ຍັງມີການລັກລອບ ກັ່ນເຄືອແຫມ ໃນລາວ

ຊາວຈີນ ທີ່ເຂົ້າມາລັກລອບ ກັ່ນເຄືອແຫມ ໃນເຂດແຂວງ ສວັນນະເຂດ ສ່ວນຫລາຍຈະມີ ຄົນລາວຊອກ ເຄືອແຫມ ຂາຍໃຫ້ ແລະແນະນໍາ ສະຖານທີ່ກັ່ນ.
ມະນີຈັນ
2009.07.16

ຊາວຈີນ ທີ່ເຂົ້າມາແຂວງ ສວັນນະເຂດ ຂອງລາວ ເພື່ອລັກລອບທໍາການ ກັ່ນເຄືອແຫມ ນໍາໄປເປັນຢາ ດີເຈັບທ້ອງນັ້ນ ສ່ວນຫລາຍຈະມີຄົນ ທ້ອງຖີ່ນເປັນ ຜູ້ແນະນໍາ ສຖານທີ່ກັ່ນ ຊຶ່ງຈະເປັນເຂດ ພູດອຍຫ່າງໄກ ແລະມີເຄືອແຫມ. ໃນນັ້ນ ຊາວລາວທ້ອງຖີ່ນ ຈະເປັນຜູ້ເຂົ້າປ່າ ຊອກຫາເຄືອແຫມ ມາຂາຍໃຫ້ຄົນຈີນ ສະກັດເປັນຜົງ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ສີ່ງແວດລ້ອມ ແຂວງສວັນນະເຂດ:

"ເຂົ້າມາກໍຕັດ ເອົາເຄືອແຫມ ຊື້ນໍາຈາກ ປະຊາຊົນຫລາຍໆ ລັກເຮັດຢູ່ປ່າ ບ່ອນຫ່າງໃກຄົນ ມັນກໍເຂົ້າມາ ແບບວ່າລັກສນະ ມີຄົນລາວເຮັດນໍາ ຄັນສິເວົ້າແທ້ ເຂົາກໍມາເຮັດຢ່າງ ອຶ່ນແຕ່ສຸດທ້າຍ ກໍໄປເຮັດແນວນັ້ນ."

ສວັນນະເຂດ ເປັນແຂວງນຶ່ງຂອງລາວ ທີ່ມີຊາວຈີນ ເຂົ້າມາຢູ່ຫລາຍ ຍ້ອນວ່າມີໂຄງການ ສັມປະທານທີ່ດິນ ປູກຢາງພາລາ ແລະ ໂຄງການ ສັມປະທານອຶ່ນໆ.  ນອກຈາກນັ້ນ ຊາວຈີນ ທີ່ເປັນພໍ່ຄ້າ ຊາວຂາຍ ກໍເຂົ້າມາຫລາຍ ເຊັ່ນກັນ. ໃນນັ້ນກໍມີ ຈໍານວນນຶ່ງ ຫັນມາທໍາການ ກັ່ນເຄືອແຫມ. ເມື່ອສະກັດໄດ້ ຝຸ່ນເຄືອແຫມແລ້ວ ກໍຈະນໍາໄປຂາຍຕໍ່ ໃຫ້ໂຮງງານ ໃນປະເທດຈີນ.

ການລັກລອບນໍາເອົາ ເຄືອແຫມ ຮວມທັງຝຸ່ນເຄືອແຫມ ຊຶ່ງເປັນຜົລຜລິດ ເຄື່ອງປ່າຂອງດົງ ອອກຈາກປະເທດລາວ ໄປນັ້ນ ຖືເປັນການກະທໍາ ທີ່ຜິດກົດໝາຍ  ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ:

"ກໍບໍ່ມີກົດໝາຍ ຫ້າມໄວ້ ກໍມີເລື່ອງ ການນໍາອອກ ແຕ່ເຂົາກໍລັກເຮັດໄປ ຈັ່ງຊັ້ນລະ ເວົ້າເລື່ອງ ການລັກລອບເອົາ ເຄື່ອງປ່າຂອງດົງ ຫລືອຶ່ນໆກໍມີຢູ່."

ເຈົ້າໜ້າທີ່ລາວ ກ່າວສລຸບ ໃນຕອນທ້າຍວ່າ ປະຊາຊົນລາວ ສ່ວນໃຫຍ່ ບໍ່ມີຄວາມຮູ້ໃນການ ກັ່ນເຄືອແຫມ ສະກັດເອົາຝຸ່ນ ສົ່ງໄປຂາຍໃຫ້ ໂຮງງານ ທີ່ປະເທດຈີນ  ແຕ່ຫາກເປັນຜູ້ຊ່ວຍ ໃນການເຂົ້າປ່າ ຊອກຫາເຄືອແຫມ ມາຂາຍໃຫ້ຄົນຈີນ ເຫລົ່ານັ້ນເພື່ອ ໃຫ້ມີຣາຍໄດ້. ພ້ອມດຽວກັນ ກໍແນະນໍາ ສະຖານທີ່ ທີ່ຄິດວ່າ ປອດໄພ ໃນການລັກລອບ ທໍາການສະກັດ ເຄືອແຫມ ນໍາດ້ວຍ ຊຶ່ງວິທີການ ສະກັດນັ້ນ ແມ່ນບໍ່ໄດ້ມາຕຖານ ເຮັດແບບ ປະຖົມປະຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.