາກໍແມ່ນ ລາວແລະ ກຳພູຊາ ຕາມລຳດັບ. ເຈົ້າໜ້າທີ່ໄທ ຄາດວ່າ ກ່ອນຈະໝົດກຳໜົດ ມື້ສຸດທ້າຍ ຄົງຈະໄດ້ຈຳນວນ ຄົບຕາມເປົ້າໝາຍ ຍ້ອນວ່ານາຍຈ້າງໄທ ມີຄວາມຕ້ອງການ ແຮງງານ ຕ່າງດ້າວສູງ ທ່ານ ວະສັນ ສາທອນ ຜູ້ອຳນວຍການ ສຳນັກບໍຣິຫານ ແຮງງານຕ່າງດ້າວ ຂອງໄທ ເວົ້າເຖິງຄວາມຕ້ອງ ການຂອງນາຍຈ້າງວ່າ:
ຂນະນີ້ເຮົາບໍ່ໄດ້ ຄາດຫວັງ ພຽງແຕ່ເຮົາເບິ່ງ ເຫັນຄວາມຕ້ອງການ ນາຍຈ້າງຕ້ອງການ 1ລ້ານ3ແສນຄົນ ເຮົາມີຄົນໃນຣະບົບ 5ແສນກວ່າຄົນ ເພາະສະນັ້ນເຮົາ ເຊື່ອວ່າທີ່ເຫລືອນັ້ນ ນາຍຈ້າງເຂົາ ຄົງຈ້າງຢູ່ແລ້ວ ແຕ່ເຂົາຍັງເຂົ້າ ຣະບົບບໍ່ໄດ້ ເຮົາເລີຍເປີດໃຫ້ ເຂົ້າຣະບົບ ແລະ ນັບແຕ່ເດືອນ ກຸມພາ ປີ2010 ເປັນຕົ້ນໄປ ເຈົ້າໜ້າທີ່ກ່ຽວຂ້ອງ ທຸກພາກສ່ວນຂອງໄທ ຈະດຳເນີນຄະດີ ຈັບກຸມ ແລະສົ່ງກັບປະເທດ ຕົ້ນທາງແບບເດັດຂາດ ຄົນງານຕ່າງດ້າວ ທີ່ຜິດກົດໝາຍ.
ກະຊວງແຮງງານໄທ ຄາດຄະເນວ່າ ຄົນງານຊາວລາວ ທີ່ຜິດກົດໝາຍ ມີຢູ່ຫລາຍກວ່າ 250ພັນຄົນ ແລະກະວ່າຈະມາ ລົງທະບຽນ ໃຫ້ຖືກຕ້ອງຮອດ 50ພັນຄົນ.
ເຖິງຢ່າງໃດກໍຕາມ ຄົນງານຊາວລາວ ຍັງພ້ອມທີ່ຈະສ່ຽງ ເຂົ້າມາຫາວຽກເຮັດໂດຍ ບໍ່ລົງທະບຽນ ເພາະບໍ່ຢາກເສັຍຄ່າ ຈົດທະບຽນ ແລະຢູ່ໃນຂໍ້ບັງຄັບ ຂອງນາຍຈ້າງ ເປັນເວລາຍາວນານ ເພື່ອຈ່າຍຊົດໃຊ້ ຄ່າລົງທະບຽນ ທີ່ນາຍຈ້າງ ອອກໃຫ້ກ່ອນ.