ເຈົ້າໜ້າທີ່ ເນປານ ຈັບກຸ່ມປະທ້ວງ ຊາວຕີເບດ
2009.07.16

ກຸ່ມປະທ້ວງ ທີ່ຂຽນຄຳປະຈານ ໃສ່ເຄື່ອງນຸ່ງຮົ່ມ ເຊັ່ນຄຳວ່າ ”ຢູ່ໃສຄວາມຍຸດຕິທັມ” ແລະ ”ມີຄວາມຮຸນແຮງໃນ ຕີເບດ” ກ່າວວ່າພວກຕົນ ມາຊຸມນຸມຢູ່ ສະຖານທີ່ນີ້ ເພື່ອຮຽກຮ້ອງໃຫ້ ປະຊາຄົມໂລກ ກົດດັນ ຈີນ ຕື່ມຂື້ນ ກ່ຽວກັບບັນຫາ ສິດທິມະນຸດ.
ພວກຂະເຈົ້າ ຍັງກ່າວອີກວ່າ ອຳນາດປົກຄອງ ຕ່າງດ້າວ ບໍ່ສາມາດກົດດັນ ໃຫ້ຣັຖບານ ຈີນ ຍຸດຕິການ ລະເມີດຝ່າຝືນ ສິດທິມະນຸດໄດ້ ໂດຍອ້າງອີງໃສ່ ເຫດຄວາມ ບໍ່ສງົບໃນແຄວ້ນ ຊິນຈຽງ ຫວ່າງມໍ່ໆ ມານີ້.
ນອກຈາກນີ້ ພວກເຂົາຍັງເນັ້ນວ່າ ພວກເຮົາຈະທຳ ການປະທ້ວງ ຕໍ່ໄປເລື້ອຍໆ ເພື່ອກົດດັນ ອົງການນາໆຊາດ ຕາບໃດທີ່ຍັງບໍ່ມີ ອິສຣະພາບ ໃນຕີເບດ.
ເນປານ ເປັນທີ່ໝັ້ນຂອງ ຊາວຕີເບດ ພັດຖິ່ນກວ່າ 20ພັນຄົນ ທີ່ຫລົບໜີເຂົ້າມາ ເມື່ອປີ1959 ຫລັງຈາກຜູ້ນຳ ດ້ານຈິດວິນຍານ ອົງດາໄລລາມະ ໜີຜ່າຍຕີເບດ ຫລັງຈາກ ການລຸກຮືຂື້ນ ທີ່ລົ້ມເຫລວ.
ເດືອນກ່ອນ ເຈົ້າໜ້າທີ່ຕຳຣວດ ເນປານ ກໍໄດ້ຈັບກຸ່ມ ປະທ້ວງ ຊາວຕີເບດ ພັດຖິ່ນ 34ຄົນ ຍ້ອນພວກຂະເຈົ້າ ພຍາຍາມທີ່ຈະ ທຳການປະທ້ວງ ໃກ້ເຂດຊາຍແດນຈີນ.