ຊາວມຸສລິມ ຊີນຈຽງ ປະນາມ ກຸ່ມກໍ່ການຮ້າຍ

ມາດາມ Rebiya Kadeer ຜູ້ນໍາຊາວວີເກີ ຊຶ່ງເປັນຊົນເຜົ່າ ສ່ວນນ້ອຍ ໃນປະເທດຈີນ ທີ່ລີ້ໄພຢູ່ ອະເມຣິການັ້ນ ປະນາມ ກຸ່ມກໍ່ການຮ້າຍ ອານກາອິດະ ໃນປະເທດ Algeria ທີ່ຂູ່ວ່າຈະໂຈມຕີ ຜົລປະໂຫຍດຕ່າງໆ ຂອງຈີນ ເພື່ອແກ້ແຄ້ນ ໃຫ້ຊາວມຸສລິມ ທີ່ເສັຽຊີວິດ ໃນເຂດແຂວງຊີນຈຽງ ທາງພາກຕາເວັນຕົກສ່ຽງເໜືອ ຂອງຈີນ ເມື່ອມໍ່ໆມານີ້.
ມະນີຈັນ
2009.07.15

ໃນຖແລງການ ສະບັບນຶ່ງ ນາງກ່າວ ໂດຍບໍ່ເຊື່ອວ່າ ການໃຊ້ຄວາມຮຸນແຮງ ເປັນທາງແກ້ໄຂ ສໍາລັບບັນຫາ ໃດໆທັງສີ້ນ. ມາດາມ Kadeer ເວົ້າວ່າ ພວກກໍ່ການຮ້າຍ ຣະດັບໂລກບໍ່ຄວນ ສວຍໂອກາດໃຊ້ ການສະແດງອອກ ຢ່າງຖືກຕ້ອງເປັນທັມ ຂອງຊາວວີເກີ ແລະ ເຫດໂສກນາຕກັມ ຢູ່ເຂດ Turkestan ຕາເວນອອກ ເພື່ອກະທໍາ ການ ກໍ່ການຮ້າຍ ໂດຍມຸ້ງເປົ້າໃສ່ ສໍານັກງານ ສະຖານທູດຈີນ ຫລືພົລເມືອງ ຊາວຈີນນັ້ນ. ມີຊາວຈີນ ຫລາຍແສນຄົນ ເຮັດວຽກຢູ່ ຕາເວັນອອກກາງ ແລະ Africa ເໜືອ ມີ5ໝື່ນຄົນ ຢູ່ປະເທດ Algeria ແລະ ກໍມີຫ້ອງການ ຢູ່ກຸງລອນດອນ ຢູ່ຮົງກົງ.

ນັບເປັນເທື່ອທໍາອິດ ທີ່ເຄື່ອຄ່າຍ ກໍ່ການຮ້າຍ ໂອສະມະ ບິນລາດິນ ເລີ່ມໃຫ້ຄວາມສົນໃຈ ຈີນ ຊຶ່ງຫາທາງ ມີການພົວພັນ ທີ່ອົບອຸ່ນ ກັບໂລກອິສລາມ. ຈີນ ກ່າວຫາວ່າ ມາດາມ Rebiya Kadeer ຢູ່ເບື້ອງຫລັງ ເຫດຄວາມຮຸນແຮງ ທີ່ເກີດຂຶ້ນ ລ່າສຸດນີ້ຢູ່ເຂດ ຊີນຈຽງ ແລະວ່າ ນາງໄດ້ຮັບການ ສນັບສນູນ ຈາກພວກ ກໍ່ການຮ້າຍ.

ຕໍ່ຄໍາກ່າວຫາ ນັ້ນ ນາງປະຕິເສດ ແລະ ບັນດາສະມາຊິກ ຣັຖສະພາ ສະຫະຣັຖ ກໍໄດ້ທວງໃຫ້ ຈີນ ເຊົາຫມີ່ນປະມາດ ນາງ ຜູ້ເປັນອາດີດ ນັກທຸຣະກິດ ໄວ62ປີ ແລະ ທັງເປັນແມ່ຂອງລູກ 11ຄົນ ທີ່ໄດ້ໃຊ້ຊີວິດ ຢູ່ຄຸກຈີນ  ເຖິງ6ປີນັ້ນ.

ທາງການຈີນເວົ້າວ່າ ເຫດການຈະລາຈົນ ຢູ່ ອຸຣຸມຈິ ເມືອງເອກຂອງ ຊີນຈຽງ ເມື່ອວັນທີ5 ຜ່ານມາ ເຮັດໃຫ້ມີຜູ້ ເສັຽຊີວິດ 184ຄົນ ໂດຍສ່ວນໃຫຍ່ເປັນ ຊາວຮັ້ນ ຊົນເຜົ່າສ່ວນໃຫ່ຍ ຂອງຈີນນັ້ນ ແລະ ບາດເຈັບອີກຫລາຍກວ່າ 1600ຄົນ.

ຜູ້ນໍາຊາວວີເກີ ກ່າວຫາກອງກໍາລັງ ທາງການຈີນວ່າ ເປີດສາກຍີງປືນໃສ່ ການປະທ້ວງ ຢ່າງສັນຕິນັ້ນ ແລະວ່າ ຊາວວີເກີ ຖືກສັງຫານໃນ ເຫດການ ໂຈມຕີໂດຍກຸ່ມ ອັນຕະພານ ໃນເວລາຕໍ່ມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.